ຈີນປະກາດແບນ ສະຖານບັນການເງິນ ແລະ ການຊື້ຂາຍ ດ້ວຍຄຣີບໂທເຄີເຣນຊີ່

ສຳນັກຂ່າວ Reutoers ລາຍງານວ່າ ທາງລັດຖະບານຈີນປະກາດແບນສະຖານບັນ ແລະ ບໍລິສັດທີ່ໃຫ້ບໍລິການ ການຊື້ຂາຍ ບິດຄອຍ ແລະ ຄຣີບໂທເຄີເຣນໃນຈີນ ເຊີ່ງຄອບຄຸມຕັ້ງແຕ່ການຫ້າມລົງທະບຽນຊື້ຂາຍ ແລະ ຫ້າມຮັບຊຳລະ.

ໂດຍ ເຫດຜົນບາງສ່ວນຂອງລັດຖະບານຈີນ ໄດ້ລະບຸວ່າ ປັດຈຸບັນ ມູນຄ່າຂອງຄຣີບໂທເຄີເຣນຊີ່ມີຄວາມຜັນຜວນຂື້ນລົງຢ່າງສູງ ແລະ ມີການເກງກຳໄລຢ່າງໜັກ ເຊີ່ງບໍ່ປອດໄພຕໍ່ຊັບສິນຂອງຄົນ ແລະ ບໍ່ເປັນໄປຕາມໂຄງສ້າງເສດຖະກິດຢ່າງທີ່ມັນຈະເປັນ.

ຍັງໄດ້ປະກາດຕໍ່ໄປອີກວ່າ ສະຖາບັນຈະຕ້ອງບໍ່ໃຫ້ບໍລິການດ້ານການຝາກ,ໃຫ້ຄວາມໄວ້ວາງໃຈໃຫ້ຄຳຫມັ້ນສັນຍາຂອງສະກຸນເງິນຄຣີບໂທ ຫຼື ອອກຜະລິດຕະພັນທາງການເງິນທີ່ກ່ຽວກັບສະກຸນເງິນດິຈິຕ້ອລ.

ທັງນີ້ຈີນໄດ້ແບນການຊື້ຂາຍຄຣີບໂທເຄີເຣນຊີ່,ການເໜີອອກຫຼຽນ (ICO) ແລະ ການອອກຜະລິດຕະພັນຕ່າງໆ ແຕ່ບໍ່ໄດ້ຫ້າມການຖືຄອງສະກຸນເງິນຄຣີບໂທ.

ໂດຍໃນຊ່ວງຫຼາຍປີທີ່ຜ່ານມາ ທາງລັດຖະບານຈີນກໍ່ໄດ້ມີຂ່າວການແບນບິດຄອຍ ແລະ ຄຣີບໂທເຄີເຣນຊີ່ມາແລ້ວຫຼາຍເທື່ອ ໃນປີ 2017 ໄດ້ປິດການແລກປ່ຽນຊື້ຂາຍສະກຸນເງິນດິຈິຕ້ອລໃນທ້ອງຖິ່ນ ເຮັດໃຫ້ຕະຫຼາດເກັງກຳໄລ  90% ຂອງການຊື້ຂາຍບິດຄອຍທົ່ວໂລກຫຍຸດ ແລະ ຕໍ່ມາຈີນກໍ່ໄດ້ ພະຍາຍາມພັກດັນ ແລະ ສ້າງດິຈິຕອລຢວນຂື້ນມາໃຊ້ເອງ.

3 ໜ່ວຍງານຫຼັກທີ່ກ່ຽວຂ້ອງກັບການແບນຄັ້ງນີ້ ໄດ້ ແກ່ ສະມາຄົມການເງິນທາງອິນເຕີເນັດແຫ່ງຊາດຈີນ,ສະມາຄົມທະນາຄານແຫ່ງປະເທດຈີນ ແລະ ສະມາຄົມກາານຊຳລະເງິນ ແລະ ການຫັກເງິນຂອງປະເທດຈີນ.

ເຊີ່ງຫຼັງຈາກການປະກາດຂ່າວນີ້ ເຮັດໃຫ້ຄຣີບໂທເຄີເຣນຊີ່ໝົດຕະຫຼາດລົງໜັ້ກ ສະເລ່ຍ -15% ໃນມື້ນີ້ ເມື່ອທຽບກັບລາຄາກ່ອນໜ້າ.

Reference:

https://www.reuters.com/technology/chinese-financial-payment-bodies-barred-cryptocurrency-business-2021-05-18/?fbclid=IwAR1tvr8yHKAoTgF6L-DXEoeCN8QwQ5lFiXNd9pwvBgN7mPYBL6jE_7s8FuU

https://www.facebook.com/longtunman/photos/a.113656345833649/1066690863863521/

Author: Singkham
I regularly blog on dhamma, Buddhist news, How to IT, and more