ມຸງຄຸນຊີວິດ 38

ມຸງຄຸນ 38 ປະການ 

ມຸງຄຸນ ຄືເຫດແຫ່ງຄວາມສຸກ ຄວາມກ້າວຫນ້າໃນການດຳເນີນຊີວິດ ເຊີ່ງພຣະພຸດທະເຈົ້າໄດ້ຊົງສະແດງໄວ້ໃຫ້ພູດທະສາສະນິກກະຊົນໄດ້ປະຕິບັດ ນຳມາຈາກມຸງຄຸນສູດທີ່ພຣະພຸດທະເຈົ້າຕັດຕອບປັນຫາເທວະດາທີ່ຖາມວ່າ ຄຸນນະທັມອັນໃດ່ທີ່ເຮັດໃຫ້ຊີວິດປະສົບຄວາມຈະເລີນ ຫຼື ມີ “ມຸງຄຸນຊີວິດ”
ເຊີ່ງມີ 38 ປະການ ຄື:
1.ການບໍ່ຄົບຄົນພານ
2.ການຄົບບັນດິດ
3.ການບູຊາບຸກຄົນທີ່ຄວນບູຊາ
4.ການຢູ່ໃນຖິ່ນທີ່ສົມຄວນ
5.ເຄີຍເຮັດບຸນມາກ່ອນ
6.ການຕັ້ງຕົນໄວ້ດີ
7.ຄວາມເປັນພະຫຸສູດ
8.ການຮອບຮູ້ໃນສີລະປະ
9.ມີວິນັຍທີ່ດີ
10.ກ່າວວາຈາອັນເປັນສຸພາສິດ 
11.ການບຳລຸງມານດາບິດາ
12.ການສົງເຄາະບຸດ
13.ການສົງເຄາະພັນຍາ
14.ເຮັດວຽກບໍ່ໃຫ້ຄ້າງ
15.ການໃຫ້ທານ
16.ການປະພຶດທັມ
17.ການສົງເຄາະຍາດ
18.ເຮັດວຽກທີ່ບໍ່ມີໂທດ
19.ລະເວັ້ນຈາກບາບ
20.ສຳລວມຈາກການດື່ມນ້ຳເມົາ
21.ບໍ່ປະມາດໃນທັມທັງຫລາຍ
22.ມີຄວາມເຄົາລົບ
23.ມີຄວາມຖ່ອມຕົນ
24.ມີຄວາມສັນໂດດ
25.ມີຄວາມກະຕັນຍູ
26.ການຟັງທັມຕາມກາລ
27.ມີຄວາມອົດທົນ
28.ເປັນຜູ້ວ່າງ່າຍ
29.ການໄດ້ເຫັນສະມະນະ
30.ການສົນທະນາທັມຕາມກາລ
31.ການບຳເພັນຕະບະ
32.ການປະພຶດພົມມະຈັນ
33..ການເຫັນອະຣິຍະສັຈ
34.ການເຮັດໃຫ້ແຈ້ງເຊີ່ງພຣະນິພານ
35.ມີຈິດບໍ່ຫວັ່ນໄຫວໃນໂລກກະທັມ
36.ມີຈິດບໍ່ເສົ້າໂສກ
37.ມີຈິດປາດສະຈາກກິເລດ
38.ມີຈິດກະເສມ
 
Author: Singkham
I regularly blog on dhamma, Buddhist news, How to IT, and more