ພື້ນທີ່ໃນຫົວໃຈ

ເຜື່ອພື້ນທີ່ໃນຫົວໃຈໄວ້ໃຫ້ “ຄວາມບໍ່ໝັ້ນໃຈແນ່ກໍໄດ້”

ບໍ່ແມ່ນວ່າຢ້ານເສຍໜ້າເມື່ອມາຮູ້ພາຍຫຼັງວ່າຄວາມຄິດທີ່ເຮົາເຊື່ອຫຼືຍຶດຖືຢູ່ນັ້ນມັນຜິດ ແຕ່ເຮົາທຸກຄົນຮູ້ຢູ່ແລ້ວວ່າບໍ່ມີສິ່ງໃດທີ່ຈະຄົງຢູ່ສະພາບເດີມຕະຫຼອດໄປ ທຸກສິ່ງກຳລັງກາຍໄປເປັນສິ່ງໃດສິ່ງໜຶ່ງຕະຫຼອດເວລາ

ເຫດສະນີ້ແລ້ວ ການບອກວ່າຄວາມຄິດນີ້ເທົ່ານັ້ນທີ່ຖືກຕ້ອງ ຄວາມຄິດອື່ນຜິດໝົດ ໜ້າຈະເປັນຄວາມຄິດທີ່ສຸ່ມສ່ຽງຕໍ່ການເປັນທຸກຫຼາຍກວ່າ ຍິ່ງເຮົາໝັ້ນໃຈໃນຄວາມຄິດຂອງຕົນຫຼາຍເທົ່າໃດກໍເຮັດໃຫ້ພື້ນທີ່ໃນຫົວໃຈແຄບລົງສຳລັບແນວຄິດແບບອື່ນຫຼາຍເທົ່ານັ້ນ

ອາຈານວໍຣະພັດ ພູ່ຈະເລີນນັກວິສະວະກອນນາຊ່າເຄີຍກ່າວໄວ້ວ່າ ຢ່າຮູ້ເລິກ ແຕ່ໂງ່ກວ້າງ ຄຳກ່າວນີ້ສະແດງໃຫ້ເຫັນວ່າຄວາມຍຶດຖືໃນສິ່ງໃດສິ່ງໜຶ່ງຈົນບໍ່ເຫຼືອພື້ນທີ່ໄວ້ໃຫ້ກັບສິ່ງອື່ນເລີຍນັ້ນເປັນສິ່ງອັນຕະລາຍ ຍິ່ງຮູ້ເລິກເຂົ້າໄປສ່ຳໃດຍິ່ງເຮັດໃຫ້ພື້ນທີ່ໃນຫົວໃຈແຄບລົງ ເພາະເບິ່ງແຕ່ຮູຕົນເອງແລ້ວກໍພູມໃຈກັບຮູນ້ອຍໆນັ້ນວ່າ..ກູກໍບໍ່ທຳມະດາເດີ

ໃນສັງຄົມທີ່ມີຫຼາກຫຼາຍຄວາມຄິດ ຫຼາກຫຼາຍວັດທະນະທຳ ການນຳຄວາມຄິດຂອງຕົນມາຕັດສິນຄົນອື່ນ ແລ້ວຊີ້ໜ້າວ່າຄວາມຄິດ ລວມທັງປັດຊະະຍາ ສາສະໜາ ແລະວັດທະນະທຳ ຂອງຄົນອື່ນລ້ວນແຕ່ໃຊ້ງານບໍ່ໄດ້ ຂອງຂ້ອຍເທົ່ານັ້ນທີ່ດີ ຄຳກ່າວນີ້ໜ້າຈະເປັນສິ່ງທີ່ສະແດງຕົວຕົນຂອງບຸກຄົນນັ້ນໄດ້ເປັນຢ່າງດີ

ໃນແງ່ຂໍ້ເທັດຈິງເຮົາປະຕິເສດບໍ່ໄດ້ວ່າ ສາສະໜາມີສ່ວນສຳຄັນໃນການແບ່ງມະນຸດໃນໂລກອອກເປັນພວກໆ ພວກຄຣິດ ພຸດ ມຸດສະລິມ ຮິນດູ ແຕ່ລະພວກກໍມີຄວາມເຊື່ອ ຄວາມຄິດແລະວິທີການໃຊ້ຊີວິດທີ່ແຕກຕ່າງກັນ ເຮົາກໍຕ້ອງຍອມຮັບອີກນັ້ນແຫຼະວ່າ ຄວາມຫຼາກຫຼາຍເຫຼົ່ານີ້ເປັນສ່ວນໜຶ່ງທີ່ເຮັດໃຫ້ສັງຄົມໂລກເກີດຄວາມຂັດແຍ້ງຢ່າງບໍ່ຮູ້ຈັກຈົບສິ້ນ ຜູ້ຂຽນເຊື່ອວ່າຈຸດເລີ່ມຕົ້ນຂອງຫຼາຍສາສະໜາລ້ວນແລ້ວແຕ່ເກີດຂຶ້ນເພື່ອແກ້ບັນຫາບາງຢ່າງຂອງມະນຸດ ໝາຍຄວາມວ່າມະນຸດປະສົບກັບບັນຫາຢູ່ແລ້ວ ແລະກຳລັງຫາວິທີແກ້ໄຂ ເຊິ່ງວິທີໃນການແກ້ທີ່ໃຊ້ກັນໃນຍຸກກ່ອນປັດຊະຍາແລະວິທະຍາສາດກໍຄື ສາສະໜານັ້ນເອງ

ເມື່ອສາສະໜາເກີດຂຶ້ນມາເພື່ອແກ້ບັນຫາສົງຄົມ ຢູ່ໄປຢູ່ມາກັບກາຍເປັນວ່າສາສະໜາຈະກາຍເປັນບັນຫາຂອງສົງຄົມມະນຸດອີກແບບໜຶ່ງ ເຊັ່ນ ສົງຄາມໃນນາມສາສະໜາເຊິ່ງເກີດມາແລ້ວມາບໍ່ຮູ້ວ່າຈັກຄັ້ງ ສ້າງຄວາມເດືອດຮ້ອນແກ່ຜູ້ຄົນບໍ່ຮູ້ວ່າຈັກລ້ານ ແມ່ນແຕ່ໃນປັດຈຸບັນບັນຫານີ້ກໍຍັງຄົງຢູ່ຄູ່ກັບໂລກ ຜູ້ຂຽນເຫັນວ່າບັນຫາແບບນີ້ຈະບໍ່ມີທາງເກີດຂຶ້ນໄດ້ຖ້າຜູ້ທີ່ນັບຖືສາສະໜາຕ່າງໆບໍ່ຍຶດໝັ້ນຖືໝັ້ນຄຳສອນໃນສາສະໜາຂອງຕົນເອງຈົນເກີນພໍດີ ໝົກໝຸ້ນຢູ່ກັບຄວາມຄິດ ຄວາມເຊື່ອຢ່າງໃດຢ່າງໜຶ່ງພຽງຢ່າງດຽວ ຖ້າຄິດແລະເຊື່ອແບບນັ້ນແລ້ວບໍ່ໄປບັງຄັບຫຼືທ່ຽວວ່າຄົນອື່ນກໍບໍ່ໜ້າຈະສ້າງບັນຫາຫຍັງ ແຕ່ຂໍ້ເທັດຈິງພັດບໍ່ໄປດ້ເປັນແບບນັ້ນ ບາງຄົນຕົນເອງຄິດແລະເຊື່ອແບບໃດທີ່ເຫັນວ່າດີສຳລັບຕົນແລ້ວກໍຢາກໃຫ້ຄົນອື່ນຄິດແລະເຊື່ອຕາມແບບນັ້ນ ຈົນບາງຄັ້ງເຖິງຂັ້ນບັງຄັບຂູ່ເຂັນ ຖ້າຄິດແລະເຊື່ອບໍ່ຄືກັບຂ້ອຍເຈົ້າກໍອອກໄປຈາກສັງຄົມນີ້ ຖ້າເປັນເຖິງຂັ້ນນີ້ຜູ້ຂຽນຄິດວ່າບຸກຄົນນັ້ນໜ້າຈະເປັນຄົນດີຈົນເກີນໄປ..ຖາມວ່າດີສ່ຳໃດ ດີຈົນບໍ່ມີໃຜຕ້ອງການ

ສະນັ້ນ ການແບ່ງປັນພື້ນທີ່ໃນຫົວໃຈໄວ້ໃຫ້ກັບແນວຄິດອື່ນ ຄວາມເຊື່ອອື່ນ ວັດທະນະທຳອື່ນ ແລະພາສາອື່ນ ໜ້າຈະເປັນການເປີດທາງໃຫ້ຫົວໃຈໄດ້ມອງເຫັນສິ່ງທີ່ແຕກຕ່າງອອກໄປແລະໄດ້ພັດທະນາຈິດໃຈຫຼາຍກວ່າການກັກຂັງຫົວໃຈໄວ້ກັບແນວຄິດໃດໜຶ່ງພຽງຢ່າງດຽວ ເມື່ອເປີດໃຈແລ້ວເຮົາອາດຈະໄດ້ເຈີແນວຄິດທີ່ດີກວ່າເດີມກໍເປັນໄດ້ ເພາະສະນັ້ນ ຄຳກ່າວທີ່ວ່າ ຢ່າຮູ້ເລິກ ແຕ່ໂງ່ກວ້າງ ໜ້າຈະເປັນເຄື່ອງເຕືອນໃຈໄດ້ເປັນຢ່າງດີ

ຂໍໃຫ້ທຸກທ່ານເຫຼືອພື້ນທີ່ໄວ້ໃຫ້ “ຄວາມບໍ່ໝັ້ນໃຈແນ່ກໍໄດ້” ເພາະມັນອາດນຳໄປສູ່ສິ່ງທີ່ດີກວ່າເດີມ

ຄວັນສີເທົາ ຂຽນ
ຕົ້ນລະດູຝົນ, ປີ 2564

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ