ມູນນິທິສົ່ງເສີມການສຶກສາສົງ ຖວາຍເງິນອຸປະຖຳ ໂຄງການເຝິກອົບຮົມຄຣູວິປັດສະນາ

ພຣະຍອດຄຳບຸນທະວີ ປະສິດທິສັກ ຫົວຫນ້າກັມມາທິການສາທາລະນູປະການ ແລະ ຜູ້ເຕົ້າໂຮມ ມູນນິທິສົງເສີມການສຶກສາສົງ ພ້ອມດ້ວຍຄະນະກຳມະການ ແລະ ສັດທາສາທຸຊົນ ຮ່ວມ ມອບຖວາຍເງິນອຸປະຖັມ ໂຄງການ ເຝິກອົບຮົມຄຣູວິປັດສະນາ ຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ຈຳນວນ 83,000.0000 ກີບ ທີ່ ຫ້ອງການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ວັດທາດຫຼວງເຫນືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ໃນພິທີມອບຖວາຍ ພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ອົງຊີ້ນຳລວມວຽກງານເຜີຍແຜ່ສີລະທັມ ແລະ ປະຕິບັດກັມມມະຖານ ທົ່ວປະເທດ ພຣະຍອດຄຳສີທົນໄຊຍະວົງສອນ ຫົວຫນ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ພ້ອມດ້ວຍ ຄະນະສົງໃຫ້ການຕ້ອນຮັບ ແລະ ຮ່ວມອະນຸໂມທະນາ.

ພຣະຍອດຄຳບຸນທະວີ ປະສິດທິສັກ ກ່າວໃນຕອນຫນຶ່ງວ່າ “ມູນນິທິນີ້ ສ້າງຕັ້ງຂຶ້ນ ເພື່ອສົ່ງເສີມການສຶກສາໃຫ້ແກ່ພຣະສົງສາມະເນນ ແລະ ເຜີຍແຜ່ສີລະທັມ ວັດທະນະທຳ ປະເພນີຂອງຊາດ ເຊິ່ງໃນປີນີ້ ນອກຈາກກມູນນິທິສົງເສີມການສຶກສາສົງ ໄດ້ຊ່ວຍເຫຼື່ອກິດຈະກຳເຝິກອົບຮົມພະນັກງານສົງ ທີ່ ວັດສີສະເກດໄປແລ້ວຮອບຫນື່ງ ການມອບຖວາຍເງິນໃຫ້ແກ່ໂຄງການນີ້ ເປັນຮອບທີ່ສອງ.

ຫຼັງຈາກນັ້ນ ພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ໄດ້ກ່າວຂອບໃຈ ອະນຸໂມທະນາວ່າ “ຮູ້ສຶກປຶ້ມໃຈ ດິໃຈ ທີ່ມູນນິທິການສຶກສົງ ໂດຍ ການນຳຂອງພຣະຍອດຄຳບຸນທະວີ ປະສິດທິສັກ ໄດ້ນຳເງິນມາມອບຖວາຍ ເພື່ອບູຊາຄຸນຂອງຍາທ່ານໃຫຍ່ ຊາລີ ກັນຕະສີໂລ ແລະ ເພື່ອບູຊາຄຣູ ວິປັດສະນາກັມມະຖານ ຄຣູເປັນຜູ້ມີບົດບາດສຳຄັນ ເປັນຜູ້ພັດທະນາຄົນ ພັດທະນາສັງຄົມ ພັດທະນາໂລກ ການທີ່ມູນນິທິເອົາປັດໄຈ ມາຖວາຍ ຖືວ່າຖືກຫລັກ ຖືກຍອດບຸນ ມາສົ່ງເສີມ ສ້າງບຸກຄະລາກອນ ມາສ້າງຊັບພະຍາກອນຂອງຊາດ. “

ສຸດທ້າຍ ພຣະຍອດຄຳບຸນທະວີ ປະສິດທິສັກ ຍັງໄດ້ກ່າວເຊີນຊວນ ອອກຕົນຍາດໂຍມຜູ້ມີຈິດສັດທາ ຮ່ວມສົມທົບທຶນ ເຂົ້າມູນນິທິການສຶກສາສົງໃຫ້ເຂັ້ມແຂງ ແລະ ທົ່ວເຖິງເຂດຫ່າງໄກ່ຊອກຫລີກ ຍັງມີພຣະສົງສາມະເນນ ທີ່ຂາດເຂີນ ທຶນການສຶກສາ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.

ພາບ-ຂ່າວ ໂດຍ : ກັມມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກັມມະຖານ ສູນກາງ ອພສ,​ ໜ່ວຍງານສື່ປະຊາສັມພັນ

Author: Singkham
I regularly blog on dhamma, Buddhist news, How to IT, and more