ພຸດທະສາສະນິກກະຊົນລາວ ໂຮມໃຈ ຕ້ານໄພໂຄວິດ-19 ໃຫ້ວັດຜາໂອ ຫຼາຍກວ່າ 300 ລ້ານກີບ

ເມື່ອວັນທີ 18 ຕຸລາ 2021ຜ່ານມານີ້ ທີ່ ສຳນັກງານສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ ໄດ້ມີພິທີມອບເງິນຈຳນວນ 300 ລ້ານກີບ ຊ່ວຍເຫຼືອ ພຣະສົງ-ສາມະເນນ ວັດປ່າຜາໂອ ນະຄອນຫຼວງພຣະບາງ ໂດຍຜ່ານສູນກາງແນວລາວສ້າງຊາດ ເພື່ອແກ້ໄຂບັນຫາຄວາມຈຳເປັນຂອງຄະນະສົງວັດດັ່ງກ່າວ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

ໂດຍການຮ່ວມເປັນສັກຂີພິຍານຈາກທາງຄະນະສົງ ນຳໂດຍ ພຣະຫຼັກແກ້ວ ມະຫາສຸເມທາທິບໍດີ (ບຸນມາ ສິມມາພົມ)ຮັກສາການປະທານສູນກາງ ອ.ພ.ສ , ພຣະອາຈານ ພຸດທະສອນ ອ່ອນອົງສາ ປະທານທີ່ປຶກສາຝ່າຍສົງ ມູນນິທີຊ່ອຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ແລະ ຝ່າຍຄາຣາວາດ ໂດຍ ທ່ານສິລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ,ແມ່ປ້ານາລີ ສີສຸລິດ ພັນລະຍາປະທານປະເທດ ແຫ່ງ ສປປ ລາວ.

ວັດຜາໂອ ຫຼື ໂຮງຮຽນມັດທະຍົມສົງຕອນຕົ້ນ ບ້ານຜາໂອ ເຂດປາກເຊືອງ ເມືອງຫຼວງພະບາງ ຕາມການລາຍງານທາງເຟສບຸກ ຂອງ ສາທຸໃຫຍ່ ອ່ອນແກ້ວ ກິດຕິພັດໂທ, ເຈົ້າອະທິການ ວັດຜາໂອ ໃຫ້ຮູ້ວ່າມີສະມະເນນ 560 ຄົນ. ແຕ່ເມື່ອມີສະພາບໂຄວິດລະບາດ ໂຮງຮຽນໄດ້ປິດລົງ, ງົດການໄປບິນດະບາດ. ສະມະເນນຈໍານວນໜຶ່ງ ກໍເລີຍຂໍຍ້າຍກັບໄປຢູ່ວັດບ້ານຂອງຕົນ, ຈໍານວນໜຶ່ງກໍລາສິກຂາ ປັດຈຸບັນມີພຣະສົງ-ສະມະເນນ 469 ເປັນສະມະເນນ 447 ຕົນ ພຣະ 22 ອົງ.

ເມື່ອວັນທີ່ 11 ຕຸລາ ທາງຄະນະສະເພາະກິດຂັ້ນນະຄອນຫຼວງພຣະບາງ ໄດ້ອອກແຈ້ງການໃຫ້ວັດປ່າຜາໂອ ເປັນເຂດສີແດງປິດການເຂົ້າ-ອອກ (Lock down) ເມື່ອມີສະມະເນນຕິດເຊື້ອໂຄວິດ. ປັດຈຸບັນ ວັນທີ່ 17 ຕຸລາ ນີ້ ມີສະມະເນນຕິດເຊື້ອໂຄວິດ 18 ຕົນ , ໃນນັ້ນ ມີ ພຣະສົງ 1 ອົງ.  ຍັງນອນຄ້າງຢູ່ທີ່ກັກໂຕ ໂຮງໝໍແຂວງ 3 ຄົນ (ມີພຣະ 1 ອົງ, ຈົວ 2 ຕົນ). ກັກໂຕ ປິ່ນປົວຢູ່ສູນກັກໂຕ ທີ່ວັດຜາໂອ 15 ຕົນ,  ກຸ່ມສ່ຽງດຽວນີ້ຍັງ 46 ຕົນ.

ດັ່ງນັ້ນ, ມູນນິທີຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ.ລາວ ຈຶ່ງໄດ້ຊ່ວຍລະດົມທຶນຜ່ານຊ່ອງທາງສື່ອອອນລາຍ ແລະ ສື່ສານມວນຊົນ ໃຫ້ພຸດທະສາສະນິກກະຊົນຜູ້ໃຈບຸນທັງຫຼາຍຊ່ວຍບໍລິຈາກ ໂດຍການໂອນເງິນຜ່ານບັນຊີຂອງວັດປ່າຜາໂອ ນະຄອນຫລວງພຣະບາງ ໂດຍກົງ.

ສາທຸຊົນຜູ້ໃຈບຸນ ສາມາດຮ່ວມບໍລິຈາກໄດ້ຜ່ານ QR ໂຄດຂ້າງລຸ່ມນີ້ ຫຼື ຕິດຕໍ່ສອບຖາມ 020 56 068 899 ແລະ 020 55 044 419.

Author: Singkham
I regularly blog on dhamma, Buddhist news, How to IT, and more