ມຸງຄຸນຊີວິດ 38 ເພື່ອຄວາມຈະເລີນຮຸ່ງເຮື່ອງຂອງຊີວິດ

ມຸງຄຸນຊີວິດ 38 ເພື່ອຄວາມເປັນສິຣິມຸງຄຸນ ແດ່ທ່ານທັງຫລາຍ ຜູ້ໃຝ່ໃນຄວາມຜາສຸກ ແລະ ຄວາມຈະເລີນທາງໂລກ ແລະ ທາງທັມ.ບຸກຄົນໃດປະພຶດບໍາເພັນ ມຸງຄຸນ38 ປະການ ໃຫ້ມີໃນຕົນແລ້ວ, ຈະເປັນຜູ້ບໍ່ປະຣາໄຊໃນທີ່ທັງປວງ ແລະ ຍ່ອມເຖິງຄວາມສະຫວັດດີໃນທີ່ທຸກສະຖານ.

ມຸງຄຸນ ຄືເຫດແຫ່ງຄວາມສຸກ ຄວາມກ້າວຫນ້າໃນການດຳເນີນຊີວິດ ເຊີ່ງພຣະພຸດທະເຈົ້າໄດ້ຊົງສະແດງໄວ້ໃຫ້ພູດທະສາສະນິກກະຊົນໄດ້ປະຕິບັດ ນຳມາຈາກມຸງຄຸນສູດທີ່ພຣະພຸດທະເຈົ້າຕັດຕອບປັນຫາເທວະດາຕົນໜຶ່ງ ໄດ້ຂາບທູນຖາມພຣະຜູ້ມີພຣະພາຄເຈົ້າວ່າ ໝູ່ເທວະດາ ແລະ ມະນຸສ ທັງຫລາຍ ມຸ່ງຫມາຍຄວາມຈະເລີນກ້າວໜ້າ, ໄດ້ຄິດເຖິງເລື່ອງມຸງຄຸນແລ້ວ, ຂໍພຣະອົງຈົ່ງບອກທາງ ມຸງຄຸນອັນສູງສຸດເທີ້ນ ສົມເດັດພຣະຜູ້ມີພຣະພາຄເຈົ້າ ຈຶ່ງຕຣັດຕອບດັ່ງນີ້ວ່າ:

1.ການບໍ່ຄົບຄົນພາລ 2.ການຄົບບັນດິຕ 3.ການບູຊາຕໍ່ບຸຄຄົລທີ່ຄວນບູຊາ, ຢ່າງນີ້ເປັນມຸງຄຸນອັນສູງສຸດ

4.ການຢູ່ໃນປະເທດອັນສົມຄວນ 5.ການເປັນຜູ້ມີບຸນຍ໌ໄດ້ທໍາໄວ້ກ່ອນແລ້ວ 6. ການຕັ້ງຕົນໄວ້ ຖືກຕ້ອງ, ຢ່າງນີ້ເປັນມຸງຄຸນອັນສູງສຸດ

7.ການເປັນຜູ້ໄດ້ຍິນໄດ້ຟັງຫລາຍ 8.ການມີສີລະປະວິທະຍາ 9.ວິນັຍທີ່ສຶກສາດີແລ້ວ 10.ວາຈາທີ່ເປັນສຸພາສິຕ  ຢ່າງນີ້ເປັນມຸງຄຸນອັນສູງສຸດ;

11.ການບໍາລຸງລ້ຽງມານດາບິດາ 12.ການສົງເຄາະບຸຕ 13. ການສົງເຄາະພັນຣະຍາ (ການສົງເຄາະບຸຕ ແລະພັນຣະຍາ) 14.ການງານບໍ່ຄ້າງຄາສັບສົນ ຢ່າງນີ້ເປັນມຸງຄຸນອັນສູງສຸດ;

15.ການບໍາເພັນທານ 16.ການປະພຶດທັມ 17.ການສົງເຄາະຫມູ່ຍາຕ 18.ການງານອັນປາສະຈາກໂທສ ຢ່າງນີ້ເປັນມຸງຄຸນອັນສູງສຸດ

19.ການງົດເວັ້ນຈາກບາບກັມ 20. ການງົດເວັ້ນຈາກການດື່ມນໍ້າເມົາ 21. ການບໍ່ປະມາທໃນທັມທັງຫລາຍ ຢ່າງນີ້ເປັນມຸງຄຸນອັນສູງສຸດ

22.ຄວາມເຄົາຣົບອ່ອນນ້ອມ 23.ຄວາມຖ່ອມຕົນບໍ່ໂອ້ອວດ 24. ຄວາມສັນໂດດຍິນດີໃນຂອງທີ່ມີຢູ່ 25.ຄວາມເປັນຄົນກະຕັນຍູ 26.ການຟັງທັມຕາມກາລ ຢ່າງນີ້ເປັນມຸງຄຸນອັນສູງສຸດ

27.ຄວາມອົດທົນ 28.ຄວາມເປັນຄົນວ່າງ່າຍສອນງ່າຍ 29.ການພົບເຫັນສະມະນະຜູ້ສະງົບຈາກກິເລສ30.ການສົນທະນາທັມຕາມກາລ ຢ່າງນີ້ເປັນມຸງຄຸນອັນສູງສຸດ

31.ຄວາມພຽນເຜົາກິເລສ 32.ການປະພຶດພຣົມມະຈັນ 33.ການເຫັນອະຣິຍະສັຈ 34.ການເຮັດພຣະນິພພານໃຫ້ແຈ້ງ ຢ່າງນີ້ເປັນມຸງຄຸນອັນສູງສຸດ;

35.ມີຈິຕບໍ່ຫວັ່ນໄຫວ່ໃນໂລກະທັມທັງຫລາຍ 36.ຈິຕບໍ່ເສົ້າໂສກ 37.ຈິຕໄຮ້ທຸຣີກິເລສ 38.ຈິຕອັນກະເສມ, ຢ່າງນີ້ເປັນມຸງຄຸນອັນສູງສຸດ.

ຫມູ່ເທວະດາ ແລະ ມະນຸສທັງຫລາຍ ໄດ້ບໍາເພັນມຸງຄຸນເຫລົ່ານີ້ ໃຫ້ມີໃນຕົນແລ້ວ, ຈຶ່ງເປັນຜູ້ບໍ່ປະຣາໄຊໃນທີ່ທັງປວງ, ຍ່ອມເຖິງຄວາມສະຫວັດດີໃນທີ່ທຸກສະຖານ, ທັງໝົດນີ້ເປັນມຸງຄຸນ ອັນສູງສຸດ ຂອງຊົນເຫລົ່ານັ້ນ, ດັ່ງນີ້.

——————————————–

ໝາຍເຫດ:

* ໃນພຣະໄຕປິດົກ ສະບັບຫລວງ ເຫລັ້ມ 25 ໜ້າ 3-5 ຂໍ້ 5-6: ຈະລວມ “ການສົງເຄາະບຸຕ” ແລະ “ການສົງເຄາະພັນຣະຍາ” ເຂົ້າເປັນຂໍ້ດຽວກັນ ຄື “ການສົງເຄາະບຸຕແລະພັນຣະຍາ”

* ແຕ່ໃນສະບັບມະຫາຈຸລາ(1) ເຫລັ້ມ 25 ໜ້າ 6 ຂໍ້ 1: ແມ່ນແຍກ “ການສົງເຄາະບຸຕແລະພັນຣະຍາ” ເປັນສອງຂໍ້ ຄື: “ການສົງເຄາະບຸຕ” ແລະ “ການສົງເຄາະພັນຣະຍາ”

Author: Singkham
I regularly blog on dhamma, Buddhist news, How to IT, and more