ສປປ.ລາວກຽມພ້ອມຮັບວັກຊີນ ໄຟເຊີ (Pfizer)

ສປປ ລາວ ຄາດວ່າຈະໄດ້ຮັບວັກວັກຊີນໄຟເຊີ (Pfizer ) ຈຳນວນ 100,620 ຫຼອດ/ເຂັມ ໃນໄວໆນີ້.

ເພື່ອເປັນການກຽມພ້ອມຮັບວັກແຊັງຕ້ານພະຍາດໂຄວິດ -19 ຄັ້ງຕໍ່ໄປຈາກ  Covax, ກະຊວງສາທາລະນະສຸກ ໄດ້ຮັບຊ່ວຍເຫຼືອທາງດ້ານຕູ້ແຊ່ທາງການແພດ ທີ່ມີຄວາມສາມາດໃນການເກັບຮັກສາວັກແຊັງໃຫ້ຢູ່ໃນອຸ່ນຫະພູດ -70 ອົງສາເຊ ຈຳນວນ 3 ເຄື່ອງ. ອົງການອະນາໄມໂລກປະຈຳ ສປປ. ລາວ ໄດ້ມອບຕູ້ແຊ່ UCC (Ultra Cold Chain) ດັ່ງກ່າວໃຫ້ ຂະແໜງກັນພະຍາດດ້ວຍວັກແຊັງ,ສູນສຸຂະພາບແມ່ ແລະ ເດັກ ຜ່ານການສະໜັບສະໜູນຂອງກະຊວງສາທາລະນະສຸກເຢຍລະມັນ (BMG).

ປະເທດລາວຄາດວ່າຈະໄດ້ຮັບວັກແຊັງຕົວໄຟເຊີທັງໝົດ 100,602 ໃນໄວໆນີ້ແນ່ນອນ ເຊີ່ງວັກຊີນຕົວນີ້ຕ້ອງການຕູ້ແຊ່ຊະນິດພິເສດນີ້ເພື່ອເກັບຮັກສາປະສິດທິພາບຂອງວັກແຊັງເອົາໄວ້.

ລາຍງານ 31 ພຶດສະພາ 2021 ຜ່ານມານີ້ ສູນຂ່າວສານການແພດສຸຂະສຶກສາລາຍງານໃຫ້ຮູ້ວ່າ ໃນຊ່ວງ 2-3 ເດືອນທີ່ມາ ກະຊວງສາທາລະນະສຸກ ໄດ້ມີການປະຕິບັດໜ້າທີ່ ຢ່າງຕັ້ງໜ້າໃນວຽກງານການແຈກຢາຍວັກແຊັງຕ້ານພະຍາດໂຄວິດ -19.

ໂດຍຮອດປັດຈຸບັນນີ້ ວັນທີ່ 30 ພຶດສະພາ 2021,ຕົວເລກຈຳນວນວັກແຊັງທີ່ຖືກສັກໃຫ້ກ່ປະຊາກອນທີ່ນອນຢູ່ໃນກຸ່ມເປົ້າໝາຍໃນທົ່ວປະເທດແມ່ນ 885,694 ຫຼອດ/ເຂັມ (ຜູ້ທີ່ໄດ້ຮັບເຂັມທຳອິດ 658,377 ແລະ ຜູ້ທີ່ໄດ້ຮັບເຂັມທີສອງ 277,317) ດ້ວຍຜົນສຳເລັດດັ່ງກ່າວ,ກະຊວງສາທາລະນະສຸກ ເອງກໍ່ມີແຜນທີ່ຈະສູ້ຊົນສັກວັກແຊັງໃຫ້ໄດ້ 50 %ຂອງຈຳນວນພົນລະເມືອງທັງໝົດພາຍໃນ ປີ  2021.

Author: Singkham
I regularly blog on dhamma, Buddhist news, How to IT, and more