ໂຄງການກໍ່ສ້າງອາ​ນຸ​ສາ​ວະ​ລີ ພຣະເຈົ້າໄຊຍະເສດຖາທິລາດ

ໂຄງການກໍ່ສ້າງອາ​ນຸ​ສາ​ວະ​ລີ ພຣະເຈົ້າໄຊຍະເສດຖາທິລາດ ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື
ອານຸສາວະລີ ພ​ຣະ​ບາດສົມເດັດພຣະເຈົ້າໄຊຍະເຊດຖາທິຣາດມະຫາຣາຊ໌ ສ້າງ​ຂຶ້ນ ​ເພື່ອ​ຈາ​ລຶກ​ ຄຸນ​ງາມ​ຄວາມ​ດີ ເຊີດ​ຊູ​ກຽດ​ສັກ​ສີ ​ຂອງວິ​ລະ​ກະ​ສັດ​ລາວ​ລ້ານ​ຊ້າງ​ ຜູ້​ສະ​ຫຼຽວ​ສະຫຼາດອົງ​ອາດ​ກ້າ​ແກ່ນ,ມີ​ຄວາມ​ປີ​ຊາ​ສາ​ມາດ​ເປັນ​ແວ່ນ​ແຍງອັນ​ໃສ​ແຈ້ງ​ແກ່​ລູກ​ຫລານ​ໄດ້​ສືບ​ທອດກັນ​ມາ​ຫລາຍ​ເຊັ່ນ​ຄົນຈວບ​ຈົນທຸກວັນ​ນີ້ແລະຊົ່ວ​ກາ​ລະ​ນານ.
ເຈົ້າ​ຂອງ​ໂຄງ​ການ ​ແມ່ນ​ ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ແຂວງ​ອັດ​ຕະ​ປື  ມີ​ ພະ​ນະ​ທ່ານ ຈູມມາລີ ໄຊຍະສອນ, ອາດີດເລຂາທິການໃຫຍ່, ອາດີດປະທານປະເທດ ພ້ອມດ້ວຍພັນລະຍາ ເປັນປະທານທີ່ປຶກສາກິຕິມະສັກ ເປັນ​ຜູ້ຊີ້​ນຳ​ – ນຳ​ພາ​ການກໍ່​ສ້​າງ,
ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ຈຳກັດ ເປັນຜູ້ຮັບຜິດຊອບ ວຽກງານອອກ​ແບບ, ເທທອງຫລໍ່​ ແລະ ການກໍ່ສ້າງທັງ​ຫມົດ.
ຮູບຫລໍ່ເໝືອນ ພຣະບາດສົມເດັດພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາຊ ຊົງປະທັບຊ້າງປະທານພອນ ຖືກຫລໍ່ດ້ວຍທອງເຫຼືອງ ເນື້ອບໍລິສຸດ ນ້ຳຫນັກລວມ 18 ໂຕນ.
ໂຄງການກໍ່ສ້າງອາ​ນຸ​ສາ​ວະ​ລີ ແລະ ຮູບຫລໍ່ ສົມ​ເດັດ​ພ​ຣະ​ເຈົ້າ​ໄຊ​ຍະ​ເຊດ​ຖາ​ທິ​ຣາດ ປະທັບຫລັງຊ້າງປະທານພອນ ລວມມູນຄ່າການກໍ່ສ້າງກວ່າ 18 ຕື້ກີບ.
ທຶນຮອນໃນການກໍ່ສ້າງ ແມ່ນມາຈາກ ການປະກອບສ່ວນສົມ​ທົບທຶນ ຂອງທົ່ວປວງຊົນເຊື້ອຊາດລາວ ທັງພາຍໃນ ແລະ ຕ່າງປະເທດ ແລະ ການອຸປະຖຳຫລັກ ຂອງໂຄງ​ການບໍ່​ຄຳ​ວັງ​ຕັດ ເມືອງ​ຊານ​ໄຊ ແຂວງ​ອັດ​ຕະ​ປື.

ທາມນ໌ໄລນ໌ການດຳເນີນໂຄງການ

ວັນທີ 29 ມິຖຸນາ ຄ.ສ 2018 ກົງກັບມື້ຂຶ້ນ 13 ຄ່ຳເດືອນ 6 ພ.ສ 2561 ເປັນມື້ວາງສີລາຈາລຶກ.
ວັນທີ 06 ກຸມພາ ຄ.ສ 2020 ກົງກັບມື້ຂຶ້ນ 13 ຄ່ຳ ເດືອນ 3 ພ.ສ 2562 ເປັນມື້ເທທອງຫລໍ່ສຽນ ຢູ່ທີ່ວັດທາດພຣະໄຊ ເມືອງ ໄຊເສດຖາ ແຂວງ ອັດຕະປື.
ວັນທີ 23 ກໍ​ລະ​ກົດ ຄ.ສ 2020 ກົງກັບມື້ຂຶ້ນ 3 ຄ່ຳ ເດືອນ 9 ພ.ສ 2563 ຂະບວນແຮ່ ຈາກນະຄອນຫຼວງວຽງຈັນ ລົງມາ ແຂວງອັດຕະປື ໃຊ້ເວລາ 5 ມື້ 5 ຄືນ.
ຕາມ​ແຜນ​ການ ​ທີ່​ກຳ​ນົດ​ໄວ້​ນັ້ນ ແມ່ນວັນທີ 28 ພະຈິກ ຄ.ສ 2020 ກົງກັບມື້ ຂຶ້ນ 13 ຄ່ຳ ເດືອນ ຈຽງ ເດືອນ 1 ພ.ສ 2563 ເປັນມື້ສົມໂພດ.
ທີ່ນະຄອນຫລວງວຽງຈັນ ກ່ອນທີຈະມີຂະບວນແຫ່ຮູບເຫມືອນ ແລະ ຊ້າງປະທານພອນ ລົງສູ່ອະນຸສາວະລີ ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງ ອັດຕະປື
ລະຫວ່າງວັນທີ່ 21-26 ກໍລະກົດ 2020 ນີ້ ເຊີນຮ່ວມບຸນສະເຫຼີມສະຫຼອງ ຮູບເຫມືອນພຣະເຈົ້າໄຊຍະເສດຖາທິຣາດ ມະຫາຣາດ ທີ່ຫໍທັມມະສະພາ ວັດທາດຫລວງເຫນືອ ນະຄອນຫລວງວຽງຈັນ ຕາມກຳຫນົດການດັ່ງນີ້:
ວັນທີ່ 21-25 ກໍລະກົດ 2020
    8:00 ໂມງ ເປັນຕົ້ນໄປ ຮັບໂມທະນາທານ
    17:00 ໂມງ ພິທີສູດປະຣິດຕະມຸງຄຸນ,ຟັງທັມມະເທດສະນາ
    19:00 ໂມງ ໄຫວ້ພຣະສູດມົນຕ໌,ຟັງທັມມະເທດສະນາ
ວັນທີ 26 ກໍລະກົດ 2020
    7:00 ໂມງ ພິທີຕັກບາດ ພຣະສົງ 39 ອົງ
Author: Singkham
I regularly blog on dhamma, Buddhist news, How to IT, and more