ທ່າມກາງຄວາມຈະເລີນ

ປັດຈຸບັນເປັນຍຸກທີ່ຜູ້ຄົນສ່ວນໃຫຍ່ໃຫ້ຄ່ານິຍົມເລື່ອງການບໍລິໂພກໃຫ້ຫຼາຍຂຶ້ນ ເພາະເຊື່ອວ່າການບໍລິໂພກທີ່ຫຼາຍຂຶ້ນນັ້ນຄືການເຕີມເຕັມໃຫ້ຊີວິດມີຄວາມສຸກເພີ່ມຂຶ້ນ ແຕ່ຍິ່ງເຮົາບໍລິໂພກຫຼາຍຂຶ້ນທໍ່ໃດກໍຍິ່ງຮູ້ສຶກວ່າ ຕ້ອງບໍລິໂພກໃຫ້ຫຼາຍຂຶ້ນເລື້ອຍໆ ເຮົາໃຊ້ຊີວິດຢ່າງຟຸ່ມເຟືອຍ ຮີບດ່ວນ ອຶກກະທຶກຄຶກໂຄມ ເຮົາຄອບຄອງວັດຖຸຫຼາຍຂຶ້ນ ແຕ່ກັບມີຄວາມສຸກນ້ອຍລົງ ສິ່ງເຫຼົ່ານີ້ໜ້າຈະເປັນສິ່ງບົ່ງບອກວ່າ ການພະຍາຍາມເອົາວັດຖຸມາເຕີມເຕັມຈິດໃຈເປັນສິ່ງທີ່ຍິ່ງເຕີມ ຍິ່ງຮູ້ສຶກວ່າວ່າງເປົ່າ

ເໝືອນກັບວ່າຄວາມກ້າວໜ້າທາງເສດຖະກິດແລະເທັກໂນໂລຊີຈະຊ່ວຍບັນເທົາຄວາມສະດວກສະບາຍຫຼາຍຢ່າງ ແຕ່ບໍ່ສາມາດນຳຜູ້ຄົນໄປສູ່ຊີວິດທີ່ສ້າງສັນໄດ້ ມະນຸດມີຄວາມມັ່ງຄັ່ງດ້ານວັດຖຸຫຼາຍຂຶ້ນ ແຕ່ເຮົາພັດຂາດແຄນດ້ານຈິດວິນຍານ ວິຖີຊີວິດສະໄໝໃໝ່ມີແນວໂນ້ມນຳຈິດໃຈຂອງເຮົາໄປສູ່ຄວາມຊຶມເສົ້າ ຜິດຫວັງ ອ້າງວ້າງ ວ່າງເປົ່າ ຫຼາຍຂຶ້ນ ສະນັ້ນ ເພື່ອຟື້ນຟູສະພາບຈິດໃຈ ເຮົາຈຶ່ງຄວນຫັນກັບໄປໃຊ້ຊີວິດອີກແບບໜຶ່ງເຊິ່ງແຕກຕ່າງຈາກວິຖີຊີວິດຂອງຄົນສ່ວນໃຫຍ່ໃນປັດຈຸບັນ

ມີໜັງສືຫຼາຍເຫຼັ້ມທີ່ພະຍາຍາມດຶງຄວາມສົນໃຫ້ມະນຸດຫັນໄປໃຊ້ວິຖີຊີວິດທີ່ຮຽບງ່າຍ ບໍ່ຟຸ່ມເຟືອຍ ບໍ່ແລ່ນໄປຕາມຄ່ານິຍົມຂອງຄົນສະໄໝໃໝ່ທີ່ເຕັມໄປດ້ວຍມາຍາພາບ ໜຶ່ງໃນໜັງສືທີ່ພະຍາຍາມໃຫ້ພວກເຮົາຫັນກັບມາພິຈາລະນາຊີວິດຕົນເອງໃຫ້ຫຼາຍຂຶ້ນກໍຄື “ຄວາມຮຽບງ່າຍໄຮ້ການເວລາ” ຂຽນໂດຍ ຈອນ ເລນ (John Lane) ຈິດຕະກອນ ນັກຂຽນ ແລະ ນັກການສຶກສາຊາວອັງກິດ

ໃນໜັງສືເຫຼັ້ມນີ້ ຈອນ ເລນ ໄດ້ແບ່ງເນື້ອຫາອອກເປັນ 2 ສ່ວນຫຼັກໆ ຄື

ໜຶ່ງ-ສິ່ງທີ່ບໍ່ໜ້າເປັນໄປໄດ້ໃນສະຕະວັດທີ 21 ລາວຕັ້ງຂໍ້ສັງເກດວ່າຄວາມຈະເລີນທາງເສດຖະກິດແລະເທັກໂນໂລຊີບໍ່ສາມາດນຳໄປສູ່ການສ້າງສັນສັງຄົມທີ່ດີໄດ້ ເບິ່ງຄືວ່າສັງຄົມຍິ່ງຈະເລີນຂຶ້ນຜູ້ຄົນກໍຍິ່ງມີຄວາມກົດດັນຫຼາຍຂຶ້ນ ຄຸນະພາບຊີວິດກໍບໍ່ໄດ້ດີຂຶ້ນຕາມ ຜູ້ຄົນເຈັບປ່ວຍທາງດ້ານຈິດວິນຍານຫຼາຍກວ່າເດີມ ຍິ່ງເສບຈິດໃຈກໍຍິ່ງຫິວໂຫຍ ລອງສັງເກດເບິ່ງກໍໄດ້ ເວລາເຮົາໃຊ້ໂຊຊ່ຽວມີເດຍ ຍິ່ງເບິ່ງກໍຍິ່ງເຮັດໃຫ້ເຮົາຫຼົງໄຫຼ ເພາະສິ່ງເຫຼົ່ານັ້ນກະຕຸ້ນໃຫ້ເຮົາຢາກຂຶ້ນເລື້ອຍໆ ບາງທີ ຢູ່ກັບມັນໄດ້ເປັນຫຼາຍຊົ່ວໂມງໂດຍບໍ່ຮູ້ສຶກເບື່ອ ສັງຄົມສະໄໝໃໝ່ດູດດຶງເຮົາໃຫ້ເຂົ້າໄປສູ່ຄວາມຫຼູຫຼາ ຟຸ້ງເຟີ້ ຈົນຍາກທີ່ຕ້ານທານສິ່ງເຢົ້າຢວນເຫຼົ່ານີ້ໄດ້ ຈອນ ເລນ ບອກວ່າ ສັງຄົມແບບນີ້ເຕັມໄປດ້ວຍກັບດັກ (Traps) ແລະ ກັບດັກເຫຼົ່ານີ້ມັກຈະນຳໄປສູ່ຄວາມເຈັບປ່ວຍດ້ານຈິດໃຈເຊັ່ນ ພາວະຊຶມເສົ້າ ຄວາມກົດດັນ ຄວາມວິຕົກກັງວົນເປັນຕົ້ນ

ສອງ-ອະນາຄົດຂອງໂລກ ລາວບອກວ່າພວກເຮົາກຳລັງໃຊ້ຊັບພະຍາກອນຢ່າງສິ້ນເປືອງ ພືດແລະສັດຫຼາຍຊະນິດກຳລັງຈະສູນພັນໄປຈາກໂລກ ພວກເຮົາກຳລັງທຳລາຍໂລກເຊິ່ງເປັນບ້ານເກີດເມືອງນອນຂອງຕົນ ຖ້າມະນຸດຍັງໃຊ້ຊີວິດຢູ່ແບບນີ້ເລື້ອຍໄປ ວັນສິ້ນໂລກຈະມາເຖິງພວກເຮົາໃນອີກບໍ່ດົນ ອະນາຄົດຂອງໂລກຢູ່ໃນກຳມືຂອງພວກເຮົາ ຈະທຳລາຍຕໍ່ໄປ ຫຼື ຈະກັບມາໃສ່ໃຈ ຟື້ນຟູບ້ານຂອງຕົນໃຫ້ກັບມາມີຊີວິດຊີວາອີກຄັ້ງ

ເພື່ອບໍ່ໃຫ້ສັງຄົມແລະໂລກເສື່ອມໂຊມໄປຫຼາຍກວ່ານີ້ ພວກເຮົາຕ້ອງຫັນກັບມາໃຊ້ຊີວິດຢ່າງພໍພຽງ ບໍ່ຟຸ່ມເຟືອຍ ບໍ່ແລ່ນໄປຕາມຄ່ານິຍົມຂອງສັງຄົມທີ່ກະຕຸ້ນໃຫ້ເຮົາຢາກໄດ້ ຢາກມີ ຢາກເປັນຢູ່ຕະຫຼອດເວລາ ພວກເຮົາຈຳເປັນຈະຕ້ອງປ່ຽນວິຖີຊີວິດຢ່າງຮີບດ່ວນ ຫັນຈາກຄວາມຟຸ່ມເຟືອຍມາສູ່ວິຖີຊີວິດທີ່ຮຽບງ່າຍ ເພາະຄວາມຮຽບງ່າຍຈະຊ່ວຍໃຫ້ເກີດຄວາມສຸກ ເອີບອິ່ມ ປອດໂປ່ງ ແລະມີສັນຕິພາຍໃນ ຈອນ ເລນ ບອກວ່າ ສິ່ງເຫຼົ່ານີ້ພິສູດໄດ້ດ້ວຍວິຖີຊີວິດຂອງສາສະດາແລະສາວົກໃນສາສະໜາທັງຫຼາຍ ບຸກຄົນເຫຼົ່ານີ້ໃຊ້ຊີວິດຢ່າງສະມະຖະ ບໍ່ຊັບຊ້ອນ ບໍ່ວຸ້ນວາຍ ບໍ່ຟຸ່ມເຟືອຍ ແຕ່ພວກເຂົາພັດມີຄວາມສະຫງົບສຸກ ມີຊີວິດທີ່ປອດໂປ່ງ ສິ່ງນີ້ເປັນເພາະພວກເຂົາບໍ່ໄດ້ສ້າງຄວາມສຸກຈາກສິ່ງຂອງພາຍນອກ ແຕ່ສ້າງຈາກຄວາມເອີບອິ່ມພາຍໃນຈິດໃຈ

ໜຶ່ງໃນນັກປັດຊະຍາຜູ້ທີ່ໄດ້ຊື່ວ່າ ໃຊ້ຊີວິດຮຽບງ່າຍທີ່ສຸດ ບໍ່ຕ້ອງການຄອບຄອງສິ່ງໃດ ດຳລົງຊີວິດຢູ່ດ້ວຍການຂໍເສດອາຫານຈາກຜູ້ຄົນ ທັງໆທີ່ຍາກຈົນແຕ່ລາວພັດເປັນໜຶ່ງໃນບຸກຄົນທີ່ມີຄວາມສຸກທີ່ສຸດ ລາວເປັນໜຶ່ງໃນນັກປັດຊະຍາຜູ້ກໍ່ຕັ້ງສຳນັກ ຊີນິກ (Cynic) ບຸກຄົນໆນັ້ນມີຊື່ວ່າ ໄດໂອຈີນີດ (Diogenes) ພຣະເຈົ້າອາເລັກຊານເດີຣ໌ມະຫາຣາດ (Alexander The Great) ໃຫ້ຄວາມເຄົາລົບນັບຖືຈີນີດຫຼາຍ ຈົນເຖິງກັບກ່າວວ່າ “ຖ້າຂ້າພະເຈົ້າບໍ່ແມ່ນອາເລັກຊານເດີຣ໌ ຂ້າພະເຈົ້າຄົງຈະໃຊ້ຊີວິດເໝືອນໄດໂອຈີນີດ” ມີເລື່ອງເລົ່າວ່າ ຄັ້ງໜຶ່ງ ພຣະເຈົ້າອາເລັກຊານເດີຣ໌ເດີນທາງໄປຢ້ຽມຢາມໄດໂອຈີນີດ ພ້ອມກັບຖາມວ່າ ມີຫຍັງໃຫ້ຊ່ວຍບໍ່ ຫຼື ຕ້ອງການສິ່ງໃດກໍໃຫ້ບອກມາຈະຫາໃຫ້ທຸກຢ່າງ ໄດໂອຈີນີດ ຕອບວ່າ ຊ່ວຍຫຼີກອອກໄປແດ່ ພຣະອົງກຳລັງບັງແສງແດດ (ຕອນນັ້ນ ໄດໂອຈີນີດກຳລັງນັ່ງຝີງແດດຢູ່)

ເດວິດ ທໍໂຣ ເຄີຍກ່າວວ່າ “ບໍ່ມີໃຜອີກແລ້ວໃນໂລກນີ້ທີ່ພາຍນອກຈະຍາກຈົນໄປກວ່ານັກປັດຊະຍາບູຮານ ບໍ່ວ່າຈະເປັນຊາວຈີນ ຊາວຮິນດູ ເປີຣ໌ເຊຍ ຫຼືເກຣັກ ແຕ່ພາຍໃນຈິດໃຈທ່ານເຫຼົ່ານັ້ນມັ່ງຄັ່ງຢ່າງບໍ່ມີໃຜທຽບໄດ້” ນີ້ສະແດງໃຫ້ເຫັນວ່າມັ່ງຄັ່ງພາຍໃນບໍ່ຈຳເປັນວ່າຕ້ອງມາຈາກການຄອບຄອງສິ່ງຂອງພາຍນອກເທົ່ານັ້ນ ການໃຊ້ຊີວິດຢ່າງຮຽບງ່າຍເປັນສິ່ງທີ່ນັກປຣາດທັງຫຼາຍຊື່ນຊົມແລະສະໜັບສະໜູນ ເພາະຄວາມຮຽບງ່າຍນຳພາຊີວິດໄປສູ່ສັນຕິສຸກ ມາຣ໌ກັສ ອໍເຣລິອັສ ຈັກກະພັດຜູ້ຍິ່ງໃຫຍ່ຂອງໂຣມ ກ່າວໄວ້ວ່າ “ຊີວິດທີ່ມີຄວາມສຸກຄືຊີວິດທີ່ມີຄວາມຕ້ອງການນ້ອຍທີ່ສຸດ” ຫຼາຍຄັ້ງ ຄວາມສຸກມັກເກີດຈາກຄວາມພໍໃຈໃນສິ່ງທີ່ເຮົາມີ ເຖິງແມ້ຈະນ້ອຍ ແຕ່ເຮົາກໍພູມໃຈໃນສິ່ງນັ້ນ ເພາະມັນເປັນສິ່ງທີ່ຫາມາໄດ້ດ້ວຍຄວາມສາມາດຂອງຕົນເອງ

ເຮົາຄວນເຝິກໃຫ້ຕົນເອງມີຄວາມສຸກກັບສິ່ງເລັກໆນ້ອຍໆໃນຊີວິດໃຫ້ຫຼາຍຂຶ້ນ ເມື່ອເວລາຜ່ານໄປ ແລ້ວຫວນລະລຶກເຖິງມັນ ເຮົາຈະຮູ້ເອງວ່າ ສິ່ງນັ້ນຈະບໍ່ແມ່ນສິ່ງເລັກໆນ້ອຍໆອີກຕໍ່ໄປ ພຣະສັມມາສັມພຸດທະເຈົ້າ ຜູ້ເປັນພຣະສາສະດາຂອງພຣະພຸດທະສາສະໜາກໍຕຣັດໄວ້ວ່າ ຄວາມສຸກຢູ່ທີ່ຄວາມພໍໃຈ ຄົນຍາກຈົນດື່ມນ້ຳດ້ວຍກະໂປ໊ະໝາກພ້າວ ກັບເສດຖີດື່ມນ້ຳດ້ວຍພາຊະນະທອງຄຳ ເມື່ອມີຄວາມພໍໃຈຍ່ອມມີຄວາມສຸກເທົ່າກັນ

ການພໍໃຈໃນສິ່ງທີ່ມີຢູ່ ບໍ່ໄດ້ໝາຍຄວາມວ່າໃຫ້ເຮົາເສື່ອຍຊາ ບໍ່ມີຄວາມຫ້າວຫັນ ແຕ່ກົງກັນຂ້າມ ຄວາມພໍໃຈ ຄື ພໍໃຈໃນຄວາມສາມາດຂອງຕົນເອງທີ່ຫາມາໄດ້ທໍ່ໃດ ກໍໃຫ້ມີຄວາມພາກພູມໃຈໃນສິ່ງນັ້ນ ໃນຈຳນວນເທົ່ານັ້ນ ບໍ່ນຳໄປປຽບທຽບກັບຄົນອື່ນ ຄວາມທຸກທັງຫຼາຍມັກເກີດຂຶ້ນ ເມື່ອເຮົາເອົາຕົນເອງໄປປຽບທຽບກັບຄົນອື່ນ ຈອນ ເລນ ບອກວ່າ ມະນຸດເກີດມາພ້ອມກັບສະຕິປັນຍາ ຄວາມສາມາດ ຊະຕາກັມ ແລະ ລັກສະນະນິໄສຂອງຕົນເອງ ຈົ່ງຄົ້ນຫາມັນໃຫ້ພົບ ແລ້ວດຳເນີນໄປຕາມລັກສະນະນິໄສນັ້ນ ເພາະມັນຈຳເປັນແລະມີຄວາມໝາຍທີ່ຈະເຮັດໃຫ້ເຮົາມີຄວາມເອີບອິ່ມຢ່າງບໍ່ອາດຈະຈິນຕະນາການໄດ້

ການໃຊ້ຊີວິດຢ່າງຮຽບງ່າຍຄືການສະແດງອອກເຖິງເສລີພາບຂອງມະນຸດທີ່ຈະເລືອກເຮັດສິ່ງໃດສິ່ງໜຶ່ງຢ່າງມີສະຕິ ຄວາມຮຽບງ່າຍຈະເຮັດໃຫ້ເຮົາໄດ້ລິ້ມລົດແລະສຳຜັດສິ່ງຕ່າງໆຢ່າງແທ້ຈິງ ເຊັ່ນ ສຽງນົກຮ້ອງ ແມງພູ່ຕອມດອກໄມ້ ທິວທັດຂອງພູເຂົາ ເງົາຕົ້ນໄມ້ທ່າມກາງແສງຈັນໃນຍາມຄ່ຳຄືນເປັນຕົ້ນ ຄວາມງາມເຫຼົ່ານີ້ບໍ່ສາມາດເກີດຂຶ້ນໄດ້ກັບຜູ້ຄົນທີ່ໝົກໝຸ້ນຢູ່ກັບລັດທິບໍລິໂພກນິຍົມຕະຫຼອດເວລາ

ການໃຊ້ຊີວິດຢ່າງຮຽບງ່າຍ ບໍ່ໄດ້ໝາຍຄວາມວ່າທ່ານຕ້ອງໄປຢູ່ໃນປ່າເລິກຫ່າງໄກອອກໄປຈາກສັງຄົມ ບໍ່ມີໄວຟາຍໃຫ້ເຊື່ອມ ບໍ່ມີໄຟຟ້າໃຫ້ໃຊ້ ບໍ່ມີເຄື່ອງອຳນວຍຄວາມສະດວກໃດໆເລີຍ ຫຼື ບໍ່ຈຳເປັນຕ້ອງໃຊ້ຊີວິດສຸດໂຕ່ງເໝືອນໄດໂອຈີນີດກໍໄດ້

ແຕ່ການໃຊ້ຊີວິດຢ່າງຮຽບງ່າຍ ຄືການໃຊ້ຊີວິດໃນສັງຄົມປົກກະຕິດ້ວຍຄວາມພໍໃຈກັບສະພາບທີ່ເປັນຢູ່ ສຸກໃຈກັບໂອກາດທີ່ຍັງມີຊີວິດຢູ່ ບໍ່ໝົກໝຸ້ນຢູ່ກັບຄວາມທະເຍີທະຍານ ມຸ່ງໃສ່ໃຈກັບດ້ານໃນຫຼາຍກວ່າການສະແຫວງຫາພາຍນອກ ຮູ້ຈັກຂອບໃຈແລະຊື່ນຊົມດ້ວຍຫົວໃຈທີ່ໃສຊື່ ເຫັນຄວາມງາມຂອງສັບພະສິ່ງໃນໂລກ ບໍ່ວ່າຈະເປັນຕົ້ນໄມ້ ພູເຂົາ ແມ່ນ້ຳ ຄວາມສຳພັນ ມິດສະຫາຍ ເຮືອນຊານບ້ານຊ່ອງ ສະພາບແວດລ້ອມທີ່ຢູ່ອາໄສ ຄອບຄົວ ການງານ ເປັນຕົ້ນ ການມອງເຫັນຄວາມງົດງາມຂອງສິ່ງເຫຼົ່ານີ້ສະແດງໃຫ້ເຫັນວ່າ ເຮົາໃຊ້ຊີວິດຢູ່ກັບປັດຈຸບັນ ມອງເຫັນຄວາມສຳຄັນຂອງທຸກສິ່ງທີ່ຢູ່ອ້ອມຂ້າງ ຮູ້ຈັກປ່ອຍວາງເມື່ອສິ່ງນັ້ນຢູ່ເໜືອການຄວບຄຸມຂອງເຮົາ

ເພື່ອບໍ່ໃຫ້ເຮົາຫຼົງໄຫຼໄປກັບສັງຄົມບໍລິໂພກນິຍົມຈົນເກີນໄປ ປ້ອງກັນການຕົກລົງໄປໃນຂຸມກັບດັກຕ່າງໆ ຖ້າຕົກລົງໄປແລ້ວຊີວິດທັງຊີວິດອາດຈະພັງທະລາຍລົງຢ່າງບໍ່ເປັນທ່າ ສະນັ້ນ ພວກເຮົາຈຶ່ງຫັນກັບມາພິຈາລະນາຊີວິດໃຫ້ຫຼາຍຂຶ້ນ ພໍໃຈກັບສິ່ງຂອງທີ່ມີຢູ່ ຮູ້ຈັກຊື່ນຊົມຄົນທີ່ຢູ່ອ້ອມຂ້າງ ຊຶມຊັບເອົາຄວາມສວຍງາມຂອງທຸກສິ່ງທີ່ເກີດຂຶ້ນໃນຊີວິດປະຈຳວັນ ການຈະເຮັດແບບນີ້ໄດ້ ພວກເຮົາຕ້ອງເຝິກໃຫ້ເປັນຄົນຢູ່ງ່າຍ ກິນງ່າຍ ຫຼຸດຜ່ອນສິ່ງຟຸ່ມເຟືອຍທັງຫຼາຍລົງ ການພະຍາຍາມເອົາວັດຖຸໄປຖົມຈິດໃຈທີ່ວ່າງເປົ່າ ຍິ່ງຖົມກໍຍິ່ງເຮັດໃຫ້ຂຸມນັ້ນເລິກລົງໄປເລື້ອຍໆ

ເພາະ “ການໃຊ້ວັດຖຸເປັນຄຳຕອບໃຫ້ກັບບັນຫາທາງອາລົມຍິ່ງຈະນຳໄປສູ່ຄວາມບໍ່ເຕັມອິ່ມທາງໃຈແລະເຮັດໃຫ້ເກີດຄວາມອຶດອັດຂັດຂ້ອງໃຈຫຼາຍຂຶ້ນ” ຈອນ ເລນ ບອກໄວ້ແບບນັ້ນ.

ຄວັນສີເທົາ ອ່ານ

ວັດພະຂາວພັນນາຣາມ

19 ມີນາ 2022

ເອກະສານອ້າງອິງ

ຄວາມຮຽບງ່າຍໄຮ້ການເວລາ:  ການມີຊີວິດຢ່າງສ້າງສັນໃນສັງຄົມບໍລິໂພກ/Timeless simplicity creative living in a consumer society

ຈອນ ເລນ/John Lane (ຂຽນ)

ສົດໃສ ຂັນຕິວໍຣະພົງ       (ແປ)

ສຳນັກພິມສວນເງິນມີມາ

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ