ລາຄາ Cryptocurrency ລົງໜັກ ຫຼັງຈາກ ອີລອນມັສຄ໌ ປະກາດລະງັບຊື້ລົດໄຟຟ້າດ້ວຍ ບິດຄອຍ

ລາຄາ Cryptocurrency ລົງໜັກ ແດງຊາບລາບ ຫຼັງຈາກ Elon Musk CEO ແຫ່ງ ອະນາຈັກ Tesla ໄດ້ອອກມາປະກາດຜ່ານ Twitter ວ່າ Tesla ຈະລະງັບການຊື້ລົດໄຟຟ້າ ດ້ວຍ Bitcoin.

ລາຄາ Bitcoin ລົງ 12% ເມື່ອເວລາປະມານ 6:50 ຕອນເຊົ້າວັນພະຫັດ ລາຄາລົງໄປຢູ່ປະມານ $49,300 ອິງຕາມເວັບໄຊຕ໌ຂ່າວ Crytocurrency Coindesk ແລະ ເຮັດໃຫ້ລາຄາຫຼຽນ  Cryptocurrency ອື່ນໆລົງໄປຕາມ Bitcoin. Ethreum ລົງໄປ 14% ແລະ Dogecoin ລົງໄປເກືອບ 20%.

ໂດຍ Elon Musk ໃຫ້ເຫດຜົນວ່າ ການຂຸດ Bitcoin ແລະ ການ ຊື້ຂາຍ ເປັນການທຳຮ້າຍສິ່ງແວດລ້ອມ.

ທັງນີ້ Tesla ບໍ່ໄດ້ໃຫ້ຄຳຕອບຫຍັງກັບການເຄື່ອໄຫວ,ລວມເຖີງຈຳນວນລົດຫຼາຍປານໃດແລ້ວທີ່ຊື້ດ້ວຍ Bitcoin ຫຼືວ່າ ກ່ອນໜ້ານີ້ Elon Musk ບໍ່ຮູ້ວ່າມັນມີຜົນກະທົບຕໍ່ສິ່ງແວດລ້ອມ.

ງົງໃຈ Tesla ແລະ Elon Musk ສອງສາມເດືອນກ່ອນ ຄືວ່າເຫັນດີເຫັນງາມ ກັບ Bitcoin ຢູ່ດີໆ ເຊີ່ງເມື່ອເດືອນກຸມພາບໍລິສັດຍັງໄດ້ເປີດເຜີຍວ່າໄດ້ລົງທຶນຊື້ Bitcoin 1,5 ພັນລ້ານດອລລາ ແລະ ຍັງໄດ້ເພີ່ມຂີດຄວາມສາມາດໃຫ້ຄົນຊື້ລົດໄຟຟ້າຂອງລາວດ້ວຍສະກຸນເງິນດິຈິຕ້ອລ ອິ່ງຕາມ Twitter  ຂອງ Elon Musk ວ່າ  “ຕອນນີ້ສາມາດຊື້ລົດ Tesla ດ້ວຍ Bitcoin ໄດ້ແລ້ວ.”

ກໍ່ບໍ່ແນ່ໃຈຄືກັນວ່າ ການອອກມາປະກາດການລະງັບການຈ່າຍຄ່າລົດດ້ວຍ Bitcoin ໃນເທື່ອນີ້ເປັນເພາະວ່າ Elon Musk ເປັນຫ່ວງເລືອງສິ່ງແວດລ້ອມແທ້ ຫຼື ວ່າ ເພາະ Tesla ຂາຍ Bitcoin ທີ່ບໍລິສັດເຄີຍຊື້ ໄປໝົດແລ້ວ.

Elon Musk ຍັງເຄີຍໃຫ້ສຳພາດແບບບໍ່ເປັນຕາເຊື່ອ ຜ່ານແອບ Clubhouse ກ່ຽວກັບ Cryptocurrency ເມື່ອຕົ້ນປີທີ່ຜ່ານມາວ່າ  “Cryptocurrency ໄກ້ຈະໄດ້ຮັບການຍອມຮັບຢ່າງກວ້າງຂວາງຈາກນັກການເງິນທົ່ວໄປ” ແລະ ລາວຍັງບອກອີກວ່າ ລາວໜ້າຈະຊື້ສະກຸນເງິນດິຈິຕ້ອລເມື່ອແປດປີທີ່ແລ້ວ.

ນອກຈາກນີ້ ອີລອນ ມັສຄ໌ ບໍ່ໄດ້ສົນໃຈແຕ່ ບິດຄອຍເທົ່ານັ້ນ ເມື່ອງສອງສາມອາທິດທີ່ຜ່ານມາລາວຍັງໄດ້ທະວີດກ່ຽວກັບ Dogecoin ແລ້ວຫຼາຍເທື່ອ ເຮັດໃຫ້ລາຄາ Dogecoin ເພີ່ມຂື້ນຫຼາຍກວ່າ 2000% ແລະ ຍັງເຄີຍທະວີດຖາມແຟນຄັບວ່າ Tesla ຄວນຈະຮັບ Dogecoin ຫຼືບໍ່.

ກໍ່ຕ້ອງຕິດຕາມກັນຕໍ່ໄປວ່າ Elon Musk ເວົ້າແທ້ບໍ່ ຫຼື ປັ່ນປວນຕະຫຼາດ.

Reference :

https://edition.cnn.com/2021/05/12/tech/elon-musk-tesla-bitcoin/index.html

https://twitter.com/elonmusk/status/1392602041025843203/photo/1

Author: Singkham
I regularly blog on dhamma, Buddhist news, How to IT, and more