ພຣະຫຼັກແກ້ວວໍລະຍານາທິດີ (ມະຫາເວດ ມະເສໄນ) ເມດຕາ ກ່າວເປີດກອງປະຊຸມ ງານບຸນປະຕິບັດທັມ ປະຈຳປີ ພ.ສ 2563

ມື້ນີ້ ກັມມາທິການເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ ສູນກາງ ອົງການພຸດທະສາສະໜາສຳພັນລາວ ຈັດກອງປະຊຸມກຽມງານບຸນປະຕິບັດທັມປະຈຳປີ ພ.ສ 2563 ທີ່ຫ້ອງການເຜີຍແຜ່ສີລະທັັມ ແລະ ປະຕິບັດກັມມະຖານສູນກາງ ອພສ ວັດທາດຫຼວງເຫນືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຝ່າຍສົງ

ກອງປະຊຸມ ເມດຕາ ເປັນປະທານກ່າວເປີດໂດຍ ພຣະຫຼັກແກ້ວສຸເມທາທິບໍດີ (ມະຫາເວດ ມະເສໄນ), ອົງຊີ້ນຳລວມວຽກກງານເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ ທົ່ວປະເທດ,ຮອງປະທານ ສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສ.ປປ ລາວ ພ້ອມດ້ວຍ ພຣະຍອດຄຳ ສຸນທໍລະຍານ (ສີທົນ ໄຊຍະວົງສອນ),ຫົວໜ້າກຳມາທິການເຜີຍແຜ່ສີລະທຳ ແລະ​ ປະຕິບັດກຳມະຖານ ສູນກາງ​ ອພສ, ພຣະຍອດຄຳ ຄຳວັນ ວໍຣະເດດ ຮອງເຈົ້າຄະນະ ອພສ ນະຄອນຫຼວງ ລວມທັງ ເຈົ້າອາວາດສຳນັກປະຕິບັດທັມ,ພຣະເຖຣານຸເຖຣະ 9 ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ

ຝ່າຍຄາລະວາດ

ປະກອບດ້ວຍ ແນວລາວສ້າງຊາດເມືອງ,ເຈົ້າເມືອງ,ນາຍບ້ານ 9 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງໃນນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ອອກຄວາມຄິດເຫັນ ແລະ ລາຍງານ ປັນຫາ ຂໍ້ຄົງຄ້າງໃນປີທີ່ຜ່ານມາ.

ເປັນປະຈຳທຸກປີ ຫຼັງຜ່ານລະດູການອອກພັນສາ ພຣະສົງຮັບ ຖວາຍຜ້າກະຖິນນະທານແລ້ວ ເປັນຊ່ວງເວລາອັນເຫມາະເຈາະ ທີ່ພິກຂຸສົງຈະຫາເວລາປີກວິເວກປະຕິບັດທັມ ທຸດົງໄປໃນທີ່ຕ່າງໆ ຕາມ ພູເຂົາ ລຳເນົາໄພ ຄົ້ນຫາຄູບາອາຈານ ຜູ້ຊີ້ນຳ ທາງການປະຕິບັດອັນຖືກຕ້ອງ ຫຣືບໍ່ ກໍ່ເຂົ້າຮ່ວມປະຕິບັດຕາມສຳນັກປະຕິບັດທັມຕ່າງໆຕາມຄວາມເຫມາະສົມ.

Author: Singkham
I regularly blog on dhamma, Buddhist news, How to IT, and more