EP.4 ໃຊ້ຊີວິດດ້ວຍຄວາມຮັກ

ເມື່ອເວົ້າເຖິງຄວາມຮັກຫຼາຍຄົນຄົງນຶກເຫັນໜ້າຄົນທີ່ເຮົາແອບຮັກ ຫຼື ອາດຈະບໍ່ແອບ ຮັກແບບເປີດເຜຍນີ້ແຫຼະ ລອຍຂຶ້ນມາທັນທີ ເຮົາເຄີຍໄດ້ ຍິນເລື້ອຍໆຈົນຊິນຫູ ເກືອບຈະຊິນຊາໄປແລ້ວລະວ່າ ຄວາມຮັກເຮັດໃຫ້ຄົນຕາບອດ ຄຳເວົ້ານີ້ໜ້າຈະໃຊ້ບໍ່ໄດ້ກັບຄວາມຮັກໃນແບບທີ່ເຮົາກຳລັງຈະເວົ້າເຖິງຕໍ່ໄປນີ້

ໃນບົດນີ້ ດຣ.ໄອໂຊ ຂຶ້ນຕົ້ນດ້ວຍຄຳຂອງ Felice Leonardo Buscaglia ນັກຂຽນ ນັກເວົ້າສ້າງແຮງບັນດານໃຈຊາວອະເມຣິກັນວ່າ ຄວາມຮັກຄືຊີວິດ ຖ້າໄຮ້ຮັກ ກໍໄຮ້ຊີວິດ ເພື່ອປ້ອງກັນຄວາມໃຈຜິດອ້າຍໄອໂຊກໍຟ້າວອະທິບາຍຄວາມໝາຍຂອງຄຳວ່າ ຄວາມຮັກ ໃຫ້ເຮົາໂດຍທັນທີ

ລາວບອກວ່າ ຄວາມຮັກມີຫຼາຍຄວາມໝາຍ ເຊິ່ງລາວຈຳແນກອອກເປັນສອງຢ່າງ ໜຶ່ງ-ອາລົມຮັກຫຼືຄວາມຮັກທີ່ເປັນອາລົມ ກັບ ສອງ-ເລືອກທີ່ຈະຮັກ (ອ່ານແລ້ວອາດຈະງົງໆ ດຽວກໍຫາຍສົງໄສໄປເອງ) ລາວບອກວ່າຄົນໃນສັງຄົມມັກຈະເຂົ້າໃຈຄວາມຮັກວ່າເປັນພຽງອາລົມໜຶ່ງເທົ່ານັ້ນ ຫຼາຍຄົນອາດຈະຄັນປາກຢາກເວົ້າວ່າ ຄວັນສີເທົາ ເຈົ້າກໍເວົ້າໃຫ້ມັນເຂົ້າໃຈງ່າຍໆແດ່ດູ໋ ຄຳວ່າ “ອາລົມຮັກ ກັບ ຄວາມຮັກທີ່ເປັນອາລົມ” ມັນໝາຍຄວາມວ່າແນວໃດ?

ຂ້ອຍກຳລັງນອນເອົາຂາກ່າຍໜ້າຜາກຢູ່ ຄິດຍາກຄືກັນວ່າຊິອະທິບາຍແນວໃດໃຫ້ເຂົ້າໃຈງ່າຍໆ ຄິດໄປຄິດມາ ກໍເລີຍຄິດວ່າ ຂຽນເປັນຄຳກອນໜ້າຈະດີ..ເຊີນອ່ານໄດ້ເລີຍ!

ເຝົ້າຄິດຮອດຢາກເຫັນໜ້າ

ເລີຍຮ້ອຍຮຽງພົດຈະນາເປັນຄຳກອນ

ຝາກໃຫ້ເຈົ້າຄົນດີທີ່ເຄີຍອ້ອນ

ຢາກໄດ້ຍິນກ່ອນຫຼັບນອນທຸກໆວັນ

ຫຼັບຝັນດີ..ເນິ້ຄົນດີ

ຢຸດເວລາແລະນາທີໄວ້ໝ່ອງນັ້ນ

ໝ່ອງທີ່ມີພຽງສອງເຮົາຄຽງຄູ່ກັນ

ທີ່ແຫ່ງນັ້ນອັນອົບອຸ່ນແລະສຸກສົມ

ແມ່ນວ່າເຮົາຢູ່ຫ່າງກັນສຸດຂອບຟ້າ

ຍັງຄິດຮອດແລະຫ່ວງຫາດ້ວຍຂື່ນຂົມ

ຢາກຈະຝາກຄຳຄຳໜຶ່ງຜ່ານສາຍລົມ

ຄົນໂງ່ງົມຄົນນີ້..ມີພຽງເຈົ້າ ฯ

ຄວັນສີເທົາ-ປະພັນ

ຜູ້ອ່ານທີ່ຮັກ ອ້າຍໄອໂຊລາວບອກວ່ານີ້ແຫຼະຄືຄວາມໝາຍຂອງຄຳວ່າ ຄວາມຮັກທີ່ເປັນອາລົມ ແລະຍັງລວມເຖິງອາລົມທີ່ເຮົາຮັກສິ່ງຕ່າງເຊັ່ນ ຮັກກີລາ ຮັກປາຣ໌ຕີ້ ຮັກການກິນ ຮັກຖານຖິ່ນທີ່ເຮົາອາໄສແລະຮັກສິ່ງອື່ນໆສາລະພັດ ທັງໝົດນີ້ລາວບອກເປັນຄວາມຮັກທີ່ເຮົາເອົາອາລົມເປັນໃຫຍ່ ຫຼືເອົາອາລົມນຳໜ້າ

ອາດຈະມີຄົນສົງໄສຕໍ່ ຄວັນສີເທົາ ແລ້ວຄຳວ່າ “ເລືອກທີ່ຈະຮັກ” ມັນໝາຍຄວາມວ່າແນວໃດລະ?

ຂໍອະທິບາຍເປັນເລື່ອງເລົ່າດີກວ່າເນາະ

ດຣ.ໄອໂຊ ເລົ່າວ່າໜຶ່ງໃນບຸກຄົນທີ່ລາວໄປສຳພາດເປັນນັກທຸລະກິດທີ່ກະສຽນແລ້ວ ລາວຊື່ວ່າ ພອນ ອາຍຸ 73 ປີ ພອນເລົ່າໃຫ້ໄອໂຊຟັງວ່າ ລາວເປັນໂຣກມະເຣັງ ແຕ່ລາວກໍຍັງສາມາດດູແລຕົນເອງໄດ້ຢູ່ ລາວກໍເລີຍ ໄປເປັນອາສາສະມັກດູແລຜູ້ປ່ວຍມະເຣັງໄລຍະສຸດທ້າຍໃນບ້ານພັກແຫ່ງໜຶ່ງ ເຊິ່ງໃນບ້ານພັກແຫ່ງນີ້ມີອາສາມັກຫຼາຍຄົນມາເປັນຜູ້ດູແລຄົນປ່ວຍໄລຍະສຸດທ້າຍ ພວກເຂົາປ່ຽນເວນກັນດູແລ

ປະສົບການຄັ້ງໜຶ່ງທີ່ລາວເຂົ້າໄປດູແລຄົນປ່ວຍເຊິ່ງບໍ່ຮູ້ຈັກກັນມາກ່ອນເລີຍ ຄົນທີ່ເຝົ້າຢູ່ກ່ອນຈູງແຂນລາວອອກໄປແລ້ວກະຊິບໃຫ້ລາວຟັງຄ່ອຍໆວ່າ ຄົນທີ່ເຈົ້າຈະມາເຝົ້ານັ້ນເປັນມະເຣັງຢ່າງຮຸນແຮງ ຕອນນີ້ມະເຣັງຂຶ້ນໜ້າຈົນເຮັດໃຫ້ເປັນບາດແຜເຫວິະຫວະ ແລ້ວຜູ້ຊາຍຄົນນັ້ນກໍບອກຕໍ່ວ່າໃຫ້ເຈົ້າກຽມໃຈໄວ້ເຜື່ອວ່າເຫັນແລ້ວອາດຈະຮູ້ສຶກຂີ້ດຽດ ແລະເຫດການກໍເປັນເຊັ່ນນັ້ນ ເມື່ອພອນເຫັນໜ້າຄົນປ່ວຍແວັບທຳອິດລາວຮູ້ສຶກຂີ້ດຽດຈົນບໍ່ຢາກຍ່າງເຂົ້າໄປໃກ້ ແຕ່ນັ້ນເປັນພຽງຄວາມຮູ້ສຶກທີ່ຢູ່ພາຍໃນ ພອນບອກວ່າ “ເຖິງແມ່ນວ່າຈະຂີ້ດຽດ ແຕ່ຂ້ອຍເລືອກທີ່ຈະສະແດງອອກດ້ວຍສາຍຕາທີ່ເປັນມິດ ເຊິ່ງສິ່ງທີ່ເກີດຂຶ້ນກໍຄືໃບໜ້າຂອງຊາຍຄົນນັ້ນປ່ຽນໄປຢ່າງເຫັນໄດ້ຊັດ ຂ້ອຍເຫັນຄວາມງາມໃນຊາຍຄົນນັ້ນ ຂ້ອຍສັງເກດເຫັນວ່າຈິດໃຈຂອງລາວແຈ່ມໃສຂຶ້ນ ເພາະຂ້ອຍເຊື່ອວ່າໃນລະດັບຈິດໃຕ້ສຳນຶກ ລາວຮູ້ວ່າຂ້ອຍເລືອກທີ່ຈະຮັກລາວຫຼາຍກວ່າຂີ້ດຽດ”

ຈາກເລື່ອງລາວຂອງລຸງພອນ

ອ້າຍໄອໂຊຈຶ່ງສະຫຼຸບວ່າ ຄວາມຮັກທີ່ລາວກ່າວເຖິງໃນຄວາມລັບຂໍທີ່ສາມນີ້ບໍ່ແມ່ນອາລົມຮັກ ແຕ່ມັນຄືການເລືອກທີ່ຈະໃຊ້ຊີວິດ ຫຼືສະແດງດ້ວຍຄວາມຮັກ ເຮົາບໍ່ສາມາດບັງຄັບຄວາມຮູ້ສຶກໄດ້ ແຕ່ເມື່ອຮູ້ສຶກແລ້ວ ເຮົາສາມາດເລືອກໄດ້ວ່າຈະສະແດງອອກແບບໃດ ໄອໂຊ ແນະນຳວ່າ ຖ້າຢາກເປັນຢູ່ຢ່າງມີຄວາມໝາຍແລະຕາຍຢ່າງມີຄວາມສຸກຄວາມລັບຂໍທີ່ສາມຄື ໃຊ້ຊີວິດດ້ວຍຄວາມຮັກ

ບາງຄົນອາດຈະສົງໄສວ່າ ຄວັນສີເທົາ ແລ້ວເຮົາຊິໃຊ້ຊີວິດຕາມຄວາມລັບຂໍທີ່ສາມນີ້ໄດ້ແນວໃດ?

ກໍໃຊ້ແບບລຸງພອນເດ້!

ຄວັນສີເທົາ ອ່ານ

ຕົ້ນລະດູຝົນ, ປີ 2564.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ