ຄະນະສົງກວ່າ 38 ຮູບ ຮ່ວມເປີດຫໍມູນເຊື້ອທີ່ສູນກາງແນວລາວສ້າງຊາດ

ພຣະຫລັກແກ້ວມະວໍຣະຍານາທິບໍດີ (ຍາທ່ານໃຫຍ່ ມະຫາເຫວດ ມະເສໄນ) ຮອງປະທານ ສູນກາງ ອົງການພຸດທະສາສະໜາສຳພັນລາວ ພ້ອມດ້ວຍພຣະສົງຈຳນວນກວ່າ 38 ຮູບ ເມດຕາ ຮ່ວມເດີນທາງ ໄປຢ້ຽມຊົມ  ການຈັດວາງ ສະແດງຮູບພາບ ແລະ ຮັບຊົມສາລະຄະດີລຳລຶກປະຫວັດສາດ ທີ່ຫໍມູນເຊື້ອ ສູນກາງແນວລາວສ້າງຊາດ.
ທັນທີທີ່ຄະນະສົງເດີນທາງເຖີງຫໍມູນເຊື້ອ ເຈົ້າພະນັກງານກໍ່ເຮັດຫນ້າທີຕ້ອນຮັບຄະນະສົງເປັນຢ່າງດີ ພ້ອມມັກຄຸເທດນຳທາງຢ້ຽມຊົມທັດສະນະສຶກສາແຕ່ລະລາຍການ ການຈັດວາງສະແດງ ທັງຊັ້ນຫນື່ງ ແລະ ຊັ້ນສອງ ພ້ອມການຮັບຊົມສາລະຄະດີລຳລຶກປະຫວັດສາດປະມານເຄີ່ງຊົ່ວໂມງ.
ຖືເປັນຄັ້ງປະຫວັດສາດທໍາອິດຂອງແນວລາວສ້າງຊາດ ທີ່ໄດ້ມີຫໍມູນເຊື້ອເພື່ອວາງສະແດງຮູບພາບ, ຂໍ້ມູນ, ນິຕິກໍາ ວັດຖຸພັນ, ເພື່ອສ້າງໃຫ້ເປັນບ່ອນທັດສະນະສຶກສາອົບຮົມ ລູກຫຼານເຍົາວະຊົນຊາວຫນຸ່ມ ນັກຮຽນນັກສຶກສາ,  ພະນັກງານ-ລັດຖະກອນ, ປະຊາຊົນລາວບັນດາເຜົ່າ ແລະ ຄົນເຊື້ອສາຍລາວທີ່ອາໄສຢູ່ຕ່າງປະເທດ. 
 

 

Author: Singkham
I regularly blog on dhamma, Buddhist news, How to IT, and more