ການສູດມົນຕ໌ແນວໃດ່ໃຫ້ໄດ້ບຸນ

ຄັ້ງຫນຶ່ງມີພຣະສາວົກຮູບຫນຶ່ງຂອງພຣະພຸດທະເຈົ້ານາມວ່າ ວັກກະລີ ແຕ່ລະມື້ຈະໄປນັ່ງເບິ່ງພຣະພຸດທະເຈົ້າ ເພິ່ນໄປໃສ່ ລາວກໍ່ຈະຕິດຕາມໄປ ຈົນບໍ່ກິນເຂົ້າ ກິນນ້ຳ ເພື່ອໃຫ້ໄດ້ໄກ້ສິດ ແບບວ່ານັ່ງເບິ່ງຢ່າງດ່ຽວກໍ່ມີຄວາມສຸກແລ້ວ ຈົນມີມື້ຫນຶ່ງພຣະພຸດທະເຈົ້າຖາມວ່າ ວັກກະລີ ເຈົ້າມາເຮັດຫຍັງຢູ່ນີ້ ? ວັກກະລີ ຕອບ ຂ້າແຕ່ພຣະພຸດທະເຈົ້າ ເມື່ອຂ້າພະເຈົ້າເຫັນຮູບຮ່າງ ຜິວພັນຣາສີຂອງພຣະອົງຂ້າພຣະເຈົ້າໄດ້ຮັບປິຕິຍ່າງຍິ່ງ ແລ້ວພຣະພຸດທະເຈົ້າກ່າວກັບລາວວ່າ ຮ່າງກາຍຂອງເຮົານີ້ໄຮ້ປະໂຫຍດ ຫາສາຣະບໍ່ມີ ບໍ່ສະອາດ ເປັນຂອງບໍ່ທ່ຽງ ຜູ້ທີ່ເຫັນເຮົາ ຄືຜູ້ເຫັນທັມ (ໂຍ ໂຄ ທັມມັງ ປັສສຕິ ໂສ ມັງ ປັສສຕິ) ຜູ້ເຫັນທັມໃນທີ່ນີ້ ຫມາຍເຖີງ ຜູ້ເຂົ້າໃຈທັມມະຂອງພຣະອົງເຈົ້າ ກ່ອນການປະລິນິບພານຂອງພຣະພຸດທະເຈົ້າ ຜູ້ຕິດຕາມ ຫລື ພຸດທະສາສະນິກກະຊົນ ນຳດອກໄມ້ຂອງຫອມ ເພື່ອທີ່ຈະເຂົ້າໄປສັກກາລະບູຊາພຣະພຸດທະເຈົ້າເປັນຄັ້ງສຸດທ້າຍ ໃນຕອນຫນື່ງພຸດທະເຈົ້າກ່າວວ່າ ຖ້າຫາກຢາກບູຊາເຮົາແທ້ໆ ຈົ່ງນຳທັມມະທີ່ພຣະອົງສອນແມ່ນພຽງຂໍ້ດ່ຽວໄປປະຕິບັດ ຍັງດີກວ່າ. ນີ້ກໍ່ສະແດງໃຫ້ເຫັນວ່າ ການບູຊາດ້ວຍ ເຄື່ອງບັນນາການ ດອກໄມ້ ຂອງຫອມ ເປັນສິ່ງທີ່ພຣະພຸດທະເຈົ້າ ບໍ່ໄດ້ສະນັບສະນູນ ເທົ່າກັບການນຳຫຼັກທັມທີ່ພຣະອົງສອນໄປປະຕິບັດ ຄືການ ປະຕິບັດບູຊາ.

ຈາກເລື່ອງດັ່ງກ່າວສາມາດເຫັນໄດ້ວ່າ ພຣະພຸດທະເຈົ້າບໍ່ໄດ້ສົນໃຈພິເສດຫຍັງກ່ຽວກັບຮ່າງກາຍ ຫລື ສະນັບສະນູນໃຫ້ມີການສ້າງພຸດທະຮູບຕັ້ງແຕ່ທຳອິດ ແຕ່ດ້ວຍແຮງສັດທາຂອງຊາວພຸດໃນພາຍຫຼັງ ຈຶ່ງມີການສ້າງພຣະພຸດທະຮູບ,ຮູບເຫມືອນຕ່າງໆ ຕາມແຕ່ຈີນຕະນາການຂອງສີລະປະກອນ ອິ່ງຕາມການສຶກສາຄົ້ນຄວ້າຂອງນັກປະຫວັດສາດພຣະພຸດທະຮູບ(image) ໄດ້ຮັບການປັ້ນແຕ່ງຂຶ້ນ 500 ປີ ຫລັງຈາກພຸດທະເຈົ້າປະລິນິບພານແລ້ວ ເມື່ອສະໄໝອິນເດຍເປັນເມືອງຂຶ້ນຂອງຊາວກຣີກກັບໄຊຊະນະຂອງພຣະເຈົ້າອະເລັກຊັນເດີ ດັ່ງນັ້ນພຣະພຸດທະຮູບໃນຊ່ວງກ່ອນ ຈະມີລັກສະນະເຫມືອນຊາວກຣີກ ຕາມຈິນຕະນາການຂອງນັກສີລປະ ແລະ ຂະຍາຍອິດທິພົນໄປທົ່ວໂລກ.

ຊື່ງພຣະພຸດທະຮູບຂອງແຕ່ລະປະເທດຈະບໍ່ເຫມືອນກັນ ຫລາຍແບບ ຫລາຍປາງ ແຕກຕ່າງກັນໄປ ພຣະພຸດທະຮູບໃນ ຈີນ, ພະມ້າ, ໄທ, ມີລັກສະນະຕ່າງກັນ ການໄຫວ້ ຄື ການສະແດງຄວາມເຄົາລົບນັບຖື (respect) ເຊັ່ນທີ່ມີມາໃນສະໄຫມພຸດທະການ ພຣະຜູ້ບວດທີ່ຫລັງ ຈະຕ້ອງໄຫວ້ ຜູ້ບວດກ່ອນ, ພຣະສາລີບຸດ ເມື່ອຮູ້ວ່າ ພຣະອັດສະສິ ຢູ່ທາງທິດໃດ່ ຈະນອນວາຍຫົວໄປທາງນັ້ນ ເພື່ອສະແດງຄວາມເຄົາລົບ ຄວາມຮູ້ບຸນຄຸນຕໍ່ຜູ້ເປັນອາຈານ ທີ່ບອກຄາຖາຄັ້ງທຳອິດ ແລະ ເຮັດໃຫ້ທ່ານໄດ້ເຂົ້າເຖີງກະແສ່ທັມຂອງພຣະພຸດທະເຈົ້າ.

ການໄຫວ້ ຖືວ່າເປັນປະເພນີວັດທະນະທຳຂອງຄົນລາວມາແຕ່ດົນນານ ເຊັ່ນ ການໄຫວ້ພໍ່ແມ່ ຜູ້ເຖົ້າຜູ້ແກ່ ເພື່ອສະແດງຄວາມເຄົາລົບ ຄວາມອ່ອນນ້ອມຖ່ອມຕົວ ແນວໃດ່ກໍ່ຕາມການໄຫວ້ເພື່ອສະແດງຄວາມເຄົາລົບນັ້ນ ບໍ່ຈຳເປັນຈະຕ້ອງຢູ່ຕໍ່ຫນ້າຄົນໆນັ້ນ ເຊັ່ນ ຜູ້ເປັນລູກ ສາມາດທີ່ຈະເຊື່ອຝັງຄຳສອນ ຊື່ສັດສຸດຈະຫລິດ ຕໍ່ພໍ່ແມ່ ເປັນການສະແດງເຖີງຄວາມເຄົາລົບ. ໃນແງ່ດ່ຽວກັນ ບາງຄົນສາມາດທີ່ຈະປະຕິບັດທັມໄດ້ໂດຍທີ່ບໍ່ຈຳເປັນຕ້ອງມີພຸດທະຮູບ ເພາະການປະຕິບັດທັມນັ້ນ ສາມາດປະຕິບັດໄດ້ທຸກທີ່ ທຸກເວລາ ບໍ່ວ່າຈະເປັນ ໃນປ່າ,ໃນເຮືອນ,ໃນວັດ ແຕ່ບາງຄົນຕ້ອງມີພຣະພຸດທະຮູບ ເພື່ອເປັນເຄື່ອງລະນຶກ ເພື່ອເຕືອນສະຕິ (ພຸທທານຸສຕິ) ເພື່ອສ້າງສັດທາ ຄວາມຫມັ້ນໃຈກ່ອນ ຈຶ່ງຈະສະມາດປະຕິບັດທັມ ບາງເທື່ອຂໍພຽງໄດ້ໄຫວ້ ກໍ່ມີຄວາມມັ້ນໃຈ ປາດສະຈາກຄວາມຢ້ານກົວ ບາງຄົນຂະນາດຕ້ອງມີພຸດທະຮູບນ້ອຍຕິດຕົວຕະຫລອດເວລາ ເຮົາຕ້ອງເຂົ້າໃຈວ່າທີ່ເຮົາເຄົາລົບກາບໄຫ້ວນີ້ບໍ່ແມ່ນທີ່ຮູບບັ້ນອັນໃດ່ ຮູບປັ້ນນັ້ນໃຊ້ເພື່ອເປັນເຄື່ອງຍຶດຫນຽ່ວ (Object) ເພື່ອລະນຶກເຖີງຄຸນງາມຄວາມດີຂອງພຸດທະເຈົ້າເທົ່ານັ້ນ.

ການໄຫວ້ (worshiping) ໃນສາດສະໜາ ຄຣິດ ຫິນດູ … ກັບການໄຫວ້ພຣະ ໃນສາດສະນາພຸດແນວຄິດແຕ່ກຕ່າງກັນ ໃນສາດສະນາ ຄຣິດ ຫີນດູ ເຂົາໄຫວ້ພຣະເຈົ້າ (god) ອ້ອນວອນຢ່າງດ່ຽວ ໃຫ້ຕົນພົ້ນທຸກ ເພື່ອລ້າງບາບ ເພື່ອໃຫ້ໄດ້ໄປສະຫວັນ.

ຄຳວ່າ “ສູດມົນຕ໌” ມາຈາກພາສາ ບາລີສັນ ສະກຣິດ 2 ຄຳ ຄື ສຸຕຣ ເຊັ່ນ ທັມມຈັກກັປປວັຕຕນສຸຕຣ ກັບ ມັນຕຣ ມີຄວາມຫມາຍຄ້າຍກັນ ຄື ເປັນບົດສູດ ຄຳເວົ້າ ພະຍາງ ຫລື ສຽງທີ່ສັກສິດ ມີພະລັງອຳນາດ ຕາມຄວາມເຊື່ອຂອງສາດສະນາພຣາມຫິນດູ. ຄວາມຈິງແລ້ວ ສູດມົນ ຫມາຍເຖິງ ການສາທະຍາຍບົດຄຳສອນ,ຄຳເວົ້າຂອງພຣະພຸດທະເຈົ້າ ທີ່ຮຽບຮຽງຂຶ້ນພາຍຫລັງໂດຍອັດຖະກະຖາຈານ ຫລື ອາຈານຜູ້ຊ່ຽວຊານບາລີ ຜູ້ທີ່ບໍ່ເຄີຍຮຽນພາສາບາລີມາກໍ່ຈະບໍ່ເຂົ້າໃຈຄວາມຫມາຍ.

ບົດສູດບາງບົດເປັນພຽງສ່ວນຫນຶ່ງທີ່ຍົກມາຈາກພຣະສູດ ຕົວຢ່າງບົດສູດ ອິຕິ ປິ ໂສ……ເປັນພຽງ ຄຸນ 9 ປະການຂອງພຣະພຸດທະເຈົ້າທີ່ມີກລ່າວໄວ້ທັ້ງຫມົດໃນ ມະຫາສີຫະນາທສູຕຣ ການສາທະຍາຍບົດສູດມົນກໍ່ເຫມືອນການອ່ານອອສຽງ  ໃຫ້ດີແທ້ ຜູ້ສູດຈະຕ້ອງມີຄວາມເຂົ້າໃຈຄວາມຫມາຍນຳ ເພາະທຸກບົດສູດເປັນຄຳສອນຂອງພຣະພຸດເຈົ້າ ເພື່ອເຮົາຈະໄດ້ຄິດ ພິດຈາລະນາທັມໄປພ້ອມໆກັນ ຫລືຖ້າເຮົາບໍ່ຮູ້ພາສາບາລີໃຫ້ໃຊ້ຫນັງສືບົດສູດມົນທີ່ມີຄຳແປລາວກຳກັບ.

ມາເຖີງບ່ອນນີ້ ຜູ້ອ່ານຫນ້າຈະພໍເຂົ້າໃຈວ່າ ສູດມົນແນວໃດໃຫ້ໄດ້ບຸນ ຄືເຮັດແນວໃດກໍ່ໄດ້ໃຫ້ຈິດໃຈເຮົາພັດທະນາສູງຂື້ນ,ເຂົ້າໃຈຄຳສອນພຣະພຸດທະເຈົ້າໃນບົດສູດມົນຫຼາຍຂື້ນ ບຸນ ນີ້ ຈະຕ້ອງເກີດຈາກການພັດທະນາຂອງເຮົາເອງ ບຸນບໍ່ສາມາດເກີດຂື້ນໄດ້ ໂດຍການຂໍ ການອ້ອນວອນ ຫຼື ພຽງແຕ່ປາດຖະນາຢ່າງດ່ຽວ.ແນວໃດ່ກໍ່ຕາມໃນພຸດທະສາສະໜາ ມີວິທີການສ້າງບຸນກຸສົນຫລາຍຮູບແບບ ຫລັກໆ ຄື ໃຫ້ທານ, ຮັກສາສີລ,ພາວະນາ ແລະການສູດມົນນີ້ກໍ່ຖືວ່າເປັນກິດຈະກຳການກຸສົນ ເປັນໂອກາດດີທີ່ເຮົາຈະໄດ້ ພິຈາລະນາຄຳສອນພຸດທະເຈົ້າ ໄດ້ເຝີກສະມາທິ ເຝີກຄວາມອົດທນ ເພື່ອສ້າງອຸປະນິສັຍທີ່ດີຕໍ່ໄປ.

Reference:
Dictionary of Pali Proper Names” by G P Malalasekera
https://www.youtube.com/watch?v=Tz0deK0de94
Mahasihanada Sutta
Mahaparinibbana Sutta
Itivuttaka (P.T.S.).

Author: Singkham
I regularly blog on dhamma, Buddhist news, How to IT, and more