ຊີວິດທີ່ບໍ່ມີວັນຕາຍ

ອະນັດຕາ ຫຼື ຄວາມບໍ່ມີຕົວຕົນ ເປັນຫນື່ງໃນໄຕລັກສະນະ ເປັນຫຼັກທັມມະຂັ້ນສູງ ແລະ ເຂົ້າໃຈຍາກທີ່ສຸດ ພຣະພຸດທະເຈົ້າ ຖືເປັນບຸກຄົນຕົ້ນແບບທີ່ເຂົ້າເຖີງຄວາມຈິງຂໍ້ນີ້ ຄື ເຂົ້າເຖີງຄວາມບໍ່ມີວັນຕາຍ ບໍ່ມີການເກີດໃຫມ່ອີກ.

ທ່ານເຄີຍສົງໃສ່ບໍ່ວ່າ ຊີວິດນີ້ຕາຍແລ້ວໄປໃສ່ ທຸກຄົນເກີດມາແລ້ວ ຈະຕ້ອງຕາຍ ມະນຸດທີເກີດມາແລ້ວ ບໍ່ຕາຍ ບໍ່ມີ ຈະຕ້ອງເປັນເຫມືອນກັນຫມົົດ ຄືດັບຫາຍໄປຈາກການທີ່ເຮົາເປັນຢູ່ນີ້ ສິ່ງທີ່ຫາຍໄປຈາກທີ່ຫນື່ງ ແລ້ວ ໄປປາກົດອີກບ່ອນຫນື່ງ ເຂົາເອີ້ນວ່າຕາຍຫຼືແນວໃດ?. ຫຼື ຄວາມຈິງແລ້ວ ບໍ່ແມ່ນຄວາມຕາຍ ແຕ່ມັນຄືການປ່ຽນແປງຄັ້ງຍິ່ງໃຫຍ່ຂອງຊີວິດ ຈາກບ່ອນຫນື່ງໄປບ່ອນໜື່ງ ຈາກລັກສະນະຫນື່ງໄປເປັນລັກສະນະຫນື່ງ ເຊີ່ງເກີດຂື້ນຢ່າງວອງໄວ.ຕໍ່ໄປນີ້ຂ້າພະເຈົ້າຈະພະຍາມບອກວ່າ ຊີວິດນີ້ ເປັນພຽງທາດທຳມະຊາດ ແລະ ບໍ່ມີວັນຕາຍໄດ້ແນວໃດ…

1.ວິທະຍາສາດບອກວ່າ ຮ່າງກາຍນີ້ ຄືພະລັງງານ ພຣະພຸດທະເຈົ້າກໍ່ຍັງບອກວ່າ ຮ່າງກາຍນີ້ ຄື ທີ່ປະຊຸມກັນຂອງທາດທັງ 4 ດິນ,ນ້ຳ,ລົມ,ໄຟ ເຊີ່ງດິນກໍ່ມີຢູ່ແບບນັ້ນ ນ້ຳມັນກໍ່ໄຫຼຢູ່ແບບນັ້ນ ລົມກໍ່ມີຢູ່ແບບນັ້ນ ໄຟກໍ່ມີຢູ່ແບບນັ້ນ ເປັນທາດທີ່ມີຢູ່ປະຈຳໂລກ.ບໍ່ແມ່ນຕົວ ບໍ່ແມ່ນຕົນ.ບໍ່ແມ່ນເຮົາ ບໍ່ແມ່ນເຂົາ.

2.ຮ່າງກາຍນີ້ບໍ່ແມ່ນຊິວິດ ຮ່າງກາຍນີ້ເຫມືອນບ້ານຊົ່ວຄາວ, ເໝືອນກ້ອນດິນທິ່ປັ້ນແຕ່ງໄວ້ຊົ່ວຄາວ, ເຫມືອນບໍນ້ຳ, ເໝືອນຊ່ອງຜ່ານລົມ, ເໜືອນບ່ອນກັກເກັບອຸ່ນຫະພູມ.

3.ຮ່າງກາຍ ຫຼື ສິ່ງທີ່ເປັນຢູ່ທັງຫຼາຍ ບໍ່ແມ່ນຊິວິດ ເປັນພຽງການອາໃສ່ກັນຂອງທາດ ທັງ 4 ຈຶ່ງຕັ້ງຢູ່ໄດ້ ຄົນເມື່ອຂາດນ້ຳ ກໍ່ປຽນໄປ ດົນໄປກໍ່ຂາດລົມ, ເມື່ອຂາດດິນ(ອາຫານ) ກໍ່ຂາດກຳລັງ ຂາດໄຟ. ປ່ຽນໄປ ຈົນເຖີງທີ່ສຸດ ຍຸດການເຮັດວຽກສຳພັນກັນຂອງທາດ ແລ້ວຄົນເຂົາກໍ່ສົມຫມຸດພາສາວ່າ ຕາຍ.

4.ຮ່າງກາຍນີ້ ຄືການປະຊຸມກັນຂອງພະລັງງານ. ພະລັງງານນີ້ ບໍ່ມີວັນຕາຍ ພະລັງງານດິນບໍ່ມີວັນຕາຍ,ພະລັງງານນ້ຳບໍ່ມີວັນຕາຍ,ພະລັງງານລົມບໍ່ມີວັນຕາຍ ແລະ ພະລັງງານໄຟກໍ່ບໍ່ມີວັນຕາຍ.ແຕ່ຄືຄວາມປ່ຽນແປ່ງຈາກທີ່ຫນື່ງໄປສູ່ທີ່ຫນື່ງ.ຈາກພາວະຫນື່ງໄປສູ່ພາວະຫນື່ງເທົ່ານັ້ນ.

ຊີວິດຮ່າງກາຍນີ້ ວ່າໂດຍພາວະ ມີ ແຕ່ ຮູບ ກັບ ນາມ ແລະ ລັກສະນະຂອງພາວະນີ້ ມີພຽງ 3 ຄື ອະນິດຈັງ ທຸກຂັງ ອະນັດຕາ ທຸກຊີວາ ທຸກສັບພະສິ່ງ ປະເຊີນຢູ່ ເປັນທຳມະດາ ເປັນກົດຂອງທຳມະຊາດບັງຄັບບັນຊາບໍ່ໄດ້.

Author: Singkham
I regularly blog on dhamma, Buddhist news, How to IT, and more