“ແມ່” ຄວາມຍິ່ງໃຫຍ່ ທີ່ພຸດທະສາສະນາຍົກຍ້ອງ

ແມ່ ເປັນຄຳເວົ້າທີ່ຍິ່ງໃຫຍ່ ຕໍ່ຈິດໃຈຂອງທຸກຄົນ ຄຳທຳອິດທີ່ແມ່ສອນລູກ ແລະ ລູກເວົ້າໄດ້ ກໍ່ຄື “ແມ່” ແລະ ແມ່ກໍ່ດີໃຈຫຼາຍທີ່ໄດ້ຍິນຄຳວ່າ “ແມ່”

ຄວາມຮັກຂອງແມ່ຕໍ່ລູກ ຍິ່ງໃຫຍ່ມະຫາສານ,ບໍລິສຸດ ຫມັ້ນຄົງຕະຫລອດຊີວິດ  ຫາທີ່ໃດ່ປຽບບໍ່ໄດ້ ມີພຣະພຸດທະດຳລັດໃນພຣົມສູດ ແລະ ມາຕາປິຕຸຄຸນສູດວ່າ “ພິກຂຸທັງຫຼາຍ ຄຳວ່າ ພົມກໍ່ດີ ບຸບພະເທວະດາກໍ່ດີ ບຸບພະຈາຣຍ໌ກໍ່ດີ ອາຫຸໄນຍະບຸກຄົນກໍ່ດີ ເປັນຊື່ຂອງມາຣດາ ບິດາ” ເພາະທ່ານມີອຸປະກາລະຫຼາຍ ເປັນຜູ້ລ້ຽງດູໃຫ້ຄວາມຈະເລີນ ແລະ ສະແດງໂລກນີ້ແກ່ບຸດ”

ນອກຈາກນີ້ຄຳວ່າແມ່ນີ້ ໃນພຣະພຸດທະສາສະໜາໃຫ້ຄວາມສຳຄັນແກ່ສະຕຣີຜູ້ເປັນແມ່ດ້ວຍການຍົກຍ້ອງຄຳວ່າແມ່ ນຳຫນ້າຜູ້ເປັນ ບິດາ ຫຼື ພໍ່ ສະເຫມີ ບໍ່ວ່າຈະໃນພຣະສູດ ຫຼື ພຣະວິໄນ ເຊັ່ນ ທັມມະວ່າດ້ວຍການບຳລຸງລ້ຽງດູມານດາບິດາ ຈະໃຊ້ຄຳວ່າ ມານດາ ຫລື ແມ່ ນຳຫນ້າຄຳວ່າ ບິດາ ຫລື ຄຳວ່າພໍ່ ສະເຫມີ ໃນພຣະວິໄນ ທີກ່າວເຖີງກຸນລະບຸດທີ່ຈະເຂົ້າມາບວດໃນພຣະພຸດທະສາສະນາ ຕ້ອງໄດ້ຮັບອະນຸຍາດຈາກມານດາ ບິດາ ກ່ອນ ກໍ່ໃຊ້ຄຳວ່າ ມານດາ ນຳຫນ້າ ບິດາ ເປັນຕົ້ນ.

ແລະ ຄຳວ່າຍິ່ງໃຫຍ່ຂອງແມ່ນັ້ນ ຖືກນຳມາເປັນຊື່ ຫລື ຄຳຕໍ່ທ້າຍຊື່ບຸກຄົນສຳຄັນໃນພຸດທະສາສະນາ ເຊັ່ນ ພຣະສາລີບຸດ ທຳອິດຊື່ ອຸປະຕິສສະ ຕາມສະກຸນ ຂອງ ບິດາ ແຕ່ເມື່ອເຂົ້າມາບວດແລ້ວ ເພີ່ນໄດ້ຊື່ວ່າ ພຣະສາລີບຸດ ຕາມຊື່ ຂອງ ມານດາ ຄື ນາງສາລີ, ພຣະໂມຄະລານະ ຊື່ທຳອິດ ຄື ໂກລິຕະ ແຕ່ເມື່ອເຂົ້າມາບວດໃນພຣະພຸດທະສາສະນາ ເພີ່ນມີຊື່ວ່າ ໂມຄັລລານະ ຕາມຊື່ຂອງນາງພາມມະນີໂມຄັລລີ ເປັນຕົ້ນ.

ພຣະເຈົ້າອະຊາຕະສັດຕູ ຮາຊາແຫ່ງມະຄົດຣັດ ເປັນພຣະຣາຊະໂອຣົສພຣະເຈົ້າພິມພິສານ ແຕ່ມີພຣະນາມ ພຣະຮາຊມາຣດາຕໍ່ທ້າຍພຣະນາມຂອງພຣະອົງວ່າ ພຣະເຈົ້າອະຊາດຕະສັດຕຣູເວເທຫິ ເປັນການບອກວ່າໃຫ້ຮູ້ວ່າໃຜຄືພຣະຣາຊະມາຣດາຂອງພຣະອົງ.

ຄຳອະທິຖານຂອງແມ່ ກັບເລື່ອງສຸວັນນະສາມ

ຕອນທີ່ສຸວັນນະສາມຕ້ອງລ້ຽງດູພໍ່ແມ່ທີ່ຕາບອດແລ້ວພຣະເຈົ້າກະບິນລະຍັກຍິງທະນູມາຖືກໄດ້ຮັບບາດເຈັັບສາຫັດ ແຕ່ບໍ່ໄດ້ໂກດຮ້າຍ ແລະ ເທດສະນາໃຫ້ກະບິນລະຍັກຟັງ. ພໍ່ກັບແມ່ເມື່ອຮູ້ວ່າສຸວັນນະສາມດາບົດຖືກທະນູຍິງກໍ່ຄິດວ່າລູກຕາຍແລ້ວ ນາງປາຣິກາດາບະສິນີຜູ້ເປັນແມ່ຈື່ງຕັ້ງ ສັດຈະອະທິຖານວ່າ

ລູກສາມະນີ້ເປັນຜູ້ມີປົກກະຕິປະພຶດທັມມາແຕ່ການກ່ອນ ດ້ວຍສັດຈະອະວາຈານີ້ ຂໍພິດຂອງລູກສາມະຈົງຫາຍໄປ. ລູກສາມະນີ້ເປັນຜູ້ມີປົກກະຕິປະພຶດພຽງດັງພຣະພົມມາແຕ່ການກ່ອນ ດ້ວຍສັດຈະວາຈານີ້ ຂໍພິດຂອງລູກສາມະຈົງຫາຍໄປ. ລູກສາມະນີ້ເປັນຜູ້ມີປົກກະຕິ ກ່າວຄຳສັດມາແຕ່ການກ່ອນ ດ້ວຍສັດຈະວາຈານີ້ ຂໍພິດຂອງລູກສາມະຈົ່ງຫາຍໄປ. ລູກສາມະນີ້ເປັນຜູ້ລ້ຽງມານດາບິດາ ດ້ວຍສັດຈະວາຈານີ້ ຂໍພິດຂອງລູກສາມຈົ່ງຫາຍໄປ.

ດ້ວຍອຳນາດອະທິຖານແລະ ແຮງພາວະນາແຫ່ງສັດຈະວາຈາ ແລະ ຄວາມກະຕັນຍູຂອງສຸວັນນະສາມ ໃນທີ່ສຸດສຸວັນນະສາມກໍ່ຟື້ນຄືນຊີວິດຂື້ນມາໄດ້.

Author: Singkham
I regularly blog on dhamma, Buddhist news, How to IT, and more