ດ່ວນ ຕຳຫຼວດໄທ ອອກຫຼັກຖານ ໝາຍຈັບ ລຸງພົນແລ້ວ

ໄທລັດອອນລາຍ ລາຍງານວ່າ ຈາກກໍລະນີການເສຍຊີວິດຂອງ ນ້ອງຊົມພູ ເດັກນ້ອຍຍິງ ອາຍຸ 3 ປີ ທີ່ຫາຍຕົວໄປຈາກບ້ານໃນບ້ານກົກກອກ ຕາແສງ ກົກຕູມ ເມືອງ ດົງຫຼວງ ແຂວງ ມຸກດາຫານ ເມື່ອວັນທີ່ 11 ພຶດສະພາ ພສ 2563. ແລ້ວມາພົບວ່ານ້ອງເປັນສົບຢູ່ໃນປ່າເທິງພູເຂົາເຫຼັກໄຟ ຫ່າງຈາກບ້ານ ປະມານ 2 ກມ. ເມື່ອວັນທີ່ 14 ພ.ສ 2653. ເຊີ່ງກ່ອນໜ້ານີ້ ເຈົ້າໜ້າທີ່ໄທກໍ່ໄດ້ຖະແລງຢືນຢັນວ່າ ຈາກການພິສູດຫຼັກຖານທາງຄະດີ, ນ້ອງຊົມພູບໍ່ສາມາດຍ່າງຂື້ນໄປເທິງພູເຂົາເຫຼັກໄຟ ບ່ອນທີ່ພົບສົບ ດ້ວຍຕົວເອງໄດ້ ເຮັດໃຫ້ເຊື່ອວ່າ ຕ້ອງມີຜູ້ພາຂື້ນໄປ ແລະ ເຮັດໃຫ້ເຖີງແກ່ຄວາມຕາຍບໍ່ວ່າຈະທາງກົງ ຫຼື ທາງອ້ອມ.

ແລະ ຫຼ້າສຸດ ເມື່ອວັນທີ 1 ມິຖຸນາ ຕຳຫຼວດລວບລວມຫຼັກຖານຂໍໍສານອະນຸມັດອອກໝາຍຈັບ ທ້າວ ໄຊພົນ ວິພາ ຫຼື ລຸງພົນ ອາຍຸ 44 ປີ ລຸງເຂີຍ ຂອງນ້ອງຊົມພູ ໃນຖານຄວາມຜິດ 3 ຂໍ້ຫາ “ພາກເດັກອາຍຸບໍ່ເກີນ ສິບຫ້າ ປີ ໄປຈາກບິດາມານມານດາ ໂດຍ ປາດສະຈາກເຫດອັນຄວນ,ຖອດຖີ້ມເດັກອາຍຸບໍ່ເກີນ 5 ປີ ເພື່ອໃຫ້ເດັກນັ້ນພົ້ນໄປຈາກຕົນ ໂດຍການເຮັດໃຫ້ເດັກນັ້ນປາດສະຈາກຜູ້ດູແລ ເປັນເຫດໃຫ້ເດັດເຖີງແກ່ຄວາມຕາຍ ແລະ ກະທຳການໃດ່ໆ ແກ່ສົບ ຫຼື ສະພາບແວດລ້ອມໃນບໍລິເວນທີ່ພົບສົບ ກ່ອນການສັນລະສູດພິກສົບຈົບກ່ອນ ໃນການທີ່ອາດຈະເຮັດໃຫ້ການສັນລະສູດພິກສົບຫຼືຜົນທາງຄະດີປ່ຽນແປງໄປ”.  

ໂດຍ ລາຍງານລະບຸວ່າ ຕຳຫລວດມີຫຼັກຖານທາງນິຕິວິທະຍາສາດຈາກເສັ້ນຜົມນ້ອງຊົມພູ່ ທີ່ຖືກຕັດຈຳນວນຫຼາຍເສັ້ນ ວັດຖຸພະຍານດັ່ງກ່າວກາຍເປັນຫຼັກຖານສຳຄັນທັນທີ ທີ່ພົບຢູ່ໃນລົດຂອງທ້າວໄຊພົນ  ເຊີ່ງພິສູດໄດ້ວ່າ ລຸງພົນເປັນຄົນພາຫຼານຂື້ນພູເຂົາໄປ ຈົນເສຍຊີວິດ ໃຊ້ເວລາລວບລວມຫຼັກຖານດົນເປັນປີ ກວ່າຈະສາມາດປິດຄະດີ ຂໍສານອະນຸມັດໝາຍຈັບໄດ້.

ເຊີ່ງ ຫຼັງຈາກຕຳຫລວດອອກໝາຍຈັບລຸງພຸນ ເຮັດໃຫ້ ແຮສແທັກ #ลุงพล #น้องชมพุ่ ຂື້ນເປັນເປັນເລື່ອງນິຍົມຕິດອັນດັບ 1 ໃນ ທະວິດເຕີ້ປະເທດ ຢ່າງໄວວາ.ພ້ອມທັງມີຄົນໄປພິພາກວິຈານ.ເຖີງປະເດັ່ນດັ່ງກ່າວ.

Author: Singkham
I regularly blog on dhamma, Buddhist news, How to IT, and more