ສະຫລຸບ ຖະແຫລງຂ່າວ: ການຈັດງານບຸນນະມັດສະການພຣະທາດຫລວງປະຈຳ

-ອິງຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນ ສະບັບເລກທີ່ 0690/ຈນວດ ລົງວັນທີ່ 13 ກໍລະກົດ 2018 ວ່າດ້ວຍການຄຸ້ມຄອງສະໜາມຫຼວງ, ພຣະທາດຫຼວງ ແລະ ບໍລິເວນອ້ອມຮອບ

-ອິງຕາມແຈ້ງການຫ້ອງວ່າການສູນກາງພັກ ຂອງລັດຖະບານ ສະບັບເລກທີ່ 282/ຫສພ, ລົງວັນທີ່ 15 ຕຸລາ 2020 ເລື່ອງ ການຈັດງານບຸນນະມັດສະການພຣະທາດຫລວງ ປະຈຳປີ 2020 ແລະ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບ ເລກທີ່ 1132/ຫສນຍ, ລົງວັນທີ 15 ຕຸລາ 2020

ດ້ວຍຈຸດປະສົງ ແລະ ຄາດຫມາຍ 4 ປະການ ຄື

  1. ເພື່ອອະນຸລັກ ແລະ ເສີມຂະຫຍາຍມູນເຊື້ອປະເພນີອັນດີງາມຂອງງານບຸນນະມັດສະການພຣະທາດຫລວງຂອງຊາວລາວກໍ່ຄືຊາວນະຄອນຫຼວງວຽງຈັນທີ່ສືບທອດກັນມາແຕ່ບູຮານນະການໃຫ້ຍືນຍົງຕະຫຼອດໄປ.
  2. ເພື່ອເປັນການສ້າງແບບແຜນວິຖີວັດທະນະທຳໃຫມ່ (New Normal) ຕິດພັນການຊຸ້ກຍູ້ສົ່ງເສີມການທ່ອງທ່ຽວພາຍໃນໃຫ້ມີຄວາມເຂັ້ມແຂງ ແລະ ເພື່ອພື້ນພູຜົນກະທົບຈາກໂລກລະບາດ Covid-19
  3. ຖືເອົາໂອກາດບຸນນະມັດສະການພຣະທາດຫລວງ ເຊີ່ງມີປີລະຄັ້ງ ເພື່ອເປັນການສ້າງເງື່ອນໄຂ່ໃຫ້ປະຊາຊົນລາວທັງຊາດທີ່ມີຈິດສັດທາຕໍ່ອົງພຣະທາດຫລວງທີ່ເປັນມໍລະດົກ ເປັນມິ່ງຂວັນຂອງຊາດລາວໄດ້ມາຂາບໄຫວ້ສັກກາລະບູຊາ
  4. ເພື່ອຮັບປະກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ຄວາມສະອາດງາມຕາໃນຂອບເຂດການຈັດງານປະເພນີບຸນນະມັດສະການພຣະທາດຫລວງ.

ເຫັນດີໃຫ້ຈັດງານບຸນນະມັດສະການພຣະທາດຫລວງປະຈຳປີ 2020 ແຕ່ຈະມີຄວາມແຕກຕ່າງຈາກປີທີ່ຜ່ານມາ ຄື ໃຫ້ເນັ້ນໃສ່ທາງດ້ານຮີດຄອງປະເພນີ, ບໍ່ໃຫ້ມີງານຕະຫລາດນັດວາງສະແດງ ແລະ ຈຳຫນ່າຍສິນຄ້າ ເນື່ອງຈາກສະພາບການລະລາດຂອງພະຍາດໂຄວິດ 19.

ສຳຫລັບວັນເວລາ ບຸນນະມັດສະການພຣະທາດຫຼວງປະຈຳປີ 2020 ກຳຫນົດໃຫ້ເວລາພຽງ 3 ວັນ ຄື ນັບແຕ່ວັນທີ່ 29-31 ຕຸລາ 2020 ກົງກັບມື້ຂື້ນ 13-15 ຄ່ຳ ເດືອນ 12 ເພັງ ພສ 2563

-29 ຕຸລາ 2020 ກົງກັບ ມື້ຂຶ້ນ 13 ຄໍ່າ ເດືອນ 12 ລາວ ພສ 2563:

ຕອນເຊົ້າ 08 ໂມງ ເປັນຕົ້ນໄປ ຫ້າງຫາກະກຽມຕົກແຕ່ງ ສະຖານທີ່ດ້ານນອກ ແລະ ໃນກົມມະລຽນພຣະທາດຫລວງ ແລະ ພິທີຄອບໄຄວ່ ຢູ່ 3 ຈຸດ ຈຸດທີ່ 1 ເອີ້ນວ່າດ່ານເຂົ້າເມືອງ ຢູ່ຫນອງບອນ ແປະຫ້ອງການບ້ານຫນອງບອນ ຈຸດທີ່ 2 ຫໍນາງສີດາ ຈຸດທີ່ 3 ຈຸດສຳຄັນທີ່ສຸດ ຄອບໄຄ່ວ ຫໍປູຕາ

ຕອນແລງ 16 ໂມງ ພິທີສູດປະລິຕະມຸງຄຸນ ເປີດປະຕູພຣະທາດຫຼວງ

ຕອນແລງ 20 ໂມງ ແຫ່ຜາສາດເຜິ້ງ,ວຽນທຽນ ແລະ ຄົບງັນຕາມປະເພນີ.

-30 ຕຸລາ 2020 ກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ ພສ 2563:

ເວລາ 13 ໂມງ ເຕົ້າໂຮມຜາສາດເຜີ້ງຈາກ 4 ຕົວເມືອງ ຢູ່ຫນ້າວັດຫນອງບອນ

ເວລາ 13:30 – 18:00 ເຄື່ອນຂະບວນ ພິທີແຫ່ຜາສາດເຜີ້ງ ສູ່ກົມມະລຽນພຣະທາດຫລວງ,ທັງຂະບວນແຫ່ທັງບັ້ງ,ດົນຕຣີພື້ນເມືອງ, ຫລັງຈາກນັ້ນ ຟັງທັມມະເທດສະນາ 1 ກັນ ແລ້ວ ຄົບງັນຕາມປະເພນີ.

-31 ຕຸລາ 2020 ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ພສ 2563 :

ເວລາ 7 ໂມງ – 8 ໂມງ ພິທີໄຫວ້ພຣະຮັບສິນ, ຟັງທັມມະເທດສະໜາ,ຖວາຍສັງຄະທານ ຍາດນ້ຳ ແລະ ພິທີຕັກບາດຂອງພຣະສົງສາມເນນ ສ່ວນຮູບແບບການຕັກບາດໃນຕອນເຊົ້າ ແມ່ນໃຫ້ຈໍາກັດ ແລະ ໂດຍກໍາກັບການວາງບາດຄູບາໃຫ້ມີໄລຍະຫ່າງທີ່ເໝາະສົມ.

ເວລາ 12 ໂມງ ເຕົ້າໂຮມນັກກິລາຕີຄີຢູ່ວັດທາດຫລວງໃຕ້

ເວລາ 12:30 ພິທີອັງເຊີນລູກຄີຢູ່ຫໍເຈົ້າໄຊຍະເສດຖາທິລາດ ເຂົ້າສູ່ພຣະທາດຫລວງ ແລ້ວໆ ແຫ່ຂະລວນລູກຄີສູ່ສະຫນາມຫລວງ ແລະ ເປີດການແຂ່ງຂັນຕີຄີ

ເວລາ 19 ໂມງ ພິທີວຽນທຽນຢູ່ກົມມະລຽນພຣະທາດຫລວງ,ຈູດບັ້ງໄຟບູຊາອົງພຣະທາດ

ນອກຈາກປະເພນີຢູ່ເດີນພຣະທາດຫລວງແລ້ວຍັງມີປະເພນີທີ່ກ່ຽວຂ້ອງກັບງານບຸນພຣະທາດຫລວງ ຢູ່ສະຖານທີ່ວັດອື່ນໆ ເຊັ່ນ ວັດສີເມືອງ,ວັດອົງຕື້ ແລະ ວັດອິນແປງ

ປີນ້ີເປັນປີທີ່ພິເສດ ເປັນບາງບຸນໃຫຍ່ ແນ່ນອນມີຊຸມຊົນແອ່ອັດ ຄົນຫລາຍທ້ອງຖິ່ນ ແລະ ເນື່ອງຈາກວ່າ ພະຍາດໂຄວິດ 19 ກຳລັງແຜ່ລະບາດຢູ່ ສຳຄັນທີ່ສຸດແມ່ນພໍ່ແມ່ປະຊາຊົນຕ້ອງເປັນເຈົ້າການນຳກັນ ໃນຮັກສາ ປ້ອງກັນຕົນເອງ ກ່ອນອອກຈາກບ້ານເຮືອນໃຫ້ໃສ່ຜ້າຜິດປາກ ເມື່ອຮູ້ສຶກບໍ່ສະບາຍໃຫ້ບໍ່ຄວນອອກຈາກບ້ານ ແລະ ມີສະຕິລະວັງຕົວໃນການຫລີ້ນບຸນນະມັດສະການພຣະທາດຫລວງປີນີ້.

ສຳຫລັບປີນີ້ ໃນບໍລິເວນສະຫນາມຫລວງ ເພີ່ນບໍ່ອະນຸຍາດໃຫ້ມີຮ້ານຂາຍເຄື່ອງເພີ່ມເຕີ່ມໄປອີກ ແຕ່ຈະໃຫ້ເປັນບ່ອນຝາກລົດ ໃຫ້ພໍ່ແມ່ປະຊາຊົນໄດ້ມີບ່ອນຝາກລົດຢ່າງກວ້າງຂວາງແທນ

ຄ່າຝາກລົດ

 ລົດໃຫຍ່ 20,000 ກີບ

ສາມຫລໍ້ 15,000 ກີບ

ລົດຈັກ 10,000 ກີບ

ດາວໂຫລດອ່ານເອກກະສານຖະແຫລ່ງຂ່າວເຕັ້ມໆ

Author: Singkham
I regularly blog on dhamma, Buddhist news, How to IT, and more