ເມື່ອແຮງກະຕຸ້ນເກີນຈະຕ້ານທານ ເຮົາຈະເດີນຕາມຝັນ

ໂດຍ: ຄວັນສີເທົາ

ມື້ກ່ອນເລື່ອນໜ້າ feed ໄປເຫັນຂໍ້ຄວາມໜຶ່ງ ເຂົາບອກວ່າ

“ຕາຍໃນວັຍພຽງ 25 ປີ ແຕ່ໄດ້ເຮັດໃນສິ່ງຕົນຢາກເຮັດຢ່າງແທ້ຈິງ ຍັງດີກວ່າ ຕາຍໃນໃນວັຍ 80 ແຕ່ບໍ່ເຄີຍໄດ້ໃຊ້ຊີວິດຕາມທີ່ຕົນເອງຕ້ອງການເລີຍ”

ຊີວິດຈະມີຄວາມໝາຍໄດ້ແນວໃດ ຖ້າບໍ່ເຄີຍໃຊ້ມັນໃຫ້ເດີນໄປຕາມຄວາມຮຽກຮ້ອງຂອງຫົວໃຈຕົນເອງ ການເດີນຕາມຄວາມຝັນຂອງຄົນອື່ນ ອາດຈະເປັນການທຳລາຍຊີວິດທັງຊີວິດຂອງຕົນເອງກໍເປັນໄດ້ ການເດີນຕາມຄວາມຝັນຂອງຕົນເອງ ເຖິງຈະເມື່ອຍ ຫຼືມີອຸປະສັກຫຼາຍປານໃດກໍຕາມ ແຕ່ເຮົາກໍເຕັມໃຈເມື່ອຍແລະເຕັມໃຈສູ້ຊົນ ເປົ້າໝາຍຂອງເຮົາອາດຈະເປັນສິ່ງໄຮ້ສາລະໃນສາຍຕາຄົນອື່ນ ແຕ່ມັນມີຄຸນຄ່າແລະມີຄວາມໝາຍສຳລັບເຮົາເອງ

ຜູ້ຊາຍຄົນໜຶ່ງມີຄວາມຝັນ “ຢາກອອກເດີນທາງທ່ອງທ່ຽວໄປທົ່ວໂລກ” ລາວຈຶ່ງຕັ້ງໃຈເຮັດວຽກອົດອອມເງິນຕັ້ງແຕ່ຕອນເປັນນັກສຶກສາ ເມື່ອອາຍຸ 25 ປີ ລາວມີເງິນເກັບຈຳນວນໜຶ່ງ ເນື່ອງຈາກມີງົບປະມານຈຳກັດ ແຕ່ຢາກໄປເຫັນຫຼາຍປະເທດ ລາວຈຶ່ງອອກເດີນທາງດ້ວຍການເປັນແບັກແພັກເກີ (Backpacker) ເດີນທາງຄົນດຽວ ຄ່ຳໃສ ນອນຫັ້ນ ກາງເຕັ້ນນອນຕາມແຄມທາງ ກາງປ່າ ແລະ ທົ່ງນາ ຜູ້ຊາຍຄົນນີ້ມີຊື່ວ່າ ນອດ ຊື່ຈິງຄື ຊະລັນທອນ ພູ່ຈະເລີນ

ນອດເລົ່າໄວ້ຕອນໜຶ່ງວ່າ ການເດີນທາງທີ່ໂຫດທີ່ສຸດຄື ການເດີນທາງຈາກຣັດເຊຍໄປຈໍເຈຍ ລາວບອກວ່າ ຂ້ອຍເດີນທາງດ້ວຍວິທີການໂບກລົດ (Hitchhike ຄືການເດີນທາງດ້ວຍຂໍຕິດລົດຂອງຄົນອື່ນໄປ) ຈາກມົດສະກູໄປຈໍເຈຍໃຊ້ເວລາ 4 ວັນ 3 ຄືນ ມື້ທຳອິດ ເລີ່ມໂບກລົດຕັ້ງແຕ່ 9 ໂມງເຊົ້າ ຈົນຮອດ 8 ໂມງແລງ ໃຊ້ເວລາ 9 ຊົ່ວໂມງ ຈຶ່ງໄດ້ຂຶ້ນລົດ ກວ່າຈະຮອດອີກເມືອງໜຶ່ງ ເວລາກໍເກືອບໜຶ່ງໂມງກາງຄືນແລ້ວ ລາວຈຶ່ງຫາກາງເຕັ້ນນອນຕາມແຄມທາງ

ຜູ້ສຳພາດຖາມລາວວ່າ “ເມື່ອການເດີນທາງເຮັດໃຫ້ລຳບາກຂະໜາດນີ້ ມີຄວາມຄິດຢາກກັບບ້ານແດ່ບໍ?”

“ບໍ່ມີເລີຍ ຕໍ່ໃຫ້ຕາຍລະຫວ່າງທາງກໍບໍ່ເສຍດາຍຊາດເກີດ ເພາະຕາຍໃນຄວາມຝັນຂອງຕົນເອງ” ນີ້ຄືຄຳຕອບຂອງລາວ

“ຊີວິດແບັກແພັກເກີຣ໌ເປັນສິ່ງທີ່ບໍ່ແນ່ນອນ ເຮົາບໍ່ສາມາດຮູ້ໄດ້ເລີຍວ່າທາງຂ້າງໜ້າຈະຕ້ອງເຈີສິ່ງໃດແດ່ ດີຫຼືບໍ່ດີ ຍາກຫຼືງ່າຍ ສະບາຍຫຼືລຳບາກ ວິທີທີ່ດີທີ່ສຸດທີ່ຂ້ອຍສາມາດແນະນຳໄດ້ ເພື່ອໃຫ້ທຸກເສັ້ນທາງແລະທຸກສະຖານທີ່ເຕັມປ່ຽມໄປດ້ວຍຄວາມສຸກແລະຄວາມຊົງຈຳທີ່ດີ ຄືເຝິກການຢູ່ງ່າຍກິນງ່າຍ”

ຟັງຄຳເວົ້ານີ້ແລ້ວ ເໝືອນລາວກຳລັງຈະບອກສັດຈະທັມຂອງຊີວິດທີ່ວ່າ ຊີວິດເຕັມໄປດ້ວຍຄວາມບໍ່ແນ່ນອນ ການຈະຢູ່ກັບສິ່ງທີ່ບໍ່ແນ່ນອນໃຫ້ມີຄວາມສຸກແລະມີຄວາມຊົງຈຳທີ່ດີຄື ການເປັນຢູ່ຢ່າງຮຽບງ່າຍ ເພື່ອໃຫ້ຊີວິດເດີນໄປສູ່ຄວາມຝັນໄດ້ງ່າຍຂຶ້ນ ສິ່ງໃດທີ່ບໍ່ກ່ຽວຂ້ອງກໍຄວນຕັດໃຫ້ພົ້ນອອກໄປຈາກທາງເດີນຂອງເຮົາ ສະນັ້ນ ການທີ່ເຮົາຈະເດີນຕາມຄວາມຝັນ ຫຼື ສຽງຮຽກຮ້ອງຂອງຫົວໃຈຕົນເອງ ສິ່ງໜຶ່ງທີ່ຄວນຄຳນຶງເຖິງສະເໝີຄື ການໃຊ້ຊີວິດໃຫ້ຮຽບງ່າຍເຂົ້າໄວ້

ຄວາມຝັນຂອງຕົນເອງຈະເປັນສິ່ງທີ່ຄອຍຍູ້ດັນໃຫ້ເຮົາອົດທົນຕໍ່ຄວາມຍາກລຳບາກ ຄວາມເມື່ອຍລ້າ ຄວາມທໍ້ແທ້ ແລະ ທີ່ສຳຄັນມັນເປັນສິ່ງທີ່ເຮັດໃຫ້ຫົວໃຈເຮົາບໍ່ທໍ້ຖອຍ ເພາະເລິກໆໃນໃຈເຮົາຮູ້ວ່າ ນີ້ຄືສິ່ງທີ່ມີຄວາມໝາຍຕໍ່ຊີວິດເຮົາເອງ ການເດີນຕາມຄວາມຝັນຂອງຄົນອື່ນອາດຈະເຮັດໃຫ້ເຮົາໄດ້ເງິນ ແຕ່ທ້າຍທີ່ສຸດ ເຮົາຈະຮູ້ສຶກເອງວ່າ ຊີວິດມັນວ່າງເປົ່າ ເດວິດ ທໍໂຣ ນັກຂຽນຊາວອະເມຣິກັນ ກ່າວວ່າ “ໂສກະນາຕະກຳທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຄືການໃຊ້ເວລາທັງຊີວິດຕຶກປາພຽງເພື່ອຈະຮູ້ວ່າ ມັນບໍ່ແມ່ນປາຕົວທີ່ເຈົ້າຕ້ອງການ” ສະນັ້ນ ເພື່ອບໍ່ໃຫ້ເກີດໂສກະນາຕະກຳທີ່ຍິ່ງໃຫຍ່ແກ່ຊີວິດ ເຮົາຄວນຖາມຕົນເອງວ່າ

ແມ່ນຫຍັງຄືສິ່ງດຽວທີ່ເຮົາຈະບໍ່ເສຍດາຍເມື່ອເຖິງບັ້ນປາຍຂອງຊີວິດ?

ສິ່ງທີ່ມີຄວາມໝາຍຕໍ່ຊີວິດຄືສິ່ງທີ່ເຮົາເຮັດໄປແລ້ວຈະບໍ່ກັບມາໂອ້ອ່າວວ່າເສຍດາຍໃນພາຍຫຼັງ ການຄົ້ນຫາຄຳຕອບຂອງຄຳຖາມນີ້ຄືການຄົ້ນຫາສິ່ງທີ່ມີຄວາມໝາຍຕໍ່ຊີວິດເຮົາເອງ ບໍ່ມີໃຜສາມາດຕອບແທນກັນໄດ້ ເຮົາຕ້ອງຕອບຕົນເອງ ຖ້າເຮົາຄົ້ນຫາໄດ້ໄວເທົ່າໃດ ສະແດງວ່າເຮົາມີໂອກາດໃນການເດີນຕາມຄວາມຝັນຂອງເຮົາໄດ້ຫຼາຍເທົ່ານັ້ນ

ນອດບອກວ່າ ການເດີນທາງຄືຄວາມໃຝ່ຝັນຂອງລາວຕັ້ງແຕ່ຕອນຮຽນຢູ່ ມ.2 ເຊິ່ງພາຍຫຼັງທີ່ຮຽນຈົບປະລິນຍາຕີແລ້ວກໍເກັບເງິນດ້ວຍການເຮັດງານຫຼາຍຢ່າງຄືເຮັດງານແທບທຸກຢ່າງ ເຊັ່ນ ຂາຍໂປສະກາຣ໌ດ ເປັນຍາມ ຟຣີແລນ ອີເວັ້ນ ຍົກເຄື່ອງເປັນຕົ້ນ ລາວເລົ່າວ່າ “ຮູ້ສຶກປະທັບໃຈຕັ້ງແຕ່ຊ່ວງເກັບເງິນ ຫາຂໍ້ມູນ ວາງແຜນ ເຮັດຮູ້ສຶກວ່າທຸກເຊົ້າທີ່ຕື່ນມາເປັນເຊົ້າທີ່ໜ້າສະໜຸກສະໜານ ເພາະໄດ້ທຸ້ມເທໃຫ້ກັບຄວາມຝັນຂອງຕົນເອງ ທຸກເຊົ້າທີ່ຕື່ນຂຶ້ນມາ ເຮົາຮູ້ວ່າກຳລັງທຳຕາມຄວາມຝັນຂອງຕົນເອງ ທຸກກ້າວຍ່າງທີ່ອອກເດີນທາງ ມັນຄືຄວາມປະທັບໃຈ”

ຕອນນີ້ ນອດທ່ຽວມາແລ້ວ 20 ປະເທດ ໃຊ້ເວລາ 7 ເດືອນ ຄ່າໃຊ້ຈ່າຍທັງໝົດປະມານໜຶ່ງແສນບາດ (ຄວາມຈິງ ລາວຈະເດີນທາງຕໍ່ແຕ່ເນື່ອງດ້ວຍການແຜ່ລະບາດຂອງໂຄວິດ-19 ຈຶ່ງຈຳເປັນຕ້ອງເດີນທາງກັບໄທ) ຄວາມຝັນເປັນສິ່ງທີ່ເຮັດໃຫ້ຄົນໆໜຶ່ງກ້າກ້າວຂາໄປຜະເຊີນໜ້າກັບຄວາມຍາກລຳບາກ ແຕ່ເປັນຄວາມລຳບາກທີ່ໃຫ້ຄຸນຄ່າແກ່ຊີວິດ ອ່ານມາຮອດນີ້ແລ້ວ ຜູ້ອ່ານຕອບໄດ້ຫຼືຍັງວ່າ ແມ່ນຫຍັງຄືສິ່ງດຽວທີ່ເຮົາຈະບໍ່ເສຍດາຍເມື່ອເຖິງບັ້ນປາຍຂອງຊີວິດ? ຖ້າຫາເຈີແລ້ວກໍລົງມືເຮັດຕອນນີ້ເລີຍ

ເພາະເຮົາບໍ່ຮູ້ວ່າ ລະຫວ່າງມື້ອື່ນກັບຊາດໜ້າ ສິ່ງໃດຊິມາຮອດກ່ອນກັນ

ຮອດເວລາເຮັດຕາມຄວາມໃຝ່ຝັນຂອງຕົນເອງແລ້ວ

ລະດູຮ້ອນ, ປີ 2022

—–

ເອກະສານອ້າງອິງ

https://www.dek-d.com/teentrends/59742/

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ