ພູເຂົາຄວາຍ ສະຖານສະແຫວງບຸນຍອດນິຍົມ ຂອງແຂວງວຽງຈັນ

ຖ້າທ່ານເປັນຄົນຫນື່ງທີ່ມັກ ເດິນທາງທ່ອງທ່ຽວສະແຫວ່ງບຸນໄປຕາມທີ່ຕ່າງໆ ໂດຍສະເພາະໃນນະຄອນຫຼວງວຽງຈັນ ນ້ອຍຄົນທີ່ຈະບໍ່ຮູ້ຈັກ ພູເຂົາຄວາຍ ເຊີ່ງມີເນື້ອທີ ຫຼາຍກວ່າ 246 ເຮັກຕາ ແລະ ໃນພື້ນທີ່ແຫ່ງນີ້ ມີສະຖານທີ່ເປັນຍອດບຸນ ຊື່ວ່າ ວັດປ່າພຣະບາດພູເຂົາຄວາຍ.

ວັດປ່າພຣະບາດພູເຂົາຄວາຍ ຫຼາຍແຫ່ງເປັນສະຖານສັກສິດ ມີລັກສະນະເປັນເນີນສູງ ມີຖ້ຳຄູຫານ້ອຍໃຫຍ່ ແລະ ງຽບສະຫງົບ ເປັນສະຖານພຳນັກຂອງພຣະນັກປະຕິບັດທັມ ຜູ້ສັນຈອນໄປມາ ຕາມທາງແຫ່ງພຣະຣິຍະອັດຖັງຄິກະມັກ ທັງຝັ່ງໄທອິສານ ແລະ ລາວ.ແລະ ຍັງມີເລື່່ອງເລົ່າ ສະຖານທີ່ສັກສິດ ລຶກລັບຕ່າງໆ ທີ່ຫນ້າສົນໃຈອີກຫຼາຍແຫ່ງ.

ສະຖານທີ່ແຫ່ງນີ້ ຖືເປັນສະຖານທີ່ສະແຫວງບຸນທີ່ສຳຄັນຂອງແຂວງວຽງຈັນ ເປັນທີ່ໝາຍຂອງຜູ້ສະແຫວງບຸນທັງຄະລຶຫັດ ແລະ ນັກບວດ ທີ່ຢາກຈະໄປຂາບໄຫວ້ມະຫາໂພທິເຈດີ ແລະ ຮອຍພຣະບາດ ຈຳລອງ ຈາກພຸດທະຄະຍາ ປະເທດອິນເດຍ.ແຕ່ລະມື້ຈະມີນັກທ່ອງທ່ອງທ່ຽວ ເດີນທາງເຂົ້າມາ ກາບ ສັກກາລະ ບູຊາ ຮອຍພະບາດ, ຖວາຍສັງຄະທານ ນ້ຳປານະ ສິ່ງຂອງທີ່ຈຳເປັນ ແດ່ ພຣະພິກຂຸສົງສາມະເນນ ຕະຫລອດເຖີງ ພໍ່ຂາວ ແມ່ຂາວ ທີ່ບຳເພັນພາວະນາໃນສະຖານທີ່ແຫ່ງນີ້.ນອກຈາກນີ້ ວັດປ່າພຣະບາດພູເຂົາຄວາຍ ຍັງເປັນສຳນັກປະຕິບັດທັມ ທີ່ຈັດງານບຸນປະຕິບັດທັມໃນຊ່ວງທ້າຍປີເປັນປະຈຳ.

ພິກັດ ວັດປ່າພຣະບາດພູເຂົາຄວາຍຕັ້ງຢູ່ ບ້ານນາຍາງ ເມືອງທຸລະຄົມ ແຂວງວຽງຈັນ.ສຳຫລັບການເດີນທາງ ຈາກນະຄອນຫລວງວຽງຈັນ ແມ່ນ ໄປຕາມທາງເລກ 10 ປະມານ 25 ກິໂລແມດ ລ້ຽວຂວາ ເຂົ້າໄປຜ່ານ ບ້ານນານົກຂຸ້ມ ແລະ ບ້ານນາຍາງ ຕື່ມປະມານ 4 ກິໂລແມທ ຈະເຫັນປະຕູໂຂງ ວັດ.

ອາລະບັມພາບ

Author: Singkham
I regularly blog on dhamma, Buddhist news, How to IT, and more