ເຊີນຮ່ວມຟັງ ເສວະນາທັມ ເລື່ອງ “ພາສາສາດ ເພື່ອການສຶກສາພຣະພຸດທະສາສະໜາ”

ເນື່ອງໃນການສະເຫຼີມສະຫຼອງວັນຄູແຫ່ງຊາດ ທີ 7 ຕຸລາ ປະຈຳປີ 2020 ທີ່ຈະມາເຖີງນີ້ ອັນເປັນວັນລະນຶກເຖິງວິຣະກຳແລະ ຄຸນູປະການຂອງບັນດາຄູອາຈານຜູ້ເປັນແມ່ພິມ ຂອງຊາດ ຜູ້ເປັນກຳລັງສຳຄັນໃນການສ້າງມັນສະໝອງຂອງຊາດ ກໍຄືເຍົາວະຊົນຜູ້ເປັນຊັບພະຍາກອນໃນການສ້າງສາພັດທະນາແລະປົກປັກຮັກສາປະເທດຊາດ

ວິທະຍາໄລສົງອົງຕື້ ຈຶ່ງຈະໄດ້ຈັດກິດຈະກຳຂຶ້ນ ໂດຍມີການນ້ອມນຶກເຖິງຄູອາຈານຜູ້ເປັນບູລະພາຈານຂອງວິທະຍາໄລສົງອົງຕື້ ພ້ອມກັນນັ້ນ ກໍຈັດກິດຈະກຳເສວະນາ ຫົວຂໍ້ “ພາສາສາດ ເພື່ອການສຶກສາພຣະພຸດທະສາສະໜາ” ເຊີ່ງກິດຈະກັມນີ້ຈະມີຂື້ນ ໃນວັນທີ 06/10/2020 ເວລາ 13:00 ນ. ເປັນຕົ້ນໄປ

*ຈຸດປະສົງຂອງການຈັດເສວະນາທັມຄັ້ງນີ້ ຄື
-ເພື່ອໃຫ້ເຫັນຄວາມສຳຄັນຂອງການສຶກສາພາສາບາລີ ສູ່ການຄົ້ນຄວ້າພຣະໄຕປິດົກ
-ເພື່ອການຄວາມເຂົ້າໃຈຢ່າງຖືກຕ້ອງຕໍ່ການຕີຄວາມແລະເຜີຍແຜ່ພຣະພຸດທະສາສະໜາ

ດັ່ງນັ້ນ ຈຶ່ງຂໍເຊີນຄູອາຈານ ນັກສຶກສາ ແລະຜູ້ສົນໃຈທົ່ວໄປ ເຂົ້າຮ່ວມກິດຈະກຳແລະຮັບຟັງການເສວະນາ ໃນໂອກາດນີ້ດ້ວຍ.

ເນື້ອໃນເສວະນາເບື້ງຕົ້ນປະກອບດ້ວຍ
– ການສຶກສາພາສາບາລີເພື່ອເຂົ້າເຖິງພຣະໄຕປິດົກ
– ການຕີຄວາມຄຳສອນພຣະພຸດທຸສາສະໜາໃຫ້ຖືກຕ້ອງແລະເຜີຍແຜ່ໃຫ້ເຂົ້າກັບຍຸກສະໄໝ
-ພຣະໄຕປິດົກ ກໍ່ຄື ຄຳສອນ ຂອງພຣະພຸດທະສາສະໜາ ເປັນຫລັກສາກົນຂອງໂລກ

ພຣະອາຈານຜູ້ຮ່ວມເສວະນາໃນຄັ້ງນີ້ ຄື

1,ພຣະອາຈານ ມະຫາອຸດອນ ອະນຸດຕະໂຣ ປະຮຽນທັມ 7 ປະໂຫຍກ ເຈົ້າອາວາດ ວັດສຸວັນນະປະດິດ

2,ພຣະອາຈານ ມະຫາສິງຫາ ໄຂ່ອຳພອນ ປະຮຽນທັມ 9 ປະໂຫຍກ

3.ພຣະອາຈານ ປອ.ບຸນຈັນ ຈັນທະລິດ ຮອງຜູ້ອຳນວຍການ ວິທະຍາໄລສົງອົງຕື້ ຝ່າຍກິດຈະການ

ຂໍຂອບໃຈຂ່າວບຸນຈາກ FB User Singha Khai Amphone

Author: Singkham
I regularly blog on dhamma, Buddhist news, How to IT, and more