ເຈົ້າສັດທາ ເຫມົາຍົນ ຈາກອິນເດຍ ສູ່ ວຽງຈັນ ລາຄາ 1,2 ລ້ານບາດ ຖວາຍພຣະສົງ ແລະ ຄົນລາວ ກັບປະເທດ

ໃນຊ່ວງທີ່ ເຊື້ອໄວຣັສ Covid-19 ກຳລັງລະບາດຫນັກທົ່ວໂລກ ແລະ ປະເທດຫນືງທີ່ຫນ້າເປັນຫ່ວງ ກໍ່ຄື ປະເທດອິນເດຍ ເຊີ່ງມາເຖີງ ປັດຈຸບັນນີ້ ອັບເດດລ່າສຸດ ອິນເດຍ ມີຍອດຜູ້ຕິດເຊື້ອຕໍ່ມື້ສູງອັນດັບຫນື່ງ  ແລະ ມີຍອດຜູ້ຕິດເຊື້ອຫລາຍເປັນອັນອັບ 3 ຂອງໂລກ.

ໂຊກດີເມື່ອປະມານ ຕົ້ນເດືອນ ມິຖຸນາ ມີເຈົ້າສັດທາ ຊົມຣົມຄົນຣັກດີ ດັ່ງ ໂພສ ໃນເຟສບຸກວ່າ ຂໍອະນຸໂມທະນາບຸນ ຊົມຣົມຄົນຮັກດີ ທີ່ໄດ້ເປັນຕົວແທນ ສາຍບຸນ ຖວາຍປັດໄຈ 1,2 ລ້ານບາດ (ຫນື່ງລ້ານສອງແສນບາດ) ຖວາຍແດ່ ຄະນະສົງສາມະເນນ ໄດ້ກັບປະເທດລາວ ພ້ອມໄດ້ຊ່ວຍເຫລືອພີ່ນ້ອງຊາວລາວໄດ້ມີໂອກາດກັບປະເທດບ້ານເກີດຂອງຕົນເອງ “ຢູ່ໃສ່ກໍ່ບໍ່ສຸກໃຈເທົ່າບ້ານເຮົາ” ວະລີນີ້ຍັງໃຊ້ໄດ້ສະເຫມີ ຂໍອະນຸໂມທະນາບຸນຄຸນໂຍມຊົມຣົມຄົນຣັກດີ ທີໄດ້ຮ່ວມເປັນສະພານບຸນໃນການອຸປະຖາກຄະນະສົງຕະຫລອດມາ ແລະ ອະນຸໂມທະນາບຸນແທນພີ່ນ້ອງຊາວລາວທີ່ໄດ້ມີໂອກາດກັບປະເທດລາວທຸກທ່ານ ຂໍໃຫ້ຜູ້ທີ່ໄດ້ຮ່ວມບຸນໃນຄັ້ງນີ້ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນມີສຸຂະພາບທີ່ແຂງແຮງລ່ຳລວຍດ້ວຍຊັບສົມບັດ ຢ່າເຈັບຢ່າຈົນ ທຳການສິ່ງໃດ່ຂໍໃຫ້ບັນລຸສຳເລັດຫນ້າທີ່ການງານຈະເລີນກ້າວຫນ້າດວ້ຍເທີດ ສາທຸ ສາທຸ ສາທຸ

 

ຈາກການສອບຖາມພຣະນິລັນດອນ ຫນື່ງໃນພຣະສົງລາວຮູບຫນື່ງທີ່ຂື້ນຍົນຈາກອິນເດຍມານະຄອນຫລວງວຽງຈັນ ກ່າວວ່າ ມີຄະນະມາພ້ອມກັນ 67 ຮູບ/ຄົນ ເປັນພຣະສົງສາມະເນນ 42 ຮູບ ອຸປາສົກ (ພໍ່ອອກ) 13 ຄົນ ອຸປາສິກາ (ແມ່ອອກ) 12 ຄົນ.

ຫລັງຈາກພຣະສົງລາວ ແລະ ຄະນະ ມາເຖີງປະເທດລາວ ໄດ້ມາພັກພາອາໄສຢູ່ໃນສູນ ທີ່ຫຼັກ 27 ເປັນເວລາ 14 ວັນ ຕາມມາດຕະການປ້ອງກັນການແຜ່ລະບາດຂອງໂຄວິດ 19 ຈື່ງໄດ້ຮັບການອະນຸຍາດໃຫ້ເດີນທາງກັບພູມລຳເນົາຂອງຕົນ ຕາມອັດຖະຍາໄສ.

 

ຄະນະກຳລັງກຽມໄປຂື້ນເຄື່ອງບິນ

ທີ່ສະນາມບຶນ ປະເທດອິນເດຍ
ທີ່ສູນກັກຕົວຫລັກ 27
Author: Singkham
I regularly blog on dhamma, Buddhist news, How to IT, and more