ຄຳສັ່ງແນະນຳ ເພີ່ມທະວີຄວາມຮັບຜິດຊອບ ໃນການປ້ອງກັນແລະ ສະກັດກັ້ນພະຍາດໂຄວິດ ຂອງ ອພສ.

ນ້ອມນະມັດສະການ ມາຍັງ ພຣະຫຼັກແກ້ວ, ພຣະຍອດຄຳ, ພຣະຫຼັກຄຳ, ພຣະມະຫາທັມມາຈານ, ພຣະປຣີຊາ, ພຣະຄຣູ, ພຣະສົງ-ສາມະເນນທັງຫຼາຍ ແລະ ຂໍອຳນວຍພອນມາຍັງ ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ.

ໃນສະພາວະການປັດຈຸບັນ ສັງຄົມໂລກ ໄດ້ປະສົບກັບພະຍາດຮ້າຍແຮງ ຄືການແຜ່ລະບາດຂອງພະຍາດຈຸລະໂລກອັກເສບປອດສາຍພັນໃໝ່ (COVID 19) ເຊິ່ງເປັນໂລກພະຍາດທີ່ນັບວ່າຮ້າຍແຮງ ເກີດຂຶ້ນໃນສັງຄົມມະນຸດ ຖືເປັນມະຫັນຕະໄພໃຫຍ່ຄຸກຄາມ, ສົ່ງຜົນກະທົບ ແລະ ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ເສດຖະກິດ, ສັງຄົມ, ວິຖີຊີວິດ, ສຸຂະພາບ ແລະ ຊັບສິນ ຂອງປະເທດຕ່າງໆ ແລະ ປະຊາຊົນໃນທົ່ວໂລກ ໂດຍລວມ, ໂດຍສະເພາະ ຢູ່ໃນ ສປປ ລາວ ກໍໄດ້ຮັບໄພອັນຕະຣາຍ ຈາກການແຜ່ລະບາດຂອງພະຍາດດັ່ງກ່າວນີ້ ເໝື່ອນກັນ ເຊິ່ງໃນປັດຈຸບັນ ໃນໄລຍະ 1 ອາທິດທີ່ຜ່ານ ມາການແຜ່ລະບາດ ຂອງພະຍາດໂຄວິດ (COVID 19) ໃນ ສປປ ລາວ ກໍຍັງສືບຕໍ່ສ້າງໄພອັນຕະຣາຍ, ຄວາມຫ່ວງກັງວົນ, ສະພາບຈິດຕົກ ແລະ ຢ້ານກົ່ວ ຕໍ່ພຸດທະສາສະນິກະຊົນ ກໍຄື ປະຊາຊົນລາວບັນດາເຜົ່າຢູ່.

ໃນໄລຍະທີ່ຜ່ານມາຈົນເຖິງປັດຈຸບັນ ທາງອົງການຈັດຕັ້ງພັກ-ລັດ ທຸກຂັ້ນທຸກພາກສ່ວນ ກໍໄດ້ ເອົາໃຈໃສ່ຢ່າງແຂງຂັນ, ອຸດສາຫະພາກພຽນພະຍາຍາມ ຮັບຜິດຊອບສູງ ໃນການສະກັດກັ້ນ, ຄວບຄຸມ, ປ້ອງກັນ, ຮັກສາ, ປິ່ນປົວ ແລະ ແກ້ໄຂ ການລະບາດ ຂອງພະຍາດ (COVID 19) ດັ່ງກ່າວ ພ້ອມກັບທັງ ໄດ້ຄວາມຮ່ວມແຮງຮ່ວມໃຈ ຂອງພຣະສົງ-ສາມະເນນ, ພຸດທະສາສະນິກະຊົນ ແລະ ພີ່ນ້ອງປະຊາຊົນລາວບັນດາເຜົ່າ ໄດ້ຕັ້ງໜ້າສະກັດກັ້ນ, ຄວບຄຸມ, ປ້ອງກັນ ແລະ ແກ້ໄຂ ຈົນເປັນຜົນສຳເລັດຢ່າງດີ, ສາມາດຄວບຄຸບພະຍາດໄດ້ໃນເບື້ອງຕົ້ນ ບໍ່ໃຫ້ແຜ່ລະບາດອອກໄປໃນວົງກວ້າງ ແລະ ແກ້ໄຂກໍລະນີທີ່ຕິດເຊື້ອໄດ້ແຕ່ຕົ້ນ ເຖິງແມ່ນວ່າທາງເສດຖະກິດ, ສັງຄົມ ໄດ້ຮັບຜົນກະທົບຢ່າງຫຼີກລຽງບໍ່ໄດ້ກໍຕາມ ແຕ່ກໍສາມາດຜ່ານພົ້ນໄປໄດ້ດ້ວຍດີ.

ມາໃນປັດຈຸບັນ ສະພາບການແຜ່ລະບາດ ຂອງພະຍາດ ຍັງບໍ່ສະຫງົບລະງັບລົງຂາດຕົວ ກັບມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນຂອບເຂດທົ່ວໂລກ ແລະ ປະເທດທີ່ໃກ້ຄຽງ, ຢູ່ ສປປ ລາວ ກໍຍັງມີຄວາມສຸ່ມສ່ຽງໃນຫຼາຍດ້ານ ໂດຍໃນ ເດືອນເມສາ 2021 ນີ້ ໄດ້ເກີດກໍລະນີການນໍາເຂົ້າເຊື້ອພະຍາດ ແລະ ກໍລະນີຕົວການແຜ່ກະຈາຍເຊື້ອ ເຊິ່ງເຮັດໃຫ້ມີຜູ້ຕິດເຊື້ອເພີ່ມທະວີຂຶ້ນຫຼາຍ ພາຍໃນບໍ່ເທົ່າໃດມື້ ຈົນອົງການຈັດຕັ້ງພັກ-ລັດ ຕ້ອງໄດ້ປະກາດປິດນະຄອນຫຼວງວຽງຈັນ ກໍຄືບັນດາແຂວງ ຈຳນວນໜຶ່ງ.

ຕໍ່ສະພາບການດັ່ງກ່າວນີ້ ໄດ້ສ້າງຄວາມວິຕົກກັງວົນ ແລະ ຄວາມເປັນຫ່ວງເປັນໃຍ ຕໍ່ສະຖຽນລະພາບ ດ້ານເສດຖະກິດ, ສັງຄົມ ຂອງອົງການຈັດຕັ້ງພັກ-ລັດ ແລະ ຄວາມຕົກໃຈຢ້ານກົວ ຂອງສັງຄົມ, ປະຊາຊົນລາວບັນດາເຜົ່າ ກໍຄືພຸດທະສາສະນິກະຊົນທັງຫຼາຍ ບົນພື້ນຖານນີ້ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຈຶ່ງອອກຄຳສັ່ງແນະນຳມາຍັງ ຄະນະບໍລິຫານງານ ອົງການພຸດທະສາສະໜາ ສັມພັນ ແຫ່ງ ສປປ ລາວ ທຸກຂັ້ນ, ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ, ພຸດທະສາສະນິກະຊົນລາວ ບັນດາເຜົ່າ ດັ່ງນີ້:

  1. ໃຫ້ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການ ສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 (COVID 19) ສະບັບເລກທີ 15/ນຍ, ຄັ້ງວັນທີ 21 ເມສາ 2021 ຢ່າງເຄັ່ງຄັດ,
  2. ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ ເອົາໃຈໃສ່ເປັນເຈົ້າການ ໃນການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ 19 (COVID 19) ເປັນຫຼັກສໍາຄັນ ອີກອັນໜຶ່ງ,
  3. ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ ສືບຕໍ່, ຕິດຕາມ ແລະ ປະເມີດສະຖານະການ ການແຜ່ລະບາດ ຂອງພະຍາດໂຄວິດ 19 (COVID 19) ຢ່າງໃກ້ຊິດ ເພື່ອສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງ, ແຈ້ງການ ຂອງການຈັດຕັ້ງ ພັກ-ລັດ ທີ່ວາງອອກ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນສູງ. ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້າ, ວາງມາດຕະການຮັບມື, ແກ້ໄຂ ແລະ ຟື້ນຟູຜົນກະທົບໂດຍກົງ ຕໍ່ການດຳລົງຊີວິດປະຈຳວັນ ກໍຄືການເຄື່ອນໄຫວວຽກງານ ຂອງບຸກຄະລາກອນສົງ, ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ,
  4. ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ, ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ, ພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ເອົາໃຈໃສ່ປະກອບສ່ວນ ອຸປະຖັມທາງດ້ານເຄື່ອງມື, ສິ່ງອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດໜ້າທີ່ພະນັກງານ, ແພດໝໍ ແລະ ບຸກຄະລາກອນອື່ນໆ ຂອງອົງການຈັດຕັ້ງັກ-ລັດ ທີ່ມີໜ້າທີ່ໂດຍກົງ ກັບການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ 19 (COVID 19) ໂດຍການຊ່ວຍເຫຼືອທາງດ້ານວັດຖຸ ແລະ ການໃຫ້ກໍາລັງໃຈ ຕາມສະພາບເງື່ອນໄຂ, ກໍາລັງສັດທາ ທີ່ເໝາະສົມ,
  5. ໃຫ້ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແຕ່ລະວັດ ໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ເພີ່ມຕື່ມ ໃນການສູດມົນຈະເຣີນພາວະນາ ໂດຍ ສູດຣະຕະນະສູດ, ເມຕຕາສູດ, ທະຊັຄຄະສູດ ໃນແຕ່ລະວັນ ພ້ອມກັນນັ້ນ ກໍໃຫ້ສູດ ອາຕານາຕິຍະສູດ, ມະຫາສະມະຍະສູດ, ທັມມະຈັກກັປປະວັຕຕະນະສູດ ເປັນຕົ້ນ ຕາມແຕ່ກໍລະນີ ເພື່ອນ້ອມນໍາເອົາ ພຸທທານຸພາບ, ທັມມານຸພາບ, ສັງຄານຸພາບ ແລະ ອານຸພາບແຫ່ງພຣະປະຣິດທັງຫຼາຍ ໄດ້ຊ່ວຍເປັນເຄື່ອງຮັກສາ, ຄຸ້ມຄອງປ້ອງກັນ ປະເທດຊາດບ້ານເມືອງ, ປະຊາຊົນ ໃນປະເທດ ໃນໂລກ, ຊ່ວຍຂະຈັດ ສັບພະທຸກ, ສັບພະໂສກ, ສັບພະໂຣກໄພພະຍາດທັງຫຼາຍ ໃຫ້ອັນຕະຣະທານໝົດສ້ຽງໄປ,
  1. ການຈັດກິດຈະກັມ ງານວັນສຳຄັນທາງພຣະພຸດທະສາສະໜາ, ງານບຸນ, ງານປະເພນີຕ່າງໆ ທີ່ລວມມວນຊົນຈຳນວນຫຼາຍ ຂອງວັດຕ່າງໆ ຂໍໃຫ້ໂຈະໄວ້ກ່ອນ ຈົນກວ່າສະຖານະການ ການແຜ່ລະບາດພະຍາດໂຄວິດ 19 (COVID 19) ສະຫງົບລະງັບໄປ, ສັງຄົມກັບຄືນສູ່ສະພາບປົກກະຕິ ຈຶ່ງໃຫ້ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດມາ. ສຳລັບການອອກບິນທະບາດ ຕາມອະຣິຍະປະເພນີ ຂອງພຣະສົງ-ສາມະເນນ ກໍໃຫ້ຂຶ້ນກັບເງື່ອນໄຂຂອງແຕ່ລະວັດ, ວັດໃດຢູ່ໃນເງື່ອນໄຂບໍ່ສາມາດອອກບິນທະບາດ (ເຂດທີ່ມີຄວາມສຸ່ມສ່ຽງ ການແຜ່ລະບາດ ຂອງພະຍາດ) ໄດ້ ກໍບໍ່ຄວນອອກບິນທະບາດ, ວັດໃດມີເງື່ອນໄຂ (ເຂດທີ່ປອດໄພຈາກການແຜ່ລະບາດ ຂອງພະຍາດ, ເຂດທີ່ບໍ່ມີຊຸມຊົນແອອັດ, ເຂດຊົນນະບົດ) ອອກບິນທະບາດໄດ້ ກໍປະຕິບັດຕາມອະຣິຍະປະເພນີນັ້ນ ແລະ ການອອກບິນທະບາດ ກໍໃຫ້ຈັດຕັ້ງປະຕິບັດ ຕາມມາດຕະການການສະກັດກັ້ນ, ປ້ອງກັນ, ຄວບຄຸມ ຂອງການຈັດຕັ້ງພັກ-ລັດ ທີ່ວາງອອກ ຄືການໃຊ້ແມດອັດປາກອັດດັງ, ການຮັກສາໄລຍະຫ່າງ ແລະ ການລ້າງມື ເປັນຕົ້ນ,
  2. ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ ຊີ້ນຳເອົາໃຈໃສ່ບັນຫາ ໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ປະຕິບັດຖືກຕ້ອງ ວິທີປ້ອງກັນພະຍາດ, ເຮັດເປັນປະຈໍາໃນການດໍາລົງຊີວິດປະຈໍາວັນຢູ່ ໃນສັງຄົມຊຸມຊົນ ຄື ອັດປາກອັດດັງ, ລ້າງມື, ຮັກສາໄລຍະຫ່າງ ໂດຍ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ເປັນແບບຢ່າງນໍາໜ້າ ແລະ ເປັນເຈົ້າການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂພະຍາດ ພ້ອມກັນນັ້ນ ກໍໃຫ້ເທສະໜາອົບຮົມສັ່ງສອນ ພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ໂດຍນຳເອົາຫຼັກທັມຄໍາສັ່ງສອນ ຂອງພຣະສັມມາສັມພຸດທະເຈົ້າ ເຊັ່ນ ຫຼັກອັປປະມາທະທັມ, ຫຼັກກັລະຍານະມິຕຕະທັມ, ຫຼັກປັນຈະສີລ, ຫຼັກປັນຈະກັນລະຍານະທັມ, ຫຼັກອະຣິຍະວຸທທິທັມ 5 ປະການ, ຫຼັກອາຍຸສສະທັມ 5 ປະການ ເປັນຕົ້ນ ໃຫ້ນໍາໄປປະພຶດປະຕິບັດ ເພື່ອເກີດໝາກເກີດຜົນ ຜ່ານພົ້ນສະພາບການພະຍາດນີ້ໄປໄດ້ ເກີດຄວາມສຸກສະຖານພອນ.
Author: Singkham
I regularly blog on dhamma, Buddhist news, How to IT, and more