ທີມງານ ຮູບເງົາທັມ ເປີດກອງຖ່າຍຢ່າງເປັນທາງການ ກັບ ຮູບເງົາສັ້ນ ເລື່ອງ ທຳອິດ

ມື້ນີ້ໄດ້ເລີກງາມຍາມດີ ນຳໂດຍ ພຣະອາຈານ ສີສຸກ ສະເຫຼີມຄຸນ ຫົວຫນ້າຫນ່ວຍງານສື່ແລະ ປະຊາສັມພັນຂອງກັມມາທິການເຜີຍແຜ່ ສີລະທັມ ແລະ ປະຕິບັດກັມມະຖານສູນກາງ (ອພສ),ຜູ້ອຳນວຍການສ້າງ,ທີມງານການຜະລິດ ແລະ ນັກສະແດງ ຮ່ວມພິທີເປີດກອງຖ່າຍ ຮູບເງົາສັ້ນ ເລື່ອງ “ແມ່ຂ້ອຍ “ ທີ່ ຫ້ອງການເຜີຍແຜ່ສີລະທັມແລະປະຕິບັດກັມມະຖານສູນກາງ.

ໃນພິທີ ທີມງານ ແລະ ນັກສະແດງ ຮ່ວມຟັງສູດພຣະປະຣິດຕະມຸງຄຸນ ຮັບພອນ,ສູ່ຂວັນ ຈາກ ພຣະອາຈານ ມະຫາເຫວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສຳພັນລາວ  ເມດຕາຮັບນິມົນ ເປັນປະທານໃນພິທີ ເພື່ອຄວາມສຸກ ຄວາມຈະເລີນຮຸ່ງເຮື່ອງ ຂອງຜູ້ກຳກັບ,ຜູ້ອຳນວຍການສ້າງ ແລະ ນັກສະແດງ ແລະ ເພື່ອຄວາມສຳເລັດ ປາດສະຈາກອຸປະສັກໃນການຜະລິດ.

ການສ້າງຮູບເຫງົາ ຖືເປັນພາລະບົດບາດ,ສິດ ແລະ ຫນ້າທີ່ 1 ຂອງຫນ່ວຍງານສື່ ແລະ ປະຊາສຳພັນ ຂອງ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ດັ່ງທີ່ພຣະອາຈານໃຫຍ່ ສີທົນໄຊຍະວົງສອນ ຫົວຫນ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ໃຫ້ສຳພາດ ກັບ ທຊລ ຊ່ອງ 1 ເນື່ອງໃນວັນ ຄົບຮອບ ສື່ມວນຊົນ ແລະ ສື່ສິ່ງພິມລາວ ຄົບຮອບ 70 ປີ ຕອນຫນື່ງວ່າ

ຫນ້າທີ ທີ່ 1 ຜະລິດສື່ທັມມະ ອອກສູ່ລາຍການ ວິທະຍຸ ແລະ ໂທລະພາບ ລວມທັງສື່ອອນໄລນ໌ ເວັບໄຊຕ໌ຕ່າງໆ

ຫນ້າທີ ທີ່ 2 ຈັດພິມປື້ມ ແລະ ວາລະສານ ທັມມະຂອງກັມມາທິການ

ຫນ້າທີ ທີ່ 3 ນຳສະເຫນີ ຜົນງານການເຄືອນໄຫວຂອງກັມມາທິການ ໃນແຕ່ລະວຽກງານ

ຮູບເງົາສັ້ນ ເລື່ອງ “ແມ່ຂ້ອຍ” ເປັນຮູບເງົາອິງທັມມະ ສົ່ງເສີມຄຸນນະທັມ ບອກເລົ່າເລື່ອງລາວ ຂອງ ປານ້ອຍ ແລະ ຄວາມຮັກຂອງຜູ້ເປັນແມ່ ທີ່ຢາກໃຫ້ລູກເປັນຄົນດີ. ແນວໃດ່ກໍ່ຕາມ ຮູບເງົາສັ້ນ ເລື່ອງນີ້ ຈະເປັນເລື່ອງທຳອິດຂອງກັມມາທິການເຜີຍແຜ່ສີລະທັມ…  ຮ່ວມກັບ ນ້ອງໆ ທີມງານ ມິດຕະພາບ ທີ່ມີຄວາມຫລົງໄຫລສາຍການຜະຫລິດ ແລະ ສີລະປະການອອກແບບ ເຊັ່ນ :

1.Thop Topsale ເຈົ້າຂອງເພຈ ຢາກໃຫ້ເບິ່ງ-yarkhaibueng  ມີຜູ້ຕິດຫລາຍກວ່າ 1,40,000 Folllowers

2.Seesouk Souvannaphongsay ເຈົ້າຂອງເພຈ Seesouk Picture ຜູ້ຕິດຕາມກວ່າ 27.000 followers

3.ແລະ ໄດ້ ແມ່ຄຳ (ຄຳພູວັນ ວັນນະຈັກ) ນັກສະແດງອາວຸໂສ ມາສະແດງ ເປັນແມ່

ແມ່ຄຳ ເຄີຍສະແດງຫນັງລາວຫລາຍເລື່ອງທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ ຮັກມະຍ່ອມມະແຍ່ມ, ບາງບົດ,Redemption ສູ່ໂລກພະທຳ ເປັນຕົ້ນ.

Author: Singkham
I regularly blog on dhamma, Buddhist news, How to IT, and more