ກະຖິນແມ່ນຫຍັງ ແລະ ຄວາມສຳຄັນຂອງພິທີກະຖິນນະທານ

ບຸນກະຖິນ ບໍ່ແມ່ນປະເພນີ ທີ່ເກີດຂື້ນຫລັງພຸດການ ແຕ່ເປັນພິທີ ຫລື ວິທີການພິເສດ ທີ່ສັງຄະປະຕິບັດມາແຕ່ສະໄຫມພຸດທະການຈົນເຖີງປັດຈຸບັນ ເພື່ອໃຫ້ພຣະພິກຂຸສົງທີ່ຢູ່ຈຳພັນສາຕະຫລອດ 3 ເດືອນ ໄດ້ປ່ຽນຜ້າຈີວອນໃຫມ່.

ຄືໃນວັນອອກພັນສາ ປະວໍລະນາ ເປັນໂອກາດທີ່ພຣະພິກຂຸສົງຫມູ່ໃຫຍ່ມາປະຊຸມກັນ ເປັນວັນເປີດ ຫລື ອະນຸຍາດ ທຸກອົງໄດ້ ວ່າກ່າວ ຕັກເຕືອນ ລວມເຖີງ ຖາມປັນຫາ ຂໍ້ສົງໄສ ການຢູ່ ການສັນ ຂາດເຂີນ ອັນໃດ່ ຕ່າງໆ. ໃນສະໄຫມພຸດທະການ ຊີວິດຂອງພຣະສົງບໍໍ່ໄດ້ສະດວກສະບາຍ  ຕ້ອງອາໄສຢູ່ໃນປາ ໃນຖ້ຳ ຕາມກ້ອງຮົ່ມໄມ້ ຈີວອນກໍ່ບໍ່ໄດ້ຫາງ່າຍ ເຫມືອນທຸກມື້ນີ້.

ດັ່ງນັ້ນ ການທີ່ຈະຖວາຍຜ້າກະຖິນ ຈື່ງເປັນໂອກາດພິເສດ ເປັນກາລະທານ ຄື ມີເທື່ອດ່ຽວໃນຫນື່ງປີ ຈັດເຮັດຂື້ນພາຍໃນຫນື່ງເດືອນຫລັງອອກພັນສາເທົ່ານັ້ນ. ການຖວາຍຜ້າກະຖິນຍັງເປັນສັງຄະທານ ຄື ຖວາຍໃຫ້ສົງຫມູ່ໃຫຍ່ ບໍ່ໄດ້ສະເພາະເຈາະຈົງຮູບໃດ່ຮູບຫນື່ງ ຫລັງຈາກນັ້ນເປັນເລື່ອງຂອງສົງທີ່ຈະພິຈາລະນາວ່າ ສົມຄວນໃຫ້ໃຜເປັນຜູ້ຮັບຜ້າກະຖິນ ປົກກະຕິ ຈະຖືກສົ່ງມອບຜ້ານັ້ນແກ່ພິກຂຸສົງທີ່ມີຈີວອນເກົ່າແກ່ທີ່ສຸດພຽງຮູບດ່ຽວຕາມມະຕິຂອງສົງພາຍໃນວັດ.

ຄາລະວາດສັດທາຜູ້ພາດໂອກາດ ຖ້າທ່ານມີເງິນຢາກຖວາຍຜ້າຈີວອນແກ່ສົງ ພຽງເຂົ້າໄປຕະຫລາດ ກໍ່ໄດ້ຜ້າຈີວອນມາຖວາຍພຣະສົງແລ້ວ ແຕ່ຖ້າທ່ານຢາກຖວາຍຜ້າກະຖິນຈະຕ້ອງຖ້າອີກປີຫນ້າ ໂດຍສັງຄະກັມນີ້ຈະຖືກອະນຸຍາດເມື່ອມີຄະລາວາດມາສະແດງເຈຕະນາ ບໍ່ແມ່ນພິກຂຸໄປເວົ້າເຊີນຊວນໃຫ້ຄະລາວາດມາຖວາຍ ແລະ ວັດນັ້ນຕ້ອງມີພິກຂຸ 4 ຮູບຂື້ນໄປ (ຕາມອັດຖະກະຖາຈານຂຽນຂື້ນວ່າ 5).

ບັດນີ້ ເຮົາມາເບິ່ງຄວາມຫມາຍດັງເດີມຂອງຜ້າກະຖິນເນາະ

ກະຖິນ ຕາມສັບ ແປວ່າ ໄມ້ສະດືງຄື ຂອບໄມ້ຊະນິດຫນື່ງສຳຫລັບດຶງຜ້າໃຫ້ເຄັ່ງ ເພື່ອສະດວກໃນການຫຍິບ ກໍ່ຄື ການຖວາຍຜ້າຂອງຄະລາວາດແກ່ວັດນັ້ນເອງ ໂດຍຜ້ານັ້ນຈະຖືກນຳມາຕັດຫຍິບ ແລະ ຍ້ອມເປັນຈີວອນໂດຍເຫລົ່າພິກຂຸພາຍໃນວັດໃຫ້ສຳເລັດກ່ອນຕອນເຊົ້າມື້ໃຫມ່ ແລະ ພິກຂຸຜູ້ຮັບຈີວອນນັ້ນຈະເຮັດການອະທິຖານໃຊ້ຜ້າກະຖິນນັ້ນນຸ່ງຫົ່ມແທນຈີວອນຜື່ນເກົ່າ ເອີ້ນວ່າ ການກະຖິນ

ການເຮັດຈີວອນໃນສະໄຫມພຸດທະການ ຈະເປັນ ຜ້າກະຖິນ ຫລື ແມ່ນແຕ່ຈີວອນທີ່ບໍ່ແມ່ນຜ້າກະຖິນ ຖ້າພິກຂຸເຮັດເອງກໍ່ຈະຈັດເປັນງານໃຫຍ່ເລີຍແຫລະ

ຕຳນານກ່າວວ່າ ການຫຍິບຜ້າຈີວອນນັນ ພຣະເຖຣານຸເຖຣະຕ່າງໆກໍ່ມາຊ່ວຍກັນ ເປັນຕົ້ນວ່າ ພຣະສາລີບຸດ ພຣະມະຫາໂມຄັນລານະ ພຣະມະຫາກັດສະປະ ແມ່ນແຕ່ພຣະບໍລົມມະສາສະດາສັມມາສັມພຸດທະເຈົ້າກໍ່ສະເດັດລົງມາຊ່ວຍ ພິກຂຸສາມະເນນກໍ່ຊ່ວຍກັນຂົນຂວາຍໃນການຫຍິບຈີວອນ ອຸບາສົກອຸບາສິກາກໍ່ຈັດຫານ້ຳດືມ ນ້ຳປານະ ເປັນຕົ້ນ.

People photo created by jcomp – www.freepik.com

ອະທິບາຍສັບ

ຜ້າທີ່ຖວາຍແກ່ພິກຂຸສົງໃນພິທີເອີ້ນວ່າ ຜ້າກະຖິນ

ໃນລະດູການ ເອີ້ນວ່າ ກະຖິນນະການ ເທດສະການກະຖິນ

ການເຮັດພິທີຖວາຍກະຖຸິນ ເອີ້ນວ່າ ທອດກະຖິນ

ພຣະພິກຂຸສົງທີ່ໄດ້ຮັບມອບຜ້າກະຖິນຈາກສົງໂດຍວິທີກຳຫນົດໄວ້ໃນພຣະວິນັຍ

ເອີ້ນວ່າ ຜູ້ການກະຖິນ ຜູ້ຄອງກະຖິນ ຫລື ອົງຄອງກະຖິນ

ສະເພາະຜ້າກະຖິນບາງທີ່ເອີ້ນວ່າ ອົງກະຖິນ ຖ້າພ້ອມເຄື່ອງບໍລິວານ ເອີ້ນວ່າ ເຄື່ອງກະຖິນ ຫລື ບໍລິວານກະຖິນ ເມື່ອນຳຜ້າກະຖິນໄປທອດໂດຍມີຂະບວນແຫ່ເອີ້ນວ່າ ແຫ່ກະຖິນ

Reference :

www.dhammaforever.com

https://xn--12cn0cga1azjg1mtc2h.com/1-87-%E0%B8%84%E0%B8%A7%E0%B8%B2%E0%B8%A1%E0%B8%AB%E0%B8%A1%E0%B8%B2%E0%B8%A2-%E0%B8%81%E0%B8%90%E0%B8%B4%E0%B8%99,%20%E0%B8%81%E0%B8%90%E0%B8%B4%E0%B8%99-.html

https://84000.org/tipitaka/attha/attha.php?b=05&i=95

Author: Singkham
I regularly blog on dhamma, Buddhist news, How to IT, and more