ໂຄໂຣນາໄວຣັສມາຈາກໃສ່

ຄວາມປ່ຽນແປງ (Changing) ຫລື ຄຳຄ້າຍໆກັນ ຄື ຄວາມບໍ່ທ່ຽງ (Impermanence),ຄວາມບໍ່ແນ່ນອນ (uncertain ) ນີ້ ອັນຕະລາຍແທ້ ອາດເຮັດໃຫ້ຜູ້ທີ່ໄດ້ຮັບຜົນກະທົບຂອງຄວາມປ່ຽນແປ່ງນີ້ຮ້ອງໄຫ້,ເຈັບປວດ,ທຸກທໍລະມານ ແລະ ຮ້າຍກວ່ານັ້ນຄື ເຖີງແກ່ຄວາມຕາຍ ທີ່ເປັນການລົ້ມສະລາຍຂອງຊີວິດຂັ້ນສຸດທ້າຍ.


ຄວາມປ່ຽນແປ່ງບໍ່ແມ່ນເລື່ອງບັງເອີນ ແຕ່ມັນມີເຫດມີປັດໄຈຂອງມັນຢູ່ ຄືເປັນຂະບວນການຂອງກັມທີ່ສະລັບຊັ້ບຊ້ອນຍາກທີ່ຈະເຂົ້າໃຈ ຢ່າງເຊັ່ນ ເກີດມີໂຣກຮ້າຍ,ເກີດໂຣກລະບາດ,ຍາດພີ່ນ້ອງຕາຍ,ເກີດອຸປັດຕິເຫດຕາຍ ສິ່ງເຫລົ່ານີ້ ເປັນສະພາວະທັມ ທີ່ມີຖານກຳເນີດ ຄືແຮງກັມ(ການກະທຳ)ຂອງເຮົາເອງ.

ຖາມວ່າ ຄວາມຕາຍທີ່ທຸກຄົນຕ້ອງປະສົບນີ້ເປັນກັມບໍ່ ກໍ່ຕ້ອງບອກວ່າມັນເປັນກັມ ທີ່ເຮົາຍັງມີເກີດ ກໍ່ຕ້ອງມີຕາຍເປັນທຳມະດາ ເພາະເມື່ອມີການເກີດ ກໍ່ຍັງຕ້ອງມີການຕາຍມູນວຽນຢູ່ແບບນີ້ບໍ່ທີ່ສິ້ນສຸດ. 

ນອກຈາກຈະໄດ້ຕັດສະຮູ້ເປັນພຣະອໍຣະຫັນແລ້ວເທົ່ານັ້ນ ການກະທຳຈື່ງຈະບໍ່ເອີ້ນວ່າເປັນກັມທີ່ຈະເຮັດໃຫ້ມາເກີດອີກ. ເພາະການກະທຳທຸກຢ່າງຂອງພຣະອະຣະຫັນນັ້ນບໍ່ມີຄວາມໂລບ (ໂລພະ), ບໍ່ມີຄວາມຊັງ(ໂທສະ) ແລະ ບໍ່ມີຄວາມຫລົງ(ໂມຫະ).  

ແລະ ເຫດການຮ້າຍຕ່າງໆ ເຊັ່ນ ສົງຄາມ ຫຼື ໂຣກລະບາດ Covid-19 ທີ່ກຳລັງລະບາດຢູ່ຂະນະນີ້ ມັນບໍ່ໄດ້ເກີດມາເອງລອຍໆແນ່ນອນ ຫລື ມີເທບພະເຈົ້າອົງໃດ່ບັນດານຂື້ນ. 

ແຕ່ເພາະຄວາມບໍ່ຮູ້ເຫດເກີດຂອງມັນຢ່າງແຈ່ມແຈ້ງ ບາງຄົນກໍ່ມົ້ວບອກວ່າ ເປັນຜີ ຫຣື ວິນຍານຮ້າຍທີ່ເກີດຂື້ນມາເພື່ອຂ້າມະມຸດ

ບາງຄົນກໍ່ວ່າ ມີປະເທດໃດ່ຫນື່ງສ້າງໄວຣັສດ້ວຍຄວາມກຽດຊັງແລ້ວເອົາໄປປ່ອຍທີ່ເມືອງອູ່ຮັ້ນ ປະເທດຈີນ ອັນນີ້ກໍ່ວ່າກັນໄປ.

ແຕ່ຄວາມເປັນຈິງ ໄວຣັສ ບໍ່ແມ່ນຜີ ຫຼື ວິນຍານ ແນ່ນອນ ແຕ່ມັນຄືເຊື້ອໂຣກລະດັບອະນຸພາກ ທີ່ເບິ່ງດ້ວຍຕາຫນັງບໍ່ເຫັນ  ໄວຣັສນັ້ນອາດຈະເກີດມາຈາກລະບົບນິເວດທີ່ບໍ່ສະອາດ ຫຼື ຄວາມຜິດພາດທາງຈຸລິນຊີວິທະຍາ.

ແນວໃດ່ກໍ່ຕາມ ໄວຣັສ ຈະເກີດຂື້ນເອງບໍ່ໄດ້ ຖ້າປາດສະຈາກການກະທຳຂອງມະນຸດໂລກ ກັບການທຳງານຂອງລະບົບນິເວດທີ່ຜິດປົກກະຕິ.

ຖ້າຈະໃຫ້ປຽບທຽບຕາມຄວາມເຂົ້າໃຈ ກໍ່ເຫມືອນຄອມພິວເຕີ້ ຖ້າບໍ່ທຳຄວາມສະອາດ ບໍ່ມີອັບເດດ ມັນກໍ່ຈະມີໄວຣັສຕົວຮ້າຍຄ່ອຍລົບກວນໄຟລ໌ຂໍ້ມູນດີໆ.

ເພາະຄວາມບໍ່ຮູ້ເຮົາບໍ່ສາມາດຫ້າມສິ່ງທີ່ຍັງບໍ່ເກີດ ບໍ່ໃຫ້ເກີດໄດ້.ແຕ່ເມື່ອມັນເກີດຂື້ນແລ້ວກໍ່ໄດ້ແຕ່ຍອມຮັບ,ເຂົ້າໃຈ ຫາວິທີປ້ອງກັນໄພ ດ້ວຍວິທີທີ່ເຫມາະສົມ ມີທັງ ການທຳຄວາມສະອາດຕາມທີ່ຢູ່ ໃສ່ຜ້າອັດປາກອະນາໄຫມ ຫລືດ້ວຍວິທີໃດ່ໆ ທີ່ລັດຖະບານແນະນຳ ມີ ບໍ່ໃຫ້ໄປຊຸມນຸມເກີນ 10 ຄົນ ແລະ ຢູ່ແຕ່ໃນເຮືອນ.


ແລະ ທາງພຸດທະສາສະໜາເຮົາ ກໍ່ມີແນະນຳໃຫ້ສູດມົນຕ໌ ແຜ່ເມດຕາຈິດ(Loving friendliness) ໃຫ້ທຸກສັບພະສິ່ງໃນຈັກຈັກກະວານ ທຸກສັບພະສັດ ທີ່ເກີດແລ້ວ ຫລື ຍັງບໍ່ເກີດ ທີ່ຢູ່ໄກ້ ຫຼື ຢູ່ໄກ ທັງທີ່ເຫັນດ້ວຍຕາ ຫຼື ບໍ່ເຫັນດ້ວຍຕາ ເຜື່ອແຜ່ຄວາມເປັນມິດນີ້ ເພື່ອ ຄວາມຮັກ ຄວາມປອດໄພ ຕໍ່ຕົນເອງ ແລະ ຜູ້ອື່ນ.

Author: Singkham
I regularly blog on dhamma, Buddhist news, How to IT, and more