ແນະນຳ ສຳນັກວັດປະຕິບັດທັມ ໃນນະຄອນຫຼວງວຽງຈັນ

ສະຖານທີ່ ຫຼື ສຳນັກວັດປະຕິບັດ ໃນນະຄອນຫຼວງວຽງຈັນມີຫຼາຍແຫ່ງ ທີ່ສັປປາຍະ ເໝາະແກ່ການປະຕິບັດທັມ. ຫຼາຍໆສຳນັກວັດ ມີຈັດໂຄງການປະຕິບັດທັມເປັນປະຈຳທຸກປີຕາມວາລະ ບາງວັດກໍ່ເປັນວັດປະຕິບັດປະຈຳເລີຍ.ຈຸດປະສົງອັນຫນື່ງຂອງການຈັດໂຄງການປະຕິບັດທັມນີ້ ບໍ່ແມ່ນສະເພາະ ພຣະສົງສາມະເນນເທົ່ານັ້ນ ທີ່ຕ້ອງສຶກສາ ປະຕິບັດ ແຕ່ສຳຫລັບ ພຸດທະສາສະນິກກະຊົນທົ່ວໄປ, ຢ່າຄິດວ່າ ທັມມະ ເປັນເລື່ອງຂອງພຣະສົງເທົ່ານັ້ນ ບໍ່ກ່ຽວກັບຄາລະວາດ.

ການປະຕິບັດທັມມະ, ທັມມະນັ້ນ ບໍ່ແມ່ນທິດສະດີ,ບໍໍ່ແມ່ນຄວາມຄິດ,ບໍໍ່ແມ່ນຈິດຕະວິທະຍາ,ບໍ່ແມ່ນປັດຊະຍາ ທີ່ທ່ານເຄີຍອ່ານ,ບໍ່ແມ່ນປະເພນີທີ່ເຮັດຕາມໆກັນມາ ແຕ່ ການປະຕິບັດ ຄືການພັດທະນາ ໃຫ້ຮູ້ ໃຫ້ເຫັນສິ່ງທັງຫຼາຍທີ່ເກີດຂື້ນຕາມຄວາມເປັນຈິງ ຕາມລັກສະນະ 3 ປະການ ຄື ອະນິດຈັງ ທຸກຂັງ ອະນັດຕາ  ແລ້ວ ສິ່ງທັງຫລາຍຕາມຄວາມເປັນຈິງນີ້ ຈະບໍ່ກ່ຽວກັບທຸກຄົນແນວໃດ? ເປັນຫຍັງເຮົາມີແກ່ ມີເຈັບ ມີຕາຍ ມີດີໃຈ ເສຍໃຈ ມີຍາມສຸກ ຍາມທຸກ ຈະເຫັນໄດ້ວ່າ ມັນເປັນເລື່ອງກ່ຽວກັບເຮົາ ຈິດໃຈຂອງເຮົາ ປັນຫາຂອງເຮົາ ແລ້ວເຮົາຈະມີວິທີການໃດ່ ໃນການຈັດການກັບສິ່ງເຫລົ່ານີ້ ການປະຕິບັດທັມ ຫຣື ພັດທະນາຈິດໃຈ ໃຫ້ຮູ້ເທົ່າທັນ ສະພາວະທັມ ຄົງຈະເປັນຄຳຕອບທີ່ດີທີສຸດ.

ດັ່ງນັ້ນ ເຮົາທ່ານ ຜູ້ຍັງອ່ອນປະສົບການ ຈະປະຕິດບັດດ້ວຍຕົວເອງ ກໍໍ່ບໍ່ແມ່ນຈະເຮັດໄດ້ງ່າຍ ແຖມສະຖານທີ່ບ້ານເຮືອນ ກໍ່ບໍ່ຄ່ອຍອຳນວຍ ການມີສະຖານປະຕິບັດ ສັປປາຍະ ທີ່ຢູ່ອາໄສເຫມາະສົມ ອາຫານການກິນພໍດີ ເປັນທີ່ຢູ່ຂອງເຫລົ່າຜູ້ຊົງຄຸນນະທັມ ສະພາບດິນຟ້າອາກາດທີ່ເຫມາະສົມ ຈື່ງເປັນສິ່ງທີ່ສົມຄວນ.

ປີນີ້ ໃນນະຄອນຫຼວງວຽງຈັນ ມີຫຼາຍສຳນັກປະຕິບັດທັມ ກຽມຈັດໂຄງການປະຕິບັດທັມ ປະຈຳປີ ດັ່ງນີ້   

ລ/ດຊື່ສຳນັກວັດປະຕິບັດທັມວັນເວລາເປີດ-ປິດແຜ່ນທີນຳທາງ
1ວັດປ່າອະນັນທະສີຈັນທາຣາມ (ວັດຕາດທອງ)1-8 ພະຈິກ 2020ນຳທາງໄປ
2ວັດປ່ານາຂາມ 8-22 ພະຈິກ 2020ນຳທາງໄປ
3ວັດດົງສະຫວາດເທພນາຣີ20-27 ພະຈິກ 2020
4ວັດປ່າພຣະບາດພູເຂົາຄວາຍ20-29 ທັນວາ 2020ນຳທາງໄປ
5ວັດຊຳປາກແຮດ21-27 ທັນວາ 2020
6ວັດນາຫອຍ 05-09 ມັງກອນ 2021
7ວັດສະໄກ12-16 ມັງກອນ 2021
8ວັດປ່າດວງຕາ 06-14 ກຸມພາ 2021
9ວັດພຣະບາດໂພນຄ້ອງ 23-29 ກຸມພາ 2021
10ວັດປ່ານາທົມ
11ວັດສຸວັນນະປະດິດ (ວັດນາດີ)

Author: Singkham
I regularly blog on dhamma, Buddhist news, How to IT, and more