ຢາພື້ນເມືອງ 3 ຊະນິດ ທີ່ກະຊວງສາທາລະນະສຸກ ໄດ້ກຳໜົດໃຊ້ສຳຫຼັບກໍລະນີຜູ້ຕິດເຊື້ອໂຄວິດ-19

ປັດຈຸບັນນີ້ ກະຊວງສາທາລະນະສຸກແຫ່ງ ສປປ.ລາວ ໄດ້ກຳໜົດໃຫ້ໃຊ້ຢາພື້ນເມືອງ ຄວບຄູ່ກັບການແພດສາກົນ ເຂົ້າໃນການຮັກສາກໍລະນີຜູ້ຕິດເຊື້ອໂຄວິດ-19 ຄື ລາຊາບີ (Andrograplis paniculata),ຜັກຄາວທອງ (Houttuynia cordata) ແລະ ກະຊາຍຂາວ (Boesenbergia rotonda.)

ຄາດວ່າປັດຈຸບັນນີ້ ກະຊວງສາທາລະນະສຸກ ໄດ້ຈັດການສົ່ງມອບຢາພື້ນເມືອງດັ່ງກ່າວໃຫ້ກັບບັນດາແຂວງ ແລະ ໜ່ວຍງານການແພດປະຈຳພື້ນທີ່ຕ່າງໆທີ່ມີການລະບາດຮຸນແຮງແລ້ວ.

ແນວໃດກໍ່ດີ ການໃຊ້ຢາພື້ນເມືອງເຫຼົ່ານີ້ ອາດມີຜົນຂ້າງຄຽງເຖີີງຂັ້ນອັນຕະລາຍສະເພາະບຸກຄົນ ດັ່ງນັ້ນ ຜູ້ໃຊ້ຄວນໄດ້ຮັບຄຳແນະນຳເຖີີງວິທີການໃຊ້ ແລະ ຂໍ້ຄວນລະວັງທີ່ຖືກຕ່າງໆຈາກແພດດັ່ງນ້ີ.

ວິທີການນໍາໃຊ້ ລາຊາບີ – Andrograplis paniculata (Burm.) Nees

ເປົ້າໝາຍການນຳໃຊ້ ແມ່ນ ສໍາລັບຜູ້ທີ່ຕິດເຊື້ອພະຍາດ ໂຄວິດ-19 ກໍລະນີຢັ້ງຢືນເປັນບວກທີ່ມີອາການເບົາບາງ ແລະ ປານກາງ ແມ່ນມີຄວາມເຫມາະສົມໃນການໃຊ້ຢານີ້.

ຢາລາຊາບີ ມີສ່ວນປະກອບເຄມີຕົ້ນຕໍ່ Andrographolide ຊ່ວຍສ້າງພູມຄຸ້ມກັນໃນຮ່າງກາຍ, ແກ້ອາການໄຂ້ຫວັດ, ໄອ, ເຈັບຄໍ ແລະ ອັກເສບອາມິດານ ນອກນັ້ນຍັງໃຊ້ປົວທ້ອງບິດ ແລະ ຖອກທ້ອງ.

ວິທີ ແລະ ປະລິມານໃຊ້ ລາຊາບີ ແມ່ນກິນເທື່ອລະ 2 ແຄັບຊຸນ,(400mg/1ແຄັບຊູູນ) ມື້ຫນຶ່ງ 3 ເທື່ອ (ເຊົ້າ, ສວຍ,ແລງ) ຫຼັງອາຫານ 15-20 ນາທີ, ໄລຍະການປິ່ນປົວ 5 ວັນ.

ບໍ່ຄວນໃຊ້ຢານີ້ເກີນ 7 ວັນ ແຕ່ກໍລະນີມີຄວາມຈໍາເປັນຈະສືບຕໍ່ໃຊ້ ແມ່ນໃຫ້ພັກ 3 ວັນ, ເພາະ ຢານີ້ມີລົດເຢັນ ອາດຈະເຮັດໃຫ້ມີອາການມືນຊາ ແລະ ເຮັດໃຫ້ຖອກທ້ອງໄດ້ ໃນບາງກໍລະນີ, ໃຫ້ຫຼີກລ້ຽງການ ໃຊ້ກັບຄົນເຈັບທີ່ໃຊ້ຢາລົດຄວາມດັນເລືອດສູງ.

ຫ້າມໃຊ້ກັບແມ່ຍິງຖືພາ, ແມ່ຍິງໃຫ້ນົມລູກ, ເດັກນ້ອຍ ແລະ ກໍລະນີ ຜູ້ທີ່ມີພາວະຄວາມເປັນກົດໃນກະເພາະອາຫານ,ຄົນເຈັບເປັນພະຍາດກ່ຽວກັບໝາກໄຂ່ຫຼັງ ແລະ ມີອາການແພ້ຢານີ້.

ກໍລະນີ ມີອາການຜືນຄັນ,ປາກບວມ,ຕາບວມ ໃຫ້ຢຸດໃຊ້ຢາ ແລ້ວໄປພົບແພດຜູ້.

ກະຊາຍຂາວ – Boesenbergia rotonda (L.) Manst.

ເປົ້າໝາຍການນຳໃຊ້ແມ່ນ ສໍາລັບຜູ້ທີ່ຕິດເຊື້ອພະຍາດ ໂຄວິດ-19 ກໍລະນີຢັ້ງຢືນເປັນບວກທີ່ມີອາການເບົາບາງແລະ ປານກາງ ແມ່ນມີຄວາມເຫມາະສົມໃນການໃຊ້ຢານີ້.

ກະຊາຍຂາວ ມີສ່ວນປະກອບເຄມີຕົ້ນຕໍ່ Pinostrobin, Panduratin A. ມີຄຸນປະໂຫຍດຊ່ວຍຕ້ານ-ຢັບຢັ້ງເຊື້ອໄວຣັສ, ແກ້ໄຂ້ຫວັດ, ໄຂ້ຫວັດໃຫຍ່ ແລະ ສ້າງພູມຕ້ານທານໃນ ຮ່າງກາຍ, ຊ່ວຍບໍາລຸງສຸຂະພາບ ແລະ ເຮັດໃຫ້ຮ່າງກາຍແຂງແຮງ ແລະ ອາຍຸວັດທະນະ.

ວິທີ ແລະ ປະລິມານໃຊ້ ຜະລິດຕະພັນກະຊາຍຂາວ ແມ່ນກິນເທື່ອລະ 2 ແຄັບຊຸນ (500mg/1ແຄບຊູນ), ມື້ຫນຶ່ງ 2 ເທື່ອ (ເຊົ້າ-ແລງ) ຫຼັງອາຫານ 15-20 ນາທີ ໄລຍະການປິ່ນປົວ 7 ວັນ.

ຂໍ້ຄວນລະວັງ ການໃຊ້ກະຊາຍຂາວ ຕໍ່ຜູ້ມີບັນຫາກ່ຽວກັບພະຍາດຕັບອັກເສບ ແລະ ຖົງ ບີອຸດຕັນ, ຄວນລະວັງ ແລະ ຫຼີກລ້ຽງ ໃນຜູ້ທີ່ໄດ້ຮັບຢາລະລາຍລີ້ມເລືອດ, ຢາຕ້ານການແຂງຕົວຂອງເລືອດ ຫຼື ເກັດເລືອດ ແລະ ຜູ້ທີ່ມີພະຍາດເມັດເລືອດຕ່ໍາ.

ຫ້າມໃຊ້ຢານີ້ ກັບແມ່ຍິງຖືພາ,ແມ່ຍິງໃຫ້ນົມລູກ,ເດັກນ້ອຍ ແລະ ຜູ້ແພ້ຢານີ້ ແລະ ບໍ່ຄວນໃຊ້ຢານີ້ ຕິດຕໍ່ກັນເກີນ 7 ວັນ.

ຜັກຄາວທອງ – Houttuynia cordata Thunb.

ເປົ້າຫມາຍການນໍາໃຊ້ ແມ່ນ ສໍາລັບຜູ້ທີ່ຕິດເຊື້ອພະຍາດ ໂຄວິດ-19 ກໍລະນີຢັ້ງຢືນເປັນບວກທີ່ມີອາການ ເບົາບາງ ແລະ ປານກາງ ແມ່ນມີຄວາມເຫມາະສົມໃນການໃຊ້ຢານີ້.

ຜັກຄາວທອງ ມີສ່ວນປະກອບເຄມີຕົ້ນຕໍ່ ຄື Hyperoside, Quercetrin  ແລະ ມີຄຸນປະໂຫຍດຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍ, ແກ້ອາການໄຂ້ຫວັດໃຫຍ່ ແລະ ຕ້ານເຊື້ອ ໄວຣັສ.

ວິທິ ແລະ ປະລິມານໃຊ້ ປະລິດຕະພັນ ຜັກຄາາວທອງ ແມ່ນກິນເທື່ອລະ 2 ແຄັບຊຸນ (500mg/1ແຄບຊູນ), ມື້ຫນຶ່ງ 2 ເທື່ອ (ເຊົ້າ-ແລງ) ຫຼັງອາຫານ 15-20 ນາທີ, ໄລຍະການປິ່ນປົວ 7 ວັນ.

ຂໍ້ຄວນລະວັງ  ບໍ່ຄວນໃຊ້ຢານີ້ກັບຜູ້ທີ່ມີບາງອາການເຊັ່ນ: ຕີນ-ມືເຢັນ, ເຈັບທ້ອງ, ຖອກທ້ອງ ແລະຫ້າມໃຊ້ກັບແມ່ຍິງຖືພາ, ແມ່ຍິງໃຫ້ນົມລູກ ແລະ ເດັກນ້ອຍ.

ຄຳເຕືອນ ການນຳໃຊ້ຜັກຄາວທອງເກີນປະລິນມານ ຈະເຮັດໃຫ້ເກີດມີອາການແພ້ເຊັ່ນ: ຮາກ,ຫາຍໃຈຝຶດ ແມ່ນໃຫ້ຢຸດໃຊ້ຢາ ແລ້ວໄປພົບແພດ ບໍ່ຄວນໃຊ້າຢາເກີນ 7 ວັນ.

ວິທີເກັບຮັກສາຢາ ຄວນເກັບໄວ້ໃນອຸນຫະພູມຫ້ອງ,ຫຼີກເວັ້ນແສງແດດ ແລະ ຫ່າງໄກຈາກເດັກນ້ອຍ.

Author: Singkham
I regularly blog on dhamma, Buddhist news, How to IT, and more