ປະຫວັດຫຍໍ້ ຊີວິດ ແລະ ຜົນງານ ພຣະເຈົ້າໄຊຍະເສດຖາທິຣາດ

ຊີວິດ ພ​ຣະ​ເຈົ້າ​ໄຊ​ຍະ​ເຊດ​ຖາ​ທິ​ຣາດ

ພຣະບາດສົມເດັດ ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາຊ ປະສູດເມື່ອ ປີກາບສະງ້າ (ປີມະເມຍ) ເດືອນ ຈຽງ (ເດືອນ ໑) ແຮມ ໙ ຄ່ຳ ວັນອາທິດ ຍາມທ່ຽງ ພ.ສ ໒໐໗໗ (ຄ.ສ 1534) ທີ່ນະຄອນຊຽງທອງ, ເປັນໂອລົດອົງໃຫຍ່ ຂອງພຣະເຈົ້າໂພທິສາຣະຣາດ, ເຈົ້າຄອງອານາຈັກຊຽງທອງລ້ານຊ້າງ ແລະ ນາງ ຍອດຄຳທິບ, ພຣະທິດາ ຂອງພ​ຣະ​ເຈົ້າ​ເກດ​ເກົ້າ, ກະສັດແຫ່ງ ອານາຈັກຊຽງໃຫມ່ລ້ານນາ, ມີພຣະນາມເດີມວ່າ: “ ເຈົ້າເຊດຖະວັງໂສ ”.
ພ.ສ ໒໐໙໑ (ຄ.ສ 1548) ມີ ພະຊົນອາຍຸໄດ້ ໑໔ ພັນສາ, ພ​ຣະ​ອົງ ໄດ້ຖືກ​ອະ​ພິ​ເສກຂຶ້ນເປັນເຈົ້າກະສັດ ລຳດັບທີ ໑໖ ຂອງຣາຊະວົງເມັງລາຍ, ມີ ພຣະນາມວ່າ “ພຣະໄຊເຊດຖາທິຣາຊ ບໍລົມມະກະສັດ ລ້ານນາ”.
ພ.ສ ໒໐໙໓ (ຄ.ສ 1550) – ພ​ຣະ​ອົງ ໄດ້ຂຶ້ນເປັນ ເຈົ້າກະສັດ ລຳດັບທີ ໓໙ ຂອງອານາຈັກຊຽງທອງລ້ານຊ້າງ, ມີພຣະນາມວ່າ: “ ສົມເດັດພຣະອຸໄທພູທອນ ບໍວອນໄຊຍະເຊດຖາ ໄຕຣພູວະນາຖາທິປັດ ສີສັດຕະນາຄະນະຫຸດ ວິສຸດທິຣາຊາບໍດີ ຈັກກະພັດດິພູມິນ ນະຣິນທະຣາທິຣາດ”
ພ.ສ ໒໑໐໖ (ຄ.ສ 1563) – ພ​ຣະ​ອົງ ໄດ້ຍ້າຍ ນະຄອນຫຼວງ ຈາກເມືອງຊຽງທອງ ມາຢູ່ທີ່ ເມືອງວຽງຈັນ, ໄດ້ນຳເອົາ “ພຣະແກ້ວມໍຣະກົດ” ແລະ “ພຣະແຊກຄຳ” ມາປະດິດສະຖານໄວ້ ຢູ່ທີ່ເມືອງວຽງຈັນ, ຕັ້ງຊື່ເມືອງວ່າ: “ ມະຫານະຄອນ ຈັນທະບູລີ ສີສັດຈະນາ ຄະນະຫຸດ ອຸດຕະມະ ຣາຊະທານີ ສີສຸທັມມະ ວິສຸດທິເຂດ ນະຄະເຣດພູມີນ”; ພ​ຣະ​ອົງ ໄດ້ນຳພາສ້າງ “ຫໍພຣະແກ້ວມໍຣະກົດ” ແລະ “ພຣະທາດເຈດີ ໂລກະຈຸລາມະມະນີ ມະຫາຣັດຕະນະເຈດີ” (ພຣະທາດຫລວງ),
ຊຶ່ງມີຄວາມໝາຍວ່າ “ພຣະທາດແກ້ວດວງປະເສີດອັນຍອດຍິ່ງຂອງໂລກ”, ຊຶ່ງເປັນມິ່ງຂັວນເມືອງລາວ ຈົນຮອດປັດຈຸບັນ. ສ່ວນ​ທີ່​ເມືອງ​ຊຽງ​ທອງ, ພ​ຣະ​ອົງ​ໄດ້​ນຳ​ພາ​ສ້າງ ວັດ​ຊຽງ​ທອງ ແລະ ຫລໍ່​ພ​ຣະ​ບາງ ໄວ້​ໃຫ້​ຊາວ​ເມືອງ​ໄດ້​ສັກກະ​ລະ​ບູ​ຊາ ຕາມ​ຮີດ​ຄອງ​ພຸດ​ທະ​ສາ​ສະ​ໜາ ແລະ ນັບ​ແຕ່​ບັດ​ນັ້ນ​ ເປັນ​ຕົ້ນ​ມາ ເມືອງ​ຊຽງ​ທອງ ກໍ​ຖືກ​ຂະ​ໜານ​ນາມ​ວ່າ “ເມືອງ​ຫລວງ​ພ​ຣະ​ບາງ” ມາ​ຈວບ​ຈົນ​ປັດ​ຈຸ​ບັນ​ນີ້.
ພ.ສ ໒໑໑໖ (ຄ.ສ 1573) – ພ​ຣະ​ອົງ ໄດ້ຍົກທັບຫຼວງ ມາຍັງ ເມືອງຣາ​ມະ​ຣັກອົງການ (ອັດ​ຕະ​ປື) ເປັນຄັ້ງທີ ໒, ຕັ້ງທັບຢູ່ທົ່ງຂີ້ຄວາຍ ເພື່ອຄ້ອງຊ້າງ, ກະ​ກຽມກຳລັງທະ​ຫານ​ຫລວງ ແລະ ກໍ່​ສ້າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທ້ອງ​ຖິ່ນ ທີ່​ນຳ​ພາ​ໂດຍ ​ພ​ຣະ​ຍາ​ຄູ​ ຫູ​ຍານ​ຕັ້ງ​ບ່າ ເພື່ອ​ແກ້ໄຂບັນຫາຊາຍແດນ ກັບອາ​ນາ​ຈັກຂອມຂະເມນ, ພຣະອົງ ຊົງໄດ້ປະຊວນດ້ວຍພະຍາດໄຂ້ປ່າ ແລະ ເຖິງແກ່ສຸຣະຄົດ ຢູ່ທີ່ຄ້າຍຫລວງ ເມືອງລາມະລັກອົງການ. ພ​ຣະ​ຍາ​ແສນ​ສຸ​ລິນ​ທະ​ຄ່​ວາງ​ຟ້າ ແມ່​ທັບ​ໃຫຍ່ໃນ​ເວ​ລານັ້ນ ບໍ່​ສາ​ມາດ​ນຳ​ເອົາ​ພ​ຣະ​ສົບ ​ຂອງ​ພ​ຣະ​ອົງ​ຂຶ້ນ​ໄປ​ນະ​ຄອນ​ວຽງ​ຈັນ​ໄດ້, ຍ້ອນ​ເສັ້ນ​ທາງ​ຍາວ​ໄກ​ ແລະ ​ປະ​ຊາ​ຊົນ​ທ້ອງ​ຖິ່ນຊົນ​ເຜົ່າຕ່າງໆ ບໍ່ເຫັນ​ດີ​ໃຫ້​ນຳ​ພ​ຣະ​ສົບ​ ຂອງ​ພ​ຣະ ເຈົ້າ​ກະ​ສັດ ອັນ​ເປັນ​ທີ່​ເຄົາ​ລົບ​ຮັກຂອງ​ເຂົາ​ເຈົ້າ ຂຶ້ນ​ເມືອ​ເມືອງວຽງ​ຈັນ; ແມ່ທັບຫູຍານຕັ້ງບ່າ ຈິ່ງໄດ້ນຳພາປະຊາຊົນ ເຂດເມືອງ ອິດກະບື, ກວາງຕູມ ແລະ ແມ່ທວດ ຈັດພິທີສົ່ງສະການ ຕາມຮີດຄອງປະເພນີ ທາງ​ສາ​ສະ​ໜາ ຢ່າງສົມພຣະກຽດ ແລະ ໄດ້ນຳເອົາອັດ​ຖິກະດູກ ຂອງພຣະອົງ ບັນຈຸໄວ້ ໃນພຣະທາດນ້ອຍ, ຕັ້ງຢູ່ທີ່ ວັດທາດເມືອງເກົ່າ​ ເມືອງຣາ​ມະ​ຣັກ​ອົງ​ການ (ເມືອງ ໄຊເສດຖາ ແຂວງອັດຕະປື ປັດ​ຈຸ​ບັນ). ລວມພຣະຊົນອາຍຸໄດ້ ໓໘ ພັນສາ, ຄອງອານາຈັກລ້ານນາ ເປັນເວລາ ໒ ປີ ແລະ ຄອງອານາຈັກລ້ານຊ້າງ ໒໔ ປີ.

ຜົນ​ງານ​ ພ​ຣະ​ເຈົ້າ​ໄຊ​ຍະ​ເຊດ​ຖາ​ທິ​ຣາດ

ພ​ຣະ​ບາດສົມ​ເດັດ ​ພ​ຣະ​ເຈົ້າໄຊຍະເຊດຖາທິຣາດ ມະຫາຣາຊ ເປັນວິລະກະສັດຂອງອາ ນາຈັກລາວລ້ານຊ້າງ, ເປັນກະສັດອົງທີ ໒ ທີ່ໄດ້ຮັບການຍົກຍ້ອງຂຶ້ນເປັນ “ມະຫາຣາຊ” ຂອງຣາຊະວົງຊຽງທອງລ້ານຊ້າງ.

ດ້ານ​ການທະ​ຫານ

ພ​ຣະ​ອົງ ເປັນນັກຮົບ ຜູ້ເກັ່ງກ້າສາມາດ, ເປັນນັກວາງແຜນການສູ້ລົບທີ່ຫລັກ ແຫລມ, ເປັນເຈົ້າຕຳລາພິໄຊສົງຄາມ ການເຮັດສົງຄາມກອງ​ໂຈນ, ກອງ​ຫລອນ, ສາ​ມາດພາບແພ້ການ​ຮູກ​ຮານ ຂອງພ​ຣະ​ເຈົ້າ​ບູ​ເລັງ​ນອງ ແຫ່ງຫົງສາວະດີເຖິງສອງຄັ້ງສອງ​ຄາວ, ເຮັດໃຫ້ອານາຈັກລາວລ້າງຊ້າງ ໄດ້ ລອດພົ້ນ​ຈາກ​ການຕົກ ເປັນເມືອງຂຶ້ນ ຂອງມອນພະມ້າ ໃນສະໄຫມນັ້ນ.

ດ້ານ​ການ​ປົກ​ຄອງ

ພ​ຣະ​ອົງ ເປັນນັກປົກຄອງທີ່ສະຫລຽວສະຫລາດ, ມີສິນທັມ, ມີຄຸນນະທັມ, ມີຄວາມກະຕັນຍູກະຕະເວທີຕາທັມ, ແຜ່​ພ​ະ​ບໍ​ຣົມ​ໂພທິ​ສົມພານ ​ແລະ ເດ​ຊາ​ນຸ​ພາບ ອອກ​ໄປ​ທົ່ວ​ທຸກ​ສາ​ລະ​ທິ​ດ.

ດ້ານ​ການພົວ​ພັນ​ຕ່າງ​ປະ​ເທດ

ພ​ຣະ​ອົງ ເປັນນັກວາງ ນະໂຍບາຍການຕ່າງ ປະເທດ ທີ່ຊານສະຫລາດ ດ້ວຍການຜູກມິດໄມ​ຕ​ຣີ, ມີຄວາມກ່ຽວດອງກັບທຸກອານາຈັກອ້ອມຂ້າງ, ເປັນທີ່ຮັກແພງ ແລະ ເກັງຂາມຂອງຫົວ​ເມືອງ​ນ້ອຍ​ໃຫຍ່ອາ​ນາ​ຈັກຕ່າງໆ. ພ.ສ ໒໑໐໓ ພ​ຣະ​ອົງ ໄດ້ຜູກ​ພ​ຣະ​ຣາ​ຊະ​ໄມ​ຕ​ຣີ ກັບ ​ກ​ຣຸງ​ສີ​ອະ​ຍຸ​ທະ​ຍາ ໂດຍໄດ້​ສ້າງ “ພຣະ​ທາດ​ສີ​ສອງ​ຮັກ” (ປັດ​ຈຸ​ບັນຕັ້ງ​ຢູ່ ​ອຳ​ເພີ ​ດ່ານ​ຊ້າຍ ຈັງ​ຫວັດ​ເລີຍ ປະ​ເທດ​ໄທ), ຊຶ່ງ​ເປັນອາ​ນຸ​ສອນ ​ແຫ່ງ​ສາຍ​ສຳ​ພັນ​ໄມ​ຕຣີ, ຫລັກ​ໝາຍ​ຊາຍ​ແດນ​ຂອງ​ສອງ​ອາ​ນາ​ຈັກ ລາວລ້າງ​ຊ້າງ ແລະ ກ​ຣຸງສີ​ອາ​ຍຸ​ທະ​ຍາ​.

ດ້ານ​ພຸດ​ທະ​ສາ​ສະ​ໜາ

ພ​ຣະ​ອົງ ເປັນພຸດທະສາສະນິກກະຊົນທີ່ປະເສີດ, ເປັນພຸດທະສາສະນຸປະຖຳທີ່ບໍລິສຸດຜຸດຜ່ອງ, ມີສັດທາແກ່ກ້າ ໃນພຸດທະສາສະໜາ, ໄດ້ນຳພາປະຊາຊົນເຊື້ອ​ຊາດ​ອ້າຍ​ລາວ ສ້າງສາບູລະນະ ປະຕິສັງ ຂອນ ວັດວາອາຣາມຕ່າງໆຢ່າງຫລວງ ຫລາຍພາຍ​ມາກ ລຽບຕາມສອງຟາກຝັ່ງແມ່ນ້ຳຂອງ ນັບແຕ່ເໜືອ ສິບ​ສອງຈຸ​ໄຕ ຈົນຮອດເຂດໃຕ້ຂອງ​ລາວ ຄອນ​ພະ​ເພັງ​ສີ​ທັນ​ດອນ – ຊຽງ​ແຕງ​ແມ່​ທວດ, ພ​ຣະ​ອົງ ໄດ້ຮັບການຍ້ອງຍໍ ສັນ​ລະ​ເສີນໃຫ້ເປັນພຣະເຈົ້າມະຫາກະສັດ “ທັມມິກະຣາຊ” ອີກ​ພ​ຣະ​ອົງ​ໜຶ່ງ ຂອງຣາ​ຊະ​ວົງ​ຊຽງ​ທອງ​ລ້ານ​ຊ້າງ.
Author: Singkham
I regularly blog on dhamma, Buddhist news, How to IT, and more