ຮູ້ຈັກລາງວັນຊີໄຣຕ໌ ແລະ ຫນັງສື ທີ່ໄດ້ຮັບລາງວັນຂອງນັກປະພັນລາວ

ສະບາຍດີ ມື້ນີ້ເຮົາມາຮູ້ກັບລາງວັນຊີໄຣຕ໌ນຳກັນເດີ້ ເຊີ່ງເປັນລາງວັນທີ່ກຳລັງເປັນທີ່ຮູ້ຈັກກັນດີ ແລະ ເປັນລາງວັນທີ່ຊົງຄຸຸນຄ່າສຳຫລັບນັກປະພັນ ຄິດວ່ານ້ອຍຄົນທີ່ຈະຮູ້ຈັກ ທີ່ໄປທີ່ມາຂອງລາງວັນນີ້ເນາະ.

ຮູ້ຈັກລາງວັນຊີໄຣຕ໌

ຊີໄຣຕ໌ ຊື່ເຕັມວ່າ ລາງວັນວັນນະກຳສ້າງສັນຍອດຢ້ຽມແຫ່ງອາຊຽນ ພາສາອັງກິດ ຂຽນວ່າ S.E.A Write (Southeast Asian Writer Award ) ເປັນລາງວັນປະຈຳປີທີ່ມອບໃຫ້ແກ່ ນັກປະພັນ 10 ປະເທດສະມາຊິກອາຊຽນ ເອເຊຍຕະເວັນອອກສຽງໃຕ້ ໄດ້ແກ່ ບຣູໄນ.ກຳປູເຈຍ,ອິນໂດເນຍເຊຍ,ລາວ,ມາເລຍເຊຍ,ພະມ້າ,ຟິລິບປິນ,ສິງກະໂປ,ໄທ ແລະ ຫວຽດນາມ.

ຊີໄຣຕ໌ ເລີ່ມກໍ່ຕັ້ງ ປີ ຄ.ສ 1979.ໂດຍການລິເລີ່ມຂອງເຄີຣ໌ທ ວ້າຊໄຟທ໌ລ (Kurt Wachtveitl) ຄົນເຢລະມັນ ນັກທຸລະກິດ ແລະ ຜູ້ຈັດການໂຮງແຮມໂອຣຽນເຕັລ ທີ່ຕ້ອງການສະນັບສະນູນນັກຂຽນລຸ້ນໃຫມ່ຈາກກຸ່ມປະເທດໃນແຖບເອເຊຍທີ່ມີຜົນງານດີເດັ່ນ.ເນື່ອງຈາກໂຮງແຮມໂອຣຽນເຕັລມີປະຫວັດກ່ຽວຂ້ອງກັບນັກຂຽນຊັ້ນນຳຂອງໂລກມາເປັນເວລາດົນນານ.

ແນວໃດ່ກໍ່ຕາມນັບຕັ້ງແຕ່ມີການກໍ່ຕັ້ງລາງວັນຊີໄຣຕ໌ຂື້ນ ສະມາຄົມປະຊາຊາດອາຊຽນ ຕະເວັນອອກສຽງໃຕ້ ປະກອບມີແຕ່ພຽງ 5 ປະເທດເທົ່ານັ້ນ ຕໍ່ມາຈື່ງມີປະເທດອື່ນໆເຂົ້າຮ່ວມ ສ່ວນປະເທດລາວ ແລະ ພະມ້າ ເຂົ້າຮ່ວມໃນປີ ຄ.ສ 1997 ແລະ ຕໍ່ມາໃນ ປີ ຄ.ສ 1998 ທ່ານ ທອງຄຳ ອ່ອນມະນີສອນ ໄດ້ຮັບລາງວັນ ເປັນຄົນທຳອິດຂອງລາວ.

ປະເພດງານຂຽນ ແລະ ນັກປະພັນທີ່ໄດ້ຮັບລາງວັນໃນລາວ

ປະເພດງານຂຽນທີ່ໄດ້ຮັບລາງວັນທີ່ຜ່ານມາ ມີຫລາກຫລາຍຮູບແບບ ຢ່າງເຊັ່ນ ກະວີນິພົນ,ເລື່ອງສັ້ນ,ນະວະນິຍາຍ,ບົດລະຄອນ,ຄະຕິຊີວິດ ສຳຫລັບໃນປະເທດລາວ ຕັ້ງແຕ່ປີ 1999-2019 ມີຜູ້ໄດ້ຮັບລາງວັນປະຈຳທຸກປີ ດັ່ງມີລາຍຊື່ ພ້ອມ ຊື່ເລື່ອງທີ່ໄດ້ຮັບວາງດ່ັງນີ້:

ຄ.ສ 1998 ທ່ານ ດ ລ ທອງຄຳ ອ່ອນມະນີສອນ  ບົດກະວີ “ນ້ຳຕາແມ່”

ຄ.ສ 1999 ທ່ານ ຈັນທີ ເດືອນສະຫວັນ ເລື່ອງສັ້ນ ” ຄ້າງຄືນໃນປ່າເລີກ “

ຄ.ສ 2000 ທ່ານ ສຸວັນທອນ ບຸບຜານຸວົງ  ນະວະນິຍາຍ  ” ສອງເອື້ອຍນ້ອງ”

ຄ.ສ 2001  ທ່ານ  ໂສມສີ ເດຊາຄຳພູ ບົດກະວີ ” ຜິກແຜ່ນດິນປີ້ນແຜ່ນຝ້າຢາກເຫັນໜ້າໃຫ້ເບິ່ງຫຼັງ”

ຄ.ສ 2002 ທ່ານ  ວິເສດ ສະແຫວງສຶກສາ ເລຶ່ອງສັ້ນ “ນົກອ້ຽງຂີ່ຕາຄວາຍ”

ຄ.ສ 2003 ທ່ານ ທຽບ ວົງປະກາຍ ນະວະນິຍາຍ  ” ພາຍຸຊີວິດ”

ຄ.ສ 2004 ທ່ານ ທອງໃບ ໂພທິສານ ບົດກະວີ ” ງົວກັບກຽນ “

ຄ.ສ 2005 ທ່ານ ບຸນເສີນ ແສງມະນີ ເລື່ອງສັ້ນ ” ປະເພນີ ແລະ ຊີວິດ”

ຄ.ສ 2006  ທ່ານ ດວງເດືອນ ບຸນຍາວົງ ນະວະນິຍາຍ ” ອາຖັນແຫ່ງພົງໄພ “

ຄ.ສ 2007 ທ່ານ ຫຸມພັນ ລັດຕະນະວົງ ບົດກະວີ ” ສຸດອາໄລ”

ຄ.ສ 2008 ທ່ານ ໂອທອງ ຄຳແສງ ຄຳອິນຊູ  ເລື່ອງສັ້ນ ” ສີ້ນໄໝຜື້ນເກົ່າໆ “

ຄ.ສ 2009 ທ່ານ ແສງຄຳ ສີນົນທອງ ນະວະນິຍາຍ ” ໄຟດັບບໍ່ສີ້ນແສງ “

ຄ.ສ 2010 ທ່ານ ດາຣາ ກັນລະຍາ ( ດວງຈຳປາ) ບົດກະວີ ” ບໍ່ມີແຕ່ເຈົ້າ “

ຄ.ສ 2011 ບຸນທະນອງ ຊົມໄຊພົນ ເລື່ອງສັ້ນສອງພາສາ “ກະດູກອະເມລິກາ” (America Bones)

ຄ.ສ 2012 ດວງໄຊ ຫລວງພະສີ ນະວະນິຍາຍ ເລື່ອງ “ສາຍເລືອດດ່ຽວກັນ” (The Same Blood Origin)

ຄ.ສ 2013 ທ່ານ ສຸກຂີ ນໍລະສີລປ໌ ”ຄວາມຫລັງຄັ້ງເຍົາໄວ”

ຄ.ສ 2014 ທ່ານ ສົມສຸກ ສຸກສະຫວັດ ເລື່ອງສັ້ນ “ອະນາຈັກບິນບົນ”

ຄ.ສ 2015 ທ່ານ ພອນສະຫວັນ ພັນທະວິຈິດ ບົດກະວີ ເລື່ອງ “ສາຍນ້ຳ ທີ່ໄຫລກັບ

ຄ.ສ 2016 ສຸບັນ ຫລວງລາດ ບົດກະວີ “ມູນມັງ ຫລັງມານຫມອກ”  (The Heritage Behind the Clouds)

ຄ.ສ 2017 ທ່ານ ສົມໃຈ ຈັນທະວົງ ເລື່ອງສັ້ນ “ແຫວນຄຳ”

ຄ.ສ 2018 ທ່ານ ນາງ ຜິວລາວັນ ຫລວງວັນນາ ນະວະນິຍາຍ “ແທນຄຳສາລະພາບ”

ຄ.ສ 2019 ພຣະ ໄພວັນ ມາລາວົງ ບົດກະວີ  “ຫອມແຜ່ນດິນລາວ”

ຄວາມສຳຄັນຂອງລາງວັນຊີໄຣຕ໌

ລາງວັນຊີໄຣຕ໌ ມີຄວາມມຸ່ງຫມາຍເພື່ອສົງເສີມ ສະນັບສະນູນ ແລະ ເຊີດຊູ ນັກຂຽນໃນກຸ່ມປະເທດອາຊຽນ. ລາງວັນຊີໄຣຕ໌ ຖືວ່າເປັນລາງວັນດ່ຽວໃນທົ່ວໂລກທີ່ມອບລາງວັນວັນນະກຳໃຫ້ແກ່ນັກຂຽນຈາກຫລາກຫລາຍປະເທດໃນພູມມິພາກ ເປັນລາງວັນທີ່ມີຊື່ສຽງເປັນທີ່ຮູ້ຈັກໃນແວດວົງວັນນະກຳທົ່ວໂລກ ອີກທັງຍັງເປັນວັນນະກຳທີ່ສ້າງຊື່ສຽງ ແລະ ກຽດອັນສະງ່າງາມໃຫ້ແກ່ນັກຂຽນອີກດ້ວຍ.

ພິທີມອບຮັບລາງວັນ

ປະເທດໄທຍ ໃນຖານະເປັນພູມມິປະເທດທີ່ກໍ່ຕັ້ງລາງວັນນີ້ ຈະມີພິທີພຣະຣາຊະທານຈັດຂື້ນເປັນປະຈຳທີ່ກຸງເທບມະຫານະຄອນ.

ລາງວັນປະກອບດ້ວຍ

1.ແຜ່ນໂລຫະຈາລຶກຊື່ເປັນອະນຸສອນກຽດປະຫວັດ

2.ເງິນສົດ

3.ນັກຂຽນກຸ່ມປະເທດອາຊຽນ 9 ປະເທດ ຍົກເວັ້ນ ປະເທດໄທ ມາຮັບລາງວັນແລ້ວພ້ອມກັບທັດສະນະສຶກສາໃນປະເທດໄທກັບນັກຂຽນຊີໄຣຕ໌ໄທ ເປັນເວລາ 1 ອາທິດ.

4.ສ່ວນນັກຂຽນໄທທີ່ໄດ້ຮັບລາງວັນສາມາດເລືອກໄປປະເທດໃດ່ຫນື່ງໃນກຸ່ມປະເທດອາຊຽນ ເປັນເວລາ 1 ອາທິດ ໂດຍ ຜູ້ຈັດຈະເປັນຜູ້ອອກຄ່າເດີນທາງ ຄ່າທີ່ພັກ ແລະ ອາຫານ ທັງຫມົດໃຫ້ (ສາມາດໃຊ້ສິດພາຍໃນ 1 ປີ ).

Author: Singkham
I regularly blog on dhamma, Buddhist news, How to IT, and more