ພິທີມອບປັດໃຈແລະເຄື່ອງປ້ອງກັນໂຄວິກ19 ລວມເປັນມູນຄ່າທັງຫມົດ 156.000.000ກີບ

ທ່ານ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ອາລູນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ,ພຣະອາຈານໃຫຍ່ ບຸນທະວີ ປະສິດທິສັກ ຄະນະບໍລິຫານງານປະຈຳສູນກາງອົງການພຸດທະສາສນາສຳພັນແຫ່ງ ສປປລາວ ຫົວຫນ້າກຳທະທິການສາທາລະນູປະການ,ພຣະອາຈານພົງສະຫວັນ ອານຸສິນ ຄະນະບໍລິຫານງານສູນກາງອົງການພຸດທະສາສນາ ສຳພັນແຫ່ງ ສປປລາວ,ກຳມະທິການສາທາບະນູປະການ.

ຫົວຫນ້າຫນ່ວຍງານສັງຄົມສົງເຄາະ,ປະທານມູນນິທິຊ່ວຍເຫລືອຄົນທຸກຍາກສາຂານະຄອນຫລວງວຽງຈັນ,ຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານສາສນາຂອງສູນກາງແນວລາວສ້າງຊາດ ແລະ ທ່ານ ນາງພອນວິໄລ ແສນປະເສີດ ຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານສາສນາ ຂອງສູນກາງແນວລາວສ້າງຊາດ ແລະ ພຣະສົງຈາດວັດ ມະຫາພຸດທະວົງສາປ່າຫລວງພ້ອມດ້ວຍທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມຕັດຫຍິບ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງແຂວງຈຳປາສັກພ້ອມດ້ວຍທ່ານ ພິມມະສອນ ອາມິນທະລາດ,ທ່ານ ບຸນພະມິດ ໂສມວິຈິດ ແລະ ຕ່າງຫນ້າ ທ່ານ ຕັນ ພິມພິສານ ໄດ້ນຳເອົາປັດໃຈຈຳນວນ 145.000.000ກີບ ແລະ ເຄື່ອງປ້ອງກັນໄວລັດມູນຄ່າ 11.000.000ກີບລວມທັງຫມົດເປັນມູນຄ່າ 156.000.000ກີບມາມອບໃຫ້ທ່ານປະທານ ສູນກາງແນວລາວສ້າງຊາດ ໂດຍມີທ່ານ ເຢເກີຢ່າ ນໍຈໍຈົງຕົວ ຮອງປະທານ ແລະ ຄະນະກົມຫົວຫນ້າຫ້ອງການເຂົ້າຮ່ວມເປັນສັກຂີພະຍານພິທີຮັບຄັ້ງນີ້.

Author: Singkham
I regularly blog on dhamma, Buddhist news, How to IT, and more