ທາງເດີນທີ່ບໍ່ແນ່ນອນ

(ຂອບໃຈພາບຕົ້ນສະບັບຈາກເຟດບຸ໊ກອາຈານສົມພານ ພົມທາ)

ໂດຍ: ຄວັນສີເທົາ

ທາງເສັ້ນນີ້ກຳລັງນຳພາອາຕະມາເຂົ້າສູ່ໂໝດແຫ່ງການຈາຣິກສະແຫວງບຸນອີກຄັ້ງໜຶ່ງ

ພວກເຮົາກຳລັງເດີນທາງມຸ່ງໜ້າໄປສູ່ວັດແຫ່ງໜຶ່ງທີ່ມີຊື່ວ່າ ວັດທ່າຊ້າງ ຫ່າງຈາກຕົວນະຄອນຫຼວງວຽງຈັນປະມານ 74 ກິໂລແມັດ ຕອນນີ້ ລົດກຳລັງແລ່ນຢູ່ຖະໜົນ 13 ໃຕ້ ດ້ວຍຄວາມໄວເທົ່າໃດກິໂລແມັດຕໍ່ຊົ່ວໂມງ ອັນນີ້ບໍ່ຮູ້ ຜ່ານສະໜາມກີລາຫຼັກສິບຫົກ ທ້ອງຖະໜົນອົບອວນໄປດ້ວຍຝຸ່ນ ແລະ ຄວັນລົດ ບາງບ່ອນ ມີຜູ້ຄົນຫຸ້ມກັນຊື້ເຄື່ອງຢູ່ຮ້ານຄ້າທີ່ແຈກຢາຍຢູ່ຕາມສອງຂ້າງທາງ ເຫັນແລ້ວກໍຮູ້ສຶກວ່າ ເອີ..ຖະໜົນເສັ້ນນີ້ມີຂຸມຫຼາຍພໍສົມຄວນເນາະ!

“ຕ໊າຍ!..ປ້ຳນີ້ກາຊວນໝົດ” ແມ່ອອກຄົນຂັບລົດອຸທານຂຶ້ນ ດຽວໄປເບິ່ງປ້ຳໜ້າເນາະ.

“ຊ່ວງປົດປ່ອຍໃໝ່ໆ ແມ່ອອກຢູ່ວຽງຈັນນີ້ຫວາ?” ຄູບາຖາມຂຶ້ນເພື່ອທຳລາຍຄວາມງຽບພາຍໃນລົດ.

“ແມ່ນແລ້ວອາຈານ, ຊ່ວງປົດປ່ອຍໃໝ່ໆ ບ້ານເມືອງບາງບ່ອນຍັງມີລະເບີດແຕກບຶມໆບຳໆຢູ່ ພວກຂ້ານ້ອຍຕ້ອງພາກັນໄປລີ້ຢູ່ສິມວັດ”

“ເອົ້າ! ປ້ຳນີ້ກໍໝົດອີກແລ້ວ” ແມ່ອອກຄົນຂັບລົດອຸທານຂຶ້ນອີກຄັ້ງ ເບິ່ງຄືວ່າລາວກຳລັງໃຈຈົດໃຈຈໍ່ຢູ່ກັບປ້ຳນ້ຳມັນຢ່າງບໍ່ຫຼຸດລະ ເພາະສັນຍານໃນໜ້າຈໍແຈ້ງວ່າ ນ້ຳມັນໃນຖັງລົດຂອງເຮົາມີພຽງສອງຂີດ ເຊິ່ງບໍ່ພຽງພໍຕໍ່ໄລຍະທາງທີ່ພວກເຮົາຈະໄປໃນມື້ນີ້ ຕາມແຜນການ ພວກເຮົາຈະໄປໄຫວ້ພຣະຢູ່ວັດທ່າຊ້າງກ່ອນ ແລ້ວຈຶ່ງຈະໄປໄຫວ້ຢູ່ຖ້ຳພຣະວັງຊ້າງ ສະຖານທີ່ສອງແຫ່ງນີ້ຫ່າງກັນຫຼາຍສິບກິໂລແມັດ ໃຊ້ເວລາເດີນທາງປະມານຊົ່ວໂມງກວ່າໆ ພວກເຮົາລົມກັນວ່າ ຈະໃຊ້ເວລາໃນວັດທ່າຊ້າງປະມານ 30 ນາທີ ແລ້ວຈະມຸ່ງໜ້າໄປສູ່ຖ້ຳພຣະວັງຊ້າງດ້ວຍຄວາມຮີບຟ້າວ ເພາະຈະໄປໃຫ້ທັນສັນເພນຢູ່ທີ່ນັ້ນພໍດີ ນີ້ຄືແຜນການເດີນທາງຂອງພວກເຮົາ.

ເວລາປະມານເກືອບສິບໂມງເຊົ້າ ພວກເຮົາເດີນທາງມາຮອດວັດທ່າຊ້າງ ວັດແຫ່ງນີ້ຕັ້ງຢູ່ແຄມນ້ຳງື່ມ ພາຍໃນວັດ ມີຕົ້ນໄມ້ໃຫຍ່ຫຼາກຫຼາຍຊະນິດ ມີທັງຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ທົ່ວໄປ ໂຊນດ້ານໃນແຄມແມ່ນ້ຳມີກຸດຕິນ້ອຍຫຼາຍຫຼັງແຈກຢາຍຢູ່ຕາມພື້ນທີ່ປ່າ ເບິ່ງແລ້ວເຮັດໃຫ້ຮັບຮູ້ເຖິງການຢູ່ຮ່ວມກັນຢ່າງກົມກືນກັນລະຫວ່າງພຣະສົງກັບທຳມະຊາດ ອີກໂຊນໜຶ່ງເປັນພື້ນທີ່ກໍ່ສ້າງເຊິ່ງປະກອບມີພຣະພຸດທະຮູບໃຫຍ່ສີ່ຫ້າອົງ ພຣະເຈດີໜຶ່ງອົງ ສິມໜຶ່ງຫຼັງ ເບິ່ງແລ້ວຮູ້ສຶກວ່າງາມຕາ ຕາມແບບສະບັບສິລະປະທີ່ມະນຸດແຕ່ງແຕ້ມຂຶ້ນ. ຕາມການໃຫ້ຂໍ້ມູນຂອງຍາພໍ່ອົງໜຶ່ງເລົ່າໃຫ້ຟັງວ່າ ວັດແຫ່ງນີ້ສ້າງຂຶ້ນເມື່ອປີ 2006 ແລ້ວຄ່ອຍໆ ໄດ້ຮັບການພັດທະນາມາຕາມລຳດັບ ມີເນື້ອທີ່ທັງໝົດ 4 ແຮັກຕາ. ພຣະພຸດທະຮູບທີ່ໃຫຍ່ທີ່ສຸດໃນວັດແຫ່ງນີ້ມີຄວາມສູງ 49 ແມັດ ກວ້າງ 30 ແມັດ ໃຊ້ງົບປະມານໃນການສ້າງປະມານ 4 ຕື້ກີບ.

ເມື່ອຄະນະພວກເຮົາວຽນທຽນ ແລະ ສັກກາຣະບູຊາແລ້ວ ກໍພາກັນຖ່າຍຮູບຄົນລະທ່າສອງທ່າ ແອ໊ກໄປແອ໊ກມາ ອ້າວ ເຮີ໋ຍ! .ໃກ້ຊິເລີຍເວລາສັນເພນແລ້ວໃດ໋. ໂຊເຟີຈຶ່ງພາກັນຍ່າງໄປຫາລົດເພື່ອຊິຂັບໂຄ້ງມາຈອດຢູ່ໜ້າພຣະພຸດທະຮູບໃຫຍ່ ເພາະພວກເຮົາຈະສັນເພນຢູ່ເດີ່ນນີ້ເລີຍ.

ເວລາຜ່ານໄປເກືອບສິບຫ້ານາທີຍັງບໍ່ເຫັນແມ້ແຕ່ເງົາລົດເລີຍ ອາຕະມາຈຶ່ງຍ່າງໄປເບິ່ງບ່ອນຈອດລົດ ພາບທີ່ປາກົດຢູ່ຕໍ່ໜ້າຄື ປະຕູລົດຝັ່ງຊ້າຍເປີດອ່າຊ່າ ໂຊເຟີກຳລັງນັ່ງຢູ່ເບາະລົດ ມືຊ້າຍຈັບພວງມາໄລ ມືຂວາກົດປຸ່ມສະຕາຣ໌ດ ຕີນຊ້າຍຢຽບເບຣກ ເໝືອນກຳລັງພະຍາຍາມເຮັດສິ່ງໃດສິ່ງໜຶ່ງດ້ວຍຄວາມໃຈຈົດໃຈຈໍ່ ເມື່ອຍ່າງເຂົ້າໄປໃກ້ໆ ລາວຈຶ່ງເອີ່ຍປາກຂຶ້ນວ່າ “ອາຈານ ລົດສະຕາຣ໌ດບໍ່ຕິດ ບໍ່ຮູ້ວ່າເປັນເພາະຫຍັງ ລົດຂ້ານ້ອຍບໍ່ເຄີຍເປັນແບບນີ້ຈັກເທື່ອ” ຂໍອຸທານເປັນພາສາພຣະຈັກໜ່ອຍ ໂອ້..ອະນິດຈັງ! ແຕ່ຖ້າເປັນໂຍມຄົງອຸທານວ່າ ເວນກຳລ່ະ!

ພວກເຮົາພະຍາຍາມຫາທຸກວິທີເພື່ອໃຫ້ລົດສະຕາຣ໌ດຕິດ ເພາະຕອນນີ້ໃກ້ຈະທ່ຽງເຕັມທີແລ້ວ ພຣະກໍຕ້ອງຟ້າວສັນເພນ ຫຼັງຈາກສັນເພນກໍຕ້ອງຟ້າວເດີນທາງຕໍ່..ໂທຫາຄົນທີ່ຮູ້ຈັກເລື່ອງລົດ ເອົາສາຍພ່ວງມາຕໍ່ຈາກລົດຄັນໜຶ່ງມາໃສ່ອີກຄັນ ເປີດຄູ່ມືການໃຊ້ງານ ເບິ່ງຄລິບໃນຍູທູບ ເຮັດຕາມໝົດແລ້ວ ແຕ່ບໍ່ໄດ້ຜົນ “ຄັນຊັ້ນ ນິມົນອາຈານໄປສັນເພນກ່ອນເລີຍ ຂ້ານ້ອຍ ດ໋ຽວຊິເລີຍເວລາ. ອ໋ອຍ!! ພໍຢາກຮ້ອງຢາກໄຫ້” ແມ່ອອກເວົ້າຂຶ້ນພ້ອມທັງເຊັດເຫື່ອ.

ອາຕະມາຍ່າງມາເດີ່ນພຣະໃຫຍ່ອີກຄັ້ງ

ເຫັນແມ່ອອກສອງຄົນພາກັນກະກຽມອາຫານເພນ ພວກເຮົາປູສາດສັນເພນກັນທ່າມກາງເງົາໄມ້ ແລະ ປ່າຫຍ້າ ຢູ່ຕໍ່ໜ້າພຣະພຸດທະຮູບໃຫຍ່ “ພຣະປັນຍາປາລະມີທັມມະຣາຊາສາມສິບທັດ” ແມ່ນແລ້ວ, ນີ້ຄືຊື່ຂອງພຣະພຸດທະຮູບອົງດັ່ງກ່າວ. ພາຍຫຼັງສັນເພນແລ້ວ ກາຍພ້ອມ ໃຈພ້ອມ ແຕ່ລົດບໍ່ພ້ອມ ພວກເຮົາພະຍາຍາມສະຕາຣ໌ດລົດຢູ່ນັ້ນເປັນຊົ່ວໂມງ ໂທຫາຊ່າງກໍແລ້ວ ຊິຍູ້ກໍຍູ້ບໍ່ໄດ້ເພາະເປັນລົດເກຍອໍໂຕ້ ສຸດທ້າຍ ພວກເຮົາກໍຕ້ອງຍອມ..ຍອມໃຫ້ລົດມາຍົກເອົາໄປເຂົ້າສູນ.

ຊີວິດກໍແບບນີ້ແຫຼະ ເມື່ອພະຍາຍາມເຖິງທີ່ສຸດແລ້ວ ບາງຄັ້ງກໍຕ້ອງຍອມຈຳນົນຕໍ່ສິ່ງທີ່ຢູ່ເໜືອຄວາມສາມາດຂອງເຮົາ ຍອມເຮັດໃນສິ່ງແມ້ໃຈບໍ່ຢາກເຮັດ ຍອມຖອຍແມ້ໃຈຍັງຢາກສູ້ ຍອມແພ້ແມ້ເລິກໆໃນໃຈຍັງບໍ່ຢາກພ່າຍແພ້ ເພາະຫາກບໍ່ຍອມຕອນນີ້ ພວກເຮົາຄົງຕ້ອງຕິດຄ້າງຢູ່ທີ່ວັດແຫ່ງນີ້ໄປອີກຫຼາຍຊົ່ວໂມງ ແຕ່ຈະແນວໃດໄດ້ ຊີວິດຕ້ອງກ້າວໄປຂ້າງໜ້າ ຈະມົວເສຍເວລາຢູ່ກັບສິ່ງທີ່ຢູ່ເໜືອການຄວບຄຸມເຮົາໄດ້ແນວໃດ. ເຊັ່ນດຽວກັນ ທຣິບນີ້ກໍມີອີກສະຖານທີ່ໜຶ່ງທີ່ພວກເຮົາຕ້ອງໄປໃຫ້ໄດ້ ນັ້ນຄື ຖ້ຳພຣະວັງຊ້າງ ເມືອງໂພນໂຮງ ແຂວງວຽງຈັນ.

ພວກເຮົາແກ້ບັນຫາດ້ວຍການໃຫ້ລົດອີກຄັນມາຮັບ ແລ້ວກໍອອກເດີນທາງຕໍ່ ອາຕະມາຈັບມືຖືຂຶ້ນມາ ໂມງໃນໜ້າຈໍນັ້ນບອກວ່າ 15:48 ນາທີ ຫາກວ່າບໍ່ມີຫຍັງຂັດຂ້ອງພວກເຮົາຈະຮອດເປົ້າໝາຍໃນເວລາບໍ່ເກີນຫ້າໂມງຊາວນາທີ ເຊິ່ງຍັງພໍມີແສງສະຫວ່າງໃຫ້ໄຫວ້ພຣະ ຖ່າຍຮູບ ແລະ ບັນທຶກວິດີໂອ ແຕ່ກໍຢ່າງວ່າແຫຼະເນາະ! ຊີວິດບໍ່ມີຫຍັງແນ່ນອນ ບໍ່ໃຜມີກ້າຢືນຢັນໄດ້ວ່າ ການເດີນທາງຄັ້ງນີ້ຈະສາມາດດຳເນີນໄປຕາມແຜນຮ້ອຍເປີຣ໌ເຊັນ ເຖິງແມ້ຈະບໍ່ແນ່ໃຈແຕ່ພວກເຮົາກໍຕ້ອງລອງ ເພາະຫາກສົງໄສແລ້ວຢຸດຢູ່ກັບທີ່ ຄວາມສົງໄສນັ້ນຈະບໍ່ມີວັນຫາຍໄປຈາກຈິດໃຈເລີຍ. ຫາກຄິດໃນແງ່ໜຶ່ງ ການກ້າວໄປຂ້າງໜ້າແມ້ຍັງສົງໄສ ນີ້ຄືໂອກາດທີ່ເຮົາຈະໄດ້ກວດສອບແນວຄິດຂອງຕົນເອງ.

ຈະວ່າໄປແລ້ວ ຊີວິດກໍປຽບເໝືອນການອອກຜະຈົນໄພ ເຊິ່ງຈະຕ້ອງພົບກັບຄວາມເມື່ອຍລ້າ ຄວາມລຳບາກ ແລະ ອັນຕະລາຍຕ່າງໆ ແຕ່ຫາກຕ້ອງການຄວາມຕື່ນເຕັ້ນກໍຕ້ອງກ້າປະເຊີນໜ້າຕໍ່ສິ່ງເຫຼົ່ານີ້ໃຫ້ໄດ້ ອີກແງ່ໜຶ່ງ ການອອກຜະຈົນໄພຄືໂອກາດທີ່ເຮົາຈະໄດ້ຮຽນຮູ້ສິ່ງຕ່າງໆຫຼາຍຂຶ້ນ ກ້າເຮັດໃນສິ່ງທ້າທາຍ ແລະ ໄດ້ເປີດໂລກະທັດໃຫ້ກວ້າງຂວາງຍິ່ງຂຶ້ນ

ເຫດຜົນໜຶ່ງທີ່ເຮັດໃຫ້ຄົນມັກການເດີນທາງກໍເພາະແບບນີ້ແຫຼະ!

ໜຶ່ງ-ບໍ່ມີຫຍັງແນ່ນອນ ສອງ-ໄດ້ຮຽນຮູ້ສິ່ງໃໝ່ ແລະ ສາມ-ໄດ້ຮູ້ຈັກຈິດໃຈຕົນເອງຫຼາຍຂຶ້ນ

ຫຼວງພໍ່ໄພສານ ວິສາໂລ ເຄີຍກ່າວໄວ້ວ່າ ແທ້ຈິງແລ້ວ ການເດີນທາງໄກນັ້ນ ບໍ່ແມ່ນແຕ່ການເດີນໄປໃນໂລກກວ້າງ ແລະ ຢ້ຽມຢາມສະຖານທີ່ແປກໃໝ່ເທົ່ານັ້ນ ຫາກຍັງເປັນການເດີນທາງດ້ານໃນ ເພື່ອຄົ້ນພົບຕົນເອງໃນມຸມໃໝ່ໆອີກດ້ວຍ ເປັນໄປໄດ້ບໍ່ວ່າ ການເດີນທາງແຕ່ລະຄັ້ງ ຄືການລອກຄາບຕົນເອງເປັນຄົນໃໝ່ອີກຂັ້ນ ແຕ່ທັງນີ້ທັງນັ້ນ ເຮົາຕ້ອງຫອບຈິດໃຈທີ່ພ້ອມຈະຮຽນຮູ້ໄປນຳ ພ້ອມທີ່ຈະຜະເຊີນໜ້າກັບອຸປະສັກນານັບປະການ ແລ້ວລຸຍແຫຼກໄປກັບບັນຫານັ້ນດ້ວຍຄວາມເຕັມໃຈ–ນັ້ນໜ້າຈະເຮັດໃຫ້ການເດີນທາງຂອງເຮົາສະໜຸກຂຶ້ນເປັນກອງເລີຍແຫຼະ ອາຕະມາເຊື່ອເຊັ່ນນັ້ນ.

ອຸປະສັກທີ່ຂວາງກັ້ນພວກເຮົາກັບຖ້ຳພຣະວັງຊ້າງ

ຄະນະພວກເຮົາອອກຈາກວັດທ່າຊ້າງດ້ວຍຄວາມຮີບຟ້າວ ພວກເຮົາກຳລັງເດີນທາງແຂ່ງຂັນກັບແສງຕາເວັນ ຫາກໄປຮອດຕາມກຳນົດເວລາຄືຫ້າໂມງແລງ ໜ້າຈະຍັງພໍມີແສງຕາເວັນໄດ້ຖ່າຍຮູບ ແລະ ຂາບໄຫວ້ພຣະໄດ້ສະດວກ ແຕ່ຫາກຮອດເກີນນີ້ກໍຄົງຕ້ອງຕີລົດກັບ ພ້ອມກັບຫາບຄວາມຜິດຫວັງມາເຕັມຄັນລົດ–ນັ້ນຄືສິ່ງທີ່ບໍ່ມີໃຜຢາກໃຫ້ເກີດຂຶ້ນ.

ເມື່ອພວກເຮົາຂ້າມຂົວນ້ຳງື່ມມາແລ້ວ ຂັບມາອີກພໍສົມຄວນກໍຫັກພວງມາໄລລ້ຽວຊ້າຍບ່ອນທາງສາມແຍກ ມຸ່ງໜ້າໄປສູ່ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ຕະຫຼອດສອງຂ້າງທາງຂອງຖະໜົນສາຍນີ້ເຕັມໄປດ້ວຍປ່າໄມ້ ສາຍພູ ແລະ ທົ່ງຫຍ້າ ດ້ານຊ້າຍເປັນທົ່ງພຽງ ໄຮ່ນາ ແລະສາຍນ້ຳ ດ້ານຂວາເປັນສາຍພູເຂົາຄວາຍ ທົ່ງນາ ແລະ ບ້ານເຮືອນ ແຈກຢາຍຢູ່ຕາມແຕ່ລະຈຸດ ບາງບ່ອນມີວັດຕັ້ງຢູ່ແຄມໜອງທີ່ທອດຕົວຍາວອອກໄປຈອດກັບພູເຂົາ. ຕອນນີ້ ແສງສີເຫຼືອງທອງກຳລັງສາດສ່ອງມາກະທົບກັບແກ້ວລົດ ທະລຸມາໃສ່ໃບໜ້າ ເຮັດໃຫ້ຮູ້ສຶກເຄີບເຄີ້ມໄປກັບບັນຍາກາດທີ່ເປັນສຸນທະຣີຍະພາບ ແສງສີເຫຼືອງອົມແດງອ່ອນໆນີ້ຄືສັນຍານເຕືອນໃຫ້ຮູ້ວ່າ ທິວາວັນກຳລັງຈະສິ້ນສຸດລົງໃນອີກບໍ່ອຶດໃຈຂ້າງໜ້າ.

ຂໍຍອມຮັບໂດຍດີວ່າ ຈິດໃຈກະວົນກະວາຍຢ່າງຍິ່ງຕອນນີ້ ເພາະຢ້ານໄປຮອດທີ່ໝາຍບໍ່ທັນ ແຕ່ສຸດທ້າຍ ພວກເຮົາກໍມາຮອດຕົວເມືອງໂພນໂຮງໃນເວລາຫ້າໂມງແລງພໍດີ ໂລ່ງໃຈໄປອຶດໜຶ່ງ “ມາຮອດສະຖານທີ່ແລ້ວ ຈີພີເອສບອກວ່າແນວນັ້ນ. ແຕ່ຍັງຫາທາງເຂົ້າບໍ່ເຫັນ ຖາມຊາວບ້ານແຖວນັ້ນບອກວ່າ “ອາຈານລ້ຽວຜິດທາງ ຕ້ອງກັບໄປເຂົ້າອີກທາງໜຶ່ງ” ພວກເຮົາຕ້ອງຢ້ອນກັບໄປທາງໃຫຍ່ອີກຄັ້ງ ພະຍາຍາມຖາມທາງໄປເລື້ອຍ (ຕອນນີ້ ຈີພີເອສມັນກະງົງພໍມັນ)

ໂທຫາພຣະທີ່ເຄີຍມາກ່ອນໜ້ານີ້ ປາຍສາຍບອກມາວ່າ ໃຫ້ຂີ່ໄປຕາມຖະໜົນສາຍໃຫຍ່ແລ້ວຈະເຫັນປ້າຍບອກວ່າ “ຖ້ຳພຣະວັງຊ້າງ” ພວກເຮົາຂີ່ອອກນອກຕົວເມືອງມາເລື້ອຍໆ ຈົນມາເຫັນປ້າຍຂຽນວ່າ “ຣີສອດຖ້ຳພຣະວັງຊ້າງ” ນີ້ລະຫວ໋າຄືຊິໃກ້ຄຽງທີ່ສຸດລະ ລົງໄປຖາມຄົນແຖວນັ້ນ ຄຳຕອບທີ່ໄດ້ຄື “ທາງນີ້ເຂົາປິດ ເຂົ້າບໍ່ໄດ້ ຕ້ອງຢ້ອນກັບໄປເຂົ້າຊອຍໃນບ້ານ” ເວລາລ່ວງເລີຍໄປເລື້ອຍໆ ຕາເວັນລັບປາຍໄມ້ໄປດົນແລ້ວ ແຕ່ພວກເຮົາຍັງຫາທາງເຂົ້າບໍ່ເຈີ. ພວກເຮົາລ້ຽວເຂົ້າຊອຍກາງໝູ່ບ້ານຂີ່ທະລຸຜ່ານເຂົ້າສູ່ເຂດປ່າອີກຄັ້ງ ເວລານີ້ ຍັງພໍມີແສງຢູ່ໜ້ອຍໜຶ່ງ (ພໍມີຫວັງ) ຖ້າຮອດໄວກໍຄົງໄດ້ໄຫວ້ພຣະ ຖ່າຍຮູບ ແລະ ບັນທຶກວິດີໂອຕາມທີ່ຕ້ອງການ.

ຂ້າງໜ້າມີທາງແຍກ “ລ້ຽວຊ້າຍຫຼືຂວາ?” ໂຊເຟີຖາມ. “ຂວາ!” ອາຕະມາຕອບໄປໂດຍບໍ່ໄດ້ຄິດແມ້ແຕ່ສ້ຽວວິນາທີ.

“ໝັ້ນໃຈຫວ໋າ?” ອາຈານຖາມຂຶ້ນ. “ເດົາລ້ວນໆ ຂ້ານ້ອຍ” ສຸດທ້າຍ ພວກເຮົາກໍມາສຸດທາງຈົນໄດ້.

ແຕ່ ເອ໊..ບໍ່ແມ່ນຖ້ຳພຣະວັງຊ້າງນ໋າ

ມັນຄືໂງ່ນຫີນໂງ່ນໜຶ່ງທີ່ລົດເຮົາບໍ່ໜ້າຈະຜ່ານໄປໄດ້ສະດວກ ຕອນນີ້ ຮູ້ແລ້ວວ່າທາງຊ້າຍຄືທາງທີ່ຈະນຳພາໄປສູ່ເປົ້າໝາຍທີ່ພວກເຮົາຕ້ອງການ ຈຶ່ງພາກັນຟ້າວລ້ຽວລົດກັບ ເມື່ອມາຮອດທາງແຍກບ່ອນເກົ່າ ພວກເຮົາຈອດລົດຊັ່ງຊາໃຈຢູ່ແປບໜຶ່ງ. “ມື້ໃໝ່ຄ່ອຍມາເປັນຫຍັງ ສົມປອນ?” ອາຈານເວົ້າຂຶ້ນດ້ວຍສຽງອ່ອນໆ ໂດຍສາຍຕາຍັງຈ້ອງໄປທີ່ເສັ້ນທາງນັ້ນຢູ່ ເໝືອນກັບວ່າ ໃຈໜຶ່ງກໍຄິດເສຍດາຍ ອີກໃຈໜຶ່ງກໍໝົດສັດທາໄປແລ້ວ. “ຕາມນັ້ນເລີຍ ອາຈານ” ນີ້ຄືຄຳຕອບຂອງອາຕະມາ.

ຊີວິດກໍແບບນີ້ແຫຼະເນາະ! ບໍ່ມີຫຍັງແນ່ນອນ ບໍ່ໄດ້ດັ່ງໃຈປາຖະໜາທຸກຢ່າງ ຄາດເດົາບໍ່ໄດ້ ຄວບຄຸມໃຫ້ເປັນໄປຕາມທີ່ເຮົາຕ້ອງການໄດ້ຍາກ. ໂລກ ແລະຊີວິດເປັນເລື່ອງຂອງຄວາມຊັບຊ້ອນ ແລະ ວົກວົນ ມະນຸດຕ້ອງອາໄສຫຼາຍຢ່າງເພື່ອຮຽນຮູ້ແລະທຳຄວາມເຂົ້າໃຈ ດັ່ງຄຳເວົ້າຂອງ ພຣະມະຫາສົມພານ ພຣົມທາ ທີ່ເຄີຍຂຽນໄວ້ວ່າ “ຊີວິດຄືກະແສທຳມະຊາດທີ່ຄົດຄ້ຽວຍາວໄກ ການສຶກສາໃຫ້ເຂົ້າໃຈແຈ່ມແຈ້ງເຖິງຄວາມຊັບຊ້ອນ ແລະ ວົກວຽນຂອງມັນ ຍ່ອມຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມບໍ່ໜ້ອຍເລີຍ” ເປັນໄປໄດ້ບໍ່ວ່າ ການເດີນທາງແຕ່ລະຄັ້ງຈະເຮັດໃຫ້ເຮົາເຂົ້າໃຈທາງເດີນຂອງຊີວິດຫຼາຍຂຶ້ນ ເພາະເຮົາຕ້ອງຜ່ານຜ່າຄວາມຜິດພາດ ຫຼົງທາງ ສິ້ນຫວັງ ແລະ ຕື່ນເຕັ້ນ ຊີວິດທີ່ງົດງາມຄືຊີວິດທີ່ຜ່ານຜ່າສິ່ງເຫຼົ່ານີ້ມາໄດ້ ນິ້ວກົມບອກວ່າ “ຊີວິດເປັນດັ່ງສິ່ງເກົ່າແກ່ບູຮານ ຄວາມງາມທັງຫຼາຍລ້ວນເກີດຈາກຮ່ອງຮອຍ”

“ໂອເຄ ລ້ຽວເຂົ້າຮ່ອມນີ້ເລີຍ”

ຜິດຮ່ອມອີກແລ້ວ ອາຈານນນ!!! ນີ້ແຫຼະຊີວິດຈິງ ຈົວນ້ອຍເອີ໋ຍ….

ຕົ້ນລະດູໜາວ, ປີ 2022.

ວັດພຣະຂາວພັນນາຣາມ

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ