ຄົນເຫັນກໍປວດຕາ..ຄົນບູຊາອາດຈະມົວໝອງ

01

ຊີວິດຈະເປັນແບບໃດ ຢູ່ທີ່ວ່າເຮົາໃຫ້ຄວາມໝາຍຕໍ່ສິ່ງທີ່ເຮົາພົບເຫັນແນວໃດ

ຄັ້ງໜຶ່ງຜູ້ຂຽນໄດ້ເດີນທາງຈາກນະຄອນຫຼວງວຽງຈັນໄປໄຊຍະບູລີ ຖ້າໃຜເຄີຍໄປຈະຮູ້ວ່າໃນລະຫວ່າງທາງນະຄອນຫຼວງວຽງຈັນ-ໄຊຍະບູລີ ກ່ອນຈະຮອດເມືອງປາກລາຍຈະມີພູໜ່ວຍໜຶ່ງທັງໃຫຍ່ທັງຍາວທັງຂຽວທັງສູງ ເສັ້ນທາງຄົດຄ້ຽວໄປມາຕະຫຼອດທາງ ໃນພູໜ່ວຍນີ້ ໝ່ອງໃດທີ່ເປັນທາງໂຄ້ງ ເຂົາ (ບໍ່ຮູ້ວ່າຜູ້ໃດ) ມັກຈະເອົາສານພຣະພູມໄປວາງໄວ້ ແລ້ວກໍມີການສັກກາຣະບູຊາຕາມຄວາມເຊື່ອດ້ວຍ ຜ້າແດງ ນ້ຳແດງ ເຂົ້າໜົມ ທູບ ທຽນ ດອກໄມ້ ເປັນຕົ້ນ ເບິ່ງແລ້ວຮູ້ສຶກວ່າສັກສິດ ຜູ້ໃດເດີນທາງຜ່ານມາທາງນີ້ ຈະດ້ວຍລົດ ຫຼື ຍ່າງກໍຕາມ ສິ່ງໜຶ່ງທີ່ຂາດບໍ່ໄດ້ກໍຄື ການສັກກາຣະບູຊາ ເປັນການສະແດງອອກເຖິງຄວາມເຄົາລົບຕໍ່ສິ່ງສັກສິດດ້ວຍວິທີການຕ່າງໆ ເຊິ່ງໃນມື້ນັ້ນ ຜູ້ຂຽນໄດ້ນັ່ງລົດຕູ້ຢູ່ເບາະໜ້າໃກ້ໆກັບຄົນຂັບ ເວລາລົດຮອດທາງໂຄ້ງທີ່ມີສານພຣະພູມຕັ້ງຢູ່ ຄົນຂັບມັກຈະບີບແກ ກີດໆ ກີດໆ ຫຼື ບາງໂຄ້ງກໍຈູດກອກຢາແລ້ວໂຍນອອກໄປ ຂ້ອຍສົງໄສວ່າ ເອ໋ ບີບເຮັດຫຍັງ? ຖ້າບີບເຕືອນໃຫ້ລົດອີກຄັ້ນຮູ້ວ່າມີລົດສວນທາງມາອີກຝັ່ງ ກໍໜ້າຈະບີບທຸກໂຄ້ງ ແຕ່ວ່າອັນນີ້ລາວບີບສະເພາະໂຄ້ງທີ່ມີສານພຣະພູມ ຂ້ອຍອົດສົງໄສບໍ່ໄດ້ກໍເລີຍຖາມຂຶ້ນວ່າ

ພໍ່ອອກ..ເປັນຫຍັງຄືຕ້ອງບີບແກເມື່ອຮອດທາງໂຄ້ງທີ່ມີສານພຣະພູມ

ອໍ..ເປັນການສະແດງຄວາມເຄົາລົບຕໍ່ເຈົ້າພໍ່ ລາວຕອບໜ້າຕາເສີຍ

ຖ້າບໍ່ບີບບໍ່ໄດ້ຫວ໋າ ຂ້ອຍຖາມຕໍ່

ໂອ້..ຄູບາບໍ່ຮູ້ຫວ໋າ ສະຖານທີ່ແບບນີ້ເປັນໝ່ອງສັກສິດ ຜູ້ໃດຜ່ານໄປຜ່ານມາແລ້ວບໍ່ສະແດງຄວາມເຄົາລົບ ເຈົ້າພໍ່ຢູ່ນີ້ຖີບຕົກເຫວໄປຫຼາຍຄັນແລ້ວເດ້!

ໂອ້!!!!!!!!!!!! (ເຄື່ອງໝາຍຕົກໃຈເທົ່າກັບຄົນໃນລົດ)..ຂະໜາດນັ້ນເລີຍຫວ໋າ

ແມ່ນແທ໋ ຂ້ານ້ອຍ

ຮວຍ..ອ້າຍໂຊເຟີ ຈັ່ງຊັ້ນເຈົ້າກໍບີບດັງໆແດ່ເດີ ພໍ່ອອກຄົນໜຶ່ງທີ່ນັ່ງຢູ່ເບາະຫຼັງເວົ້າຂຶ້ນ

ຂ້ອຍກໍໄດ້ແຕ່ນັ່ງຍິ້ມຢູ່ໃນໃຈ..ເລື່ອງນີ້ຈົບເທົ່ານີ້ ເອວັງ ກໍມີດ້ວຍປະກາຣະ ສະນີ້ ຯ

02

ຈະວ່າໄປ ເມື່ອເວົ້າເຖິງ “ການສັກກາຣະ, ການບູຊາ, ການຂາບໄຫວ້” ຊາວພຸດເຮົາໜ້າຈະຄຸ້ນເຄີຍກັບຄຳເຫຼົ່ານີ້ດີ ໂດຍສະເພາະຊາວພຸດລາວທີ່ມີວິຖີຊີວິດຄຸກຄີຢູ່ກັບເລື່ອງແບບນີ້ຕັ້ງແຕ່ເກີດຈົນຕາຍ ເຊິ່ງການບູຊາຂອງແຕ່ລະຄົນກໍມີຈຸດໝາຍທີ່ແຕກຕ່າງກັນໄປ ບາງຄົນບູຊາເພື່ອປາຖະໜາໃຫ້ໄດ້ສິ່ງນັ້ນສິ່ງນີ້ ບາງຄົນບູຊາເພື່ອໃຫ້ເກີດຄວາມເປັນສິຣິມຸງຄຸນແກ່ຊີວິດ ບາງຄົນຂາບໄຫວ້ບູຊາເພື່ອໃຫ້ສິ່ງສັກສິດປົກປ້ອງຄຸ້ມຄອງໃຫ້ຢູ່ລອດປອດໄພ ບາງຄົນຂາບໄຫວ້ບູຊາເພື່ອຂໍຫວຍຂໍເບີ “ອັນນີ້ກໍບໍ່ວ່າກັນ ຕາບໃດທີ່ການຂໍຮ້ອງອ້ອນວອນນັ້ນຍັງຕັ້ງຢູ່ບົນພື້ນຖານຂອງຄວາມເປັນໄປໄດ້” ໃນມະຫາປະຣິນິບພານະສູດໄດ້ກ່າວເຖິງວິທີການບູຊາໄວ້ 2 ຢ່າງຄື ໜຶ່ງ-ອາມິດສະບູຊາ ໝາຍເຖິງ ການບູຊາດ້ວຍວັດຖຸ ສິ່ງຂອງ ເຊັ່ນ ດອກໄມ້ ທູບ ທຽນ ຂອງຫອມຕ່າງໆ ສອງ-ປະຕິບັດບູຊາ ໝາຍເຖິງ ການບູຊາດ້ວຍການນຳຫຼັກຈະຣິຍະທັມມາປະຕິບັດເພື່ອຍົກລະດັບຄຸນນະພາບຂອງຈິດໃຈໃຫ້ສູງຂຶ້ນ

ການບູຊາທັງສອງຢ່າງນີ້ຖ້າເຮົາສາມາດນຳມາປະຕິບັດໃນຊີວິດປະຈຳວັນໄດ້ຢ່າງຖືກຕ້ອງກໍຈະເປັນປະໂຫຍດຕໍ່ການພັດທະນາຊີວິດຢ່າງຍິ່ງ ໂດຍສະເພາະການບູຊາແບບທີໜຶ່ງ ຊາວພຸດເຮົາມັກຈະນຳມາປະຕິບັດຜິດແຜກອອກໄປຈາກວັດຖຸປະສົງທີ່ແທ້ຈິງ ການສັກກາຣະ, ຂາບໄຫວ້, ບູຊາ (ທັງສາມຄຳນີ້ສາມາດໃຊ້ແທນກັນໄດ້) ຈະເກີດຄວາມເປັນສິຣິມຸງຄຸນແກ່ຊີວິດນັ້ນຈຳເປັນຕ້ອງເຮັດໃຫ້ຖືກຕ້ອງ

ໃນມຸງຄຸນສູດ ໄດ້ກ່າວເຖິງວ່າ ການບູຊາທີ່ຖືກຕ້ອງ ຫຼື ການບູຊາຜູ້ທີ່ຄວນບູຊາ ວ່າ ເປັນມຸງຄຸນອັນສູງສຸດຢ່າງໜຶ່ງ ການກ່າວເຊັ່ນນີ້ ສະແດງໃຫ້ເຫັນວ່າ ມີການບູຊາທີ່ບໍ່ຖືກຕ້ອງ ໝາຍຄວາມວ່າ ເມື່ອມີການບູຊາທີ່ຖືກຕ້ອງ ໃນທາງກົງກັນຂ້າມຕ້ອງມີການບູຊາທີ່ບໍ່ຖືກຕ້ອງ ຖາມວ່າຊິຮູ້ໄດ້ແນວໃດວ່າການບູຊາທີ່ເຮົາກຳລັງເຮັດຢູ່ນີ້ເປັນການບູຊາທີ່ຖືກຕ້ອງຫຼືບໍ່ ໃນມຸງຄຸນສູດໄດ້ກ່າວວ່າ “ການບູຊາໃດກໍແລ້ວແຕ່ ເມື່ອກະທຳລົງໄປແລ້ວ ນຳຊີວິດໄປສູ່ຄວາມຈະເລີນກ້າວໜ້າ ທັງທາງດ້ານຮ່າງກາຍ ແລະ ຈິດໃຈ ການບູຊານັ້ນເປັນການບູຊາທີ່ຖືກຕ້ອງ ໃນທາງກົງກັນຂ້າມຖ້າການບູຊາໃດບໍ່ນຳຊີວິດໄປສູ່ຄວາມຈະເລີນສະແດງວ່າການບູຊານັ້ນບໍ່ຖືກຕ້ອງ”

03

ຄຳຖາມກໍຄືວ່າ ການບູຊາໃນລັກສະນະທີ່ໂຊເຟີລົດສະແດງອອກດ້ວຍການບີບແກກໍດີ ຫຼື ຈູດກອກຢາແລ້ວໂຍນອອກໄປກໍດີ ການບູຊາແບບນີ້ເປັນການບູຊາທີ່ນຳຊີວິດພາໄປສູ່ຄວາມຈະເລີນບໍ່?

ຖ້າໃຫ້ ຄວັນສີເທົາ ຕອບ ລາວຄົງບອກວ່າ

ຂໍແຍກອອກເປັນສອງປະເດັນ ໜຶ່ງ- ອາການຂອງຜູ້ບູຊາ ແລະ ສອງ- ຄຸນສົມບັດຜູ້ຖືກບູຊາ

ປະເດັ່ນທີໜຶ່ງ ຖ້າສົມມຸດຂ້ອຍເປັນເຈົ້າພໍ່ ກຳລັງຈຳສີນຢູ່ດີໆແລ້ວມີຄົນມາສະແດງຄວາມເຄົາລົບດ້ວຍການບີບແກໃສ່ ຫຼື ຈູດກອກຢາແລ້ວໂຍນອອກໄປ ຖ້າມີປືນຂ້ອຍຈະຍິງສວນມາທັນທີ ໂທດຖານທີ່ມາລົບກວນສະມາທິ ອາການສະແດງອອກແບບນີ້ມັນສື່ເຖິງຄວາມເຄົາລົບນອບນ້ອມໝ່ອງໃດ ເວົ້າງ່າຍໆວ່າ ອາການຂອງບຸກຄົນທີ່ຕ້ອງການຂາບໄຫວ້ບູຊາ ຍັງສະແດງອອກຢ່າງບໍ່ເຄົາລົບນອບນ້ອມແລ້ວ ເຮົາຊິກ່າວວ່າເປັນການບູຊາໄດ້ແນວໃດ

ເວົ້າເຖິງເລື່ອງນີ້ ໃນມື້ຕັກບາດວັນເຂົ້າພັນສາ ຫຼາຍຄົນອາດຈະເຫັນພາບໆໜຶ່ງທີ່ມີຄົນເອົາດອກໄມ້ ທູບ ທຽນ ກະຕຸກນ້ຳ ເຂົ້າໜົມ ໄປວາງໄວ້ກ້ອງຕົ້ນໂພ ໂດຍສ່ວນຕົວຜູ້ຂຽນບໍ່ຮູ້ວ່າວັດຖຸປະສົງຂອງການເອົາສິ່ງເຫຼົ່ານີ້ໄປວາງໄວ້ນັ້ນ ແມ່ນຫຍັງແທ້ ຈະວ່າເປັນການບູຊາກໍເວົ້າໄດ້ບໍ່ເຕັມປາກ ເພາະວ່າພາບທີ່ເຫັນເໝືອນເປັນກອງຂີ້ເຫຍື້ອຫຼາຍກວ່າການບູຊາ ບາງຄົນອາດຈະແຍ້ງວ່າ ຄວັນສີເທົາ ເຈົ້າຄືເບິ່ງໂລກໃນແງ່ຮ້າຍແທ້ ການເອົາດອກໄມ້ຂອງຫອມຕ່າງໆ ໄປວາງໄວ້ແບບນັ້ນເປັນການບູຊາອີກແບບໜຶ່ງ ແຕ່ເປັນການບູຊາເທວະດາ, ຜີບັນພະບຸລຸດ, ຜີໄຮ້ຍາດຂາດມິດ ຫຼື ບູຊາຕົ້ນໂພອັນເປັນສັນຍະລັກວ່າຄັ້ງໜຶ່ງເຈົ້າຊາຍສິດທັດຖະເຄີຍອາໄສຮົ່ມເງົາຕົ້ນໄມ້ຊະນິດນີ້ແລ້ວເຮັດໃຫ້ພຣະອົງຕັດສະຮູ້ເປັນພຣະພຸດທະເຈົ້າ ຂ້ອຍເຂົ້າໃຈຢູ່ວ່າ ການເຮັດແບບນີ້ເປັນປະເພນີທີ່ເກົ່າແກ່ຂອງຊາວພຸດລາວຢ່າງໜຶ່ງ ແຕ່ສິ່ງທີ່ຂ້ອຍສົນໃຈກໍຄື ຮູບແບບຂອງການສະແດງອອກເຖິງຄວາມເຄົາລົບແບບນີ້ ບໍ່ຄ່ອຍເໝາະສົມ ໃນຍຸກເລີ່ມຕົ້ນຂອງອານາຈັກລາວລ້ານຊ້າງກໍມີການບູຊາຜີບັນພະບູລຸດຕ່າງໆແບບນີ້ແຫຼະ ແຕ່ຂ້ອຍຄິດວ່າຄົນສະໄໝນັ້ນ ເຂົາໜ້າຈະຈັດເຄື່ອງບູຊາໃຫ້ເປັນລະບຽບຮຽບຮ້ອຍກວ່ານີ້ ບໍ່ແມ່ນວາງກະຈັດກະຈາຍ ຢາກວາງໃສ່ຕົ້ນໄມ້ຕົ້ນໃດກໍວາງ ເບິ່ງແລ້ວແທນທີ່ຊິເກີດຄວາມປີຕິຍິນດີ ກັບກາຍເປັນວ່າຮູ້ສຶກເສົ້າສະຫຼົດໃຈ ຂ້ອຍເຊື່ອວ່າຄົນທີ່ເອົາເຄື່ອງບູຊາໄປວາງໄວ້ຕາມຕົ້ນໄມ້ຕ່າງໆ ເຂົາກໍເຮັດດ້ວຍໃຈທີ່ບໍລິສຸດໃຈ ເໝືອນກັບການບູຊາພຣະພຸດທະຮູບ ແຕ່ວ່າລືມຄິດໃນແງ່ຂອງຄວາມສະອາດ ຄວາມເໝາະສົມ ຂອງຮູບແບບໃນການສະແດງອອກ. ດັ່ງນັ້ນ ຈຶ່ງຢາກເຊີນຊວນຜູ້ອ່ານວ່າເຮົາບູຊາຮູບແບບໃໝ່ດີບໍ່ ແບບໃດກໍໄດ້ທີ່ເບິ່ງແລ້ວເຮັດໃຫ້ເກີດຄວາມຮູ້ສຶກເປັນສຸກໃຈ ຄົນເຫັນກໍສະບາຍຕາ ຄົນບູຊາກໍສະບາຍໃຈ ເລື່ອງນີ້ ຝາກໃຫ້ຜູ້ອ່ານຊ່ວຍກັນຄິດຫາວິທີແກ້ໄຂຮ່ວມກັນເນາະ

ສ່ວນປະເດັນທີສອງ ເວົ້າເຖິງຄຸນສົມບັດຂອງ ສິ່ງ ຫຼື ບຸກຄົນທີ່ເຮົາບູຊາ ໂດຍທົ່ວໄປແລ້ວສິ່ງໃດກໍຕາມທີ່ສົມຄວນໄດ້ຮັບການຂາບໄຫວ້ບູຊານັ້ນ ຕ້ອງເປັນສິ່ງທີ່ດີ ມີຄວາມເມດຕາ ມີຄວາມກະລຸນາ ເຊັ່ນ ພຣະພຸດ ພຣະທັມ ພຣະສົງ ພໍ່ແມ່ ຄູອາຈານ ແລະ ຜູ້ທີ່ມີພຣະຄຸນເປັນຕົ້ນ ສິ່ງ ຫຼື ບຸກຄົນເຫຼົ່ານີ້ ເປັນສິ່ງທີ່ເຮົາຄວນບູຊາເພາະທ່ານເຫຼົ່ານີ້ເປັນຜູ້ທີ່ມີພົມວິຫານສີ່ ເຊິ່ງຖ້າປຽບທຽບກັບເຈົ້າພໍ່ທີ່ກ່າວເຖິງຂ້າງຕົ້ນ ຂ້ອຍວ່າຍັງຫ່າງໄກກັນຫຼາຍ ເພາະວ່າເຈົ້າພໍ່ຕ້ອງການໃຫ້ຄົນມາເຄົາລົບ ຖ້າຜູ້ໃດບໍ່ສະແດງຄວາມເຄົາລົບກໍຖີບໄສໄລ່ສົ່ງ ຕົກເຫວໄປກໍຫຼາຍຄັນແລ້ວ ອັນນີ້ຄວັນສີເທົາບໍ່ມີວັນເຄົາລົບແນ່ນອນ ອີກຢ່າງໜຶ່ງ ຂ້ອຍຢາກຖາມເຈົ້າພໍ່ທີ່ເຝົ້າສານພຣະພູມວ່າ ມີສິດຫຍັງມາຖີບລົດຄົນນັ້ນຄົນນີ້ໃຫ້ຕົກເຫວ ເຮັດໃຫ້ຄົນອື່ນລົ້ມຕາຍ ບໍ່ຢ້ານຕົກນະຮົກຫວ໋າ?

04

ຈາກສອງປະເດັນທີ່ກ່າວມາ ຈະເຫັນໄດ້ວ່າ ການບູຊາແບບໂຊເຟີລົດ ກໍດີ ການເອົາເຄື່ອງສັກກາຣະໄປວາງໄວ້ຕາມຕົ້ນໄມ້ ກໍດີ ເປັນການບູຊາທີ່ເຫັນແລ້ວເຮັດໃຫ້ເກີດຄວາມເສົ້້າໃຈຫຼາຍກວ່າຄວາມສະບາຍໃຈ ເມື່ອເກີດຄວາມເສົ້າໃຈແລ້ວ ຈະເປັນການກະທຳທີ່ນຳຊີວິດໄປສູ່ຄວາມຈະເລີນໄດ້ແນວໃດ ສະນັ້ນ ການທີ່ເຮົາຈະບູຊາສິ່ງໃດກໍ່ແລ້ວແຕ່ ສິ່ງທີ່ເຮົາຄວນຄຳນຶງກໍຄື ອາການທີ່ເຮົາສະແດງອອກວ່າເໝາະສົມແລ້ວຫຼືຍັງ ແລະ ຄຸນສົມບັດຂອງ ສິ່ງ ຫຼື ບຸກຄົນທີ່ເຮົາບູຊານັ້ນ ເປັນສິ່ງທີ່ສົມຄວນໄດ້ຮັບການຂາບໄຫວ້ບູຊາຫຼືບໍ່ ຂໍໃຫ້ຜູ້ອ່ານຄິດຊ່ວຍກັນເນາະ

ການບູຊາທີ່ຈະນຳພາຊີວິດໄປສູ່ຄວາມຈະເລີນ ຄືການບູຊາທີ່ສະແດງອອກຢ່າງເຄົາລົບນອບນ້ອມ ແລະ ຕັ້ງຢູ່ເທິງພື້ນຖານຂອງຄວາມເຊື່ອທີ່ປະກອບດ້ວຍເຫດຜົນ

ຂໍໃຫ້ທຸກທ່ານສົມຫວັງຕາມທີ່ຕົນປາຖະໜາ..ເອວັງ ຯ

ຄວັນສີເທົາ ຂຽນ

ລະດູຝົນ, ປີ 2564.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ