ແຈ້ງການສຶບຕໍ່ບາງມາດຕະການປ້ອງການພະຍາດໂຄວິດ ແລະ ຜ່ອນຜັນ ໃນໄລຍະ ວັນທີ 05-19 ມິຖຸນາ 2021

ເເຈ້ງການ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 53 5 /ຫສນຍ ນະຄອນຫຼວງວຽງຈັນ, ວັນທີ 04. ໓໗ ນາ . 2024

ຮຽນ: – ບັນດາທ່ານ ລັດຖະມົນຕີ, ຫົວຫນ້າອົງການທຽບເທົ່າ ທີ່ນັບຖື, ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງທົ່ວປະເທດ ທີ່ນັບຖື.

ເລື່ອງ: ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນໄລຍະ ວັນທີ 05-19 ມິຖຸນາ 2021.

 1.ບາງມາດຕະການສືບຕໍ່ປະຕິບັດ:

1.1. ເພີ່ມທະວີການຊອກຫາ ຜູ້ຕິດເຊື້ອມາປິ່ນປົວ ໂດຍມີການສົມທົບລະຫວ່າງອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບຄວາມຮັບຜິດຊອບທາງການເເພດດ້ວຍທຸກວິທີການ; ເພີ່ມການສັກວັກຊິນໃຫ້ເປົ້າຫມາຍຕ່າງໆເທົ່າທີ່ຈະຫຼາຍໄດ້.

1.2. ປິດຮ້ານກິນ-ດື່ມ, ສວນອາຫານ, ຄາຣາໂອເກະ, ສະຖານບັນເທີງ, ຮ້ານສະຫນຸກເກີ,ຮ້ານນວດ, ຮ້ານເສີມສວຍ, ຮ້ານສະປາ, ສະຖານທີ່ທ່ອງທ່ຽວ, ຮ້ານເກມທຸກປະເພດ.

1.3. ປິດສູນກິລາໃນຮົ່ມທຸກປະເພດ, ພ້ອມທັງ ຫ້າມບໍ່ໃຫ້ຫຼິ້ນກິລາທີ່ຮ່າງກາຍມີການສໍາຜັດກັນ ເຊັ່ນ: ບານເຕະ, ຕີມວຍ ເເລະ ອື່ນໆ.

1.4. ປິດການຮຽນ-ການສອນ ຢູ່ສະຖາບັນການສຶກສາທຸກຊັ້ນ ຢູ່ນະຄອນຫຼວງວຽງຈັນ.

1.5. ປິດບັນດາໂຮງງານອຸດສາຫະກໍາປຸງເຕ່ງ ເເລະ ຫົວຫນ່ວຍຫັດຖະກໍາ ຢູ່ ໃນເຂດ ຫຼື ບ້ານ

ທີ່ຖືກກໍານົດເປັນເຂດເເດງ, ຍົກເວັ້ນໂຮງງານທີ່ມີຫໍພັກຂອງເເຮງງານ ຢູ່ໃນບໍລິເວນໂຮງ ງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການ ລະບາດ ເເລະ ອຸປະກອນການແພດ ເເຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງ ກັນ ທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ. ໃນໄລຍະພັກວຽກນີ້, ໃຫ້ຜູ້ ປະກອບການຂອງບັນດາໂຮງງານ, ຫົວຫນ່ວຍການຜະລິດ ທີ່ປິດ ມີລະບຽບການໃນ ການຄຸ້ມຄອງເເຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ (ໃຫ້ພັກຢູ່ທີ່ຫໍພັກຂອງຕົນ) ແລະ ປະຕິບັດນະໂຍບາຍສະຫວັດດີການ ໃຫ້ເເກ່ເເຮງງານເຫຼົ່ານັ້ນ ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ ຂອງຂະແຫນງການກ່ຽວຂ້ອງຂອງລັດ ວາງອອກ.

1.6. ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ທ້ອງຖິ່ນ ຫຼື ເຂດທີ່ມີການຕິດເຊື້ອ (ເຂດແດງ) ຫຼື ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ເເລະ ເຫດຜົນຈໍາເປັນ ເຊັ່ນ: ໄປປະຕິບັດວຽກໂຄງການ, ໄປທໍາການຜະລິດ, ການຂົນສົ່ງສິນຄ້າ ເເລະ ສົ່ງສະບຽງອາຫານ, ການໄປບິນທະບາດ ຂອງພະສົງ, ໄປໂຮງຫມໍ, ໄປຮັບວັກຊີນ ເເຕ່ໃຫ້ຂະແຫນງສາທາລະນະສຸກ ເເລະ ເຈົ້າຫນ້າທີ່ກ່ຽວຂ້ອງ ຕັ້ງດ່ານເພື່ອກວດ ສຸຂະພາບ, ເອກະສານທີ່ກ່ຽວຂ້ອງ ເເລະ ເກັບກໍາຂໍ້ມູນ ຢ່າງຮັດກຸມ.

1.7. ຫ້າມໂຮມຊຸມນຸມ ຫຼື ກິດຈະກໍາຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ຄົນ ຢູ່ສະຖານທີ່ບໍ່ສາມາດຮັບປະກັນການຮັກສາໄລຍະຫ່າງ 01 ແມັດໄດ້.

1.8. ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.

1.9. ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ເເລະ ເເຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງຫນ້ອຍ 01 ເເມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈລລ້າງມື ຢູ່ບັນດາຮ້ານຂາຍເຄື່ອງຍ່ອຍ (ມິນິມາດ), ຊຸບເປີມາເກັດ, ຕະຫຼາດ ເເລະ ເຂດສ່ຽງ.

2.ບາງມາດຕະການຜ່ອນຜັນ:

2.1. ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ,ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ແລະ ເເຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງຫນ້ອຍ 01 ເມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈລລ້າງມື.

2.2. ສືບຕໍ່ອະນຸຍາດໃຫ້ຍ່າງອອກກໍາລັງກາຍຕາມສະຖານທີ່ຕ່າງໆ ເເລະ ຫຼິ້ນກິລາກາງແຈ້ງ ທີ່ຮ່າງກາຍບໍ່ໄດ້ສໍາຜັດກັນ. ສໍາລັບ ກິລາກ໊ອບ ກໍເຫັນດີໃຫ້ສືບຕໍ່ໄດ້, ເເຕ່ພະນັກ ງານບໍລິການ ໃນສະຫນາມກ໊ອບ ລ້ວນເເຕ່ໄດ້ສັກວັກຊີນ ຄົບຕາມກໍານົດເເລ້ວ ເເລະ ໃຫ້ເຈົ້າພາບຂອງສະຖານທີ່ດັ່ງກ່າວ ສ້າງເເຜນລະອຽດໃນການປະຕິບັດມາດຕະການ ສະກັດກັ້ນ, ປ້ອງກັນພະຍາດ COVID-19 ເເລ້ວສະເຫນີຕໍ່ຄະນະສະເພາະກິດ ເເລະ ອົງການປົກຄອງທ້ອງຖິ່ນ ເປັນຜູ້ອະນຸມັດ ເປັນເເຕ່ລະກໍລະນີໄປ ແລະ ເມື່ອໄດ້ຮັບ ອະນຸຍາດແລ້ວ ຕ້ອງປະຕິບັດຕາມແຜນທີ່ໄດ້ສະເຫນີ ແລະ ມາດຕະການທີ່ຄະນະ ສະເພາະກິດ ວາງອອກຢ່າງເຂັ້ມງວດ.

2.3. ອະນຸຍາດໃຫ້ເປີດຮ້ານຕັດຜົມ ຢູ່ນອກເຂດເເດງ ເເຕ່ບໍ່ໃຫ້ລູກຄ້າເເອອັດຢູ່ໃນຮ້ານ ເເລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເເລະ ເເຜ່ເຊື້ອ ຢ່າງເຂັ້ມງວດ.

2.4. ອະນຸຍາດໃຫ້ນັ່ງກິນ, ດື່ມ ຢູ່ຮ້ານອາຫານ, ຮ້ານກາເຟ ທີ່ບໍ່ຢູ່ໃນເຂດເເດງ ໂດຍໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ເມັດຂຶ້ນໄປ ເເລະ ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອ ເເລະ ແຜ່ເຊື້ອຢ່າງເຂັ້ມງວດ, ເເຕ່ບໍ່ໃຫ້ບໍລິການເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ.

2.5. ອະນຸຍາດໃຫ້ເປີດການຮຽນ-ການສອນ ຢູ່ສະຖານການສຶກສາທຸກຊັ້ນຮຽນ ຢູ່ໃນບັນດາເເຂວງທີ່ບໍ່ມີການລະບາດ ໃນຊຸມຊົນ.

2.6. ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ທີ່ບໍ່ເເມ່ນຢູ່ໃນເຂດເເດງ ເເຕ່ຕ້ອງສາມາດຮັກສາໄລຍະຫ່າງ 01 ເມັດຂຶ້ນໄປ ໂດຍການຈັດກອງປະຊຸມດັ່ງກ່າວ ຕ້ອງໄດ້ປະຕິບັດຕາມມາດ ຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ເເທກອຸນຫະພູມ, ການຮັກ ສາໄລຍະຫ່າງ ຢ່າງຫນ້ອຍ 01 ເມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາ ສະອາດ ໃສ່ສະບູ ຫຼື ເຈລລ້າງມື້ ຄັກເເນ່.

2.7 ອະນຸຍາດໃຫ້ດໍາເນີນກິດຈະການກາຊີໂນ ທີ່ບໍ່ຢູ່ໃນເຂດແດງ, ເເຕ່ໃຫ້ເຈົ້າພາບຂອງ ສະຖານທີ່ດັ່ງກ່າວ ສ້າງເເຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງ ກັນພະຍາດ COVID-19 ແລ້ວສະເຫນີຕໍ່ຄະນະສະເພາະກິດ ເເລະ ອົງການປົກຄອງທ້ອງຖິ່ນ ເປັນຜູ້ອະນຸມັດ ເປັນແຕ່ລະກໍລະນີໄປ.

2.8. ອະນຸຍາດໃຫ້ນໍາໃຊ້ເຮືອຫາປາ ເພື່ອຫາປາຕາມລໍານ້ໍາເຂດຊາຍເເດນລະຫວ່າງປະເທດໃນໄລຍະເວລາ ເເຕ່ 08:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ເເຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກໍານົດ ຈໍານວນເຮືອ ຫາປາ ເເລ້ວຈຶ່ງອະນຸຍາດ ໂດຍກ່ອນຈະອອກໄປ ກໍຕ້ອງໄດ້ບັນທຶກການ ປ່ອຍອອກ ເເລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ເເລະ ເຂັ້ມງວດ.

2.9. ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນໄດ້ປົກກະຕິ.

2.10. ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກ ລະຫວ່າງ ເເຂວງຕໍ່ເເຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ໂດຍບໍ່ໃຫ້ກັກໂຕ, ເເຕ່ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ເເທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງຫນ້ອຍ 01 ເມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈລລ້າງມື ຄັກເເນ່.

2.11. ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກ ແລະ ທາງອາກາດ ລະຫວ່າງນະຄອນຫຼວງວຽງຈັນ ກັບ ບັນດາແຂວງທົ່ວປະເທດ ສໍາລັບຜູ້ໂດຍສານທີ່ສັກວັກຊີນ ຄົບ 02 ເຂັ້ມ ໄດ້ 01 ເດືອນຂຶ້ນໄປ ໂດຍບໍ່ໃຫ້ມີການກັກກັນ14 ວັນ, ເເຕ່ພະນັກງານຮັບ ຜິດຊອບສາຍການບິນ, ພະນັກງານລົດຂົນສົ່ງ ເເລະ ຜູ້ໂດຍສານ ຕ້ອງມີຄວາມຮັບຜິດ ຊອບໃຫ້ມີການເເທກອຸນຫະພຸມ, ກວດກາການໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈລລ້າງມື.

2.12. ອະນຸຍາດໃຫ້ຜູ້ຂັບຂີ່ລົດ ເເລະ ພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງ ເເຂວງຕໍ່ເເຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈໍາເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະ ເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ COVID-19 ເເລະ ບໍ່ຈໍາກັດບໍລິເວນ ຢູ່ແຂວງ ປາຍທາງ 14 ວັນ, ເເຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເເລະ ເເຜ່ເຊື້ອທີ່ ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ສໍາລັບການຂົນສົ່ງສິນຄ້າລະຫວ່າງ ປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກ ປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄໍາແນະນໍາ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄໍາເເນະນໍາ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.

3.ມອບໃຫ້ຂະແຫນງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ລວມທັງຢູ່ຂັ້ນເມືອງ, ບ້ານ ຫຼື ເຈົ້າຫນ້າທີ່ຫນ່ວຍປະຕິບັດງານ ພ້ອມກັນເອົາໃຈໃສ່ປະຕິບັດຫນ້າທີ່ຂອງຕົນ ຕາມມາດ ຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ກໍລະນີພົບເຫັນຜູ້ ລະເມີດ ເເມ່ນຕ້ອງດໍາເນີນມາດຕະການເດັດຂາດ ຕາມກົດຫມາຍ ເເລະ ລະບຽບການກໍານົດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ, – ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

 

 

 

 

 

Author: Singkham
I regularly blog on dhamma, Buddhist news, How to IT, and more