ນັກກົດໝາຍໜຸ່ມອອກຄວາມເຫັນເຖີງຄວາມເປັນໄປໄດ້ ກໍລະນີ 59 ກັບ ພວກ ຈະມີຄວາມຜິດທາງກົດໝາຍຫຼືບໍ່

ໃນໂພສນີ້ ເຮົາລອງມາອ່ານເບິ່ງຄວາມຄິດເຫັນ ແລະ ການວິເຄາະຄວາມເປັນໄປໄດ້ ກໍ່ລະນີ 59 ກັບພວກທີ່ກ່ຽວຂ້ອງໃນລາຍລະອຽດ ໂດຍມີໜື່ງໃນນັກກົດໝາຍໜຸ່ມເຈົ້າຂອງເຟສບຸກເພຈ Grandeur Law House – ທີມງານກົດໝາຍເພື່ອປະຊາຊົນ ໄດ້ໂພສໃນເພຈວ່າ   

ຈາກບັນຫາທີ່ສັງຄົມໄດ້ຕັ້ງຂໍ້ສົງໄສວ່າ ຜູ້ຕິດເຊື້ອໂຄວິດ ກໍລະນີ 59, ເອື້ອຍຮັກຂອງຜູ້ກ່ຽວ ແລະ ຜູ້ຊາຍຄົນໄທທັງສອງນັ້ນຈະມີຄວາມຜິດທາງດ້ານກົດໝາຍຕາມມາດຕາ 199 ຫລື ບໍ່ ?

ອິງຕາມມາດຕາ 199 ໄດ້ກຳນົດໄວ້ວ່າ: ຜູ້ຕິດເຊື້ອພະຍາດທີ່ຮ້າຍແຮງ ຫາກນຳເອົາເຊື້ອພະຍາດນັ້ນໄປແພ່ຂະຫຍາຍໃສ່ຜູ້ອຶ່ນໂດຍເຈດຕະນາ ຈະຖືກລົງໂທດ ແຕ່ 2 ປີ ຫາ 5 ປີ ແລະ ຈະຖືກປັບໃໝແຕ່ 10 ລ້ານ ຫາ 50 ລ້ານກີບ. ແລະ ບຸກຄົນໃດ ໂດຍເຈດຕະນາ ຫາກນຳເອົາເຊື້ອພະຍາດທີ່ຮ້າຍແຮງ ໄປແພ່ຂະຫຍາຍໃສ່ບຸກຄົນອຶ່ນ ຈະຖືກລົງໂທດຕັດອິດສະລະພາບແຕ່ 5 ປີ ຫາ 10 ປີ ແລະ ຈະຖືກປັບໃໝ 30 ລ້ານ ຫາ 70 ລ້ານກີບ.

ແຕ່ກ່ອນອຶ່ນຫມົດພວກເຮົາຕ້ອງໄດ້ທຳຄວາມເຂົ້າໃຈຄຳວ່າ “ໂດຍເຈດຕະນາ“ ເສຍກ່ອນ.

ນິຍາມຄຳວ່າ “ໂດຍເຈດຕະນາ“ ແມ່ນເປັນການກະທຳ ຫລື ເມີນເສີຍ ຊຶ່ງຜູ້ກະທຳຜິດຮູ້ວ່າການກະທຳ ຫລື ການເມີນເສີຍຂອງຕົນເປັນອັນຕະລາຍຕໍ່ສັງຄົມ ແລະ ກໍຄາດຄະເນໄດ້ເຖິງຜົນສະທ້ອນຂອງມັນ ແຕ່ຈົງໃຈເຮັດ ຫລື ປະປ່ອຍໃຫ້ເກີດຂື້ນ, ອິງຕາມມາດຕາ 14 ຂອງ ປະມວນກົດໝາຍອາຍາ.

ຈາກບົດບັນຍັດຂອງກົດໝາຍທັງສອງມາດຕາທີ່ກ່າວມາຂ້າງເທິງນີ້, ທາງເຮົາຈະຂໍສະແດງຄຳຄິດເຫັນທາງດ້ານກົດໝາຍອອກເປັນກໍລະນີດັ່ງນີ້:

ກໍລະນີ 59

ສຳລັບກໍລະນີ 59 ຖ້າຫາກຜູ້ກ່ຽວໄດ້ຖືກເອື້ອຍຮັກຕົວະຄືຕາມຜູ້ກ່ຽວເຄີຍອອກມາກ່າວຕໍ່ສັງຄົມນັ້ນ ຜູ້ກ່ຽວອາດອາດຈະບໍ່ເຂົ້າຄ່າຍກະທຳຜິດໂດຍເຈດຕະນາ. ແຕ່ຖ້າຫາກຜູ້ກ່ຽວຫາກບໍ່ໄດ້ຖືກຕົວະ ຫລື ຫາກຜູ້ກ່ຽວຫາກຮູ້ມາກ່ອນແລ້ວວ່າເອື້ອຍຮັກ ແລະ ຄົນໄທລັກຂ້າມມາ ແລະ ບໍ່ໄດ້ຜ່ານການກວດໂຄວິດນັ້ນ ແລະ ກໍ່ສາມາດຄາດຄະເນໄດ້ວ່າຄົນທີ່ມາຈາກປະເທດທີ່ພະຍາດລະບາດນັ້ນມີຄວາມສ່ຽງສູງທີ່ຈະມີພະຍາດຕິດມາ ແຕ່ຜູ້ກ່ຽວຍັງພາພວກທີ່ລັກຂ້າມມາເລາະທ່ຽວ ກໍລະນີນີ້ຜູ້ກ່ຽວກໍອາດຈະເຂົ້າຄ່າຍກະທຳຜິດໂດຍເຈດຕະນາຕາມນີຍາມຂ້າງເທິງ.

ສຳລັບການຈະພິສູດບັນຫານີ້ແມ່ນຄົງບໍ່ຍາກພໍເທົ່າໃດ ເຈົ້າຫນ້າທີ່ສາມາດກວດສອບການສື່ສານຂອງຜູ້ກ່ຽວກັບເອື້ອຍຮັກຈາກການແຊັດລົມກັນກໍໄດ້.

ເອື້ອຍຮັກ ແລະ ຄົນໄທ

ສຳລັບກໍລະນີເອື້ອຍຮັກ ແລະ ຄົນໄທທັງສອງນັ້ນ ເຮົາສາມາດສັງເກດໃນເບື້ອງຕົ້ນໄດ້ວ່າພວກກ່ຽວໄດ້ກະທຳໂດຍເຈດຕະນາ ຊຶ່ງພວກກ່ຽວຮູ້ວ່າການກະທຳ ຫລື ການເມີນເສີຍຂອງຕົນນັ້ນເປັນອັນຕະລາຍຕໍ່ສັງຄົມເນື່ອງຈາກພະຍາດລະບາດ ແຕ່ກໍລັກຂ້າມມາໂດຍບໍ່ຖືກຕ້ອງ ຫລື ໂດຍເຈດຕະນາທີ່ບໍ່ດີ ແລະ ກໍຄາດຄະເນໄດ້ເຖິງຜົນສະທ້ອນຂອງມັນ ແຕ່ຈົງໃຈເຮັດ ຫລື ປະປ່ອຍໃຫ້ເກີດຂື້ນ. ດັ່ງນັ້ນຜູ້ເອື້ອຍຮັກ ແລະ ຄົນໄທຈຶ່ງເຂົ້າຄ່າຍການກະທຳຜິດຢ່າງຈະແຈ້ງ.

ແຕ່ຫລາຍຄົນອາດຈະຖາມວ່າແລ້ວຄົນໄທທີ່ຢູ່ປະເທດໄທນັ້ນເຮົາຈະດຳເນີນຄະດີແນວໃດ, ອິງຕາມສົນທິສັນຍາການສົ່ງຜູ້ຮ້າຍຂ້າມແດນນັ້ນ ປະເທດເຮົາສາມາດຮ້ອງຂໍໃຫ້ທາງການໄທສົ່ງຕົວພວກກ່ຽວມາດຳເນີນຄະດີໄດ້.

ແນວໃດກໍຕາມ ນີ້ເປັນພຽງຄຳຄິດເຫັນທາງດ້ານກົດໝາຍໃນເບື້ອງຕົ້ນຈາກພວກເຮົາ, ຈະເປັນແນວໃດນັ້ນ ເຮົາກໍຕ້ອງລໍຖ້າໃຫ້ເຈົ້າຫນ້າທີ່ສືບສວນສອບສວນໃຫ້ລະອຽດ ຖ້າຄົບອົງປະກອບການກະທຳຜິດ ເຈົ້າຫນ້າທີ່ກໍ່ຈະສົ່ງໃຫ້ໄອຍະການສັງຟ້ອງໃຫ້ສານຕັດສິນຕາມລະບຽບກົດໝາຍ.

Author: Singkham
I regularly blog on dhamma, Buddhist news, How to IT, and more