ການສັງເກດການຫຼອກລວງ ແບບ phishing ຂອງແຮັເກີ້ ແລະ ວິທີປ້ອງກັນຕົວເອງ

ເຊື່ອວ່າຫຼາຍທ່ານຄົງເຄີຍເຈີມາແລ້ວ ກັບພວກຫຼອກລວງທາງອອນລາຍ ທີ່ມັກໃຊ້ ອີເມລ ຫຼື ຂໍ້ຄວາມປະກອບລິງຄ໌ ເພື່ອຫຼອກລໍ້ໃຫ້ທ່ານເຮັດແບບສຳຫຼວດ ແລ້ວໃຫ້ໃສ່ຂໍ້ມູນສ່ວນຕົວຂອງທ່ານ.ກັບປັນຫານີ້ ເຮົາຈະສາມາດປ້ອງການຕົວແນວໃດ່ ແລ້ວຖ້າທ່ານໄດ້ຫຼົງກົດເຂົ້າໄປຫຼີ້ນຕາມຄຳແນະນຳຂອງເຂົາຈະເປັນຫຍັງບໍ່?.

ການສັງເກດການຫຼອກລວງ

ພວກຫຼອກລວງນີ້ ອາດຈະໃຊ້ ອີເມວ ຂໍູ້ຄວາມ ບອກເລົ່າເລື່ອງລາວດີໆ ຫຼອກໃຫ້ເຮົາກົດເຂົ້າໄປ ເພື່ອທີ່ຈະຫຼອກເອົາຂໍ້ມູນສ່ວນຕົວ,ລະຫັດ,ເລກບັນຊີ ຫຼື ລະຫັດຄວາມປອດໄພຂອງບັນຊີໂຊເຊວມີເດຍຕ່າງໆ. ເມື່ອເຂົາໄດ້ແລ້ວ ເຂົາກໍ່ຈະສາມາດເຂົ້າເຖີງຂໍ້ມູນເຮົາ ຄວບຄຸມອີເມວຂອງເຮົາ,ເຂົ້າເຖີງຂໍ້ມູນທະນາຄານ ແລະ ກໍ່ບັນຊີອອນລາຍອື່ນໆ.

ການປ້ອງກັນຕົວທີ່ດີ ຄື ເຮົາຕ້ອງມີສະຕິ ຮູ້ຈັກສັງເກດ ບໍ່ວ່າຈະເປັນຊື່ຂອງເວັບໄຊຕ໌ ຫຼື ໃນສ່ວນຂອງຄຳຄິດເຫັນຂອງຜູ້ມີສ່ວນຮ່ວມວ່າມັນສົມຈິງແມ່ນແທ້ບໍ່.ພວກນີ້ມັກຈະມີກົດລະຍຸດໃໝ່ໆຕະຫອດ ແຕ່ສ່ວນຫຼາຍກໍ່ເປັນແບບວ່າ ມາຈາກ ບໍລິສັດໃຫຍ່ໆທີເຮົາຄຸ້ນເຄີຍ ແລະ ເຊື່ອຖື ເຊັ່ນ ຈາກທະນາຄານ,ແອບຈ່າຍເງິນ ຫຼື ຮ້ານຄ້າອອນລາຍໃດ່ໜື່ງ.ທີ່ບອກວ່າ ມີກິດຈະກັມດີີໆ ທີ່ພະຍາຍາມບອກເລົ່າເລື່ອງລາວດີໆໃຫ້ເຮົາຫຼົງເຊື່ອກົດເຂົ້າໄປ ຫລີ້ນເກມ,ຕອບຄຳຖາມ ສຳຫຼວດ ຮັບລາງວັນແນວນັ້ນແນວນີ້.

ທຸກຢ່າງເຂົາເຮັດຄືໝົດ ທັງໜ້າຕາເວັບໄຊຕ໌,ໂລໂກ້. ຄືຕົວຢ່າງນີ້ ຈາກທີ່ເຂົາເຮັດມາຫຼອກ ວ່າມາຈາກ ບໍລິສັດໂຄຄາ-ໂຄລາ.

ຊົມເຊີຍ ໂຄຄາ-ໂຄລາ ສະເຫຼີມສະຫຼອງຄົບຮອບ 20 ປີ ມື້​ນີ້, 5  ມິຖຸນາ, 2021, ທ່ານໂຊກດີຫຼາຍທີ່ໄດ້ຮັບການຄັດເລືອກ ສຳລັບການ ສຳຫຼວດຂອງພວກເຮົາ. ໃນເວລາພຽງ ໜຶ່ງ ນາທີ, ທ່ານຈະໄດ້ຮັບລາງວັນອັນປະເສີດ! ພວກເຮົາໄດ້ກະກຽມລາງວັນບາງຢ່າງ ສຳ ລັບຜູ້ທີ່ເຂົ້າຮ່ວມໃນການ ສຳ ຫຼວດ.

ຖ້າທ່ານໄດ້ຮັບລິງຄ໌ແບບນີ້ນີ້ ກ່ອນອື່ນໃຫ້ສັງເກດເບິ່ງຊື່ເວັບໄຊຕ໌ວ່າແມ່ນບໍ່ລິສັດດັ່ງກ່າວຫຼືບໍ່ ເວັບໄຊຕ໌ມີ ມີ ສັນຍະລັກ SSLບໍ່ ຖ້າບໍ່ແມ່ນຢ່າເຮັດຕາມຄຳແນະນຳຂອງເຂົາເດັດຂາດ ລົບຖີ້ມໂລດ ຫຼື ບໍ່ຕ້ອງກົົດເຂົ້າໄປຫຼິ້ນມັນຄືການຫຼອກລວງເຍື່ອ ໂດຍບອກວ່າ ທ່ານຈະໄດ້ຮັບວ່າງວັນ ເປັນເງິນ ຫຼື ອິຫຍັງກໍ່ແລ້ວແຕ່. ຫຼືອາດຈະນຳທ່່ານເຂົ້າໄປຫາກົດລິງຄ໌໌ສິ້ນຄ້າທີ່ບໍ່ຕ້ອງການແບບອັດຕະໂນມັດ.

ຈະເຫັນວ່າ ຊື່ເວັບ ບໍ່ແມ່ນ ໂຄຄາ-ໂຄລາ

ຈະເຮັດແນວໃດ່ຖ້າທ່ານໄດ້ມີສ່ວນຮ່ວມແລ້ວ

ກ່ອນອື່ນເລີຍ ເມື່ອທ່ານຮູ້ວ່າຖືກຫຼອກ ໃຫ້ຮີບປ່ຽນລະຫັດບັນຊີທີ່ທ່ານໄດ້ໃສ່ເຂົ້າໄປ.ຫຼື ຖ້າທ່ານໄດ້ເປີດເອກສານ ແລະ ຊັອບແວຣ໌ທີ່ບໍ່ປອດໄພ ໃຫ້ອັບເດດຊັອບແວຣ໌ແອນຕິໄວຣັສ ຈາກນັ້ນ ສະແກນ ເຄື່ອງຄອມ ຫຼື ໂທລະສັບທັນທີ. ປັດຈຸບັນປະເທດລາວເຮົາຍັງບໍ່ຮູ້ວ່າມີໜ່ວຍງານໄດ່ຮັບແກ້ປັນຫານີ້ຫຼືບໍ່.

Author: Singkham
I regularly blog on dhamma, Buddhist news, How to IT, and more