ເສັ້ນທາງລົດໄຟລາວ-ຈີນໄກ້ສຳເລັດ 100% ກຽມເປີດບໍລິການ ທີ່ 2 ທັນວາ 2021 ນີ້

ອ້າງອິງຈາກ : รถไฟจีน-ลาว ใกล้เสร็จ : Suthichai live 08/06/2564

ລົດໄຟຈີນ-ລາວ ສ້າງໄກ້ສຳເລັດແລ້ວ 100% ກຳລັງກຽມເປີດໃຫ້ບໍລິການຄັ້ງທຳອິດ ໃນວັນທີ່ 2 ທັນວາ 2021 ນີ້ ກົງກັບວັນຊາດລາວ. ຖືວ່າເປັນທາງລົດໄຟຕ່າງປະເທດເສັ້ນທຳອິດທີ່ເຊື່ອມກັບລະບົບລົດໄຟຂອງຈີນ.

ເສັ້ນທາງລົດໄຟຍາວ 422 ກມ ຈາກນະຄອນຫຼວງວຽງຈັນ ໄປ ເຖີງ ສິບສອງປັນນາ ໃຊ້ເວລາ ພຽງ 4 ຊົ່ວໂມງ ກ່ອນຈະເດີນທາງຕໍ່ໄປ ເມືອງຄຸນມິ່ງ ມົນທົນຍູນນານ ດ້ວຍລາຄາປີ້ປະມານ 145.000kip/88¥.

ເສັ້ນທາງລົດໄຟຜ່ານຫຼາຍເມືອງ ເລີ່ມຈາກ ນະຄອນຫຼວງວຽງຈັນ-ວັງວຽງ-ຫຼວງພຣະບາງ-ສິບສອງປັນນາ-ຄຸນມິ່ງ-ຕ້າລີ່-ລີ່ຈຽງ-ແຊງກຣີຫຼ້າ-ຕິເບດ (ຈາກຄຸນມິ່ງເຖີງຕິເບດຄາດວ່າຈະເປີດໃຫ້ບໍລິການປີໜ້າ).

ເສັ້ນທາງລົດໄຟລາວຈີນ-ລາວ ດ້ວຍໄລຍະທາງລວມ 422 ກມ ປະກອບໄປດ້ວຍອຸໂມງ 75 ແຫ່ງ, ຂົວ ຄວາມຍາວລວມ 62 ກມ ແລະ ລົດໄຟຈະແລ່ນດ້ວຍຄວາມໄວ 160 ກມ/ຊມ.

ສະຖານີທີ່ໃຫຍ່ທີ່ສຸດຂອງເສັ້ນທາງລົດໄຟຄື ສະຖານີນະຄອນຫຼວງວຽງຈັນ ຄວບຄຸ້ມພື້ນທີ່ 14,543 ຕາລາງກິໂລແມດ ສາມາດຮອງຮັບຜູ້ໂດຍສານໄດ້ເຖີງ 2,500 ຄົນ ກໍ່ສ້າງໂດຍ ບໍລິສັດໄຊນ່າ ເຣລເວຍ໌ ຄອນສະຕຣັກຊັ່ນ ກຣຸ໋ບ (CRCG).

ການກໍ່ສ້າງເລີ່ມຕັ້ງແຕ່ເດືອນ ທັນວາ 2016 ເຊີ່ງຈີນເປັນຜູ້ສະນັບສະນູນມູນຄ່າການລົງທຶນ 70% ລວມທັງເທັກໂນໂລຍີ ແລະ ອຸປະກອນຕ່າງໆ.

ເສັ້ນທາງລົດໄຟໄດ້ຕັດຜ່ານພູຜາປ່າໄມ້ ແຜ່ນການກໍ່ສ້າງຖືກປັບປ່ຽນຫຼາຍເທື່ອ ເພື່ອຫຼຸດຜົນກະທົບຕໍ່ທຳມະຊາດ ສິ່ງແວດລ້ອມ ແລະ ວິທີຊີວິດສັດປ່າ.

ເສັ້ນທາງລົດໄຟ ເປັນສ່ວນໜື່ງຂອງໂຄງການເສັ້ນທາງສາຍໄໝໃໝ່ຂອງຈີນ ມີຈຸດໝາຍສ້າງເຄື່ອຄ່າຍການຄ້າ ການລົງທຶນ ແລະ ໂຄງສ້າງພື້ນຖານ.

ຫຼັງຈາກເປີດເສັ້ນເສັ້ນທາງລົດໄຟຈີນ-ລາວ ແລ້ວ ຄາດວ່າຈະມີນັກທ່ອງທ່ຽວ ຫຼັງໄຫຼ່ເຂົ້າມາປະເທດລາວເປັນຈຳນວນຫຼາຍ ແລະ ເສັ້ນທາງໃນຝັນຂອງນັກທ່ອງທ່ຽວ ນະຄອນຫຼວງວຽງຈັນ-ວັງວຽງ-ຫຼວງພະບາງ-ສິບສອງປັນນາ-ຄຸນໝິງ – ຕ້າຫຼີ-ລີຈ່ຽງ-ແຊງເກີລີລ່າ- ທິເບດໃກ້ຈະເຂົ້າສູ່ຄວາມເປັນຈິງແລ້ວ.

ທີ່ມາຂ່າວ:

สิบสองปันนา หลวงพระบาง

China Report ASEAN – Thailand

รถไฟจีน-ลาว ใกล้เสร็จ : Suthichai live 08/06/2564

China Xinhua News

Author: Singkham
I regularly blog on dhamma, Buddhist news, How to IT, and more