ພຣະພຸດທະຮູບໃຫຍ່ທີ່ສຸດໃນປະເທດລາວ

ພຣະພຸດທະຮູບໃຫຍ່ທີ່ສຸດໃນປະເທດລາວຕອນນີ້ ເປັນພຣະພຸດທະຮູບປາງນັ່ງຂັດສະມາທິ ຕັດສະຮູ້ ມີ ຂະນາດ ຄວາມສູງເຖີງ 54 ແມັດ ຫນ້າຕັກກວ້າງ 30 ແມັດ ຕັ້ງຢູ່ວັດໂພນສີສະຫວ່າງ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ພຣະອາຈານແກ້ວ ສັນຕິໂກ (ສຸວັນນະກຸມມານ)​ ເຈົ້າອະທິການວັດໂພນສີສະຫວ່າງ ຮອງເຈົ້າຄະນະເຂດກ່າວວ່າ ໂຄງການກໍ່ສ້າງເລີ່ມດຳເນິນການມາຕັ້ງແຕ່ ອອກໃຫມ່ 3 ຄໍ່າເດືອນ 12 ພສ 2560 ຄສ 2017 ສຳເລັດແລ້ວປະມານ 90% ຊຶ່ງຄາດວ່າຈະສຳເລັດໃນເດືອນ ເມສາ ຄສ 2022 ຄາດວ່າມູນຄ່າລວມການກໍ່ສ້າງທັງຫມົດຈົນສຳ​ເລັດ 9,000,000,000 (9 ຕື້ກີບ). ສາທຸຊົນຜູ້ມີຈິດສັດທາ ຢາກຮ່ວມບໍລິຈາກປັດໄຈຮ່ວມສ້າງພຣະພຸດທະຮູບໃຫຍ່ ສາມາດຕິດຕໍ່ກັບທາງວັດໂພນສີສະຫວ່າາງ ບ້ານທ່າຊ້າງໄດ້ໂດຍກົງ.

photo by ສະຕິມາປັນຍາເກີດ
photo by ສະຕິມາປັນຍາເກີດ

ນອກຈາກນັ້ນ ວ່າງມາດົນມານີ້ ຍັງໄດ້ມີກ້ອງປະຊຸມກະກຽມໂຄງການກໍ່ສ້າງພຣະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ໂດຍການເປັນປະທານຂອງທ່ານ ສາສະດາຈານ ປອ.ກິແກ້ວ ໄຂຄຳພິທູນ,ຮອງນາຍົກລັດຖະມົນຕີ,ປະທານຄະນະຊີ້ນຳລະດັບຊາດ ແລະ ພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນລາວ,ບັນດາທ່ານຮອງລັດຖະມົນຕີ,ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ,ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດຖະກິດພິເສດ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍຈຸດປະສົງຂອງກອງປະຊຸມຄັ້ງທຳອິດຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບໂຄງການກໍ່ສ້າງພຣະພຸດທະຮູບໃຫຍ່ໃນຄັ້ງນີ້ ແມ່ນ ເພື່ອ ຄົ້ນຄວ້າ ປຶກສາ ກະກຽມວຽກງານໂຄງການກໍ່ສ້າງ ແລະ ສະເໜີຄະນະຮັບຜິດຊອບການໂຄງການກໍ່ສ້າງ ເຊີ່ງປະກອບມີ ຄະນະຊີ້ນຳລວມ,ຄະນະຕິດຕາມກວດກາພາກສະໜາມ ແລະ ກອງເລຂາຊ່ວຍວຽກງານໂຄງການ ພ້ອມທັງ ແບ່ງໜ້າທີ່ຄວາມຮັບຜິດຊອບຂອງຄະນະ ຕໍ່ ໂຄງການກໍ່ສ້າງພຣະພຸດທະຮູບໃຫຍ່ນີ້ ຕາມຂໍ້ຕົກລົງ ສະບັບເລກທີ 47/ນຍ,ລົງວັນທີ່ 28 ພຶດສະພາ 2021.

ໃນໂອກາດນີ້ ທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນວ່າ ເຂດເສດຖະກິດພິເສດນີ້ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ແລະ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມ ເປັນຕົ້ນແມ່ນ ຊ່ວຍຍົກລະດັບສີມືແຮງງານ,ສ້າງວຽກເຮັດງານທຳ ພ້ອມທັງເປັນອີກຖານລາຍຮັບໜື່ງໃຫ້ກັບລັດຖະບານ ແລະ ເຫັນວ່າ ການພັດທະນາຢູ່ເຂດເສດຖະກິດພິເສດ ມີຫຼາຍຮູບແບບ ມີທັງເຂດອຸດສະຫະກຳຜະລິດ ການຂົນສົ່ງ ການພັດທະນາເມືອງໃຫມ່ທີ່ທັນສະໄໝເປັນມິດກັບສິ່ງແວດລ້ອມ ແລະ ວັດທະນະທຳ.

ໂດຍສະເພາະ ໂຄງການກໍ່ສ້າງພຣະພຸດທະຮູບໃຫຍ່ນີ້ ເປັນໂຄງການທີ່ແນ່ໃສ່ການອະນຸລັກ ແລະ ສົ່ງເສີມວັດທະນະທຳ,ປະຫວັດສາດ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ.ເສີມສ້າງພຸດທະສາສະໜາໃຫ້ມີຄວາມຢືນຢົງທັນກັບຍຸກສະໄໝ ແລະ ຈະເປັນການຊຸກຍູ້ໃຫ້ເຂດເສດຖະກິດພິເສດແຫ່ງນີ້ ກາຍເປັນສູນລວມທາງດ້ານເສດຖະກິດ ວັດທະນະທຳ ປະຫວັດສາດ ອັນດີງາມຂອງຊາດຕໍ່ໄປ. ແນວໃດກໍ່ຕາມ ໂຄງການກໍ່ສ້າງພຣະພຸດທະຮູບຂະນາດໃຫຍ່ໃນເຂດເສດຖະກິດພິເສດ ບຶງທາດຫຼວງນີ້ ແມ່ນຢູ່ໃນແຜນການ ທີ່ບໍລິສັດ ຫວັ່ນເຟິງ ຊ່ຽງໄຫ້ (Wan Feng Shanghai) ເຈົ້າຂອງສຳປະທານ ໄດ້ສະເໜີໄວ້ຕັ້ງແຕ່ເດືອນ ສິງຫາ ປີ 2020 ໂດຍບໍລິສັດໄດ້ໃຫ້ເຫດຜົນວ່າ ພຣະພຸດທະຮູບເປັນທີ່ເຄົາລົບນັບຖື ຂອງ ພຸດທະສາສະນິກກະຊົນໃນລາວ ໄທ ແລະ ມຽນມາ ກຳປູເຈຍ ຫວຽດນາມ ແລະ ທົ່ວໂລກ ຖ້າໄດ້ສ້າງພຣະພຸດທະຮູບຂື້ນພາຍໃນເຂດ ບຶງທາດຫຼວງ ຈະດຶງດູດໃຫ້ຄົນຈຳນວນຫຼາຍຈາກທຸກທິດ ເດີນທາງເຂົ້າມາຂາບໄຫວ້ ຖືວ່າເປັນການສົ່ງເສີມການທ່ອງທ່ຽວ ແລະ ສ້າງລາຍຮັບເຂົ້າປະເທດລາວຫຼາຍຂື້ນອີກດ້ວຍ.

Author: Singkham
I regularly blog on dhamma, Buddhist news, How to IT, and more