ໂຄງການ “ທັມມະກະຖຶກ” ໃນພັນສາ 3 ເດືອນ ປິດລົງຢ່າງຈົບງາມ

ໂຄງການ ທັມມະກະຖຶກ ຫຣື ການເຝິກອົບຮົມພຣະພິກຂຸສົງສາມະເນນໃຫ້ເປັນຜູ້ແສດງທັມ ຕາມຫລັກ ໄຕຣສິກຂາ, ອະຣິຍະສັຈ 4 ຫຣື ປະຕິດຈະສະມຸບບາດ ເຊີ່ງເປັນຫລັກທັມສຳຄັນຂອງພຸດທະສາສະໜາ.

ໂຄງການ ເຝິກອົບຮົມ ພຣະທັມມະກະຖືກ ໃນໄຕຣມາສ ຊ່ວງເຂົ້າພັນສາ ປີ ພສ 2563 ທີ່ ສຳນັກວັດສະຕະສະຫັສສາຣາມ (ວັດສີສະເກດ) ທີ່ບ້ານຊຽງຢືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ດ້ວຍເລັ່ງເຫັນຄວາມສຳຄັນຂອງວຽກງານເຜີຍແຜ່ສີລະທັມ ເຮັດແນວໃດ່ໃຫ້ພຣະທັມຄຳສອນຂອງພຣະສັມມາສັມພຸດທະເຈົ້າ ໄດ້ເຂົ້າເຖີງປະຊາຊົນ ໄດ້ຊືມຊັບ ໄດ້ເຂົ້າໃຈ ໃຫ້ທ່ອງແທ້ ບໍ່ແມ່ນເລື່ອງຈະເຮັດໄດ້ງ່າຍ. ດັ່ງນັ້ນການເຟິກຫັດພຣະພິກຂຸສົງໃຫ້ເປັນພຣະທັມມະກະຖືກທີ່ດີມີຄວາມຮູ້ ຈິ່ງເປັນວຽກງານອັນສຳຄັນ ທີ່ຈະເຂົ້າມາຊ່ວຍວຽກງານເຜີຍແຜ່ສີລະທັມໃນສັງຄົມເຮົາ.

ນອກຈາກນີ້ ໂຄງການ ຍັງເປັນ ໂອກາດດີ ສຳຫລັບພຣະພິກຂຸສົງທີ່ຈະ ໄດ້ສຶກສາ ພ້ອມປະຕິບັດ ຍົກລະດັບຄວາມສາມາດໃນການສະແດງອອກ ມີໂອກາດໄດ້ຮຽນຮູ້ຫລັກສີລທັມ ເຕັນນິກ ການເທດສະນາ ການບັນຍາຍ ຕາມຫລັກ ວິຊາການ ຈາກຫລາກຫລາຍຄູບາອາຈານ ຜູ້ມີປະສົບການ.

ພຣະພິກຂຸສົງນັ້ນ ຈະເປັນຜູ້ນຳທາງຈິດວິນຍານທີ່ສົມບູນໄດ້ ຈະຕ້ອງໄດ້ຜ່ານການ ສຶກສາ ນຳໄປໃຊ້  ແລະ ບັນລຸມັກຜົນ ຕາມລຳດັບ ບາລີວ່າ ປະຣິຍັດ ປະຕິບັດ ປະຕິເວດ , ແນວໃດ່ກໍ່ດີ ພຣະສົງກໍ່ຍັງຖືວ່າ ເປັນຜູ້ມີຄວາມຮູ້ ມີຈິດໃຈສູງ ມີເມດຕາ ຄ່ອຍຊີ້ນຳທາງຈິດໃຈ ພ້ອມບັນເທົາທຸກ ໃນຍາມທີ່ພຸດທະບໍລິສັດຕົກທຸກ ປະສົບປັນຫາທາງຈິດໃຈ.

ໂຄງການໄດ້ຈັດຂື້ນຕັ້ງແຕ່ ວັນທີ່ 05 ກໍລະກົດ 2020 – 07 ຕຸລາ 2020 ພສ 2563, ມີຈໍານວນຜູ້ເຂົ້າຮ່ວມທັງໝົດ 14 ອົງ ພຣະ​ 7 ອົງ ສາມະເນນ 7 ອົງ.

ຄະນະຮັບຜິດຊອບໂຄງການ ມີດັ່ງນີ້ຄື

  1. ພຣະຫລັກແກ້ວ ມະຫາວໍຣະຍານາທິບໍດີ ມະຫາເຫວດ ມະເສໄນ              ປະທານ.
  2. ພຣະ ອາຈາຣຍ໌ ສີສະຫວັດ ພຸດທະຊິໂຕ                                  ຮອງປະທານ
  3. ພຣະ ອາຈາຣຍ໌ ສົມພາວັນ ຄຸນພັກດີ                                     ຄະນະ
  4. ພຣະ ອາຈາຣຍ໌  ຄຳພັນ ປັນຍາລັດ                                       ຄະນະ
  5. ພຣະ ອາຈາຣຍ໌ ເກີດ ສົມພອນ                                           ຄະນະ
  6. ພຣະອາຈາຣຍ໌ ຜາຍ ແກ້ວພິລາ                                           ຄະນະ
  7. ທ່ານ ອາຈາຣຍ໌ ມະຫາວິຣະວັດ ວິໄລຈັກຣ໌                             ຄະນະ
Author: Singkham
I regularly blog on dhamma, Buddhist news, How to IT, and more