EP.1 ເປັນຢູ່ຢ່າງມີຄວາມໝາຍແລະຕາຍຢ່າງມີຄວາມສຸກ

ເປັນຫຍັງບາງຄົນຈຶ່ງຢູ່ຢ່າງມີຄວາມໝາຍແລະຕາຍຢ່າງມີຄວາມສຸກ ?

ນີ້ຄືຄຳຂຶ້ນຕົ້ນບົດທຳອິດຂອງໜັງສືເຫຼັ້ມໜຶ່ງເຊິ່ງດຶງດູດໃຈຜູ້ອ່ານຜູ້ມີປະສົບການໃນຊີວິດອັນນ້ອຍນິດແລະເງິນໃນກະເປົ໋າເບົາເໝືອນຂົນນົກຢ່າງຂ້ອຍ ໃຫ້ຈັບແລ້ວວາງ ວາງແລ້ວຈັບ ຈົນນັບຄັ້ງບໍ່ຖ້ວນ ແລະແລ້ວກະເປົ໋າທີ່ວ່າເບົາຍິ່ງປິວສູງຂຶ້ນໄປອີກ ເມື່ອໜັງສືເຫຼັ້ມນັ້ນຖືກເນລະເທດຈາກຮ້ານຍ້າຍມາສູ່ຊັ້ນໜັງສືຂອງຂ້ອຍຈົນໄດ້

ກ່ອນທີ່ຈະໄປລົມກັນເລື່ອງ ການຢູ່ຢ່າງມີຄວາມໝາຍແລະຕາຍຢ່າງມີຄວາມສຸກໃນບົດທີ່ໜຶ່ງ ເຮົາລອງມາເບິ່ງໜ້າປົກຂອງໜັງສືກ່ອນເນາະ

ຈາກສາລະຄະດີທີ່ໄດ້ຮັບການກ່າວເຖິງທົ່ວໂລກ

ສູ່ໜັງສືຊະນະເລີດລາງວັນ

The Independent Publisher Book Awards 2008

            ນີ້ຄືຂໍ້ຄວາມທີ່ໂປຍໄວ້ໜ້າປົກຂອງໜັງສື ເຖິງແມ່ນວ່າມັນຈະເປັນຂໍ້ຄວາມທຳອິດ ແຕ່ບໍ່ໄດ້ໝາຍຄວາມວ່າມັນຈະມີສິດເປັນຊື່ຂອງໜັງສືເຫຼັ້ມນີ້ ເພາະຂໍ້ຄວາມສອງບັນທັດຕໍ່ມາເຂົາຂຽນດ້ວຍຕົວໃຫຍ່ແລະໜາ ກາງໜ້າເຈ້ຍຢ່າງໂດດເດັ່ນວ່າ

ຄວາມລັບ 5 ຂໍ້

ທີ່ເຈົ້າຕ້ອງຄົ້ນໃຫ້ພົບກ່ອນຕາຍ

          ແລະຫ້ອຍທ້າຍໃນແຖວຕໍ່ມາອີກ 14 ຄຳ ໄຂປິດສະໜາແຫ່ງຄວາມສຸກແລະຄວາມໝາຍຊີວິດ

ອ່ານມາຮອດນີ້ແລ້ວຫຼາຍຄົນຄົງຄິດວ່າໜ້າຈະຈົບແລ້ວມັ້ງສຳຫຼັບຂໍ້ຄວາມໃນໜ້າປົກ ຂ້ອຍເດົາວ່າເຈົ້າຕ້ອງຕົກໃຈແນ່ນອນຖ້າຂ້ອຍບອກວ່າ ມັນຍັງມີຕໍ່ ເພາະພາສາອັງກິດເຂົາໃສ່ຊື່ວ່າ

The Five Secrets You Must Discover Before You Die

ເຂົາບອກຕໍ່ໃນສອງແຖວສຸດທ້າຍອີກວ່າ

ດຣ.ຈອຫ໌ນ ໄອໂຊ (ຂຽນ)

ອໍຣະວັນ ອົບຣົມ (ແປ)

ແລະນີ້ຄືໜ້າປົກຂອງໜັງສືທີ່ມີຊື່ວ່າ ຄວາມລັບ 5 ຂໍ້ທີ່ເຈົ້າຕ້ອງຄົ້ນໃຫ້ພົບກ່ອນຕາຍ ໄຂປິດສະໜາແຫ່ງຄວາມສຸກແລະຄວາມໝາຍຊີວິດ

01

ກ່ອນເຂົ້າບົດທີ່ໜຶ່ງມາເບິ່ງອາຣັມພະບົດກ່ອນເນາະ

            ໃນອາຣັມພະບົດເຂົາບອກທີ່ໄປທີ່ມາຂອງໜັງສືເຫຼັ້ມນີ້ວ່າ ເປັນຈຶ່ງຕ້ອງຂຽນໜັງສືເຫຼັ້ມນີ້ຂຶ້ນ ແລະຜູ້ອ່ານຈະໄດ້ຫຍັງຈາກການອ່ານມັນ ໂດຍທີ່ ດຣ.ໄອໂຊ ມີຄຳຖາມງ່າຍໆວ່າ ເປັນຫຍັງບາງຄົນຈຶ່ງຄົ້ນພົບຄວາມໝາຍແລະຕາຍຢ່າງມີຄວາມສຸກ?

            ມັນເປັນຄຳຖາມພື້ນໆທຳມະດາ ເຊື່ອບໍ່ວ່າ ຕອບໂຄດຍາກເລີຍ

          ຖາມວ່າຍາກສ່ຳໃດ?

          ອ້າຍໄອໂຊລາວບອກວ່າ ກວ່າຊິໄດ້ຄຳຕອບລາວຕ້ອງສຳພາດຄົນເຖິງ 1,000 ຄົນ ແມ່ນແລ້ວເຈົ້າອ່ານບໍ່ຜິດດອກ ໜຶ່ງພັນຄົນ ໂດຍໃນເບື້ອງຕົ້ນ ຕໍ່ມາລາວຈຶ່ງຄັດເລືອກໃຫ້ເຫຼືອພຽງ 235 ຄົນ ເຊິ່ງຄົນເຫຼົ່ານີ້ມາຈາກຫຼາກຫຼາຍເຊື້ອຊາດ ເຜົ່າພັນ ວັດທະນະທຳ ສາສະໜາ ພູມສາດແລະສະຖານະພາບຂອງວິຊາຊີບ ລາວໃຊ້ເວລາສຳພາດ 1-3 ຊົ່ວໂມງຕໍ່ຄົນ ສົມມຸດວ່າສະເລ່ຍແລ້ວລາວສຳພາດຄົນລະສອງຊົ່ວໂມງ ເວລາທີ່ລາວໃຊ້ໄປຄື 470 ຊົ່ວໂມງ ຖ້ານັບເປັນມື້ກໍ 20 ມື້ເຕັມໆ ກໍບອກແລ້ວວ່າຄຳຖາມອາດຈະງ່າຍ ແຕ່ວ່າກວ່າຊິໄດ້ຄຳຕອບໃຊ້ເວລາເກືອບເດືອນ

            ຫຼັງຈາກສຳພາດແລ້ວ (ລອງຈິນຕະນາການເບິ່ງວ່າສຳພາດຄົນ 235 ຄົນ ໃຊ້ເວລາ 470 ຊມ. ຈະໄດ້ຂໍ້ມູນຫຼາຍສ່ຳໃດ) ກໍເອົາຂໍມູນມາຈຳແນກແຍກແຍະຈົນທ້າຍທີ່ສຸດໄດ້ກໍຄຳຕອບມາ ເຊິ່ງລາວໃຫ້ຊື່ຄຳຕອບ ເຫຼົ່ານັ້ນວ່າ ຄວາມລັບ 5 ຂໍ້ ລາວບອກຕໍ່ວ່າ ຮູ້ຄວາມລັບຫ້າຂໍ້ແລ້ວຍັງບໍ່ພຽງພໍ ແຕ່ຕ້ອງນຳຄວາມລັບເຫຼົ່ານັ້ນມາປະຍຸກໃຊ້ໃຫ້ກົມກືນກັບຊີວິດຈິງຈົນກາຍເປັນເນື້ອເປັນຕົວດຽວກັນກັບເຮົາ ເພາະພຽງການຮູ້ຊື່ໆໃຜກໍຮູ້ໄດ້ ແຕ່ຮູ້ແລະນຳມາປະປະຍຸກໃຊ້

ນັ້ນແຫຼະຄືສິ່ງທີ່ເຮັດໃຫ້ມະນຸດຕ່າງກັນ

02

ສິ່ງທີ່ເຈົ້າເລືອກເຮັດມື້ນີ້ຈະກຳໜົດຊີວິດທັງຊີວິດ

ເລີ່ມຕົ້ນຂອງບົດທີ່ໜຶ່ງຜູ້ຂຽນໄດ້ຊີ້ໃຫ້ເຫັນວ່າໃນໂລກນີ້ມີຄວາມຈິງສອງຢ່າງຄື ໜຶ່ງ ເຮົາມີເວລາຈຳກັດເຊິ່ງການຈຳກັດນີ້ກໍບໍ່ຮູ້ວ່າໜ້ອຍຫຼາຍສ່ຳໃດ ສອງ ໃນຂະນະທີ່ເຮົາມີເວລາຈຳກັດແຕ່ເຮົາມີທາງເລືອກຢ່າງບໍ່ຈຳກັດ ແລະທີ່ສຳຄັນໄປກວ່ານັ້ນ ການເລືອກແຕ່ລະຄັ້ງຈະນຳເຮົາໄປສູ່ຈຸດໝາຍໃດໜຶ່ງເຊິ່ງສິ່ງທີ່ເຮົາເລືອກນັ້ນສາມາດກຳໜົດຊີວິດທັງຊີວິດຂອງເຮົາໄດ້ເລີຍ ສະນັ້ນ ການທີ່ຈະເລືອກເຮັດສິ່ງໃດສິ່ງໜຶ່ງຈຶ່ງຈຳເປັນຈະຕ້ອງຄິດໃຫ້ດີ ຄິດໃນແງ່ທີ່ວ່າຖ້າເລືອກເຮັດສິ່ງນັ້ນໃນມື້ນີ້ແລ້ວອີກຫ້າປີຫຼືສິບປີຂ້າງໜ້າເຮົາຈະບໍ່ມານັ່ງເສຍໃຈຕາມຫຼັງວ່າ

ຮູ້ແນວນີ້ກູເລືອກເຮັດອີກແບບໜຶ່ງກໍດີແລ້ວໜາ

ໃນວົງສົນທະນາລະຫວ່າງຮັບປະທານອາຫານມື້ໜຶ່ງຜູ້ຂຽນໄດ້ມີໂອກາດຖາມອາຈານທ່ານໜຶ່ງວ່າ ຜ່ານການໃຊ້ຊີວິດຫ້າສິບປີມາແລ້ວ ອາຈານມີຫຍັງທີ່ເມື່ອລະນຶກເຖິງແລ້ວເຮັດໃຫ້ເສຍໃຈແນ່ບໍ່?

ການຕັດສິນໃຈທຸກຄັ້ງລ້ວນແລ້ວແຕ່ເກີດຂຶ້ນພາຍຫຼັງການຄິດໃຄ່ຄວນຢ່າງດີແລ້ວທັງນັ້ນ ສະນັ້ນ ບໍ່ວ່າມັນຈະເກີດຜົນແນວໃດອາຈານຍອມຮັບໄດ້ທັງນັ້ນ ນີ້ຄືຄຳຕອບຂອງອາຈານ

ຂ້ອຍຄິດວ່າການໃຊ້ຊີວິດທີ່ສາມາດກວດສອບຕົວເອງໄດ້ຕະຫຼອດເວລາໜ້າຈະເຮັດໃຫ້ເຮົາໄດ້ຢູ່ກັບປັດຈຸບັນຫຼາຍຂຶ້ນ ການຢູ່ກັບປັດຈຸບັນໝາຍຄວາມວ່າເຮົາຢູ່ກັບຄວາມເປັນຈິງ ບໍ່ຄະນິງເຖິງອະດີດ ບໍ່ເພີຝັນເຖິງອະນາຄົດຫຼາຍຈົນເກີນໄປ ເພື່ອທີ່ເຮົາຈະໄດ້ພິຈາລະນາຊີວິດຈາກສິ່ງທີ່ມັນເກີດຂຶ້ນໃນຂະນະນັ້ນໆຢ່າງແທ້ຈິງ

ນັກປັດຊະຍາຄົນສຳຄັນຄົນໜຶ່ງຂອງໂລກກໍເຄີຍກ່າວໄວ້ວ່າ ຊີວິດທີ່ປາສະຈາກການກວດສອບເປັນຊີວິດທີ່ໄຮ້ຄວາມໝາຍ ພຣະພຸດທະເຈົ້າກໍເຄີຍກ່າວໄວ້ໃນອິດທິບາດສີ່ ວ່າ ການໝັ່ນກວດສອບຕົນເອງຢູ່ສະເໝີ ຈະເປັນຫົນທາງນຳໄປສູ່ເປົ້າໝາຍໄດ້ເປັນຢ່າງດີ ສະນັ້ນ ການໝັ່ນພິນິດພິຈາລະນາຊີວິດຂອງຕົນເລື້ອຍໆຈຶ່ງເປັນວິທີທີ່ໜ້າຈະນຳຊີວິດໄປສູ່ສິ່ງທີ່ເຮົາມຸ່ງຫວັງໄດ້ໄວຂຶ້ນ

ຄວາມຈິງຢ່າງໜຶ່ງໃນບົດນີ້

ດຣ.ໄອໂຊໄດ້ກ່າວເຖິງວ່າ ມື້ໃດມື້ໜຶ່ງເຮົາຈະຕ້ອງຕາຍ ເຮົາບໍ່ຮູ້ວ່າຊິຈາກໂລກນີ້ໄປມື້ໃດ ແຕ່ທີ່ແນ່ໆເຮົາຕ້ອງໄປບໍ່ມື້ໃດກໍມື້ໜຶ່ງ ເມື່ອຮູ້ເຊັ່ນນີ້ການຄົ້ນຫາຄວາມລັບຂອງດຳເນີນຊີວິດຈຶ່ງເປັນກາຍສິ່ງສຳຄັນຂຶ້ນມາທັນທີ ຄົນໜຸ່ມສາວອາດຈະມອງຄວາມຕາຍວ່າຍັງຢູ່ໄກຕົວ ແຕ່ລາວບອກວ່າ ການມີຊີວິດຢູ່ກັບການຕາຍມັນເໝືອນເປັນອີກດ້ານຂອງກັນແລະກັນເທົ່ານັ້ນ ອ່ານມາຮອດນີ້ຂ້ອຍລະນຶກເຖິງຜະຫຍາບູຮານລາວທີ່ວ່າ ຄວາມຕາຍນີ້ແຂວນຄໍທຸກບາດຍ່າງ ຕື່ນມື້ເຊົ້າເຫັນໜ້າຈຶ່ງວ່າບໍ່ຕາຍ ຈະເຫັນໄດ້ວ່າ ຄວາມຈິງກໍຄືຄວາມຈິງ ທຸກເຊື້ອຊາດ ພາສາ ສາສະໜາແລະສັງຄົມຍ່ອມເຫັນຮ່ວມກັນວ່າ ຄວາມເປັນກັບຄວາມຕາຍຢູ່ບໍ່ໄກກັນດອກ ມັນເປັນອີກດ້ານໜຶ່ງຂອງຫຼຽນເທົ່ານັ້ນເອງ ຢູ່ທີ່ວ່າເຮົາຈະມອງເຫັນມັນຫຼືບໍ່?

ລາວຈຶ່ງຊວນໃຫ້ຄິດຕໍ່ວ່າ ການໃຊ້ຊີວິດຢ່າງຊານສະຫຼາດຈຶ່ງເປັນເລື່ອງຈຳເປັນຢ່າງຍິ່ງ ວິທີໜຶ່ງທີ່ເຮົາຈະຮູ້ວ່າ ຄວນຈະໃຊ້ຊີວິດແນວໃດ ນັ້ນຄືການໄປຮຽນຮູ້ຊີວິດຫຼືຄວາມລັບເຫຼົ່ານີ້ ຈາກບຸກຄົນຜູ້ທີ່ຜ່ານຊີວິດມາແລ້ວຢ່າງຍາວນານ ແລະໜັງສືເຫຼັ້ມນີ້ຈະທຳໜ້າທີ່ນັ້ນເພື່ອນຳຄວາມລັບທີ່ເຈົ້າອາດຈະຮູ້ຢູ່ແລ້ວແຕ່ວ່າລະເລີຍມັນມາບອກທຸກທ່ານວ່າ

ນັ້ນຄືຄວາມລັບທີ່ສາມາດຂັບເຄື່ອນຊີວິດໄປສູ່ສັນຕິສຸກໄດ້.

ແລ້ວເຈີກັນໃນບົດຕໍ່ໄປ “ຄວາມລັບຂໍ້ທີ່ ๑”

ຄວັນສີເທົາ ອ່ານ

ຕົ້ນລະດູຝົນ, ປີ 2564.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ