ຕຳຫຼວດຢືນຢັນ ກໍລະນີ 59 ຈະຖືກດຳເນີນການທາງກົດໝາຍອາຍາ

ຈາກກໍລະນີ 59 ຫຼື ນາງ ມອມມີນາ (ຕີນ່າ) ທີ່ສັງຄົມໃຫ້ຄວາມສົນໃຈຫຼາຍເປັນພິເສດ ເຊີ່ງເປັນຜູ້ທີ່ພາເອື້ອຍຮັກ ແລະ ຜູ້ຊາຍໄທສອງຄົນ ໄປທ່ຽວສະຖານທີ່ສາທາລະນະຕ່າງໆ ທີ່ພາໃຫ້ເກີດການລະບາດພະຍາດໂຄວິດ 19 ຮອບສອງຢ່າງຮ້າຍແຮງ ສ້າງຜົນກະທົບຕໍ່ເສດຖະກິດ ແລະ ສົງຄົມ ຂອງ ສປປ ລາວ. ຕໍ່ການກະທຳດັ່ງກ່າວ ເຫັນວ່າເປັນການກະທຳທີ່ແຕະຕ້ອງເຖີງກົດໝາຍ ມາດຕາ 199 ຂອງປະມວນກົດຫມາຍອາຍາ ແຫ່ງ ສປປ ລາວ.

ເມື່ອວັນທີ່ 3 ພຶດສະາ ຕຳຫຼວດໄດ້ອອກມາຖະແຫລ່ງຢືນຢັນວ່າ ນາງສາວ ຕີນ່າ  ແມ່ນໄດ້ຖືກຄວບຄຸມໄປ ຫຼັງຈາກອອກ ໂຮງໝໍ ພາຍຫຼັງປິ່ນປົວຫາຍດີແລ້ວ

ທ່ານ ພັນໂທ ວິລະພົນ ໄພບູນ ຫົວໜ້າພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຄະນະກອງເລຂາ ຄະນະສະເພາະກິດ ເພື່ອປ້ອງການ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ 19 ຂັ້ນນະຄອນຫຼວງວຽງຈັນ. ໄດ້ຖະແຫຼ່ງຕໍ່ໄປອີກວ່າ

ຜ່ານການປິ່ນປົວຂອງແພດຫມໍດີແລ້ວ ແຕ່ຕ້ອງໄດ້ສຶບຕໍ່ເຝົ້າລະວັງຕິດຕາມອາການຜູ້ກ່ຽວ ເຈົ້າຫນ້າທີ່ ຈື່ງໄດ້ດຳເນີນການຄວບຄຸມແຍກປ່ຽວອີກ ເປັນເວລາ 14 ວັນ ເພື່ອຕິດຕາມອາການຕໍ່ໄປ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ ປກສ ຈະໄດ້ດດຳເນີນສຶບຕໍ່ສຶບສວນ ສອບສວນ ຜູ້ກ່ຽວ ແລະ ພັກພວກເພື່ອສະຫຼຸບສຳນວນຄະດີ ສົ່ງໃຫ້ອະໄອຍະຖະແຫລງການຕັດສິນຕາມຂັ້ນຕອນລະບຽບກົດໝາຍຂອງ ສປປ ລາວ ຕໍ່ໄປ.

Author: Singkham
I regularly blog on dhamma, Buddhist news, How to IT, and more