6 ເຫດຜົນທີ່ເຮົາຄວນເລິກພິມພາສາຄາລະໂອເກະໄດ້ແລ້ວ

Texting with Nokia phone

ການໃຊ້ຕົວອັກສອນໂລມັນມາຂຽນທັບສັບພາສາລາວ ທີ່ເຮົາເອີ້ນວ່າ ພາສາຄາລາໂອເກະນັ້ນ ແຕ່ກ່ອນເປັນຫຍັງຈື່ງເປັນທີ່ນິຍົມຂອງຫມູ່ໄວລຸ້ນລາວ ແລ້ວຕອນນີ້ເດ້ ເຂົາຍັງນິຍົມບໍ່ ແລ້ວເປັນຫຍັງເຮົາຈຶ່ງຄວນເຊົາຂຽນພາສາແບບນີ້ໄດ້ແລ້ວ ນີ້ຄື 6 ເຫດຜົນ.

1.ການໃຊ້ພາສາໂອເກະບໍ່ໄດ້ເບິ່ງຄືເທ້ ຫລື ເບິ່ງຄືເກັ່ງພາສາແຕ່ຢ່າງໃດ ແຖມຍັງບໍ່ໄດ້ຊ່ວຍພັດທະນາການໃຊ້ພາສາອັງກິດໃຫ້ຖືກຫລັກໄວຍາກອນ ເພາະເປັນຄົນລະພາສາ ພຽງແຕ່ເຮົາຍືມອັກສອນເຂົາມາແປງສຽງອ່ານເປັນພາສາລາວເທົ່ານັ້ນ.

2.ພາສາໂອເກະອາດເຮັດໃຫ້ສັບສົນເລື່ອງຂອງການອ່ານອອກສຽງ ເພາະພາສາລາວກັບອັງກິດແຕກຕ່າງກັນຢ່າງສິ້ນເຊີງ ພາສາລາວມີສະຫລະ ຂື້ນລົງ ສຽງສູງ ສຽງຕ່ຳຊັດເຈນ ແຕ່ພາສາໂອເກະບໍ່ເປັນແບບນັ້ນ ຕົວຢ່າງ om kuay ອ່ານໄດ້ຫລາຍແບບ ທ່ານອ່ານແນວໃດຄຳນີ້ ?

3.ພາສາຄາລາໂອເກະ ບາງຄຳ ອ່ານຍາກ ແລະ ອາດຈະຕ້ອງອ່ານຊ້ຳກັນສອງເຖີງສາມເທື່ອ ຈື່ງຈະເຂົ້າໃຈຜູ້ຢາກຈະສື່ ແຕ່ຖ້າເປັນຄົນທີ່ຄຸ້ນເຄີຍກັນດີກໍ່ຈະເຂົ້າໃຈງ່າຍແດ່ ສ່ວນເພັງ ທີ່ເຄີຍມີພາສາໂອເກະໃຕ້ວີດີໂອ ເພື່ອໃຫ້ຄົນຕ່າງຊາດ ຮ້ອງຕາມເນື້ອເພັງໄດ້.ປັດຈຸບບັນີ້ກໍ່ເບິ່ງຄືຈະໝົດຄວາມນິຍົມົປ ປັດຈຸບນນີ້ຫຼາຍເພັງ ມັກຈະແປເປັນພາສາຕົນເອງເລີຍ ຖ້າຕ່າງຊາດບໍ່ຮູ້ພາສາ ກໍ່ໃຊ້ໂປຣແກຣມແປພາສາຕ່າງໆ ໄດ້ທັງຄວາມຫມາຍຂອງຄຳ ທັງຟັງສຽງນຳ ເຊັ່ນໃຊ້ໂປແກຣມ Google translate,Text To Speech ເປັນຕົ້ນ.

4.ການໃຊ້ພາສາໂອເກະນອກຈາກບໍ່ຊ່ວຍອະນຸລັກພາສາລາວແລ້ວ ແຖມຍັງບໍ່ໄດ້ຊ່ວຍພັດທະນາໃຫ້ມີຄວາມມະຫາສານຂອງຂໍ້ມູນໃນໂລກອິນເຕີເນັດ (Big Data )ໃນໂລກອອນລາຍຂອງລາວຊ້ຳ. ຖ້າຖາມວ່າ ທ່ານຄົ້ນຫາຂໍ້ມູນຕາມ Search Engine ຕ່າງໆ ໃນອິນເຕີເນັດ ທ່ານຈະຄົ້ນຫາເປັນພາສາລາວ ຫຼື ພາສາຄາລາໂອເກະ.

5.ແຕ່ກ່ອນສາຍງານການພັດທະນາແອບທາງໂທລະສັບມືຖື ລວມທັງຄອມພິວເຕີຍັງບໍ່ກ້າວໜ້າດີ ຄີບອດຍັງບໍ່ມີພາສາລາວ ຄົນທີ່ເກີດໃນຊ່ວງຍຸກ 90s ຄົງຈະເຄີຍໃຊ້ ໂທລະສັບ Nokia ລະບົບ Symbian ທີ່ຍັງບໍ່ມີພາສາລາວ ໃນຕອນນັ້ນຖ້າຢາກຈະສົ່ງຂໍ້ຄວາມໄວລຸ້ນຈຶ່ງມັກໃຊ້ພາສາໂອເກະ ຫລື ບໍ່ ກໍ່ພາສາໄທ. ແຕ່ລະບົບໂທລະສັບດ່ຽວນີ້ບໍ່ວ່າຈະເປັນ Android,IOS ມີເກືອບທຸກພາສາທົ່ວໂລກແລ້ວ.ສະລັບພາສາກໍ່ສະດວກສະບາຍ.

6.ພາສາຄະລາໂອເກະ ບໍ່ແມ່ນພາສາທາງການໃນສັງຄົມລາວ ບໍ່ສາມາດນຳມາໃຊ້ຂຽນ,ອ່ານໄດ້ ຈະໃຊ້ທາງການກໍ່ຕໍ່ເມື່ອໃຊ້ຂຽນທັບສັບສະເພາະ ເຊັ່ນ ຊື່ບ້ານ,ຊື່ຖະນົນຫົນທາງ,ຊື່ຄົນ ເພື່ອໃຫ້ເປັນສາກົນໃຫ້ຕ່າງຊາດອ່ານອອກໄດ້.

ແນວໃດກໍ່ດີ ທັງຫມົດທີ່ກ່າວມານັ້ນ ເປັນຄວາມຄິດເຫັນສ່ວນຕົວຂອງຜູ້ຂຽນເອງ.ຜູ້ອ່ານຄິດເຫັນແນວໃດ ສາມາດສະແດງຄວາມຄິດເຫັນຂ້າງລ່າງໄດ້.

Author: Singkham
I regularly blog on dhamma, Buddhist news, How to IT, and more