ຄວາມຈິງ..ສິ່ງທີ່ສະທ້ອນຕົວຕົນ

ເຄີຍເຈີບໍ່…

ຄົນບາງຄົນຊ່ວງຮູ້ຈັກກັນໃໝ່ໆ ອັນໃດກໍຄືວ່າດີໄປໝົດ

ບໍ່ວ່າຈະເປັນຄວາມຄິດ ຄວາມອ່ານ ຄວາມປະພຶດ ຄຳເວົ້າຄຳຈາ ແລະອີກສາລະພັດຢ່າງ ເຮົາຈະຮູ້ສຶກວ່ານີ້ແຫຼະຄືຄົນທີ່ຕາມຫາມາດົນນານ ແຕ່ພໍເວລາຜ່ານໄປໄລຍະໜຶ່ງ (ອາດຈະໜຶ່ງອາທິດ, ໜຶ່ງເດືອນ, ຫຼືໜຶ່ງປີ ແລ້ວກໍລະນີ) ສິ່ງທີ່ບໍ່ໜ້າປາຖະໜາກໍຄ່ອຍໆປາກົດຕົວຂຶ້ນມາ ສິ່ງທີ່ເຮົາບໍ່ເຄີຍຄາດຄິດວ່າຈະອອກມາຈາກບຸກຄົນຄົນນີ້ກໍເລີ່ມສະແດງຕົວອອກມາໃຫ້ເຫັນຫຼາຍຂຶ້ນ ຫຼາຍຂຶ້ນ ແລະຫຼາຍຂຶ້ນ ເວົ້າງ່າຍໆວ່າເປັນອາການທີ່ແປກໄປຈາກເດີມ ສິ່ງເຫຼົ່ານີ້ອາດຈະເປັນດ້ານມືດໃນທັດສະນະຄະຕິຂອງເຮົາ ແຕ່ສຳລັບເຂົາມັນຄືຄວາມຈິງອີກດ້ານໜຶ່ງທີ່ເຂົາຍັງບໍ່ທັນໄດ້ສະແດງອອກມາໃຫ້ເຮົາເຫັນເທົ່ານັ້ນເອງ

ແຕ່ຄົນບາງຄົນ ຊ່ວງຮູ້ຈັກກັນໃໝ່ໆອັນໃດໆກໍຮູ້ສຶກວ່າ ມັນຂັດຫູຂັດຕາໄປໝົດ ແມ່ນແຕ່ຄົນອື່ນຕົດ..ເຮົາຍັງນຶກສົງໄສໄວ້ກ່ອນເລີຍວ່າ

ຕ້ອງເປັນມັນແນ່ນອນ!

ແຕ່ເຊື່ອບໍ່ວ່າຫຼາຍຄັ້ງຄົນທີ່ສະແດງອອກມາແບບນີ້ໃນຕອນຮູ້ຈັກກັນໃໝ່ໆ ເມື່ອເວລາຜ່ານໄປ ເຮົາຮູ້ຈັກເຂົາຫຼາຍຂຶ້ນ ຄວາມຮູ້ສຶກກັບບອກເຮົາວ່າ ບັກ/ອິນີ້ແຫຼະຄືຄົນທີ່ສະຫວັນສົ່ງມາໃຫ້ເປັນເພື່ອນກູ

ຜູ້ຂຽນເຊື່ອວ່າທຸກທ່ານຕ້ອງເຄີຍເຈີຄົນປະເພດໃດປະເພດໜຶ່ງໃນສອງປະເພດດັ່ງກ່າວຢ່າງແນ່ນອນ ບາງທ່ານອາດຈະເຄີຍເຈີທັງສອງປະເພດດ້ວຍຊ້ຳ ສຳລັບຜູ້ຂຽນຈັກຊິບອກວ່າໂຊກດີຫຼືໂຊກຮ້າຍ ເພາະເຄີຍເຈີມາແລ້ວທັງສອງຄື ບາງຄົນດີເລີ່ມຕົ້ນພໍເວລາຜ່ານມັນກໍສະແດງສັນຊາດຕະຍານຄວາມເປັນສັດ (ໝາຍເຖິງສັດມະນຸດເດີ) ຫຼາຍຂຶ້ນ ແຕ່ບາງຄົນມັນສະແດງຕົວຕົນທີ່ແທ້ຈິງອອກມາກ່ອນ ແລ້ວກໍຄ່ອຍໆສະແດງດ້ານທີ່ອ່ອນໂຍນອອກມາໃຫ້ເຫັນທີຫຼັງ

ຈົນຕອນນີ້ຮູ້ສຶກວ່າ ມັນນີ້ແຫຼະ ຄືໜຶ່ງໃນຄົນທີ່ສະຫວັນສົ່ງມາ

ເຖິງຢ່າງໃດກໍຕາມ ການທີ່ຜູ້ຂຽນໄດ້ຈຳແນກຄົນອອກເປັນສອງພວກດັ່ງກ່າວບໍ່ໄດ້ມີຈຸດປະສົງວ່າ “ພວກໃດດີກວ່າພວກໃດ” ຢາກບອກພຽງວ່າຂໍ້ເທັດຈິງມີຄົນແບບນີ້ໃນສັງຄົມ

ຄົນປະເພດທຳອິດ (ໃນຫຍໍ້ໜ້າທີ່ໜຶ່ງ) ສັງຄົມມັກຈະມອງວ່າພວກນີ້ໜ້າຈະເປັນຄົນບໍ່ດີເພາະ “ກົກຊື່ ແຕ່ປາຍຄົດ” ເລີ່ມຕົ້ນດີແຕ່ທ້າຍໆພັດກາຍເປັນວ່າ ສະແດງອາການທີ່ບໍ່ພຶງປາຖະໜາອອກມາໃຫ້ເຫັນຖີ່ຂຶ້ນ

ສ່ວນຄົນປະເພດທີ່ສອງ ອາດຈະຖືກມອງດ້ວຍສາຍຕາທີ່ຂ້ອນຂ້າງດີໜ້ອຍໜຶ່ງ ເນື່ອງດ້ວຍເລີ່ມຕົ້ນສະແດງອອກແບບຫຍາບໆ ແຕ່ເມື່ອເວລາຜ່ານໄປເຂົາພັດສະແດງຄວາມຈິງອີກດ້ານໜຶ່ງອອກມາຫຼາຍຂຶ້ນ ນັັ້ນຄືດ້ານທີ່ເປັນຄວາມອ່ອນໂຍນ ຄວາມຮັກ ຄວາມເມດຕາ ຄົນຈຶ່ງຮູ້ສຶກວ່າ ເອີ..ມັນກໍມີພັດທະນາການທີ່ດີຂຶ້ນເດ້ເນາະ ສະແດງວ່າກໍມີເຊື້ອແຫ່ງຄວາມດີຢູ່ເຊັ່ນກັນ

ສົມມຸດ ຖ້າມີຄົນມາບັງຄັບຂ້ອຍວ່າ ຄວັນສີເທົາ ທີ່ເຈົ້າເວົ້າມາທັງໝົດຂ້ອຍກໍເຫັນດີນຳຢູ່ດອກວ່າມັນເປັນຂໍ້ເທັດຈິງ ແຕ່ສົມມຸດວ່າ ໃຫ້ເຈົ້າບອກວ່າພວກໃດດີກວ່າພວກໃດ ແລະຖ້າໃຫ້ເຈົ້າເລືອກຄົບເຈົ້າຈະຄົບຄົນປະເພດໃດ?

ເຖິງແມ່ນວ່າຂ້ອຍຈະບໍ່ຢາກຕັດສິນຄົນອື່ນ ໃນແງ່ທີ່ວ່າ “ພວກໃດດີກວ່າພວກໃດ” ແຕ່ພໍຫຼຽວເບິ່ງໜ້າຄົນທີ່ມາຖາມແລ້ວ ລາວຊົງຊິຈິງຈັງພໍສົມຄວນ

ເມື່ອໃດທີ່ເຈົ້າຕັດສິນຄົນອື່ນ ຄົນອື່ນກໍຈະຕັດສິນເຈົ້າເຊັ່ນກັນ

ຄຳຄົມນີ້ຍັງກ້ອງຢູ່ໃນຫົວຂ້ອຍຕະຫຼອດເວລາ

ອືມ..ທຳໃຈລຳບາກ ແຕ່ຈະລອງຕອບເບິ່ງເນາະ..ເພື່ອວ່າໜ້າຄົນທີ່ມາຖາມຈະເບີກບານຂຶ້ນຈັກໜ່ອຍ

ສຳລັບຂ້ອຍ

ບໍ່ໄດ້ມອງວ່າຄົນປະເພດໃດດີກວ່າປະເພດໃດ ເພາະເງື່ອນໄຂໃນຊີວິດຂອງແຕ່ລະຄົນມັນຕ່າງກັນ ຖ້າເຮົາໄປຢືນຢູ່ຈຸດນັ້ນ ຈຸດທີ່ເຂົາຢືນຢູ່ຫຼືເປັນຢູ່ ເຮົາອາດຈະເຮັດຫຼືສະແດງອອກມາຄືເຂົາກໍໄດ້ ການສະແດງອອກໃນທາງທີ່ດີໃນຊ່ວງເລີ່ມຕົ້ນແລະໃນທາງທີ່ບໍ່ດີໃນພາຍຫລັງ ບໍ່ໄດ້ໝາຍຄວາມວ່າ ບຸກຄົນຄົນນັ້ນເປັນຄົນບໍ່ດີ ເຂົາພຽງລຳດັບຄວາມສຳຄັນວ່າຈະສະແດງສິ່ງໃດອອກມາກ່ອນຫຼືຫຼັງເທົ່ານັ້ນເອງ ສ່ວນຄົນປະເພດທີ່ສອງກໍເຊັ່ນກັນ ລຳດັບຄວມສຳຄັນຂອງລາວຄື ຄວາມດີຈະມາທີຫຼັງ

ຄຳຖາມກໍຄືວ່າ ເຮົາສາມາດກ່າວໄດ້ບໍ່ວ່າພວກໃດດີກວ່າພວກໃດ?

ສຳລັບຂ້ອຍ ຄຳຕອບຄື No! ( No ບໍ່ແມ່ນຕົວຫຍໍ້ຂອງ Number ແຕ່ມັນຄື “ບໍ່”)

ສ່ວນທີ່ວ່າ ແລ້ວເຈົ້າຈະເລືອກຄົບຄົນປະເພດໃດ?

ຂ້ອຍຄົບໄດ້ທັງສອງ ແຕ່ອາດຈະຕ່າງກັນໃນແງ່ຂອງຄວາມຍາວນານ

ສ່ວນຜູ້ອ່ານຈະຄົບຄົນປະເພດໃດ..ຂໍໃຫ້ເລືອກເອງຊະເນາະ!

ຄວັນສີເທົາ ຂຽນ

ຕົ້ນລະດູຝົນ, ປີ 2564.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ