ລາຍການທັມມະ ທີ່ມີຄູບາ ອາຈານມາຮ່ວມອອກລາຍການຫຼາຍທີ່ສຸດ ໃນເມືອງລາວ

ຖ້າເວົ້າເຖີງລາຍການທັມມະໃນເມືອງລາວ ທີ່ມີຄວາມຫຼາກຫຼາຍ ອັດແໜ້ນທາງດ້ານຂໍ້ມູນ,ຫົວຂໍ້ທັມມະ ແລະ ຄູບາອາຈານ ມາຮ່ວມບັນຍາຍແລ້ວ “ສະຕິມາປັນຍາເກີດ” ຄົງຈະເປັນລາຍການໜຶ່ງໃນນັ້ນ.  ຖືໄດ້ວ່າເປັນລາຍການວິທະຍຸທັມມະ ຍຸກຕົ້ນໆ ແລະ ຢູ່ມາດົນນານໃນປະເທດລາວ.

ລາຍການ ສະຕິມາປັນຍາເກີດ ເລີ່ມອອກອາກາດຕັ້ງແຕ່ ວັນທີ 22 ພຶດສະພາ ຄ.ສ 2011 ທາງຄື້ນວິທະຍຸກະຈາຍສຽງແຫ່ງຊາດລາວ FM 95.00 MHz. ທຸກໆມື້ ເວລາ 6,00-7,00 AM. ເຊີ່ງເປັນລາຍການໜຶ່ງທີ່ນອນຢູ່ໃນການຈັດຕັ້ງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ພາຍໃຕ້ການຊີ້ນຳ ຂອງ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ອພສ.

ນັບຕັ້ງແຕ່ເລີ່ມອອກອາກາດຈົນເຖີງປັດຈຸບັນ ມີຄູບາອາຈານ ມາຮ່ວມອອກລາຍການ ຫຼາຍກວ່າ 3,000 ຄັ້ງ. ປັດຈຸບັນນີ້ ທ່ານຜູ້ສົນໃຈສາມາດຕິດຕາມຮັບຟັງຄລິບສຽງສົນທະນາທັມໃນຮູບແບບພອດແຄສໄດ້ຫຼາຍຊ່ອງທາງ ຫຼາຍແພທຟອມຊັ້ນນຳຂອງໂລກ ເຊັ່ນ: Apple Podcast, Google Podcast, Spotify, Overcat ແລະ Pocket Cast.

ສະຕິມາປັນຍາເກີດ ເປັນລາຍການທັມມະທີ່ສື່ສານເລື່ອງການນຳໃຊ້ທັມມະໃນຊີວິດປະຈຳວັນ ເພື່ອໃຫ້ຮູ້ເທົ່າທັນບັນຫາ ແລະ ສາມາດແກ້ໄຂໄດ້ຢ່າງຖືກຕ້ອງຕາມທັມ ໂດຍເນັ້ນການສອນເອົາຄວາມຖືກຕ້ອງ ບໍ່ເອົາຄວາມຖືກໃຈ ໃຫ້ສາມາດເພີ່ງຕົນເອງ ມີຕົນເປັນແສງສະຫວ່າງ ແລະ ມີທັມເປັນທີ່ເພີ່ງ ມີທັມເປັນແສງສະຫວ່າງ ຮູບແບບການດໍາເນີນລາຍການ “ ທັມມະບັນຍາຍ ແລະ ເປີດໂອກາດໃຫ້ຜູ້ຟັງທາງບ້ານໄດ້ໂທເຂົ້າມາສອບຖາມບັນຫາ ທີ່ຂ້ອງຄາໃຈ ”

ໃນໄລຍະ 3 ປີ ທຳອິດ ມີພຣະອາຈານ ມາຮ່ວມອອກລາຍການພຽງ 3 ອົງ ເລີ່ມປີທີ 4 ຮອດປັດຈຸບັນ ມີພຣະອາຈານ12 ອົງ ແລະ ແມ່ ຂາວ 2 ຕົນ. ດັ່ງນີ້ : 1. ພຣະອາຈາຣ ມະຫາອຸດອນ ອະນຸຕຕະໂຣ ວັດວ່າປ່າສຸວັນປະດິດ ບ້ານນາດີ 2. ພຣະອາຈາຣ ທະວີໄຊ ຕິດສະວັງໂສ ວັດປ່າວິໂມກ (ຊຳປັກແຮດ) 3. ພຣະອາຈາຣ ຫຸມເພັງ ພັນທະສາໂຣ ວັດປ່ານາທົ່ມ 4. ພຣະຄຣູ ຄຳໄຜ່ ສິຣິປັນໂຍ ວັດປ່າຕາດທອງ 5. ພຣະອາຈາຣ ແກ້ວພະຈັນ ຍົດປັນຍາ ວັດປ່າດົງໝາກຄາຍ 6. ພຣະອາຈາ ພຸດທະສອນ ລະຄອນຄຳ ວັດວຽງທອງ 7. ພຣະອາຈາຣ ບຸນເລີຍ ປັນຍານັນດະ  ວັດປ່າວິໂມກ (ຊຳປັກແຮກ) 8. ພຣະອາຈາຣ ອິນແປງ ວັດພຣະບາດໂພນຄ້ອງ 9. ພຣະອາຈານ ສີສຸກ ສະເຫຼີມຄຸນ ວັດໂພນສະຫວັນ (ສາລາແດງ) 12. ພຣະອາຈາຣ ບຸນເນົາ ວົງແສງສີ ວັດປ່າວິໂມກ (ຊຳປັກແຮດ) 11. ພຣະອາຈາຣ ສົມພວງ ວັດປ່າວິໂມກ (ຊຳປັກແຮດ) ແລະ 1. ແມ່ຂາວນ້ອຍ 2 ແມ່ຂາວບຸນມາ.

ຈຸດປະສົງຂອງລາຍການ “ເພື່ອຂັບເຄື່ອນພຣະພຸທທະສາສະນາເໝືອນກົງລໍ້ແຫ່ງທັມມະຈັກ ສ້າງພະລັງແຫ່ງຄວາມເມດຕາໃຫ້ເກີດຂຶ້ນແກ່ມວນມະນຸສສະຍະຊາດ ສາມາດດຳລົງຊີວິຕຢູ່ໃນໂລກໄດ້ຢ່າງຮູ້ເທົ່າທັນທຸກບັນຫາ ຢູ່ຮ່ວມກັນຢ່າງມີສັນຕິສຸຂ.

ຄໍາຂວັນລາຍການ “ຖ້າທ່ານທຸກເພາະໂສກເສົ້າ ເຫງົາເພາະວຸ້ນວາຍ ຖ້າຢາກຫາຍຫັນມາຟັງລາຍການສະຕິມາປັນຍາເກີດ”

ວິໄສທັດລາຍການ “ສອນໃຫ້ເບີ່ງໂລກແບບພາຍໃນຕາມພຣະສາສະດາ ເພື່ອໃຫ້ພັດທະນາ ກາຍ ວາຈາ ໃຈ ໂດຍໃຊ້ ຫລັກໄຕຣສິກຂາ ໃນເບື້ອງຕົ້ນ ເພື່ອໃຫ້ທຸກຄົນຮູ້ເທົ່າທັນປັຈຈຸບັນ”

Author: Singkham
I regularly blog on dhamma, Buddhist news, How to IT, and more