EP.4.1 ໝາປ່າໂຕໃດທີ່ເຈົ້າມັກໃຫ້ອາຫານມັນ

ຜູ້ອ່ານຍັງຈື່ໄດ້ບໍ່ວ່າ ໃນຕອນທ້າຍໆຂອງ EP.4 ຜູ້ຂຽນຖາມວ່າ ເຮົາຊິໃຊ້ຊີວິດຕາມຄວາມລັບຂໍ້ທີ່ສາມນີ້ໄດ້ແນວໃດ? ແລ້ວຜູ້ຂຽນກໍຕອບວ່າ ກໍໃຊ້ແບບລຸງພອນເດ້! ນັ້ນຄືຄຳຕອບຂອງຄວັນສີເທົາ ສ່ວນຄຳຕອບໃນໜັງສືອ້າຍໄອໂຊ ບອກວ່າເຮົາສາມາດໃຊ້ຊີວິດຕາມຄວາມລັບຂໍທີ່ສາມນີ້ໄດ້ສາມແນວທາງ ໜຶ່ງ-ເຮົາເລືອກຮັກຕົນເອງ ສອງ-ເລືອກທີ່ຈະປະຕິບັດຕໍ່ຄົນໃກ້ຊິດດ້ວຍຄວາມຮັກ ແລະສາມ-ເລືອກທີ່ຈະຮັກເວລາມີປະຕິສຳພັນກັບຜູ້ຄົນ

ເຮົາມາເບິ່ງວິທີການລົງມືເຮັດກັນແບບຊັດໆກັນເລີຍເນາະ

01

ໜຶ່ງ-ເຮົາເລືອກຮັກຕົນເອງ

ລາວບອກວ່າເຮົາສາມາດຮັກຕົນເອງໄດ້ດ້ວຍການໃສ່ໃຈສິ່ງທີ່ເຮົາປ້ອນໃຫ້ຕົນເອງ ເຮົາກິນສິ່ງໃດລົງໄປກໍຈະໄດ້ຄຸນນະພາບຊີວິດແບບນັ້ນ ໃນທາງຈິດວິນຍານເຮົາມັກຈະໄດ້ຍິນວ່າ ຊີວິດຈະເປັນໄປຕາມສິ່ງທີ່ເຮົາຄິດ ພຣະພຸດທະເຈົ້າກໍເວົ້າຄຳນີ້ “ຈິດເຕນະ ນີຍະຕິ ໂລໂກ” ໂລກຫຼືຊີວິດໝຸນໄປຕາມຄວາມຄິດ

ຕາມປົກກະຕິມະນຸດຈະເກີດຄວາມຄິດ 45,000-55,000 ຄວາມຄິດຕໍ່ມື້ ເປັນຄວາມຄິດທີ່ເຮົາສົນທະນາກັບຕົນເອງໃນຈິດໃຈ ລາວບອກວ່າຄວາມຄິດເຫຼົ່ານີ້ມີຜົນຢ່າງຍິ່ງຕໍ່ວິທີທີ່ເຮົາມອງຕົນເອງ ຖ້າຄິດດີຊີວິດຈະດຳເນີນໄປໃນທາງທີ່ດີ ແຕ່ຖ້າຄິດໃນທາງກົງກັນຂ້າມຊີວິດຈະເຕັມໄປດ້ວຍຂວາກໜາມແລະບັນຫາ

ໃນວັດທະນະທຳຂອງນາວາໂຮ (ຊົນເຜົ່າພື້ນເມືອງທີ່ອາໄສທາງທິດຕາເວັນອອກສ່ຽງໃຕ້ຂອງສະຫະລັດອະເມຣິກາ) ມີເລື່ອງເລົ່າວ່າ ມີປູ່ກັບຫຼານທີ່ອາໄສຢູ່ນຳກັນ ມື້ໜຶ່ງປູ່ໄດ້ເລົ່າເລື່ອງໃຫ້ຫຼານຟັງວ່າ ບາງຄັ້ງລາວຮູ້ສຶກເໝືອນມີການຕໍ່ສູ້ກັນເກີດຂຶ້ນພາຍໃນຕົວເອງ ເຊິ່ງເປັນການຕໍ່ສູ້ກັນລະຫວ່າງໝາປ່າສອງໂຕ ໂຕໜຶ່ງເປັນປີສາດ ເປັນໝາປ່າທີ່ເຕັມໄປດ້ວຍໂທສະ ຄວາມອິດສາລິດສະຫຍາ ຄວາມອາຄາດຄຽດແຄ້ນ ຄວາມຮູ້ສຶກຜິດ ຄວາມຢ້ານກົວ ຄວາມເສຍດາຍ ເວົ້າງ່າຍໆວ່າເປັນໝາປ່າທີ່ນຳມາເຊິ່ງຄວາມຈິບຫາຍ ສ່ວນໝາປ່າອີກໂຕໜຶ່ງເປັນໝາປ່າຝ່າຍທັມມະ ເປັນໝາປ່າທີ່ເຕັມໄປດ້ວຍຄວາມຮັກ ຄວາມເມດຕາ ມີສັນຕິພາຍໃນ ມີຄວາມຖ່ອມຕົວ ມັກໃຫ້ອະໄພຕົນເອງແລະຜູ້ອື່ນຢູ່ສະເໝີ

ແລ້ວຫຼານຊາຍກໍຖາມຂຶ້ນວ່າ ປູ່..ແລ້ວໝາປ່າໂຕໃດທີ່ເປັນຝ່າຍຊະນະ ປູ່ຕອບວ່າ “ກໍໂຕທີ່ປູ່ເລືອກໃຫ້ອາຫານມັນນັ້ນລະ” ຈາກເລື່ອງເລົ່ານີ້ ດຣ.ໄອໂຊ ຈຶ່ງສະຫຼຸບວ່າ ການຮັກຕົນເອງຄືການເລືອກວ່າເຮົາຈະໃຫ້ອາຫານໝາປ່າໂຕໃດຫຼາຍກວ່າກັນ

ຜູ້ຂຽນຄິດວ່າແນວຄິດນີ້ຄືກັນກັບແນວໜຶ່ງທີ່ມັກໄດ້ຍິນເປັນປະຈຳວ່າ ຄວາມຈິງມະນຸດເຮົາມີເຊື້ອແຫ່ງໂລພະ ໂທສະ ໂມຫະ ທີ່ເຮົາເອີ້ນວ່າ ອະກຸສົນມູນ ຄືຮາກເຫງົ້າແຫ່ງຄວາມຊົ່ວ ໝາຍຄວາມວ່າການກະທຳຂອງມະນຸດຖ້າປະກອບໄປດ້ວຍອະກຸສົນທັງສາມນີ້ ຫຼືຢ່າງໃດຢ່າງໜຶ່ງ ຜົນທີ່ເກີດຂຶ້ນຄືເປັນຄວາມທຸກ ແລະເຊື້ອອີກປະເພດໜຶ່ງທີ່ມີໃນຕົວມະນຸດຄື ກຸສົນມູນ ມີຄວາມບໍ່ໂລບ ບໍ່ໂກດ (ຄຽດແຄ້ນ) ບໍ່ຫຼົງ ເຊິ່ງກຸສົນມູນກໍດີ ອະກຸສົນກໍດີ ລ້ວນແລ້ວແຕ່ມີໃນຕົວມະນຸດເທົ່າໆກັນ

ແຕ່ສິ່ງທີ່ເຮັດໃຫ້ເຊື້ອທັງສອງນີ້ຈະເລີນຂຶ້ນໃນຕົວມະນຸດຕ່າງກັນກໍຄື ການເລືອກປ້ອນອາຫານໃຫ້ມັນ ເຊື້ອຕົວໃດທີ່ເຮົາບໍ່ໃຫ້ອາຫານເລີຍ ມັນຈະຄ່ອຍໆຫ່ຽວແຫ້ງແລະຕາຍໄປ ແຕ່ເຊື້ອໃດທີ່ເຮົາປ້ອນໃຫ້ມັນເລື້ອຍໆມັນຈະເຕີບໃຫຍ່ຂຶ້ນທຸກມື້ ຜູ້ອ່ານຢາກໃຫ້ເຊື້ອໃດ (ລະຫວ່າງກຸສົນມູນກັບອະກຸສົນມູນ) ຈະເລີນຂຶ້ນ ທ່ານສາມາດເລືອກປ້ອນອາຫານໃຫ້ມັນໄດ້ເລີຍ! ສະນັ້ນ ການປະຕິບັດຕາມຄວາມລັບຂໍ້ນີ້ກໍຄື ການເລືອກວ່າຈະປ້ອນອາຫານໃຫ້ແກ່ເຊື້ອ ຫຼືໝາປ່າຕົວໃດນັ້ນເອງ

02

ສອງເລືອກທີ່ຈະປະຕິບັດຕໍ່ຄົນໃກ້ຊິດດ້ວຍຄວາມຮັກ

          “ຂ້ອຍໃຊ້ເວລາສ່ວນໃຫຍ່ໄປກັບວັດຖຸສິ່ງຂອງແລະໃຫ້ຄວາມສຳຄັນກັບຜູ້ຄົນເປັນອັນດັບຮອງລົງໄປ ທຸກມື້ນີ້ຂ້ອຍເຂົ້າໃຈຢ່າງເລິກເຊິ່ງແລ້ວວ່າ ລົດ BMW ຂອງຂ້ອຍບໍ່ເຄີຍມາຢ້ຽມຢາມຂ້ອຍໃນບ້ານພັກຄົນຊະຣາເລີຍ”

ນີ້ຄືຄຳເວົ້າຂອງຊາຍຊະຣາຄົນໜຶ່ງທີ່ ດຣ.ໄອໂຊ ໄດ້ສຳພາດອ່ານແລ້ວ ຜູ້ຂຽນຮູ້ສຶກໄດ້ວ່າເປັນຄຳເວົ້າທີ່ເຕັມໄປດ້ວຍຄວາມຂື່ນຂົມ ຄວາມເສຍດາຍຕໍ່ວັນເວລາທີ່ມີຄ່າ ເຊິ່ງລາວໄດ້ທຸ້ມເທໃຫ້ກັບສິ່ງທີ່ຄິດວ່າສຳຄັນ ແຕ່ອະນິດຈາ ສິ່ງນັ້ນບໍ່ແມ່ນສາລະສຳຄັນຂອງຊີວິດເລີຍ

ແລ້ວສິ່ງໃດຄືສາລະສຳຄັນລະ ສິ່ງທີ່ສາມາດໄປຢ້ຽມຢາມເຈົ້າໄດ້ໃນເວລາຈັບປ່ວຍ ຫຼືໄປສະແດງຄວາມຍິນດີກັບເຈົ້າໄດ້ໃນເວລາທີ່ເຈົ້າປະສົບຜົນສຳເລັດ ຖາມຕໍ່ໄປວ່າ ບຸກຄົນເຊັ່ນໃດທີ່ຄອຍໄປຢ້ຽມຢາມເວລາເຮົາປ່ວຍໄຂ້ຫຼືໄປສະແດງຄວາມຍິນດີເມື່ອປະສົບຜົນສຳເລັດ? ແນ່ນອນ ຄົນທົ່ວໄປທີ່ເຮົາບໍ່ຮູ້ຈັກຄົງບໍ່ມີໃຜໄປດອກ ກໍມີພຽງຄົນໃກ້ຊິດເທົ່ານັ້ນແຫຼະ ເຊັ່ນ ສາມີ ພັນລະຍາ ບິດາ ມານດາ ລູກຊາຍ ລູກສາວ ເພື່ອນຝູງ ຍາດພີ່ນ້ອງ ເຈົ້ານາຍແລະລູກນ້ອງ ເປັັນຕົ້ນ ຄົນກຸ່ມນີ້ແຫຼະທີ່ເຮົາຈະເຫັນໜ້າເມື່ອເວລານັ້ນມາເຖິງ ດັ່ງນັ້ນ ຈຶ່ງບໍ່ມີເຫດຜົນເລີຍທີ່ເຮົາຈະບໍ່ໃຫ້ຄວາມສຳຄັນກັບພວກເຂົາ

ດຣ.ໄອໂຊ ຖາມຜູ້ເຂົ້າສຳພາດທຸກຄົນວ່າ ຄວາມສຸກທີ່ສຸດຂອງພວກເຂົາຄືຫຍັງ? ຮ້ອຍທັງຮ້ອຍຕອບວ່າ ຄວາມສຳພັນທີ່ມີຕໍ່ຄົນໃກ້ຊິດ ເຊັ່ນ ສາມີ ພັນລະຍາ ລູກ ຫຼານ ບິດາ ມານດາ ລາວໃຫ້ຂໍ້ສັງເກດວ່າ ຄົນທີ່ຕັ້ງໃຈພັດທະນາຄວາມສຳພັນສ່ວນຕົວໃຫ້ດີກັບຄົນໃກ້ຊິດລ້ວນແລ້ວແຕ່ເປັນຜູ້ທີ່ມີຄວາມສຸກໃນຊີວິດ ໃນທາງກົງກັນຂ້າມ ເມື່ອລາວຖາມເຖິງຄວາມເສຍໃຈ ຄຳຕອບທີ່ໄດ້ກໍຄືຄວາມສຳພັນເຊັ່ນກັນ ແຕ່ເປັນຄວາມສຳພັນທີ່ບຸກຄົນນັ້ນໆປ່ອຍປະລະລາຍ “ຫຼາຍຄັ້ງຄວາມເສຍໃຈທີ່ເລິກເຊິ່ງທີ່ສຸດຂອງຄົນເຮົາເກີດຂຶ້ນຫຼັງຈາກທີ່ມາຮູ້ພາຍຫຼັງວ່າ ເຮົາບໍ່ໄດ້ຢູ່ຄຽງຂ້າງຄົນຄົນທີ່ເຮົາຮັກຢ່າງແທ້ຈິງ

ໄອໂຊບອກວ່າ ຫຼາຍຄົນອາດຈະຄິດວ່າຄວາມລັບຂໍ້ນີ້ເບິ່ງຄືວ່າບໍ່ແມ່ນຄວາມລັບທີ່ພິເສດອິຫຍັງ (ໝາຍເຖິງຄົນທົ່ວໄປກໍປະຕິບັດກັນເປັນປົກກະຕິຢູ່ແລ້ວ) ແຕ່ຜູ້ອ່ານເຊື່ອບໍ່ວ່າ ຄົນຈຳນວນຫຼາຍມັກໃຫ້ຄວາມສຳຄັນກັບວັດຖຸສິ່ງຂອງຫຼາຍກວ່າຄົນໃກ້ຊິດ ສັງເກດເບິ່ງໃນຊີວິດຈິງກໍໄດ້ ເວລາລູກ ຫຼືຄົນຮັກ ເຮັດສິ່ງຂອງເສຍຫາຍເຊັ່ນ ລູກເຮັດຈອກແຕກ ພໍ່ແມ່ຈະຮ້າຍເໝືອນກັບວ່າ ລູກໄປຂ້າຄົນຕາຍມາແລ້ວພັນສົບ ຫຼືຖ້າສາມີ/ພັນລະຍາ ເຮັດມືຖືຂອງອີກຄົນຕົກແລ້ວໜ້າຈໍແຕກ ມື້ນັ້ນຄືມື້ທີ່ກິນເຂົ້າບໍ່ແຊບທີ່ສຸດ ສິ່ງເຫຼົ່ານີ້ເປັນເພາະຫຍັງ? ກໍເພາະເຮົາໃຫ້ຄວາມສຳຄັນກັບວັດຖຸຫຼາຍກວ່າຄວາມສຳພັນຂອງຄົນໃນຄອບຄົວ

ບາງຄັ້ງ ເຮົາຄວນເບິ່ງຂ້າມຄວາມຜິດພາດຂອງຄົນອື່ນໄປແນ່ກໍໄດ້ ຖ້າການເບິ່ງຂ້າມນັ້ນສາມາດຮັກສາໄວ້ເຊິ່ງຄວາມສຳພັນອັນດີລະຫວ່າງເຮົາ ເຮົາກໍສາມາດຜິດພາດໄດ້ ເຂົາກໍສາມາດຜິດພາດໄດ້ ເພາະບໍ່ມີໃຜສົມບູນແບບ ແຕ່ຊິເຮັດແນວໃດໃຫ້ເຮົາຢູ່ຮ່ວມກັນໄດ້ຢ່າງມີຄວາມສຸກໃນທ່າມກາງຄວາມບໍ່ສົມບູນແບບ ໄອໂຊບອກວ່າ ໃຫ້ເຮົາເລືອກປະຕິບັດຕົວຕໍ່ກັນດ້ວຍຄວາມຮັກ

03

ສາມ-ເລືອກທີ່ຈະຮັກເວລາມີປະຕິສຳພັນກັບຜູ້ຄົນ

ຄູ່ຮັກເມື່ອຢູ່ນຳກັນໃໝ່ໆ ເຮົາມັກຈະສົນໃຈສະເພາະແງ່ດີໃນຕົວອີກຝ່າຍ ແຕ່ພໍເວລາຜ່ານໄປ ເຮົາພັດສົນໃຈສະເພາະແງ່ຮ້າຍອັນເປັນອີກດ້ານໜຶ່ງຂອງກັນແລະກັນ” ນີ້ຄືໜຶ່ງໃນຄຳເວົ້າຂອງຄົນທີ່ ໄອໂຊ ສຳພາດ ຄວັນສີເທົາ ບໍ່ໝັ່ນໃຈວ່າຈະຈິງຫຼືບໍ່ ເພາະລາວຍັງຫາຄູ່ຮັກບໍ່ເຈີ

ແຕ່ງານວິໄຈຊິ້ນໜຶ່ງໄດ້ເປີດເຜີຍວ່າ ໂດຍສະເລ່ຍແລ້ວໃນຄອບຄົວມີອັດຕາສ່ວນການສົ່ງສານດ້ານລົບຕໍ່ດ້ານບວກຢູ່ທີ່ປະມານ 14 ຕໍ່ 1 ໝາຍຄວາມວ່າ ແຕ່ລະຄັ້ງທີເຮົາອອກຄວາມເຫັນດ້ານບວກຕໍ່ຄົນໃນຄອບຄົວ ເຮົາຈະສະແດງຄວາມເຫັນເຊີງຕຳໜິເກືອບ 14 ຄັ້ງ ເວົ້າງ່າຍໆວ່າ ດ່າກັນສິບສີ່ເທື່ອ ຈຶ່ງຍ້ອງກັນເທື່ອໜຶ່ງ ຄິດວ່າໃນຄອບຄົວແບບນີ້ຊີວິດການແຕ່ງງານຊິມີຄວາມສຸກຢູ່ບໍ່? ຖ້າຖາມຄວັນສີເທົາ ລາວຄົງຕອບວ່າ ຂ້ອຍຊິໄປຮູ້ຫວ໋າ ຂະໜາດຄູ່ຮັກຂ້ອຍຍັງຫາບໍ່ທັນເຈີເລີຍ ເພາະສະນັ້ນ ຜູ້ອ່ານຕ້ອງຕອບຕົວເອງແລ້ວລະ

ງານວິໄຈໃນທຳນອງດຽວກັນນີ້ເຂົາບອກວ່າອັດຕາສ່ວນທີ່ເຮັດໃຫ້ຊີວິດແຕ່ງງານມີຄວາມສຸກຄື 7 ຕໍ່ 1 ໝາຍຄວາມວ່າ ດ່າເຈັດຄັ້ງກໍຍ້ອງກັນສ໋າຈັກເທື່ອໜຶ່ງ ຢ່າໃຫ້ເຖິງສິບສີ່ຄັ້ງເລຍ ໄອໂຊຍັງກ່າວຕື່ມວ່າ ເຖິງແມ່ນວ່າຕາມປົກກະຕິເຮົາມັກຈະດ່າກັນເຖິງສິບສີ່ຄັ້ງແລ້ວຈຶ່ງຍ້ອງກັນເທື່ອໜຶ່ງ ແຕ່ເຮົາມີອຳນາດທີ່ຈະປ່ຽນແປງອັດຕາສ່ວນນີ້ໄດ້ໂດຍການສະແດງອອກຕໍ່ກັນດ້ວຍຄວາມຮັກ ຖາມວ່າຊິສະແດງອອກແບບໃດ ລາວຍັງຢ້ຳຄຳເດີມວ່າ ແບບລຸງພອນນັ້ນແຫຼະ (ຄືຮູ້ສຶກຂີ້ດຽດ ແຕ່ສະແດງອອກດ້ວຍໃຈເມດຕາ) ເຮົາບໍ່ສາມາດບັງຄັບຄວາມຮູ້ສຶກໄດ້ ແຕ່ເຮົາເລືອກໄດ້ວ່າຈະສະແດງອອກແບບໃດ ເຮົາບໍ່ສາມາດບັງຄັບໃຫ້ຄົນອື່ນມາຮັກເຮົາໄດ້ ແຕ່ເຮົາມີຄວາມສາມາດຢ່າງເຕັມທີ່ທີ່ຈະໃຊ້ຊີວິດດ້ວຍຄວາມຮັກ

ເມື່ອໃດກໍຕາມທີ່ເຮົາເລືອກເອົາຄວາມຮັກແລະຄວາມເມດຕາເປັນແນວທາງໃນການດຳເນີນຊີວິດ ເມື່ອນັ້ນຄວາມສຸກຈະຄົ້ນພົບເຮົາທັນທີ ນີ້ຄືເຫດຜົນວ່າເປັນຫຍັງເວລາມີປະຕິສຳພັນກັບຄົນອື່ນເຮົາຈຶ່ງຄວນເລືອກທີ່ຈະຮັກຫຼາຍກວ່າຊັງ ເພາະຄວາມຮັກຈະໃຫ້ຜົນຢ້ອນກັບມາຫາເຮົາໃນຮູບຂອງຄວາມສຸກ

ຜູ້ອ່ານເຄີຍສັງເກດບໍ່ ຄົນບາງຄົນເກີດມາພ້ອມກັບຂວານຄືຄາບຂວານອອກມານຳ ເພື່ອຊິໄດ້ສັບຄົນນັ້ນສັບຄົນນີ້ໃຫ້ເຈັບຊ້ຳໄປທົ່ວ ໜຶ່ງໃນຜູ້ທີ່ລາວສຳພາດກ່າວວ່າ ລິ້ນກໍເໝືອນກັບມີດແຖ ເຮົາສາມາດນຳໄປໃຊ້ເຮັດປະໂຫຍດໄດ້ຫຼາຍຢ່າງ ແຕ່ບາງຄັ້ງຄວາມເຈັບປວດປາງຕາຍກໍມາຈາກຄົມຂອງມີດແຖນັ້ນແຫຼະ ບໍ່ເຊື່ອລອງໄປຖາມພຣະສົງສາມະເນນເບິ່ງ ມີດແຖຖ້າໃຊ້ເປັນກໍໃຫ້ປະໂຫຍດຢ່າງອະນັນ ແຕ່ຖ້າໃຊ້ບໍ່ເປັນກໍມີໂທດຢ່າງມະຫັນ ສະນັ້ນ ເຮົາຈຶ່ງຄວນໃຊ້ຢ່າງມີສະຕິ ລິ້ນກໍເຊັ່ນກັນຖ້າເຮົາໃຊ້ເພື່ອໄປຟາດຟັນຄົນອື່ນ ມັນກໍຄືຄົມມີດແຖດີໆນັ້ນເອງ

ຜູ້ຍິງຄົນໜຶ່ງທີ່ໄອໂຊສຳພາດໄດ້ເລົ່າໃຫ້ຟັງວ່າ ຫຼາຍປີກ່ອນພໍ່ແມ່ໄດ້ມາຢ້ຽມຢາມລາວ ເມື່ອຮອດເວລາກັບລາວກໍໄດ້ໄປສົ່ງພໍ່ແມ່ທີ່ສະໜາມບິນ ຫຼັງຈາກນັ້ນ 4 ຊົ່ວໂມງຜ່ານໄປ ພໍ່ກໍໄດ້ໂທມາຫາແລ້ວບອກວ່າ ແມ່ ຫົວໃຈລົ້ມເຫຼວໃນລະຫວ່າງເດີນທາງແລະໄດ້ເສຍຊີວິດກ່ອນທີ່ເຄືອງບິນຈະລົງຈອດ ມື້ຕໍ່ມາລາວກໍຟ້າວໄດ້ບິນກັບບ້ານເພື່ອໄປຮ່ວມງານສົບແມ່ທັນທີ ຜູ້ອ່ານລອງຄິດສະພາບເບິ່ງຄອບຄົວທີ່ຫາກໍ່ພາກັນໄປທ່ຽວມາໃໝ່ໆ ແຕ່ແລ້ວຜູ້ເປັນແມ່ກໍມີອັນເປັນໄປໂດຍບໍ່ກ່າວຄຳລ່ຳລາແມ່ນແຕ່ໜ້ອຍ ຫົວໃຈຂອງລູກຈະເສົ້າໂສກພຽງໃດ

ລາວນັ່ງເຄື່ອງບິນກັບບ້ານພ້ອມກັບນ້ຳຕາ ລາວກ່າວວ່າເປັນຖ້ຽວບິນທີ່ແສນຈະຍາວນານ ຈິດໃຈກຳລັງຄິດເຖິງເຫດການຕ່າງໆທີ່ຜ່ານມາ ແລະເຫດການທີ່ຫາກໍ່ເກີດຂຶ້ນກັບແມ່ຂອງລາວ ລາວສົງໄສວ່າ ບໍ່ຮູ້ວ່າ ກ່ອນຕາຍແມ່ທຸກທໍລະມານຫຼືວ່າຫຼັບໄປຢ່າງສະຫງົບ ມີສິ່ງທີ່ຄ້າງຄາໃຈຫຼືວ່າຈາກໄປດ້ວຍຮອຍຍິ້ມ

ເມື່ອໄປຮອດບ້ານລາວກໍຟ້າວເຂົ້າໄປຮ່ວມງານສົບ ເຊິ່ງມີແຂກມາຮ່ວມຢ່າງລົ້ນຫຼາມ ຄົວຄອບລາວເປັນຊາວມຸດສະລິມ ແຕ່ຄົນທີ່ມາຮ່ວມງານ ມາຈາກຫຼາກຫຼາຍສາສະໜາແລະສີຜິວ ເນື່ອງຈາກວ່າລາວຍ້າຍອອກຈາກພໍ່ແມ່ໄປດົນແລ້ວຈຶ່ງບໍ່ຮູ້ແຂກທຸກຄົນທີ່ມາຮ່ວມງານ ຕ້ອງຄອຍຖາມພໍ່ຕະຫຼອດວ່າໃຜເປັນໃຜ ໃນຂະນະທີ່ລາວຍ່າງທັກທາຍຄົນນັ້ນຄົນນີ້ຢູ່ນັ້ນ ລາວກໍເຫຼືອບໄປເຫັນຜູ້ຍິງຄົນໜຶ່ງເຊິ່ງນັ່ງຢູ່ມຸມໜຶ່ງຂອງເຮືອນຄົນດຽວຢ່າງງຽບໆ ລາວຈຶ່ງຖາມພໍ່ວ່າ ຜູ້ຍິງຄົນນີ້ແມ່ນໃຜ ພໍ່ບອກວ່າ ບໍ່ຮູ້ຄືກັນ ເມື່ອເປັນເຊັ່ນນັ້ນລາວຈຶ່ງຍ່າງເຂົ້າໄປຫາແລະກ່າວວ່າ

ຂໍໂທດເດີ ຂ້ອຍເປັນລູກສາວຫຼ້າຂອງແມ່ (ຜູ້ທີ່ເສຍຊີວິດ) ພວກເຮົາບໍ່ມີໃຜຮູ້ເລຍວ່າເອື້ອຍເປັນໃຜ ພໍຈະບອກໄດ້ບໍ່ວ່າເອື້ອຍຮູ້ຈັກແມ່ຂອງເຮົາໄດ້ແນວໃດ?

ຄວາມຈິງຂ້ອຍກໍບໍ່ຮູ້ຈັກແມ່ເຈົ້າດອກ ຜູ້ຍິງແປກໜ້າຄົນນັ້ນຕອບ

ເອົ້າ..ຄັນຊັ້ນເອື້ອຍຄືໄດ້ມານັ່ງຢູ່ໝ່ອງນີ້ຊັ້ນນ່ະ?

ລາວເລົ່າວ່າ “ມີມື້ໜຶ່ງເມື່ອຫຼາຍປີມາແລ້ວ ຊີວິດຂ້ອຍມີບັນຫາເດືອດຮ້ອນແສນສາຫັດເຮັດໃຫ້ຂ້ອຍຮູ້ສຶກທໍ້ຈົນຄິດຈະຂ້າຕົວຕາຍ ແຕ່ບັງເອີນວ່າມື້ນັ້ນຂ້ອຍນັ່ງລົດໂດຍສານເຂົ້າໄປໃນເມືອງ ບັງເອີນໄດ້ນັ່ງໃກ້ກັບຜູ້ຍິງຄົນໜຶ່ງເຊິ່ງກຳລັງອ່ານໜັງສືຢູ່ ພໍນັ່ງລົດໄປໄດ້ໜ້ອຍໜຶ່ງຜູ້ຍິງຄົນນັ້ນກໍໄດ້ວາງໜັງສືລົງແລ້ວຫັນມາເວົ້າກັບຂ້ອຍວ່າ ຂ້ອຍຮູ້ສຶກວ່າເຈົ້າກຳລັງເປັນທຸກ ຖ້າມີເລື່ອງຂັດຂ້ອງໝອງໃຈຫຍັງກໍສາມາດລະບາຍນຳຂ້ອຍໄດ້ເດີ ຂ້ອຍຍິນດີຮັບຟັງ ຂ້ອຍກໍງົງຄືກັນວ່າລາວຄືຮູ້ວ່າຂ້ອຍກຳລັງເປັນທຸກ ແລະລາວກໍຕັ້ງໃຈຟັງຂ້ອຍເລົ່າເລື່ອງທຸກຢ່າງລວມທັງເລື່ອງຄິດຈະຂ້າຕົວຕາຍນຳ ຈາກບົດສົນທະນາເທິງລົດໂດຍສານນັ້ນ ເຮັດໃຫ້ການຕັດສິນໃຈຂອງຂ້ອຍປ່ຽນໄປ..ການຕັດສິນໃຈຄັ້ງນັ້ນບໍ່ມີຜົນສະເພາະຊີວິດຂ້ອຍເທົ່ານັ້ນແຕ່ຍັງລວມເຖິງຊີວິດຄອບຄົວລູກຫຼານຂອງຂ້ອຍນຳ

ແລ້ວເລື່ອງນີ້ມັນກ່ຽວຫຍັງກັບແມ່ຂອງຂ້ອຍລ່ະ ຄົນທີ່ເປັນລູກສາວຖາມ

ອໍ..ລືມໄປ ເນື່ອງຈາກວ່າມື້ນັ້ນຂ້ອຍກັງວົນກັບຫຼາຍເລື່ອງຈົນລືມແນະນຳຕົນເອງກັບຜູ້ຍິງຄົນນັ້ນ ຂ້ອຍເອງກໍບໍ່ຮູ້ຊື່ຜູ້ຍິງຄົນນັ້ນດ້ວຍຊ້ຳ ແຕ່ສອງມື້ກ່ອນຂ້ອຍເຫັນຮູບລາວໃນໜ້າໜັງສືພິມກໍເລີຍໄດ້ມາທີ່ນີ້ ເຮົາທັງສອງບໍ່ຮູ້ຈັກກັນມາກ່ອນ ແຕ່ເວລາ 20 ນາທີເທິງລົດຄັນນັ້ນໄດ້ຊ່ວຍຊີວິດຂ້ອຍໄວ້ໄດ້

ເມື່ອລູກສາວໄດ້ຍິນເຊັ່ນນັ້ນເຖິງກັບຮ້ອງໄຫ້ອອກມາ ພ້ອມກັບຮອຍຍິ້ມໃນເວລາດຽວກັນ ເປັນການຮ້ອງໄຫ້ທີ່ບໍ່ໄດ້ເກີດຈາກຄວາມເສົ້າໂສກ ແຕ່ເກີດຈາກຄວາມຕື້ນຕັນໃຈ ເພາະລາວຮູ້ວ່າ ແມ່ໄດ້ຈາກໄປດ້ວຍຮອຍຍິ້ມ ບໍ່ແມ່ນນ້ຳຕາ ຕະຫຼອດຊີວິດທີ່ຜ່ານມາຂອງແມ່ດຳເນີນມາດ້ວຍຄວາມຮັກແລະຄວາມເມດຕາ ແມ່ໄດ້ປະຕິບັດຕົວຕໍ່ຄົນອື່ນດ້ວຍຄວາມຮັກສະເໝີມາ ເຖິງແມ່ນວ່າຄົນຄົນນັ້ນແມ່ຈະບໍ່ເຄີຍຮູ້ມາກ່ອນກໍຕາມ ແມ່ໄດ້ໃຫ້ຄວາມສຸກແກ່ຄົນອື່ນແລະກໍໄດ້ຮັບຄວາມສຸກນັ້ນກັບຄືນໄປ

ຈາກເລື່ອງລາວຂອງຜູ້ຍິງຄົນນີ້ເຮັດໃຫ້ເຮົາຮູ້ວ່າເວລາມີປະຕິສຳພັນກັບຄົນອື່ນ ຖ້າເຮົາສາມາດເລືອກເຮັດສິ່ງທີ່ດີໄດ້ກໍເຮັດເລີຍ ແຕ່ຖ້າເລືອກບໍ່ໄດ້ຢ່າງໜ້ອຍກໍຢ່າທຳລາຍເຂົາ ສົມມຸດວ່າ ເທິງລົດໂດຍສານມື້ນັ້ນຖ້າຜູ້ຍິງຄົນນັ້ນຍັງຄົງອ່ານໜັງສືຕໍ່ໄປ ໃນງານສົບຂອງລາວ ລູກສາວອາດຈະບໍ່ໄດ້ຍິນເລື່ອງເລົ່າທີ່ໜ້າປະທັບໃຈແລະສະເທືອນອາລົມໄດ້ຂະໜາດນີ້ ແຕ່ເຫດການນີ້ເກີດຂຶ້ນໄດ້ເພາະ ແມ່ຂອງລາວໃຊ້ຊີວິດດ້ວຍຄວາມຮັກແລະເມດຕາຕະຫຼອດມາ

ຈະເຫັນໄດ້ວ່າວິທີການປະຕິບັດຕາມຕາມຄວາມລັບຂໍ້ນີ້ ຈະເລີ່ມຈາກການຮັກຕົນເອງ ຂະຫຍາຍມາສູ່ການຮັກຄົນອ້ອມຂ້າງ ຄົນໃກ້ຊິດ ແລະສຸດທ້າຍຂະຫຍາຍໄປສູ່ວົງກວ້າງ ຄືຮັກທຸກຄົນທີ່ເຮົາເຂົ້າໄປກ່ຽວຂ້ອງ ຜູ້ຂຽນເຊື່ອວ່າຖ້າເຮົາຮັກຕົນເອງແລ້ວ ຂໍ້ທີເຫຼືອຈະຄ່ອຍໆຕາມທີຫຼັງ ຖ້າທ່ານໃດອ່ານຕັ້ງແຕ່ຕົ້ນມາຮອດໝ່ອງນີ້ ຈະສັງເກດເຫັນວ່າຄວາມຮັກທີ່ໄອໂຊໝາຍເຖິງ ບໍ່ແມ່ນຄວາມຮັກທີ່ເຈືອປົນດ້ວຍຣາຄະ ຕັນຫາ ແຕ່ເປັນຄວາມຮັກທີ່ເຕັມໄປດ້ວຍເມດຕາແລະກະລຸນາ ເພາະລາວເຊື່ອວ່າຄວາມຮັກແບບນີ້ຈະເຮັດໃຫ້ຊີວິດມີແຕ່ສັນຕິສຸກ ຫົວໃຈທີ່ປະກອບດ້ວຍເມດຕາແລະກະລຸນາສາມາດຮັກຄົນໄດ້ທັງໂລກ

ຂໍໃຫ້ທຸກທ່ານມີຈິດໃຈເຊັ່ນນັ້ນ

ແລ້ວເຈີກັນໃໝ່ໃນຄວາມລັບຂໍ້ຕໍ່ໄປ

ຄວັນສີເທົາ ອ່ານ

ຕົ້ນລະດູຝົນ, ປີ 2564.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ