ໂຄວິດ..ກັບວິຖີຊີວິດພຣະສົງ

ໂດຍ: ຄວັນສີເທົາ

01

ການແຜ່ລະບາດຂອງໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ວິຖີຊີວິດຂອງຜູ້ຄົນທົ່ວທຸກມຸມໂລກ. ທຳອິດກໍເດືອດຮ້ອນສະເພາະປະເທດທີ່ເປັນຈຸດເລີ່ມຕົ້ນແຫ່ງການເກີດຂຶ້ນຂອງພະຍາດຊະນິດນີ້. ຕໍ່ມາ ກໍແຜ່ໄປສູ່ປະເທດທີ່ສອງ ສາມ ສີ່ ແລ້ວກໍລາມໄປທົ່ວໂລກຢ່າງໄວວາ ເໝືອນກັບໄຟປ່າທີ່ຖືກລົມພັດໃຫ້ລຸກໄໝ້ໄວຂຶ້ນ ໄວຂຶ້ນ ແລະ ໄວຂຶ້ນ. ແນ່ນອນ ສປປ. ລາວ ເປັນປະເທດໜຶ່ງທີ່ຢູ່ໃນໂລກຍ່ອມໄດ້ຮັບຜົນກະທົບນີ້ເຊັ່ນກັນ. ເພື່ອປ້ອງກັນການເພີ່ມຂຶ້ນຂອງຜູ້ຕິດເຊື້ອ; ສະຖານທີ່ຕ່າງໆ ທີ່ສ່ຽງຕໍ່ການແຜ່ເຊື້ອໄດ້ງ່າຍຈຶ່ງໄດ້ຖືກປິດຕົວລົງ, ການຄົມມະນາຄົມໄດ້ຢຸດສະຫງັກລົງໄປ ແລະ ການຄ້າຂາຍທີ່ລຳບາກຢູ່ແລ້ວກໍຍິ່ງບາກຫຼາຍຂຶ້ນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ເສດຖະກິດຝືດເຄືອງ ຜູ້ຄົນເດືອດຮ້ອນໄປທົ່ວທຸກແຫ່ງ ບໍ່ເວັ້ນແມ່ນແຕ່ຊີວິດພຣະສົງ-ສາມະເນນ ເຊິ່ງເປັນກຸ່ມຄົນຈຳນວນໜຶ່ງທີ່ມີຢູ່ໃນສັງຄົມລາວ. ເຮົາລອງເຂົ້າວັດໄປສຳຫຼວດເບິ່ງວິຖີຊີວິດຂອງຄົນກຸ່ມນີ້ວ່າ ພວກເຂົາເປັນຢູ່ແນວໃດ; ປະສົບບັນຫາຫຍັງແດ່; ເມື່ອມີບັນຫາແລ້ວເພິ່ນມີມຸມມອງຕໍ່ສະຖານນະການເຫຼົ່ານັ້ນແນວໃດ?

ຫຍໍ້ໜ້າຖັດໄປ ກຳລັງລໍຖ້າທ່ານຢູ່.

02

ມື້ນີ້ ຄູບາອົງໃດຊິໄປລົງອຸໂປສົດແນ່? ຄູບາອົງໜຶ່ງຖາມຂຶ້ນໃນຂະນະທີ່ກຳລັງຈະສັນເຂົ້າ. (ອຸໂປສົດຄືກິດຈະກຳໜຶ່ງທີ່ພຣະສົງຈະຕ້ອງປະຊຸມກັນທຸກໆເຄິ່ງເດືອນ ເພື່ອຮັບຟັງສີນ 227 ແລະ ໂອວາດຈາກພຣະຜູ້ໃຫຍ່)

ຄູບາສົມປອນໄປໄດ້ບໍ່?

ຂ້ານ້ອຍ ຂໍອະນຸຍາດລາເດີ. ມື້ນີ້ ຮູ້ສຶກເໝືອນວ່າຊິເປັນໄຂ້ ທັງປວດຫົວ ທັງເຈັບຄໍ.

ຄັນຊັ້ນ ຜູ້ໃດສາມາດໄປໄດ້ແນ່ ນິມົນມາແຈ້ງຂ້ານ້ອຍແດ່ເດີ. ວັນສີນນີ້ຄະນະສົງຂັ້ນເມືອງມີຄຳສັ່ງມາວ່າ ໃຫ້ໄປຮ່ວມລົງອຸໂປສົດໄດ້ວັດລະສາມອົງ ເນື່ອງຈາກວ່າ ຊ່ວງນີ້ ໂຄວິດ-19 ກຳລັງລະບາດໜັກ ເຮົາຕ້ອງຮັກສາໄລຍະຫ່າງ ຖ້າໄປຫຼາຍອາດຈະເຮັດໃຫ້ແອອັດກັນ. ລົດຈະອອກຈາກວັດເຮົາເວລາ 12 ໂມງເດີ. ແລ້ວກໍມີຄູບາອີກສອງອົງແຈ້ງຈຳນົງຂຶ້ນວ່າຈະໄປຮ່ວມ ເຊິ່ງລວມກັບຄູບາອົງທີ່ຖາມຂຶ້ນນັ້ນ ກໍເປັນສາມອົງພໍດີ.

ຫຼັງຈາກສັນເຂົ້າແລ້ວ ຂ້ອຍກໍຍ່າງລົງຈາກສາລາ ຫຼຽວຊ້າຍຫຼຽວຂວາ ຍ່າງໄປທາງຊ້າຍໜ້ອຍໜຶ່ງ ແລ້ວກໍກັບມາທາງດ້ານຂວາ. ອີກແລ້ວ! ເກີບຫາຍ ຄູ່ທີ່ສາມແລ້ວເດ້ນິ ຜູ້ໃດໃສ່ໄປວ່ະ ລູກພໍ່ແມ່ບໍ່ສັ່ງສອນເອີ໋ຍ! (ຢ່າເບິ່ງພຣະດ້ວຍສາຍຕາແບບນັ້ນ ພຽງແຕ່ຄິດໃນໃຈ) ເມື່ອບໍ່ເຫັນເກີບກໍເລີຍຍ່າງມາກຸຕິດ້ວຍເກີບຄູ່ໃຈທີ່ພໍ່ແມ່ມອບໃຫ້ຕັ້ງແຕ່ມື້ເກີດ ແລ້ວກໍຊັດຢາພາຣາເຂົ້າໄປ 2 ເມັດ; ກຳລັງຊິລົ້ມຫົວລົງນອນ ຄິດຂຶ້ນໄດ້ວ່າ ອາຈານເຄີຍສົ່ງປະຫວັດນັກຂຽນຄົນໜຶ່ງໃຫ້ ເວລາຜ່ານໄປຫຼາຍອາທິດແລ້ວ ຍັງບໍ່ທັນໄດ້ເປີດເບິ່ງເລີຍ ຄິດໃນໃຈ ໜັງສືກ່ຽວປະຫວັດບຸກຄົນສຳຄັນໜ້າຈະອ່ານສະໜຸກດີ ບາງທີ ອາດຈະເຮັດໃຫ້ລືມປວດຫົວໄປເລີຍກໍເປັນໄດ້ ລຸກຂຶ້ນມາເປີດໂນ໊ດບຸກ ອ່ານໄປໄດ້ປະມານເຄິ່ງໜ້າ ອິຫຍັງວ່ະ! ປວດຫົວໜັກກວ່າເກົ່າ ກໍເລີຍກັບໄປນອນຊ່ະ!

ຂ້ອຍຕື່ນຂຶ້ນມາປະມານບ່າຍໂມງກວ່າໆ ຍັງຮູ້ສຶກແໜ້ນໜ້າເອິກ, ທັງຈັບຄໍ, ທັງປວດຫົວ, ທັງຕົວຮ້ອນເໝືອນກັບໄປນອນອາບແດດມາສາມມື້ ຂ້ອຍຟ້າວລຸກຂຶ້ນໄປນັ່ງຕັ່ງ ໂນ໊ດບຸກທີ່ເປີດໄຟລ໌ໜັງສືຄ້າງໄວ້ຍັງບໍ່ທັນໄດ້ປິດເລີຍ ຂ້ອຍພິມຄຳວ່າ ອາການເບື້ອງຕົ້ນຂອງຄົນຕິດໂຄວິດ-19 ເຂົາບອກວ່າ ອາການຫຼັກໆທີ່ບົ່ງບອກວ່າເຮົາຕິດໂຄວິດ-19 ມີດັ່ງນີ້: ປວດຫົວ, ມີໄຂ້ 37,5 ອົງສາຂຶ້ນໄປ, ອ່ອນເພຍ, ມີນ້ຳມູກ, ໄອ, ເຈັບຄໍ, ປວດຮາກ, ທ້ອງເສຍ, ມີຜື່ນຂຶ້ນ ຖ້າອາການຮຸນແຮງປອດຈະອັກເສບ ນີ້ຄືອາການເບື້ອງຕົ້ນ ຖ້າຜູ້ໃດມີອາການແບບນີ້ຄວນໄປຫາໝໍດ່ວນ. ຂ້ອຍຟ້າວໂທຫາໂຊເຟີລົດໃຫ້ລົງມາວັດດ່ວນ.

03

ເມື່ອໄປຮອດຄລິນິກແຫ່ງໜຶ່ງໃກ້ໆກັບໂຮງໝໍມິດຕະພາບ 150 ຕຽງ ຂ້ອຍລົງລົດໄປພ້ອມກັບຄູບາອີກອົງໜຶ່ງທີ່ມານຳກັນ ຄູບາເປັນຫຍັງມາໜໍ ຂ້ານ້ອຍ? ພະນັກງານຄົນໜຶ່ງທີີ່ຢູ່ຄາວເຕີຖາມຂຶ້ນ. ຖ້າເປັນແຕ່ກ່ອນຂ້ອຍຄົງຕອບວ່າ ອໍ..ເປັນຈົວມາກ່ອນ ແຕ່ຕອນນີ້ເປັນຄູບາແລ້ວ. ຮຶ..ປ່ວຍຈົນຊິມໍລະນະພາບແລ້ວຍັງມີອາລົມມາຫຼິ້ນຢູ່.

ຂ້ອຍໄປນັ່ງຢູ່ຕັ່ງໝ່ອງທີ່ເຂົາເຈົ້າກວດເຊັກປະຫວັດ ແລ້ວພະນັກງານກໍມາວັດອຸນຫະພູມ, ຖາມອາການວ່າເປັນແນວໃດ ແລ້ວລາວກໍຂຽນລົງໃບແບບຟອມ ຫຼັງຈາກນັ້ນກໍຍື່ນເຈ້ຍນັ້ນໃຫ້ຂ້ອຍ ພ້ອມກັບກ່າວວ່າ ນິມົນຂຶ້ນໄປກວດຢູ່ຊັ້ນສອງເດີ ຂ້ານ້ອຍ. ເມື່ອປະຕູລິບເປີດອອກ ມີຜູ້ຍິງຄົນໜຶ່ງມືກວັກມືແວັບໆ ໃນທຳນອງວ່າໃຫ້ໄປທາງນັ້ນ ຂ້ອຍຍື່ນເຈ້ຍແຜ່ນນັ້ນໃຫ້ ແລ້ວກໍຍ່າງຕາມລາວໄປ ຊັ້ນນີ້ ເປັນຫ້ອງໂຖງ ແຕ່ຂັ້ນເປັນຫ້ອງໆ ແຕ່ລະຫ້ອງຄົນໄຂ້ສາມາດນອນໄດ້ໜຶ່ງຄົນ.

ເມື່ອໄປຮອດຫ້ອງກວດ ຂ້ອຍຍ່າງໄປນັ່ງຕຽງເຊິ່ງມີຢູ່ຕຽງດຽວໃນຫ້ອງນັ້ນ ສ່ວນຜູ້ຍິງຄົນນັ້ນນັ່ງຢູ່ຕັ່ງຫ່າງຈາກຂ້ອຍປະມານສອງແມັດ ມືເບື້ອງໜຶ່ງຍົກເຈ້ຍແຜ່ນນັ້ນຂຶ້ນມາອ່ານ ສ່ວນອີກເບື້ອງຄວ້າໄປຈັບເມົ້າຄອມ ແລ້ວກ່າວຂຶ້ນໂດຍທີ່ຕາຍັງຈ້ອງເຈ້ຍແຜ່ນນັ້ນຢູ່ວ່າ ຄູບາເປັນໄຂ້ຫວາ? ແລ້ວກໍເວົ້າຕໍ່ໂດຍທີ່ບໍ່ລໍຄຳຕອບຈາກຂ້ອຍເລີຍ ອຸນຫະພູມ 38 ອົງສາ, ເຈັບຄໍ, ແໜ້ນໜ້າເອິກ, ປວດຕົນປວດໂຕ ໂອ້!..ເຂົາປ່ອຍໃຫ້ຄູບາຂຶ້ນມາໄດ້ແນວໃດ໋? ຊ່ວງນີ້ມັນສ່ຽງເດ້ຄູບາ! ຄລິນິກເຮົາບໍ່ຮັບຄົນໄຂ້. ເອົາເພິ່ນລົງໄປໄວ໋ ເອົາເພິ່ນລົງໄປ! ສຽງຜູ້ຍິງອີກຄົນໜຶ່ງດັງມາຈາກຫ້ອງຂ້າງໆ. ລາວນັ່ງງຽບຢູ່ບຶດໜຶ່ງ ເໝືອນກຳລັງຫາຄຳເວົ້າທີ່ໜຸ້ມນວນທີ່ສຸດ ແລ້ວກໍກ່າວຂຶ້ນວ່າ ມີແຕ່ໃຫ້ຄູບາໄປກວດໂຄວິດຢູ່ໂຮງໝໍເສດຖາເດີ. ແລ້ວລາວກໍຍື່ນເຈ້ຍແຜ່ນນັ້ນຄືນໃຫ້ຂ້ອຍ.

ຂ້ອຍນັ່ງງົງຢູ່ສາມວິນາທີ ເໝືອນກຳລັງໄວ້ອາໄລໃຫ້ກັບເຫດການທີ່ຫາກໍ່ເກີດຂຶ້ນ ເມື່ອໄດ້ສະຕິແລ້ວກໍເລີຍຍ່າງລົງມາຊັ້ນໜຶ່ງ ຮູ້ສຶກເໝືອນກັບວ່າຖືກເນລະເທດອອກຈາກຄລິນິກແບບບໍ່ຮູ້ສາເຫດ. ຄວາມຈິງ ບໍ່ແມ່ນຮູ້ສຶກດອກ ແຕ່ຖືກເນລະເທດອິຫຼີນີ້ແຫຼະ.

04

ຄືແລ້ວໄວແທ້ມື້ນີ້ຄູບາ? ໂຊເຟີລົດຖາມ ຊ່ວງນີ້ ຄລິນິກເຂົາບໍ່ຮັບຄົນໄຂ້ ເຮົາໄປໂຮງໝໍເສດຖາເລີຍ. ລາວຄົງຈະສັງເກດເຫັນຂ້ອຍອາລົມບໍ່ຄ່ອຍດີປານໃດກໍເລີຍບໍ່ໄດ້ຖາມຫຍັງອີກ. ຕະຫຼອດເວລາທີ່ນັ່ງຢູ່ໃນລົດນັ້ນ ມີແຕ່ຂ້ອຍເວົ້າຢູ່ຄົນດຽວ ໝໍແນວໃດຫວ໋າ ບໍ່ມີຈັນຍາບັນໃນການໃຫ້ບໍລິການແກ່ຄົນໄຂ້ເລີຍ ຈົບມາແຕ່ປະເທດໃດ ມະຫາໄລຫຍັງ ເຂົາບໍ່ສັ່ງສອນເລື່ອງການໃຫ້ບໍລິການແນ່ບໍ໋ ເຖິງຊິມີຄວາມຮູ້ ແລະ ສະຫຼາດປານໃດ ຖ້າຂາດຈິດໃຈເມດຕາສົງສານຄົນອື່ນ ກໍບໍ່ມີປະໂຫຍດຫຍັງ ເປັນໝໍກໍເປັນໝໍທີ່ຂາດຈັນຍາບັນ ເປັນອາຈານກໍເປັນອາຈານທີ່ຂາດຈັນຍາບັນ ຢ່າຫວັງວ່າຊິໄດ້ຮັບຄວາມເຄົາລົບຈາກຄົນອື່ນ. ຄືຊິມາເປັນຄັ້ງສຸດທ້າຍລ່ະຄລິນິກນີ້ (ບໍ່ຢາກບອກວ່າຢູ່ໃສ ໜ້າໂຮງໝໍມິດຕະພາບ) ຄັ້ງທີ່ແລ້ວນີ້ກໍຄືກັນ ຂ້ອຍພຽງແຕ່ເຈັບຫົວ ຄິດວ່າຊິມາຊື້ຢາຊື່ໆ ແຕ່ກໍຈັບຂ້ອຍໄປນອນຕຽງແລ້ວໃສ່ຢາພາຣາໃຫ້ ທັງເຈາະເລືອດ ທັງໃສ່ນ້ຳ ໝົດເງິນໄປຕັ້ງຫຼາຍແສນ ຍິ່ງເວົ້າກໍຍິ່ງເຊັງ. ຜູ້ອ່ານເຊື່ອບໍ່ວ່າຫ້າ-ຫົກແຖວທີ່ກ່າວມານັ້ນ ຂ້ອຍເວົ້າທັງໃສ່ອາລົມຈົນສຸດສຽງ ພຽງແຕ່ວ່າມັນດັງກ້ອງຢູ່ພາຍໃນໃຈຂ້ອຍຄົນດຽວເທົ່ານັ້ນ. ຄວາມຈິງ ພວກເຮົານັ່ງງຽບກັນໄປຕະຫຼອດທາງ ຈະມີແດ່ ກໍຕອນທີ່ຂ້ອຍຖາມຄົນຂັບວ່າ ກິນເຂົ້າສວຍຫຼືຍັງ ແລ້ວຕ່າງຄົນກໍຕ່າງງຽບ.

ເວລາຜ່ານໄປເກືອບສາມສິບນາທີ ພວກເຮົາກໍມາຮອດໂຮງໝໍເສດຖາ ຂ້ອຍເປີດປະຕູຍ່າງອອກໄປຖາມພະນັກງານທີ່ນັ່ງຢູ່ຄາວເຕີ ໝ່ອງທີ່ເພິ່ນກວດໂຄວິດຢູ່ຕຶກໃດໜໍ? ຕຶກໃໝ່ບີສີ່ເດີ ຂ້ານ້ອຍ ຂອບໃຈຫຼາຍໆ, ແລ້ວພວກເຮົາກໍມາຢືນຢູ່ໜ້າຕຶກໃໝ່ບີສີ່ ດ້ານໜ້າຕຶກມີເຊືອກຟາງສີແດງເນັ່ງຂັ້ນໄວ້ບໍ່ໃຫ້ຄົນນອກເຂົ້າໄປ. ຂ້ອຍໂຄດແປກໃຈທີ່ບໍ່ມີພະນັກງານຢູ່ຈັກຄົນ ງຽບວ່າແມ່ນປ່າຊ້າ ຂ້ອຍກັບຄູບາອີກອົງພາກັນຍ່າງກັບໄປກັບມາປະມານເກືອບສິບນາທີ ບຶດໜຶ່ງມີພໍ່ອອກແມ່ອອກ ແລະ ເດັກນ້ອຍສອງສາມຄົນ ພາກັນຍ່າງອອກມາຈາກລົດເກັ໋ງຄັນໜຶ່ງ.

ແລ້ວທັງໝົດກໍຍ່າງຕົງມາທີ່ພວກເຮົາ ອິພໍ່! ເຈົ້າຢ່າໄປຈັບແມ້ ຈັກໜ່ອຍກະຕິດເຊື້ອດອກ ຕຶກຮັກສາຄົນຕິດໂຄວິດເດ້ນິ ເອົາເຈວມາລ້າງມືແມ້. ແມ່ອອກຄົນໜຶ່ງເວົ້າຂຶ້ນ. ພວກເຮົາ (ຄູບາກັບຄອບຄົວນັ້ນ) ພາກັນຍ່າງເວີ່ນຢູ່ແຖວນັ້ນປະມານຫ້ານາທີ ກໍມີພໍ່ອອກຄົນໜຶ່ງຍ່າງຜ່ານມາແຖວນັ້ນ ແລ້ວຮ້ອງບອກວ່າ ໝ່ອງກວດໂຄວິດຢູ່ຂ້າງຕຶກເດີ ກໍເລີຍພາກັນຍ່າງອ້ອມໄປ ເມື່ອໄປຮອດ ມີຜູ້ຍິງສອງສາມຄົນນັ່ງລໍຢູ່ນັ້ນກ່ອນແລ້ວ ເບິ່ງຈາກອາການໜ້າຈະມາລໍກວດເຊັ່ນກັນ. ພວກເຮົານັ່ງລໍຖ້າອີກປະມານເກືອບສາມສິບນາທີ ຈຶ່ງເຫັນທ່ານໝໍຄ່ອຍໆຍົກຂາຊ້າຍຍ້າຍຂາຂວາອອກມາຈາກຕຶກ (ຄິດໃນໃຈ ໄປຮຽນກຳມະຖານຈາກວັດໃດມາໜໍຄືມາຍ່າງຊ້າແທ້). ຄວາມຈິງ ເຂົາເຈົ້າໃສ່ຊຸດປ້ອງກັນໂຄວິດກໍເລີຍຍ່າງໄວບໍ່ໄດ້ ຫຼັງຈາກທີ່ແມ່ອອກສາມຄົນທີ່ມາລໍຖ້າຢູ່ກ່ອນໜ້າກວດແລ້ວ ກໍມາຮອດຄິວຂອງຂ້ອຍ ຂ້ອຍເລີ່ມໃຈບໍ່ຄ່ອຍດີ ເມື່ອຫຼຽວໄປເຫັນທ່ານໝໍຂຽນລຳດັບຄິວ ເບີ 60 ນິມົນນັ່ງ ຂ້ານ້ອຍ (ຄຸ້ນໆບໍ່ເບີນີ້ໃກ້ຄຽງກັບເບີ 59 ຂອງແມ່ອອກຄົນໜຶ່ງເດ້ເນາະ ຄິດໃນໃຈ ຕິດນຳກັນຊະນໍ້, ພຣະກໍຄິດຟຸ້ງຊ່ານໄປທົ່ວຊ່ວງນີ້) ຂໍອະນຸຍາດເດີ ຄູບາ. ຫຼັງຈາກທີ່ກວດແລ້ວ ກໍເລີຍຖາມວ່າ ຮູ້ຜົນມື້ໃດແມ່ອອກ? ມື້ອື່ນ ຂ້ານ້ອຍ. ຖ້າຜົນເປັນບວກ ພວກເຮົາຈະໂທໄປຫາເດີ.

05

ຄືນນັ້ນ ກ່ອນເຂົ້ານອນຂ້ອຍໄດ້ລະນຶກເຖິງເຫດການຕ່າງໆທີ່ຜ່ານມາໃນມື້ນີ້ ເມື່ອຄິດໄປຮອດຊ່ວງທີ່ຈົ່ມໃຫ້ໝໍຢູ່ຄລິນິກ ຂ້ອຍກໍຄິດຂຶ້ນມາໄດ້ວ່າ ເອ..ມັນຖືກຢູ່ບໍ໋ທີ່ໄປຈົ່ມໃຫ້ເຂົາແນວນັ້ນ (ຄວາມຈິງໜ້າຈະຄິດໄດ້ແຕ່ດົນແລ້ວລ່ະ) ເຖິງຈະເປັນພຽງການຈົ່ມໃນໃຈ ແຕ່ກໍມີຜົນເຮັດໃຫ້ເຮົາເປັນທຸກບໍ່ໜ້ອຍ ໝໍຄົນທີ່ເຮົາຈົ່ມໃຫ້ລາວບໍ່ໜ້າຈະຮູ້ເລື່ອງຫຍັງນຳ ລາວກໍເຮັດຕາມໜ້າທີ່ປົກກະຕິ ເລີກການແລ້ວ ລາວກໍກັບບ້ານ ອາບນ້ຳ ກິນເຂົ້າກັບລູກກັບສາມີ ຊີວິດລາວກໍໜ້າຈະດຳເນີນໄປປົກກະຕິ. ສ່ວນເຮົາຈົ່ມແລ້ວຍັງບໍ່ພໍຊິນອນຍັງນອນບໍ່ໄດ້ອີກ ນີ້ລະໜາທີ່ພຣະເພິ່ນວ່າ “ຄວາມຍຶດຖືຄືຄວາມເຈັບປວດ” ຄຳສອນໃນທາງພຣະພຸດທະສາສະໜາກ່າວໄວ້ວ່າ ຖ້າບໍ່ຢາກເຈັບປວດກໍຕ້ອງຮູ້ຈັກປ່ອຍວາງ ບາງຢ່າງທີ່ເຮົາບໍ່ສາມາດຄວບຄຸມໄດ້ກໍຄວນປ່ອຍມັນໄປ ເຮົາບໍ່ສາມາດຄວບຄຸມຄົນອື່ນໄດ້ ແຕ່ເຮົາມີອຳນາດເຕັມທີ່ໃນການຄວບຄຸມຕົນເອງ ເຮົາສາມາດມອງເຫດການຕ່າງໆທີ່ເຮົາໄດ້ປະສົບພົບເຈີໄດ້ວ່າ ຈະມອງໃນດ້ານບວກ ຫຼື ລົບ ທຸກຢ່າງມີສອງດ້ານສະເໝີ. ຈະມອງໃຫ້ເປັນສຸກ ຫຼື ທຸກ ກໍໄດ້.

ຕໍ່ເຫດການທີ່ເກີດຂຶ້ນໃນມື້ນີ້ ຖ້າຄິດອີກມຸມໜຶ່ງ ເຮົາໜ້າຈະເຫັນໃຈໝໍທີ່ຢູ່ຄລິນິກຫຼາຍກວ່າ ແທນທີ່ຊິຈົ່ມດ່າເຂົາເຈົ້າ. ໂດຍສັນຊາດຕະຍານຂອງສິ່ງທີ່ມີຊີວິດແລ້ວ ຖ້າສິ່ງທີ່ມີຊີວິດຊະນິດໃດ ບໍ່ມີຄວາມຢ້ານກົວເລີຍ ສິ່ງທີ່ມີຊີວິດນັ້ນຈະສູນພັນໄປຈາກໂລກນີ້ໄວກວ່າສິ່ງທີ່ມີຊີວິດຊະນິດອື່ນ. ຂ້ອຍເຄີຍອ່ານເຈີໃນໜັງສືເຫຼັ້ມໜຶ່ງ (ຈື່ບໍ່ໄດ້ວ່າເປັນເຫຼັ້ມໃດ ໜ້າຈະເປັນ ເຊປຽນ ຫຼື ອິຫຍັງນີ້ລະ) ເຂົາບອກວ່າ ເພາະຄວາມຢ້ານກົວຕໍ່ໄພຕ່າງໆ ຈຶ່ງເຮັດໃຫ້ ມະນຸດສາມາດຮັກສາເຜົ່າພັນຂອງຕົນ ແລະ ໄດ້ຄອບຄອງແຜ່ນດິນນີ້ເໜືອສິ່ງມີຊີວິດຊະນິດອື່ນ–ນັກຊີວະວິທະຍາບອກມາແນວນັ້ນ.

ບາງຄົນອາດຈະຄັນປາກຢາກຖາມວ່າ:

ຄູບາ! ແລ້ວມັນກ່ຽວຫຍັງກັນ ກັບການທີ່ທ່ານໝໍເນລະເທດຄູບາອອກຈາກຄລິນິກແຫ່ງນັ້ນ?

ການທີ່ທ່ານໝໍເນລະເທດຂ້ອຍອອກຈາກຄລິນິກນັ້ນ ຂ້ອຍຄິດວ່າມີເຫດຜົນຫຼັກໆສອງສາມຢ່າງເທົ່ານັ້ນແຫຼະ 1) ຢ້ານວ່າຂ້ອຍນຳເຊື້ອໂຄວິດມາສູ່ພວກເຂົາ 2) ຖ້າຂ້ອຍຕິດເຊື້ອ ແນ່ນອນ ຄລິກນິກແຫ່ງນີ້ຕ້ອງໄດ້ປິດຢ່າງແນ່ນອນ 3) ພວກເຂົາອາດຈະຖືກເຈົ້າໜ້າທີ່ສະເພາະກິດເອີ້ນໄປຕຳໜິ ຫຼື ປັບໃໝ ເພາະເປັນເຫດໃຫ້ເຊື້ອແຜ່ກະຈາຍໄປທົ່ວ (ຄົນຈະຕິດຫຼາຍຂຶ້ນ)

ເຮົາຈະສັງເກດເຫັນວ່າທັງສາມຂໍ້ທີ່ກ່າວມານັ້ນ ສະຫຼຸບລົງທີ່ ຄວາມຢ້ານກົວ ທັງນັ້ນ. ນີ້ຄືສັນຊາດຕະຍານຂອງເຜົ່າພັນມະນຸດ ຖ້າເຮົາຂາດຄຸນສົມບັດຂໍ້ນີ້ ພວກເຮົາອາດຈະສູນພັນໄປດົນແລ້ວ. ທ່ານໝໍຄົນນັ້ນກໍເປັນມະນຸດຄົນໜຶ່ງ ຍ່ອມມີຄວາມຮູ້ສຶກຢ້ານກົວເໝືອນກັບໄທເຮົາເຈົ້າຂ້ອຍ ຖ້າຂ້ອຍຕົກຢູ່ໃນສະຖານະການຄືກັບລາວ ກໍອາດຈະເຮັດຄືລາວກໍເປັນໄດ້. ເມື່ອຄິດມາຮອດນີ້ ກໍເຮັດໃຫ້ຂ້ອຍເຂົ້າໃຈທ່ານໝໍຄົນນັ້ນຫຼາຍຂຶ້ນ ຮູ້ສຶກຮູ້ເບົາໃຈຫຼາຍກວ່າເກົ່າ ຕອນນີ້ ເວລາປະມານທ່ຽງຄືນແລ້ວ ແມງໄມ້ຮ້ອງລະງົມໄປທົ່ວບໍເວນວັດ ບາງຄັ້ງຈະໄດ້ຍິນສຽງລົດຜ່ານມາທາງດ້ານຫຼັງວັດ ຂ້ອຍຄ່ອຍໆມ້ອຍຫຼັບໄປດ້ວຍຄວາມເມື່ອຍລ້າ. ຮູ້ສຶກຕົວອີກເທື່ອໜຶ່ງກໍຕອນທີ່ຈົວນ້ອຍຕີຄ້ອງໄຫວ້ພຣະເຊົ້າ.

ເບິ່ງຄືວ່າກຳລັງຊິຈົບແບບແຮັບປີ້ ເອັນດິ່ງເນາະ

ແຕ່ຢ່າຟ້າວເທື່ອ ຢ່າລືມ! ຜົນກວດໂຄວິດຍັງບໍ່ທັນອອກເລີຍ.

06

ຕັ້ງແຕ່ມືນຕາຂຶ້ນມາເຫັນໂລກເປັນເວລາຊາວກວ່າປີ ຮູ້ສຶກວ່າ ມື້ນີ້ ເປັນມື້ທີ່ຍາວນານທີ່ສຸດໃນຊີວິດ ອາການປວດຫົວທີ່ເປັນມາຕັ້ງແຕ່ມື້ວານນີ້ ກໍຍັງມີອາການປວດເປັນບາງຄັ້ງບາງຄາວ ສ່ວນອາການອື່ນໆເລີ່ມດີຂຶ້ນຫຼາຍແລ້ວ ຈະເປັນເພາະລິດຢາ ຫຼື ແນວໃດກໍບໍ່ຮູ້ ມື້ນີ້ ຂ້ອຍບໍ່ໄດ້ອອກໄປເຮັດວຽກນຳໝູ່ (ຂໍຕັດເຂົ້າໂຄສະນາໜ້ອຍໜຶ່ງ ຕອນນີ້ ຢູ່ວັດກຳລັງກໍ່ສ້າງສາລາ ຖ້າຜູ້ໃດຢາກຮ່ວມບຸນ ກໍຈະເລີນພອນໄດ້ເລີຍ). ສາເຫດທີ່ບໍ່ໄດ້ອອກໄປເຮັດວຽກສ່ວນໜຶ່ງກໍເພາະອາການໄຂ້ຍັງບໍ່ດີຂຶ້ນເທື່ອ ອີກຢ່າງໜຶ່ງ ຄຳເວົ້າຂອງທ່ານໝໍທີ່ວ່າ “ຖ້າຜົນເປັນບວກ ພວກເຮົາຈະໂທໄປຫາເດີ” ຍັງກ້ອງຢູ່ໃນຫົວຂ້ອຍຢູ່ເລີຍ. ໃນມື້ນັ້ນ ພາຍຫຼັງສັນເພນແລ້ວ ປະມານບ່າຍໂມງກວ່າໆນີ້ແຫຼະ ຂ້ອຍກຳລັງນັ່ງອ່ານໜັງສືຢູ່ໜ້າຄອມ; ໄດ້ເຫຼືອບຕາໄປເບິ່ງໂທລະສັບເປັນບາງຄັ້ງບາງຄາວ ບາງຊ່ວງ ທີ່ຄິດຟຸ້ງຊ່ານກໍອ່ານໜັງສືບໍ່ຮູ້ເລື່ອງ ບຶດໜຶ່ງ ມີສຽງດັງຂຶ້ນ ອືດ..ອືດ..ແມ່ນແລ້ວ ສຽງໂທລະສັບ (ໂໝດສັ່ນ) ໃຈຂ້ອຍເຕັ້ນ ຕຸ໊ບໆ ພ້ອມກັບຍື້ມືໄປຈັບໂທລະສັບຂຶ້ນມາຮັບສາຍ

ອະໂຫຼ! ຜູ້ໃດໜໍ?

ອະໂຫຼ! ນະມັດສະການ. ຂ້ານ້ອຍ…(ສຽງຫາຍໄປ)

ອະໂຫຼ! ອະໂຫຼ! ໂທມາຈາກໃສໜໍ? ຕືດ..ຕືດ..ຕືດ ແລ້ວສາຍກໍຕັດໄປ. (ຕອນນີ້ ຈິດໃຈຍິ່ງກະວົນກະວາຍຫຼາຍຂຶ້ນ ທັງເຊັງນຳໂທລະສັບ ເວລາມີຄົນໂທມາ ສຽງມັກຂາດໆ ຫາຍໆ)

ຂ້ອຍກຳລັງຊິໂທກັບ, ບຶດໜຶ່ງ ເຫັນໂທມາອີກ.

ອະໂຫຼ! ໄດ້ຍິນບໍ່? ຂ້ານ້ອຍ ຄຳຮັກເດີ ຍັງຈື່ຂ້ານ້ອຍໄດ້ຢູ່ຫວາ ໝູ່ຕອນຮຽນຢູ່ ມ.7 ນະ.

ຫ່າຂົ້ວມຶງເອີຍ! ຖ້າເປັນພໍ່ອອກຂ້ອຍຊິຂ້ອຍຊິເວົ້າຄຳນີ້ ຮ້ອຍວັນພັນປີບໍ່ເຄີຍໂທຫາຈັກເທື່ອ ເສືອກໂທມາ ມື້ນີ້. ແລ້ວພວກເຮົາກໍສົນທະນາກັນຕາມປະສາໝູ່ເພື່ອນທີ່ຫ່າງຫາຍກັນໄປດົນ ສຸດທ້າຍຄື..ຂໍເງິນພຣະ (ອັນນີ້ກໍຖືວ່າເປັນເລື່ອງທຳມະດາ)

ມື້ນັ້ນ ມີເບີແປກໂທມາພຽງເບີດຽວ (ຖ້າມີຫຼາຍກວ່ານີ້ ມີຫວັງພຣະຫົວໃຈວາຍ ມໍລະນະພາບໄປກ່ອນໄວອັນຄວນແນ່ນອນ)

ຕາມປົກກະຕິຊ່ວງບ່າຍສີ່ໂມງ ພຣະສົງ-ສາມະເນນຈະພາກັນລົງມາກວາດຕາດ ແລະ ອະນາໄມເດີ່ນວັດ ເຮັດໃຫ້ບັນຍາກາດພາຍໃນວັດອົບອວນໄປດ້ວຍຝຸ່ນຄວັນ ແລະ ຜູ້ຄົນ. ບາງຄັ້ງ ມີສາມະເນນແລ່ນໄລ່ຢອກກັນຕາມປະສາຂອງເດັກນ້ອຍ. ແຕ່ມື້ນີ້ ເດີ່ນວັດໄຮ້ເງົາຂອງຝຸ່ນຄວັນ ແລະ ຜູ້ຄົນ ເພາະຝົນໄດ້ຄ່ອຍໆຕົກລົງມາ ຕັ້ງແຕ່ບ່າຍສາມໂມງ ແລ້ວກໍເລີ່ມແຮງຂຶ້ນໆ ຈົນເຮັດໃຫ້ພື້ນວັດທີ່ແຫ້ງຜາກ ໄດ້ເຈີ່ງນອງໄປດ້ວຍນ້ຳ. ຂ້ອຍນັ່ງຢູ່ໃນຫ້ອງ ປ່ອຍໃຈໃຫ້ລ່ອງລອຍໄປຕາມບັນຍາກາດທີ່ກຳລັງເກີດຂຶ້ນ ຄິດໄປຕ່າງໆນານາ. ຂ້ອຍຕື່ນຈາກພະວັງແຫ່ງຫ້ວງຈິນຕະນາການນັ້ນ ເມື່ອໄດ້ຍິນສຽງຈົວນ້ອຍຕີໂປງໄຫວ້ພຣະແລງ. ແລະແລ້ວມື້ທີ່ແສນຍາວນານຂອງຂ້ອຍ ກໍກຳລັງຈະຜ່ານໄປ. ຄວາມຈິງ ແຕ່ລະມື້ກໍມີເວລາເທົ່າກັນ ແຕ່ທີ່ເຮົາບອກວ່າມື້ນີ້ສັ້ນ ມື້ນັ້ນຍາວ ເປັນພຽງຄວາມຮູ້ສຶກຊື່ໆ ຖ້າມື້ໃດມີ ຄວາມສຸກ ເຮົາຈະຮູ້ສຶກວ່າເວລາມັນຜ່ານໄປໄວ. ແຕ່ຖ້າມື້ໃດມີຄວາມທຸກ ເຮົາຈະຮູ້ສຶກວ່າມື້ນັ້ນເປັນວັນທີ່ແສນຍາວນານ.

07

ເຊັ່ນດຽວກັນ ຊ່ວງວິກິດໂຄວິດ-19 ນີ້ເປັນຊ່ວງເວລາທີ່ຍາກລຳບາກ; ເປັນຊ່ວງທີ່ທຸກຄົນ, ທຸກອົງກອນ ແລະ ທຸກປະເທດ ກຳລັງປະສົບກັບຄວາມທຸກທີ່ຖາໂຖມເຂົ້າມາທຸກທິດທາງ ທຸກຄົນລ້ວນມີຄວາມທຸກຈຶ່ງເຮັດໃຫ້ເຮົາຮູ້ສຶກວ່າວັນເວລາຊ່າງແສນຍາວນານ. ແຕ່ເຊື່ອເຖີດວ່າ ບັນດາຄວາມທຸກເຫຼົ່ານັ້ນ ດຽວມັນກໍຜ່ານໄປ ເໝືອນມື້ນີ້ທີ່ຜູ້ຂຽນຮູ້ສຶກວ່າມັນແສນຍາວນານ ຂະນະດຽວກັນມັນກໍກຳລັງຈະຜ່ານໄປ ເໝືອນຫຼາຍໆວັນທີ່ຜ່ານມາ. “ເວລາເຮົາມີຄວາມສຸກ ເຮົາຈະສຸກເໝືອນກັນ ແຕ່ເວລາມີຄວາມທຸກ ຄວາມທຸກຂອງແຕ່ລະຄົນຈະມີລາຍລະອຽດແຕກຕ່າງກັນ”  ຖ້າຄຳເວົ້າຂອງໂຕນສະໂຕຍນີ້ເປັນຄວາມຈິງ. ແນ່ນອນ, ໃນຫ້ວງຍາມທີ່ພວກເຮົາກຳລັງປະສົບບັນຫາຢູ່ແບບນີ້ ແຕ່ລະຄົນຍ່ອມມີລາຍລະອຽດຂອງຄວາມທຸກທີ່ແຕກຕ່າງກັນ ຄົນຈົນກໍທຸກຢ່າງຄົນຈົນ, ຄົນລວຍກໍທຸກຢ່າງຄົນລວຍ, ພຣະສົງກໍທຸກຢ່າງພຣະສົງ, ຄະຣາວາດກໍທຸກຢ່າງຄະຣາວາດ.

ເຖິງແມ່ນວ່າເຮົາຈະມີລາຍລະອຽດຂອງບັນຫາທີ່ແຕກຕ່າງກັນ ທ້າຍທີ່ສຸດແລ້ວ ຄູບາເຊື່ອວ່າ ທຳມະຊາດຈະມີທາງອອກໃຫ້ເຮົາສະເໝີ. ຄຳສອນໃນທາງພຣະພຸດທະສາສະໜາໄດ້ກ່າວວ່າ “ທຸກສິ່ງມີເກີດຂຶ້ນ ຕັ້ງຢູ່ ແລ້ວກໍດັບໄປ”. ບໍ່ຈຳເປັນຕ້ອງເຊື່ອກໍໄດ້ ແຕ່ຂໍໃຫ້ສັງເກດໂລກແຫ່ງຄວາມເປັນຈິງ. ໃນປະຫວັດສາດມະນຸດສະຍະຊາດມີໂລກຮ້າຍເກີດຂຶ້ນຫຼາຍຊະນິດ ມາລາເຣຍ, ວັນນະໂລກ, ອີໂບລ່າ, ໄຂ້ຫວັດໃຫຍ່ ແລະ ຫຼ້າສຸດ ໂຄວິດ-19 ທ້າຍທີ່ສຸດ ສິ່ງເຫຼົ່ານີ້ຈະປ່ຽນຜັນໄປ ບາງຢ່າງເຖິງຈະບໍ່ຫາຍໄປຈາກໂລກໂດຍສິ້ນເຊີງ ແຕ່ມະນຸດກໍຮຽນຮູ້ທີ່ຈະຮັບມືກັບມັນໄດ້ດີຂຶ້ນ. ລະດູການ, ວັນເວລາ, ຄວາມສຸກ ຫຼື ຄວາມທຸກ ລ້ວນແລ້ວແຕ່ປ່ຽນແປງຢູ່ຕະຫຼອດເວລາ ບໍ່ມີຫຍັງຄົງຢູ່ຕະຫຼອດໄປ ແລະ ບໍ່ມີຫຍັງເປັນຢູ່ໄດ້ຕະຫຼອດການ ນີ້ຄືກົດທີ່ທຳມະຊາດໄດ້ສ້າງໄວ້. ບໍ່ວ່າມະນຸດຈະມີຄວາມທຸກ ຫຼື ຈະເຈັບປວດພຽງໃດ ສຸດທ້າຍ ມັນຈະຜ່ານໄປ ແລ້ວກາຍເປັນພຽງເລື່ອງຂອງມື້ວານ.

ໂລກ ແລະ ຊີວິດມັນກໍເປັນຂອງມັນຢູ່ແບບນີ້

ບໍ່ວ່າເຮົາຈະມັກຫຼືບໍ່ ມັນຈະຍັງຄົງດຳເນີນໄປເປັນປົກກະຕິ.

ນີ້ຄືໂລກ ນີ້ຄືຊີວິດ.

ພະຂາວພັນນາຣາມ

ປາຍລະດູຝົນ, 2564.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ