ພຸດທະສຸພາສິດ ອະມະຕະຄຳສອນ ຖືກຕ້ອງຕະຫຼອດການ ແປຈາກບາລີ

ພຸດທະສຸພາສິດ ຫຼື ຕະຖາຄົດພາສິດ ກໍ່ ຄື ຄຳສອນ ຄຳກ່າວໄວ້ດີຂອງພຣະພຸດທະເຈົ້າ ເຊີ່ງສາມາດນຳມາເປັນຄະຕິເຕືອນໃຈ ໃນການດຳເນີນຊີວິດປະຈຳວັນຂອງເຮົາໄດ້.

ສ່ວນຕົວຄິດວ່າ ພຸດທະສຸພາສິດ ບໍ່ແມ່ນ ສຸພາສິດລາວ ຫຼື ຄຳຄົມທົ່ວໄປຂອງຄົນຮຸ່ນຫຼັງ ແຕ່ພຸດທະສຸພາສິດ ເປັນຄຳສອນຂອງພຣະພຸດທະເຈົ້າ ຜູ້ເປັນສັບພັນຍູ ຮູ້ແຈ້ງໂລກ ທຸກຄຳເວົ້າເປັນອະກາລິໂກ ຖຶກຕ້ອງຕະຫຼອດການ ແມ້ຈະຜ່ານມາແລ້ວກວ່າ 25,000 ປີ.

ສ່ວນຄຳສຸພາສິດລາວ ຫຼື ຄຳຄົມຕ່າງໆ ກໍ່ເປັນຄຳສອນທີ່ດີ ທີ່ຖືກຜູກແຕ່ງໄວ້ຢ່າງກະທັດຮັດ ໂດຍອາໃສ ຄວາມຮູ້ ແລະ ປະສົບການຈິງ ເຊີ່ງອາດຈະໃຊ້ໄດ້ໃນໄລຍະເວລາໃດໜື່ງ ເມື່ອເວລາຜ່ານໄປ ອາດຈະໃຊ້ບໍ່ໄດ້.

ແຕ່ແນວໃດກໍ່ຕາມ ສຸພາສິດ ຄຳສອນລາວ ຖ້າມີຄວາມຖືກຕ້ອງສອດຄ້ອງກັບຄຳສອນທາງພຸດທະສາສະໜາກໍ່ຖືວ່າໃຊ້ໄດ້ ເຊັ່ນ ສຸພາສິດລາວ : [ຄວາມພະຍາຍາມຢູ່ບ່ອນໃດ ຄວາມສຳເລັດຢູ່ບ່ອນນັ້ນ.] ສອດຄ້ອງກັບຫຼັກທັມທາງພຸດທະສາສະນາ ໜື່ງໃນຫຼັກ ອິທິບາດ 4 ຄື ສັນທະ,ວິຣິຍະ,ຈິດຕະ,ວິມັງສາ..ເປັນຕົ້ນ.

ເຖີງແມ້ວ່າ ຄຳສອນຂອງພຣະພຸດທະເຈົ້າ ຈະຖືກຕ້ອງຕະຫຼອດການ ເປັນອະກາຣິໂກ ສອດຮັບ ບໍ່ຂັດແຍ້ງກັນ ແຕ່ກໍ່ບໍ່ແມ່ນທຸກຄົນຈະຮູ້ ແລະ ເຂົ້າໃຈໄດ້ຢ່າງແຈ່ມແຈ້ງ ເພາະມະນຸດມີກັມ ແລະ ສູຕຕະ ທີ່ແຕກຕ່າງກັນ.

ພຸດທະພາສິດແປລາວເຫຼົ່ານີ້ ຜູ້ຂຽນໄດ້ມາຈາກ ວັດສຸວັນນະປະດິ ບ້ານນາດີ ຖ້າທ່ານເຄີຍເຂົ້າໄປວັດນີ້ ຈະເຫັນປ້າຍພຸດທະສຸພາສິດເຫຼົ່ານີ້ຕິດຕາມຕົ້ນໄມ້ຕ່າງໆ ຜູ້ຂຽນໄດ້ຖ່າຍເກັບໄວ້ ນຳມາແບ່ງປັນຂ້າງລຸ່ມດັ່ງນີ້.

[ມະນຸດຜູ້ເຫັນແກ່ປະໂຫຍດຕົນ ເປັນຄົນບໍ່ສະອາດທາງໃຈ]

[ເມື່ອຄວາມຕາຍ ມາເຖີງ ແມ່ນແຕ່ຊັບສິນ ອັນດ່ຽວກໍ່ເອົາໄປນຳບໍ່ໄດ້]

[ຜູ້ໃຫ້ສິ່ງທີ່ຊອບໃຈ ຍ່ອມໄດ້ຂອງທີ່ຊອບໃຈ]

[ຜົນສຳເລັດ ຍ່ອມເກີດຂື້ນໄດ້ ດ້ວຍການກະທຳຂອງຕົນ]

[ຊັບສົມບັດເກີດຂື້ນ ບໍ່ແມ່ນຍ້ອນພຽງແຕ່ການຄິດ]

[ເອົາຊະນະຄວາມໂກດ ດ້ວຍຄວາວມບໍ່ໂກດ]

[ຈິດທີ່ເຝິກດີແລ້ວ ຍ່ອມນຳຄວາວມສຸກມາໃຫ້]

[ວັນຄືນ ລ່ວງໄປໆ ບັດນີ້ເຮົາກຳລັງເຮັດຫຍັງຢູ່]

[ຜູ້ໃຫ້ອາຫານ ຊື່ວ່າໃຫ້ກຳລັງ]

[ຕົນນັ້ນແລ ເປັນທີ່ເພີ່ງຂອງຕົນ]

[ດຸໝັ່ນທຸກເວລາ ເຖີງເວລາຍ່ອມຫາຊັບໄດ້]

[ອ່ອນເກີນໄປ ກໍ່ຖືກເຂົາເອົາປຽບ]

[ແຂງເກີນໄປ ກໍ່ຖືກເຂົາຊັງ]

[ຜູ້ປະໝາດ ເໝືອນຄົນຕາຍແລ້ວ]

[ຄວນຍົກຍ້ອງ ຄົນທີ່ຄວນຍົກຍ້ອງ ຄວນສັນລະເສີນ ຄົນທີ່ຄວນສັນລະເສີນ]

[ເມື່ອຜູ້ອື່ນ ເປັນຜູ້ຫເວົ້າຍາກ ເຮົາຈະເປັນຜູ້ເວົ້າງ່າຍ]

[ເມື່ອຜູ້ອື່ນເປັນຜູ້ມີມານຍາ ເຮົາຈະເປັນຜູ້ບໍ່ມີມານຍາ]

[ເມື່ອຜູ້ອື່ນເປັນຄົນຂີ້ຖີ່ ເຮົາຈະເປັນຄົນບໍ່ຂີ້ນຖີ່]

[ເມື່ອຜູ້ອື່ນເປັນຜູ້ມັກໂກດ ເຮົາຈະເປັນຜູ້ບໍ່ມັກໂກດ]

[ຜູ້ມີສິນ ເຖີງມີຊີວິດຢູ່ແຕ່ພຽງມື້ດ່ຽວ ກໍ່ປະເສີດກວ່າ]

[ເຖີງວ່າ ບາບເກີດຂື້ນຈາກອາຣົມໃດ ກໍ່ຄວນຫ້າມໃຈຈາກອາຣົມນັ້ນ]

[ຂ້າຄວາມໂກດໄດ້ ຍ່ອມຢູ່ເປັນສຸກ]

[ຄວາມຊົ່ວຄົນດີເຮັດໄດ້ຍາກ ]

[ຄວາມດີຄົນຊົ່ວເຮັດໄດ້ຍາກ]

[ຜູ້ທີ່ໄກຈາກກິເລດ ມີຄວາມສຸກແລ]

[ຜູ້ຊະນະຕົ້ນນັ້ນແລ ເປັນຄົນດີ]

[ຜູ້ເຄົາລົບຜູ້ອື່ນ ຍ່ອມມີຄົນເຄົາລົບຕອບ]

[ເອົາຊະນະຄວາວມຂີ້ຖີ່ດ້ວຍການໃຫ້]

[ທ່ານທັງຫຼາຍຈ່ົງຍິນດີໃນຄວາມບໍ່ປະມາດເຖີດ]

[ຜູ້ຊັງທັມ ເປັນຜູ້ໄປທາງເສື່ອມ]

[ຜູ້ປະພຶດຕາມອຳນາດຈິດ ຍ່ອມຢູ່ລຳບາກ]

[ສິນເປັນສິ່ງທີ່ປະເສີດທີ່ສຸດໃນໂລກ]

[ຜູ້ບໍ່ຖືກນິນທາບໍ່ມີໃນໂລກ]

[ຜູ້ມີລູກ ກໍ່ຍ່ອມເສົ້າເເພາະລູກ

ຜູ້ມີງົວ ມີຄວາຍກໍ່ຍ່ອມໂສກເສົ້າ ເພາະງົວຄວາຍ

ນໍລະຊົນ ໂສກເສົ້າເພາະອຸປາທິ

ຜູ້ໃດບໍ່ມີອຸປະທິ ຜູ້ນັ້ນ ຍ່ອມບໍ່ໂສກເສົ້າເລີຍ]

[ສິນເປັນກຳລັງທີ່ແຮງທີ່ສຸດ

ເປັນອາວຸດທີ່ດີທີ່ສຸດ

ເປັນເຄື່ອງປະດັບທີ່ເລີດທີ່ສຸດ

ເປັນເກາະກຳບັງທີ່ອັດສະຈັນທີ່ສຸດ]

[ຄວາມລັບຂອງຜູ້ກະທຳບາບກັມນັ້ນບໍ່ມີໃນໂລກ]

[ການກູ້ໜີ້ເປັນທຸກຂອງຄົນໃນໂລກ]

[ຄວາມສຸກອື່ນທີ່ດີກວ່າຄວາມສະຫງົບບໍ່ມີ]

[ຄວນຍົກຍ້ອງຄົນທີ່ຄວນຍົກຍ້ອງ

ຄວນສັນລະເສີນຄົນທີ່ຄວນສັນລະເສີນ]

[ຖ້າບອກສອນຄົນອື່ນຢ່າງໃດ ຕົນກໍ່ຄວນກະທຳຢ່າງນັ້ນ]

[ເມື່ອຜູ້ອື່ນເປັນຜູ້ບຽດບຽນ ເຮົາຈະບໍ່ເປັນຜູ້ບຽດບຽນ]

[ຄົນລວຍ ຫຼື ຄົນທຸກຈົນ ລ້ວນແຕ່ມີຄວາມຕາຍເປັນທີ່ໄປໃນເບື້ອງໜ້າ]

[ຫິຣິ  ແລະ ໂອຕັບປະ ຍ່ອມຮັກສາໂລກໄວ້ເປັນຢ່າງດີ]

[ຄົນເປັນນັກເລງຍິງ ນັກເລງສຸຣາ ນັກເລງການພະນັນ ຍ່ອມລ້າງຜານຊັບ ທີ່ຕົນຫາມາໄດ້ ຂໍ້ນີ້ເປັນເຫດແຫ່ງຄວາມເຊື່ອມ]

[ເຮັດດີໄດ້ຮັບຜົນຂອງຄວາມດີ ເຮັດຊົ່ວໄດ້ຮັບຜົນຂອງຄວາມຊົ່ວ]

[ເອົາຊະນະຄວາມບໍດີ ດ້ວຍຄວາມດີ]

[ຄວາມອິດສາເປັນເຫດເຮັດໃຫ້ໂລກຈິບຫາຍ]

Author: Singkham
I regularly blog on dhamma, Buddhist news, How to IT, and more