ວັນເວລາທີ່ຫຼົ່ນຫາຍ

ໂດຍ: ຄວັນສີເທົາ

ໂມງເສຍຍັງຊື້ໃຫມ່ໄດ້ ແຕ່ເວລາທີ່ເສຍໄປບໍ່ມີທາງທີ່ຈະເອົາກັບຄືນມາໄດ້ເລີຍ.

ຫຼາຍຄົນມັກເວົ້າວ່າ ໃນຊີວິດນີ້ຢາກເຮັດຫຼາຍສິ່ງຫຼາຍຢ່າງ ແຕ່ວ່າຂ້ອຍບໍ່ມີເວລາ, ຫຍຸ້ງຫຼາຍ, ງານລົ້ນມື, ວຽກບ້ານຖ້ວມຫົວ, ຕົວຈົມຢູ່ກັບກອງເອກະສານ, ຈົນບໍ່ມີເວລາເຮັດໃນສິ່ງທີ່ມັກຢ່າງແທ້ຈິງ.

ຄຳຖາມຄືວ່າ ແລ້ວເວລາເຈົ້າເສຍໄປໃສ?

ຄຳເວົ້າທີ່ວ່າ “ຄົນທີ່ປະສົບຄວາມສຳເລັດ ມື້ໜຶ່ງມີເວລາ 25 ຊົ່ວໂມງ ສ່ວນຄົນທີ່ລົ້ມເຫຼວ ມື້ໜຶ່ງມີເວລາ 23 ຊົ່ວໂມງ” ເປັນຄຳເວົ້າທຳມະດາ ແຕ່ວ່າຟັງແລ້ວຮູ້ສຶກເຈັບປວດ ເພາະຄວາມຈິງເຮົາມີເວລາມື້ລະ 24 ຊົ່ວໂມງເທົ່າກັນ ບາງຄົນໃຊ້ມັນຢ່າງຄຸ້ມຄ່າ ແຕ່ວ່າບາງຄົນຈັກເອົາໄປເຮັດຫຍັງ ແລ້ວກໍມາຈົ່ມວ່າ ເວລາໜ້ອຍ ເວລາຜ່ານໄປໄວ ເຮັດຫຍັງກະບໍ່ທັນ ຕົກລົງວ່າ “ເວລາຜ່ານໄປໄວ ຫຼື ເຮົາໃຊ້ມັນບໍ່ເປັນກັນແນ່” ເຮົາມັກໄດ້ຍິນເລື່ອງປຽບທຽບວ່າ ແຕ່ລະມື້ມີຄົນເອົາເງິນມາໃຫ້ 24 ລ້ານ ໂດຍມີເງື່ອນໄຂວ່າ ຖ້າເຈົ້າໃຊ້ເງິນນັ້ນບໍ່ໝົດຈະຕ້ອງສົ່ງຄືນ ແລ້ວມື້ຕໍ່ມາເຂົາກໍເອົາມາໃຫ້ອີກ 24 ລ້ານ ຄຳຖາມຄື ເຈົ້າຈະໃຊ້ເງິນຈຳນວນນີ້ແນວໃດໃຫ້ເກີດປະໂຫຍດສູງສຸດ? ຖ້າໃຜຕ້ອງເອົາເງິນໄປຄືນເຂົາທຸກມື້ ສະແດງວ່າ ໃຊ້ເງິນນັ້ນບໍ່ເປັນ. ເວລາກໍເຊັ່ນດຽວກັນ ເປັນສິ່ງທີ່ມີຄຸນຄ່າຄືກັບເງິນຄຳ ເຮົາຈຶ່ງຄວນນຳໃຊ້ໃຫ້ເກີດປະໂຫຍດ ພຣະພຸດທະເຈົ້າຕັດຖາມສະເໝີວ່າ ວັນ ແລະ ຄືນ ລ່ວງເລີຍໄປ ຕອນນີ້ ເຮົາກຳລັງເຮັດຫຍັງຢູ່? ເປັນຄຳຖາມທີ່ກະຕຸ້ນໃຫ້ຄິດເຖິງຄຸນຄ່າຂອງເວລາວ່າ

ແຕ່ລະມື້ເຮົາໃຊ້ເວລາໄປກັບເລື່ອງໃດແດ່?

ຊ່ວງນີ້ ຜູ້ຂຽນຮູ້ສຶກວ່າ ຕົນເອງຫຍຸ້ງຢູ່ຕະຫຼອດເວລາ ເໝືອນມີວຽກໃຫ້ຕ້ອງເຮັດຕະຫຼອດວັນ ແຕ່ເມື່ອຈະຫຼັບຕາລົງນອນ ແລ້ວຢ້ອນນຶກເຖິງສິ່ງທີ່ເຮັດພາຍໃນມື້ນັ້ນໆ ກັບພົບວ່າ ບໍ່ມີຫຍັງເປັນຊິ້ນເປັນອັນຈັກຢ່າງ ຄຳຖາມຄື ວັນເວລາເຫຼົ່ານັ້ນມັນສູນເສຍໄປໃສ ເໝືອນກັບມີສິ່ງໃດສິ່ງໜຶ່ງກຳລັງລັກເວລາຂ້ອຍໄປ ເມື່ອຄິດທົບທວນເບິ່ງແລ້ວ ຈຶ່ງພົບວ່າ ການນັ່ງເຂ່ຍມືຖື, ເບິ່ງຄລິບວິດີໂອໄຮ້ສາລະ, ເບິ່ງຂ່າວທີ່ບາງທີກໍບໍ່ຈຳເປັນຕ້ອງຮູ້ກໍໄດ້ ແລະ ນັ່ງສວນເສເຮຮາກັບໝູ່ຄູ່ ກິດຈະກຳເຫຼົ່ານີ້ຄື ໂຈນທີ່ກຳລັງລັກເວລາຂ້ອຍໄປໂດຍທີ່ຂ້ອຍບໍ່ທັນໄດ້ສັງເກດ ຂ້ອຍເຊື່ອວ່າທຸກຄົນລ້ວນມີໂຈນຢູ່ໃນຕົວ ຢູ່ທີ່ວ່າໃຜຈະສັງເກດເຫັນຫຼືບໍ່ເທົ່ານັ້ນເອງ.

ຄຳຖາມຕໍ່ມາທີ່ເຮົາຈະຕ້ອງຖາມຕົນເອງກໍຄື ແລ້ວເຮົາຈະກຳຈັດໂຈນເຫຼົ່ານີ້ອອກໄປຈາກຕົວເຮົາໄດ້ແນວໃດ? ການທີ່ຈະກຳຈັດໂຈນເຫຼົ່ານີ້ ຈຳເປັນຈະຕ້ອງບໍລິຫານເວລາໃຫ້ໄດ້ໃນແຕ່ລະມື້ ມີອາຈານທ່ານໜຶ່ງໄດ້ຂຽນບົດຄວາມກ່ຽວກັບເລື່ອງນີ້ໄວ້ຢ່າງໜ້າສົນໃຈ ຂ້ອຍຄິດວ່າເຮົາສາມາດນຳມາປະຍຸກໃຊ້ໃນຊີວິດປະຈຳວັນໄດ້ຈິງ.

ລາວມີຊື່ວ່າ ຄິມຣັນໂດ ແມ່ນແລ້ວ, ຄົນອິນເດຍແນ່ນອນ.

ເວົ້າໄປລ່ະ ຄູບາ! ຊື່ແບບນີ້ ຄົນເກົາຫຼີຕົ໋ວ!

ລາວເປັນອາຈານທີ່ມີຊື່ສຽງໃນມະຫາວິທະຍາໄລໂຊລ໌ (Seoul University) ປະເທດເກົາຫຼີໃຕ້.

ຄິມຣັນໂດ ເລົ່າວ່າ ລາວເປັນອາຈານທີ່ຫຍຸ້ງທີ່ສຸດຄົນໜຶ່ງ ມີໜ້າທີ່ຮັບຜິດຊອບຫຼາຍຕຳແໜ່ງ ທັງສອນ, ທັງປະຊຸມ, ທັງສັມມະນາ, ປິດເທີມກໍຕ້ອງສອນພິເສດ, ວັນເສົາ-ອາທິດກໍຕ້ອງເຂົ້າຫ້ອງວິໄຈ, ເວລາໜຶ່ງວັນແທບຈະບໍ່ພໍໃຊ້ສຳລັບລາວ ແຕ່ດ້ວຍຄວາມເປັນອາຈານລາວຈຳເປັນຕ້ອງບໍລິຫານເວລາໃຫ້ໄດ້ ລາວບອກວ່າມີເຄັດລັບໃນການບໍລິຫານເວລາ ດັ່ງນີ້:

1. ຈັດການເວລາໃຫ້ສຳພັນກັບເປົ້າໝາຍ

            ຄົນສວນ ຫຼື ຄົນທີ່ດູແລຕົ້ນໄມ້ ມັກຈະຕັດກິ່ງກ້ານຂອງມັນອອກ ເມື່ອເຫັນວ່າກິ່ງກ້ານນັ້ນ ຖ້າຈົ່ງໄວ້ກໍສິ້ນເປື້ອງສານອາຫານທີ່ຈະມາຫຼໍ່ລ້ຽງລຳຕົ້ນ ຕົ້ນໄມ້ຖ້າມີກິ່ງກ້ານຫຼາຍເກີນໄປມັນຈະເຕີບໂຕຊ້າ ຖ້າຢາກໃຫ້ຕົ້ນໄມ້ເຕີບໂຕໄດ້ຢ່າງເຕັມທີ່ ເຮົາຈຳເປັນຕ້ອງລິ ຫຼື ຮານກິ່ງທີ່ບໍ່ຈຳເປັນອອກ ໃນຊີວິດເຮົາກໍເຊັ່ນດຽວກັນ ຖ້າເຮົາເຮັດທຸກສິ່ງທຸກຢ່າງທີ່ຂວາງໜ້າ ເຫັນງານຫຍັງກໍເຮັດໄປໝົດ ບາງທີ ເປົ້າໝາຍ ຫຼື ຄວາມໃຝ່ຝັນຂອງເຮົາອາດຈະບໍ່ມີວັນເປັນຈິງກໍໄດ້ ເພາະເຮົາມົວສົນໃຈແຕ່ບັນຍາກາດຂ້າງທາງທີ່ບໍ່ກ່ຽວຂ້ອງກັບເປົ້າໝາຍ ດັ່ງນັ້ນ ການລະນຶກເຖິງເປົ້າໝາຍໄວ້ສະເໝີ ຈະຊ່ວຍໃຫ້ເຮົາເຫັນຄຸນຄ່າຂອງເວລາຫຼາຍຂຶ້ນ ແລະ ຈະໃຊ້ມັນຢ່າງຄຸ້ມຄ່າ ຄິມຣັນໂດ ບອກວ່າ ຖ້າຢາກຈັດການເວລາໄດ້ດີ ເຮົາຕ້ອງຮຽນຮູ້ທີ່ຈະຕັດໃຈຈາກບາງສິ່ງບາງຢ່າງກ່ອນ ຄືຮູ້ວ່າຈະເລິກເຮັດສິ່ງໃດ ແລ້ວຈຶ່ງມາຮຽບຮຽງລຳດັບຄວາມສຳຄັນຂອງງານທີ່ກ່ຽວຂ້ອງກັບເປົ້າໝາຍທີ່ເຮົາຈະຕ້ອງເຮັດ ເຊັ່ນ ຢາກເຝິກພາສາອັງກິດ ເຮົາຕ້ອງຮູ້ວ່າຈະໃຊ້ເວລາເຝິກຈັກຊົ່ວໂມງຕໍ່ມື້ ເຝິກເລື່ອງຫຍັງ ການເວົ້າ ການຟັງ ການຂຽນ ຫຼື ການອ່ານ ເມື່ອຮູ້ປະເດັນຫຼັກແລ້ວ ເຮົາຈະບໍ່ຫຼົງທາງ ທີ່ສຳຄັນເຮົາຈະບໍ່ເສຍເວລາ ສະນັ້ນ ຈົ່ງຈັດການເວລາໃຫ້ສຳພັນກັບເປົ້າໝາຍ.

2. ຕັດກິດຈະກຳໄຮ້ສາລະອອກໄປ

            ເຮົາປະຕິເສດບໍ່ໄດ້ວ່າໂລກຍຸກປັດຈຸບັນນີ້ ມີຫຼາຍສິ່ງທີ່ດຶງດູດຄວາມສົນໃຈໃຫ້ເຮົາຫັນໄປເບິ່ງ ອາດຈະເຂ່ຍ ຫຼື ເລື່ອນຂຶ້ນເລື່ອນລົງ ບາງທີກໍງົງກັບຕົນເອງຄືກັນວ່າ ຢູ່ໃນໜ້າຈໍນັ້ນມັນມີຫຍັງດີຫຼາຍກວ່າໂລກແຫ່ງຄວາມເປັນຈິງ ທີ່ເຮົາມັກເວົ້າວ່າ ເທັກໂນໂລຊີກໍຄືກັບມີດ ຖ້າເຮົາໃຊ້ໄປແທງຕົນເອງ ຫຼື ຄົນອື່ນ ກໍເກີດໂທດ ຂະນະດຽວກັນຖ້າເອົາໄປປອກໝາກໄມ້ແລ້ວເອົາໄປຖວາຍຄູບາກໍຈະໄດ້ບຸນ ສິ່ງນີ້ສະແດງໃຫ້ເຫັນວ່າ ມີດເປັນຂອງກາງໆ ບໍ່ດີບໍ່ຊົ່ວໃນຕົນເອງ ຈະດີຫຼືຊົ່ວນັ້ນຂຶ້ນກັບຄົນໃຊ້ ເທັກໂນໂລຊີກໍເຊັ່ນດຽວກັນ ຖ້າໃຊ້ເປັນກໍມີປະໂຫຍດອະນັນ ຖ້າໃຊ້ບໍ່ເປັນກໍໃຫ້ໂທດມະຫັນ ນີ້ຄືຄວາມເຊື່ອ ແລະ ຄຳອະທິບາຍທີ່ເຮົາໄດ້ຍິນເປັນປະຈຳ.

ມີງານວິໄຈຫຼາຍຊິ້ນສະແດງໃຫ້ເຫັນວ່າ ຄວາມເຊື່ອທີ່ວ່າ ເທັກໂນໂລຊີ ເປັນຂອງກາງໆນັ້ນ ບໍ່ໜ້າຈະຖືກຕ້ອງຮ້ອຍເປີເຊັນ ເນື່ອງຈາກວ່າມີເທັກໂນໂລຊີບາງປະເພດບໍ່ມີຄວາມເປັນກາງ (ອ່ານລາຍລະອຽດໄດ້ໃນ ເທັກໂນໂລຊີເປັນກາງຫຼືບໍ່ ໂດຍ ອົງອາດ ອິດມອນ) ເຊັ່ນ ແອັບພລິເຄຊັ່ນຕ່າງໆ ສິ່ງເຫຼົ່ານີ້ຖືກສ້າງຂຶ້ນມາພ້ອມກັບເປົ້າໝາຍບາງຢ່າງ ແທນທີ່ຈະເປັນພຽງເຄື່ອງມື ແຕ່ມັນກາຍເປັນສິ່ງທີ່ມີເປົ້າໝາຍໃນຕົວເອງ ເຊິ່ງສາມາດເຮັດໃຫ້ຜູ້ບໍລິໂພກຫຼົງໄຫຼ ແລະ ໃຊ້ເວລາຢູ່ກັບມັນຖີ່ຂຶ້ນ ຖາມວ່າເປັນເພາະຫຍັງ? ເພາະຜູ້ສ້າງແອັບເຫຼົ່ານີ້ເຂົາຄິດມາກ່ອນແລ້ວວ່າ ເຮັດແນວໃດຊິໃຫ້ຜູ້ບໍລິໂພກໃຊ້ເວລາຢູ່ໃນແອັບນີ້ໄດ້ດົນທີ່ສຸດ (ເມື່ອເຮົາຢູ່ໃນນັ້ນດົນກໍສະແດງວ່າເຂົາມີໂອກາດຂາຍເຄື່ອງໄດ້ຫຼາຍຂຶ້ນ) ເວົ້າງ່າຍໆວ່າ ມັນເປັນແຜນການ ຢ່າໄປຕິດກັບດັກ (Trap).

ແຕ່ລະມື້ເຮົາໃຊ້ເວລາຈັກຊົ່ວໂມງໄປກັບກິດຈະກຳໄຮ້ສາລະເຊັ່ນ ຫຼິ້ນເກມ, ທ່ອງເນັດ ແລະ ເບິ່ງວິດີໂອໄຮ້ສາລະ ໂດຍສະເພາະການຫຼິ້ນແອັບຕ່າງໆໃນມືຖື ເຊັ່ນ ເຟສບຸກ, ໄອຈີ, ທະວິດເຕີ, ຕິກຕ໋ອກ ແລະ ແອັບອື່ນໆອີກ ບໍ່ໄດ້ໝາຍຄວາມວ່າບໍ່ໃຫ້ໃຊ້ ແຕ່ໃຊ້ໃຫ້ພໍເໝາະພໍດີ ເຊິ່ງຄວາມພໍດີຂອງແຕ່ລະຄົນບໍ່ຄືກັນ ເຮົາຕ້ອງຮູ້ຕົວເອງວ່າ ຄວາມພໍເໝາະພໍດີຂອງເຮົາຄື ຈັກນາທີ ຈັກຊົ່ວໂມງຕໍ່ມື້ ຖ້າເຮົາສາມາດຈັດສັນເວລາທີ່ຈະຢູ່ກັບແອັບເຫຼົ່ານີ້ໄດ້ຢ່າງເໝາະສົມ ເຮົາຈະມີເວລາເຫຼືອພຽງພໍທີ່ຈະເຮັດໃນສິ່ງທີ່ເຮົາຢາກເຮັດອິຫຼີ ໃນຊີວິດຈິງ ບໍ່ແມ່ນສະເພາະແຕ່ເລື່ອງເທັກໂນໂລຊີທີ່ເຮັດໃຫ້ເຮົາເສຍເວລາ ກິດຈະກຳໃດກໍແລ້ວແຕ່ ທີ່ເຈົ້າຄິດວ່າມັນໄຮ້ສາລະສຳລັບເຈົ້າ? ຕັດມັນອອກໄປຊະ!

3. 15 ນາທີກໍເກີນພໍ

            ໃນແຕ່ລະມື້ເຮົາມີເສດເວລາຫຼາຍຊ່ວງ ຖ້ານັບລວມກັນແລ້ວ ມື້ໜຶ່ງໜ້າຈະໄດ້ປະມານ 1-2 ຊົ່ວໂມງ ເສດເວລາທີ່ວ່າໄດ້ມາຈາກເຫດການຕໍ່ໄປນີ້ ກ່ອນອາຫານ, ຫຼັງອາຫານ, ນັ່ງລໍຄູອາຈານມາເຂົ້າສອນ, ນັ່ງລໍໝູ່ເພື່ອນ, ນັ່ງລໍລົດເມ ແລະ ອີກສາລະພັດເຫດການແລ້ວແຕ່ວິຖີຊີວິດຂອງແຕ່ລະຄົນ ເຮົາມີເສດເວລາຢ່າງໜ້ອຍປະມານ 10-15 ນາທີ ໂດຍທົ່ວໄປເຮົາມັກຈະໃຊ້ເສດເວລານີ້ໄປກັບການເຂ່ຍມືຖື ຫຼື ບໍ່ກໍນັ່ງຢູ່ຊື່ໆ ເພາະເຮົາບໍ່ຮູ້ວ່າຈະເອົາເສດເວລາເຫຼົ່ານີ້ໄປເຮັດຫຍັງດີ ຄິມຣັນໂດ ບອກວ່າ ລາວມັກໃຊ້ຊ່ວງເວລາສັ້ນໆນີ້ ໄປກັບການອ່ານໜັງສື ຫຼື ຖ້າຢູ່ເຮືອນຈະງີບຫຼັບ ຫຼື ທ່ອງສັບພາສາອັງກິດ, ແລ້ວຜູ້ອ່ານເດ້ ໃຊ້ຊ່ວງເວລານີ້ໄປກັບຫຍັງ? ລາວໃຫ້ຂໍ້ຄິດວ່າ “ບໍ່ຈຳເປັນຕ້ອງລໍຖ້າໃຫ້ມີເວລາພຽງພໍ ແຕ່ຈົ່ງນຳເສດເວລາທີ່ພໍມີ ມາໃຊ້ໃຫ້ເກີດປະໂຫຍດສູງສຸດ” ແລ້ວ 15 ນາທີຂອງທ່ານ ຈະເປັນເວລາທີ່ມີຄຸນຄ່າ ແລະ ນານເກີນພໍທີ່ຈະເຮັດສິ່ງທີ່ມີປະໂຫຍດຕໍ່ຊີວິດ.

4.​ ຍິ່ງຫຍຸ້ງ ຍິ່ງມີເວລາ

            ຕອນທີ່ຜູ້ຂຽນກຳລັງຮຽນພາສາບາລີຢູ່ໃນວັດແຫ່ງໜຶ່ງ ອາຈານມັກບອກຕະຫຼອດວ່າ “ຢ່າປ່ອຍໃຫ້ຕົນເອງວ່າງ ເພາະຈະເຮັດໃຫ້ເຮົາສູນເສຍເວລາ” ຍອມຮັບວ່າ ຕະຫຼອດໄລຍະເວລາ 2 ປີ ທີ່ຮຽນຢູ່ສະຖານທີ່ນັ້ນ ຂ້ອຍບໍ່ເຄີຍເຂົ້າໃຈຄວາມໝາຍຂອງປະໂຫຍກນີ້ເລີຍ ຈົນໄດ້ມາອ່ານບົດຄວາມໜຶ່ງ ເຊິ່ງເຂົາເວົ້າຄືກັບອາຈານທ່ານນັ້ນເລີຍ ລາວອະທິບາຍວ່າ ຊ່ວງເວລາທີ່ຫຍຸ້ງທີ່ສຸດ ເຮົາມັກຈະມີແຮງພັກດັນ ຫຼື ສິ່ງກະຕຸ້ນໃຫ້ເຮັດງານໄດ້ຈົນສຳເລັດ ຍິ່ງຫຍຸ້ງເຮົາຍິ່ງໃຊ້ເວລາໄດ້ຢ່າງມີປະສິດທິພາບ ໃນທາງກົງກັນຂ້າມ ເວລາວ່າງເຮົາມັກຈະປ່ອຍເວລາໃຫ້ຜ່ານໄປ ສຸດທ້າຍບໍ່ໄດ້ວຽກຫຍັງເລີຍ ສົມມຸດ ມື້ອື່ນເປັນວັນພັກວຽກຂອງເຮົາ ກໍຕັ້ງໃຈວ່າຊິເຮັດງານ ຫຼື ອ່ານໜັງສືບາງເຫຼັ້ມໃຫ້ຈົບ ຜູ້ອ່ານເຊື່ອບໍ່ວ່າ ຫຼາຍຄົນບ່າຍ 3 ໂມງແລງແລ້ວ ຍັງບໍ່ທັນໄດ້ລົງມືເລີຍ ສິ່ງນີ້ສະແດງໃຫ້ເຫັນວ່າ ຊ່ວງທີ່ເຮົາມີເວລາວ່າງຫຼາຍ ເຮົາມັກຈະບໍລິຫານເວລາໄດ້ບໍ່ຄ່ອຍດີ.

ຜູ້ໃດກຳລັງມີນິໄສແບບນີ້ຢູ່ຢ່າຟ້າວເສຍໃຈ ຂ້ອຍເອງກໍເປັນ ຕອນທີ່ເຮັດງານວິທະຍານິພົນ ຄືເຫຼັ້ກສູດທີ່ຂ້ອຍຮຽນກ່ອນທີ່ຈະຈົບປີໜຶ່ງ ເຂົາມີຂໍ້ບັງຄັບວ່າ ນັກສຶກສາທຸກຄົນຕ້ອງໄດ້ຫົວຂໍ້ວິທະຍານິພົນ ເພາະວ່າຊ່ວງປິດເທີມນັກສຶກສາຈະມີເວລາວ່າງໄປຄົ້ນຂໍ້ມູນ ແລະ ຂຽນງານ ຊ່ວງປິດເທີມສາມເດືອນຂ້ອຍມີເວລາວ່າງເຕັມທີ່ ແຕ່ປາກົດວ່າງານບໍ່ກ້າວໜ້າເລີຍ ລືມໄປຊ້ຳວ່າໄດ້ຫົວຂໍ້ວິທະຍານິພົນເລື່ອງໃດ ເມື່ອຂຶ້ນປີສອງເໝືອນກັບວ່າງານທຸກຢ່າງມັນຖາໂຖມເຂົ້າມາ ແມ່ນແຕ່ເວລາເຂົ້າຫ້ອງນ້ຳຍັງຮູ້ສຶກເສຍດາຍ ທັງວຽກບ້ານ ທັງອ່ານໜັງສື ທັງຂຽນວິທະຍານິພົນ ທັງເຮັດວຽກໄປພ້ອມ ອາທິດໜຶ່ງມີ 7 ມື້, 5 ມື້ ໝົດໄປກັບວຽກເຕັມເວລາຄື 9 ໂມງ ຫາ 5 ໂມງ ເຫຼືອອີກ 2 ມື້ ຄືຮຽນໜັງສື ແຕ່ງານວິທະຍານິພົນຂ້ອຍກ້າວໜ້າໄປຫຼາຍກວ່າຄົນອື່ນທີ່ຮຽນນຳກັນ ທີ່ເລົ່າເລື່ອງນີ້ໃຫ້ຟັງບໍ່ແມ່ນວ່າຂ້ອຍເກັ່ງ ຫຼື ສະຫຼາດກວ່າຄົນອື່ນ ແຕ່ຢາກບອກພຽງວ່າຍິ່ງເຮົາຫຍຸ້ງ ເຮົາຍິ່ງເຫັນຄຸນຄ່າຂອງເວລາ ແລະ ຈະໃຊ້ມັນຢ່າງຄຸ້ມຄ່າ ສິ່ງນີ້ເປັນເຄື່ອງພິສູດຄຳເວົ້າຂອງຄິມຣັນໂດທີ່ວ່າ “ຊ່ວງເວລາທີ່ຫຍຸ້ງທີ່ສຸດ ເຮົາມັກຈະມີແຮງພັກດັນ ຫຼື ສິ່ງກະຕຸ້ນໃຫ້ເຮັດງານໄດ້ຈົນສຳເລັດ” ເພາະສະນັ້ນ ຈົ່ງຫຍຸ້ງເຂົ້າໄວ້ ແລ້ວໃຊ້ເວລານັ້ນໃຫ້ຄຸ້ມຄ່າ ເວລາເປັນວັດຖຸດິບຂອງວິນຍານ ແຕ່ຈະໃຊ້ໄປເຮັດຫຍັງນັ້ນຂຶ້ນຢູ່ກັບເຮົາເອງ.

            ຈາກທີ່ກ່າວມາທັງໝົດ ຈະເຫັນໄດ້ວ່າ ການບໍລິຫານເວລາເປັນສິ່ງຈຳເປັນຢ່າງຍິ່ງ ຕໍ່ໃຫ້ມີເວລາຫຼາຍສ່ຳໃດ ຖ້າໃຊ້ບໍ່ເປັນກໍໄຮ້ຄ່າ ເພາະທຸກຄົນມີໂຈນຢູ່ໃນຕົວ ເມື່ອໃດທີ່ເຮົາເຜີ ຕຽມຕົວເສຍເວລາໄດ້ເລີຍ ແລ້ວຄວາມເສຍໃຈກໍຈະຕາມມາ (ຢ່າຫາວ່າພຣະບໍ່ເຕືອນ) ຖ້າຢາກໃຊ້ເວລາໃຫ້ຄຸ້ມຄ່າ ແລະ ເກີດປະໂຫຍດສູງສຸດ ຈຳເປັນຢ່າງຍິ່ງຈະຕ້ອງ (1) ຈັດການເວລາໃຫ້ສຳພັນກັບເປົ້າໝາຍ, (2) ຕັດກິດຈະກຳໄຮ້ສາລະອອກໄປ, (3) 15 ນາທີກໍເກີນພໍທີ່ຈະເຮັດສິ່ງໃດສິ່ງໜຶ່ງໃຫ້ສຳເລັດ ແລະ (4) ຈົ່ງຫຍຸ້ງເຂົ້າໄວ້ ແລ້ວໃຊ້ເວລານັ້ນໃຫ້ຄຸ້ມຄ່າ ເພາະເວລາຄືທຸກສິ່ງທຸກຢ່າງ.

ຂໍໃຫ້ທຸກທ່ານໃຊ້ມັນຢ່າງຄຸ້ມຄ່າ

ເພາະວັນເວລາທີ່ເສຍໄປ ບໍ່ມີທາງທີ່ຈະເອົາກັບຄືນມາໃໝ່ໄດ້ອີກ.

3 ກັນຍາ, 2021.

——————————————–

* ເນື້ອຫາບາງສ່ວນໄດ້ມາຈາກ ໜັງສື Youth, it’s painful. Kim, Rando ຂຽນ/ວິທິຍາ ຈັນທະພັນ ແປ.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ