ໂດຍ: ຄວັນສີເທົາ
ສັງຄົມສະໄໝໃໝ່ບັງຄັບໃຫ້ເຮົາໃຊ້ຊີວິດຢ່າງຮີບດ່ວນ ເຮົາໄດ້ຮັບການສັ່ງສອນໃຫ້ໄຂວ່ຄວ້າແລະມຸ່ງໄປຂ້າງໜ້າຢ່າງບໍ່ມີທີ່ສິ້ນສຸດ ໄດ້ສິ່ງນີ້ແລ້ວກໍຢາກໄດ້ສິ່ງໃໝ່ ມີຄວາມສຸກແລ້ວ ກໍຢາກມີຄວາມສຸກທີ່ສູງຂຶ້ນໄປ ບາງຄັ້ງ ກໍວຸ້ນວາຍຢູ່ກັບວຽກງານຈົນລືມດູແລຄົນທີ່ຢູ່ອ້ອມຂ້າງ ສັງຄົມແບບນີ້ ທ້າຍທີ່ສຸດຄົງຫາຄວາມສຸກໄດ້ຍາກຢ່າງຍິ່ງ ເພາະພວກເຮົາໄດ້ຮັບການກະຕຸ້ນໃຫ້ ຢາກໄດ້ ຢາກມີ ຢາກເປັນ ຕະຫຼອດເວລາ
ເປັນໄປໄດ້ບໍ່ວ່າ ການເດີນທາງຈະເຮັດໃຫ້ເຮົາຄົ້ນພົບບາງຢ່າງທີ່ພິເສດອອກໄປ
ໄດ້ເວລາຂຶ້ນລົດແລ້ວ! ຄູບາ
01
~ຢຽບກັບລະເບີດຢູ່ສະຖານີລົດໄຟ~
ຕອນເຊົ້າມື້ຕໍ່ມາ ພາຍຫຼັງກ່າວອຳລາແລະຂອບໃຈ ພຣະຕຸ້ຍກັບພຣະນິລັນດອນແລ້ວ ຄະນະພວກເຮົາກໍໄດ້ນັ່ງລົດຕຸກຕຸກມາລົງສະຖານີລົດໄຟ ເພື່ອມຸ່ງໜ້າໄປສູ່ເມືອງປະຖານໂກດ ລັດປັນຈາບ ດ້ວຍໄລຍະທາງ 495 ກິໂລແມັດ ສະຖານີລົດໄຟເດລີໃນຍາມນີ້ແອອັດໄປດ້ວຍຜູ້ຄົນມີທັງພໍ່ຄ້າ ນັກທ່ອງທ່ຽວແລະນັກເດີນທາງ ບາງຄົນລາກກະເປົ໋າຢ່າງຮີບດ່ວນ ບາງຄົນນັ່ງຈິບຊາແບບສະບາຍໃຈ ບາງຄົນນັ່ງຈິດໃຈເລື່ອນລອຍທ່າມກາງຜູ້ຄົນ ຂ້ອຍບັນທຶກບັນຍາກາດຊ່ວງນີ້ໄວ້ວ່າ:
“ສະຖານີລົດໄຟໃນຍາມເຊົ້າ
ຜູ້ຄົນຍ່າງຂວັກໄຂວ່ກັນໄປມາ
ເດັກນ້ອຍຄົນໜຶ່ງນັ່ງກິນໄອຕິມຢູ່ຂ້າງເສົາ”
ກ່ອນໄປອິນເດຍຂ້ອຍມັກໄດ້ຍິນຄຳເວົ້າວ່າ ອິນເດຍເປັນປະເທດທີ່ຂຶ້ນຊື່ເລື່ອງຂີ້ ຂີ້ລັກ ຂີ້ຕົວະ ຂີ້ໂກງ ຂີ້ຄຸຍ ຂີ້ຖີ່ ອາຈານຄົນໜຶ່ງເວົ້າໃຫ້ຟັງວ່າ “ຖ້າເຫັນແຂກ (ຄົນອິນເດຍ) ກັບງູຍ່າງມານຳກັນໃຫ້ຕີຫົວແຂກກ່ອນເລີຍ” ຄຳເວົ້ານີ້ສະແດງໃຫ້ເຫັນວ່າ ຄົນອິນເດຍເຊື່ອບໍ່ຄ່ອຍໄດ້ ແນ່ນອນ ມັນເປັນພຽງຄຳເວົ້າຫຼິ້ນແກມອິຫຼີ ແຕ່ມັນໜ້າຈະມີມູນຄວາມຈິງແດ່ນັ້ນລະ ຖ້າບໍ່ດັ່ງນັ້ນ ຄົນຄົງຈະບໍ່ນຳມາເວົ້າສຽດສີເຖິງຂະໜາດນີ້ ໃນບັນດາຂີ້ທັງຫຼາຍແລທີ່ເວົ້າມານັ້ນ ຂ້ອຍເຊື່ອວ່າ ບາງອັນກໍຈິງ ບາງອັນກໍເວົ້າເກີນຈິງ ແຕ່ເໜືອສິ່ງອື່ນໃດ ຈະມີຂີ້ອັນໜຶ່ງທີ່ຂ້ອຍເອົາຫົວເປັນປະກັນເລີຍວ່າ ຈິງແທ້ແນ່ນອນ ນັ້ນກໍຄືຂີ້ໄປທົ່ວທີບ ອັນນີ້ຂີ້ອິຫຼີ
ໃນລະຫວ່າງທີ່ພວກເຮົາລໍຖ້າລົດໄຟຢູ່ນັ້ນ ຮູ້ສຶກເບື່ອໆກໍເລີຍພາກັນລົງໄປຖ່າຍຮູບ
ອາຈານເອີ້ນມາໃສ່ວ່າ ລະວັງແດ່ເດີກັບລະເບີດມັນຫຼາຍ
ແຕ່ເຕືອນຊ້າໄປແລ້ວອາຈານເອີ໋ຍ! ຄູບາອີກອົງໜຶ່ງຊັດໄປເຕັມຝ່າຕີນເລີຍ
ໂອ້!! ມາຍບຸດດາ ຢູ່ດີບໍ່ວ່າດີ ຫາຂີ້ມາໃສ່ຕີນຕົນເອງຊ່ະແລ້ວ
02
~ຈິດເລື່ອນໄຫຼໄປກັບສາຍລົມ~
ການເດີນທາງໃນອິນເດຍຊ່ວງເດືອນເມສາບໍ່ແມ່ນສິ່ງທີ່ໜ້າສະໜຸກພໍປານໃດ ເພາະອາກາດໂຄດຮ້ອນໂດຍສະເພາະກຸງນິວເດລີໃນຍາມນີ້ຮ້ອນແທບຕັບແຕກ ແຕ່ກໍໂຊກດີທີ່ອາຈານຈອງບ່ອນນັ່ງທີ່ມີແອ ລົດໄຟຄ່ອຍໆເຄື່ອນຕົວອອກຈາກສະຖານີມຸ່ງໜ້າໄປທາງທິດເໜືອຂອງປະເທດອິນເດຍ ພວກເຮົານັ່ງຫັນໜ້າເຂົ້າຫາກັນເບາະລະສອງອົງ ເບາະທີ່ຢູ່ກົງກັນຂ້າມກັບພວກເຮົາແມ່ນຄອບຄົວຊາວມຸດສະລິມ ເວົ້າເຖິງເລື່ອງນີ້ ກໍອົດຊື່ນຊົມເຂົາເຈົ້າບໍ່ໄດ້ ເຂົາເຈົ້າສາມາດເຝິກຕົນໄດ້ທຸກທີ່ທຸກເວລາ ແມ່ນແຕ່ໃນລະຫວ່າງການເດີນທາງ ເຂົາເຈົ້າກໍບໍ່ມີຂໍ້ອ້າງທີ່ຈະບໍ່ເຮັດກິດທາງສາສະໜາ
ໝູ່ຄົນໜຶ່ງໃນຫ້ອງຮຽນພາສາອັງກິດເລົ່າໃຫ້ຂ້ອຍຟັງວ່າ ຕາມປົກກະຕິແລ້ວ ຊາວມຸດສະລິມຈະລະໝາດວັນລະຫ້າຄັ້ງ ການລະໝາດເປັນການປະຕິບັດສາສະນະກິດຢ່າງໜຶ່ງໃນສາສະໜາອິດສະລາມ ໂດຍມີວັດຖຸປະສົງເພື່ອຂັດເກົາຈິດໃຈຕົນເອງໃຫ້ສະອາດ ອັນໜຶ່ງເພື່ອສະແດງອອກເຖິງຄວາມພັກດີຕໍ່ພຣະເຈົ້າຄືພຣະອັນເລາະ ຖ້າຈະປຽບທຽບກັບພຣະພຸດທະສາສະໜາ ການລະໝາດກໍຄືການໄຫວ້ພຣະສວດມົນນັ້ນແຫຼະ ເຊິ່ງການສູດມົນໃນພຣະພຸດທະສາສະໜາກໍເພື່ອຊຳລະຈິດໃຈຂອງຕົນເອງໃຫ້ຜ່ອງໃສ ເພາະໃນມື້ໜຶ່ງໆເຮົາຮັບເອົາອາລົມບໍ່ຮູ້ວ່າເທົ່າໃດຢ່າງ ທັງດີ ແລະ ຮ້າຍ ດັ່ງນັ້ນ ກ່ອນເຂົ້ານອນຫຼືຫຼັງຕື່ນນອນ ຊາວພຸດຈຶ່ງມີປະເພນີຊຳລະຈິດໃຈດ້ວຍການໄຫວ້ພຣະສູດມົນ “ຈິດໃຈທີ່ບໍ່ເຄີຍຊຳລະກໍເໝືອນພາຊະນະທີ່ບໍ່ເຄີຍລ້າງ” ຄອບຄົວຊາວມຸດສະລິມທີ່ນັ່ງຢູ່ເບາະກົງກັນຂ້າມກັບພວກເຮົານັ້ນ ເຂົາເຈົ້າລ້າງພາຊະນະຄືຈິດໃຈຂອງຕົນເອງມື້ລະຫ້າຄັ້ງ ສ່ວນຊາວມຸດສະລິມບາງຄົນອາດຈະຫຼາຍກວ່າຫ້າຄັ້ງ
ການທີ່ຜູ້ຂຽນປຽບທຽບໃຫ້ເຫັນແບບນີ້ ບໍ່ໄດ້ໝາຍຄວາມວ່າຊາວພຸດຈະຕ້ອງຫັນໄປຊຳລະຈິດໃຈຫ້າຄັ້ງຕໍ່ມື້ແບບຊາວມຸດສະລິມ ແຕ່ຖ້າຜູ້ໃດເຮັດໄດ້ກໍຍິ່ງດີ ອາຈານກັມມະຖານຄົນໜຶ່ງເຄີຍແນະນຳຜູ້ຂຽນວ່າ “ການປະຕິບັດທັມຢ່າໄປຫວັງຫຍັງຫຼາຍ ຂໍພຽງໃຫ້ຮູ້ສຶກຕົວວັນລະໜຶ່ງຄັ້ງກໍພໍ” ແມ່ນແລ້ວ ມື້ລະໜຶ່ງຄັ້ງກໍພໍ ໃຫ້ຮູ້ເມື່ອຄີງວ່າຕອນນີ້ເຮົາກຳລັງເຮັດຫຍັງຢູ່ ກິດຈະກຳທີ່ກຳລັງເຮັດນັ້ນ ເຮັດໄປເພື່ອຫຍັງ ຈະນຳໄປສູ່ປະໂຫຍດ ຫຼື ນຳໄປສູ່ໂທດ ພຽງສ່ຳນີ້ກໍຖືວ່າເປັນການປະຕິບັດທັມແລ້ວ ຫຼວງພໍ່ຕິດນັດຮັນ–ພຣະວິປັດສະນາຈານແຫ່ງບ້ານພລັມປະເທດຝຣັ່ງເສດ ໄດ້ກ່າວເຖິງການໃຊ້ຊີວິດໃຫ້ມີຄວາມສຸກໄວ້ວ່າ “ຈົ່ງມີຄວາມສຸກຢູ່ກັບປັດຈຸບັນ” ບົດເພງໜຶ່ງແຫ່ງໝູ່ບ້ານພລັມ[1] ມີໃຈຄວາມວ່າ:
Happiness is here and now
Happiness is here and now
I have dropped my worries
Nowhere to go, nothing to do
No longer in a hurry
Happiness is here and now
I have dropped my worries
Somewhere to go, something to do
But I don’t need to hurry.
~ Thich Nhat Hanh
“ເປັນສຸກຢູ່ກັບປັດຈຸບັນ ເປັນສຸກຢູ່ກັບປັດຈຸບັນ ປ່ອຍວາງຄວາມກັງວົນລົງ ເມື່ອບໍ່ໄດ້ໄປໃສ ເມື່ອບໍ່ໄດ້ເຮັດສິ່ງໃດ ເຮົາຈຶ່ງບໍ່ຕ້ອງຮີບຮ້ອນ. ເປັນສຸກຢູ່ກັບປັດຈຸບັນ ປ່ອຍວາງຄວາມກັງວົນລົງ ບໍ່ວ່າຈະໄປໃສ ບໍ່ວ່າຈະເຮັດສິ່ງໃດ ກໍບໍ່ຕ້ອງຮີບຮ້ອນ”
ເປັນບົດເພງທີ່ເຕືອນສະຕິຜູ້ຄົນໃນຍຸກນີ້ໄດ້ເປັນຢ່າງດີ ພວກເຮົາສ່ວນຫຼາຍວຸ້ນວາຍຢູ່ກັບວຽກງານຈົນລືມຮອດເວລາຫາຍໃຈ ສະນັ້ນ ຫຼວງພໍ່ຈຶ່ງແນະນຳວ່າຄວນກັບມາຢູ່ກັບຕົນເອງໃຫ້ຫຼາຍຂຶ້ນ ການຮູ້ເມື່ອຄີງໜຶ່ງເທື່ອເທົ່າກັບເປັນການຣີເຟຣສ (Refresh) ຈິດໃຈຂອງຕົນເອງໜຶ່ງຄັ້ງ ການເຮັດແບບນີ້ຖືວ່າເປັນການຫັນກັບມາພິຈາລະນາຊີວິດເພື່ອໃຫ້ເກີດການປ່ຽນແປງໃນທາງທີ່ດີຂຶ້ນ ໂສເຄຣຕີສ–ນັກປັດຊະຍາຜູ້ມີຊື່ສຽງຂອງເກຣັກເຄີຍກ່າວວ່າ “ຊີວິດທີ່ໄຮ້ການກວດສອບ ເປັນຊີວິດທີ່ໄຮ້ຄ່າ” (The unexamined life is not worth living) ໃນຊີວິດປະຈຳວັນ ເຮົາສາມາດພິຈາລະນາຫຼືກວດສອບຊີວິດຕົນເອງໄດ້ທຸກເມື່ອ ສຳລັບຜູ້ຂຽນຄິດວ່າກ່ອນນອນ ຫຼື ຫຼັງຕື່ນນອນ ເປັນເວລາທີ່ເໝາະສົມທີ່ສຸດໃນການຢູ່ກັບຕົນເອງ ແລະ ກວດສອບຕົນເອງ ທັງນີ້ກໍຂຶ້ນກັບຄວາມສະດວກຂອງແຕ່ລະຄົນ
ຕອນນີ້ ລົດໄຟກຳລັງແລ່ນຜ່ານທົ່ງນາທີ່ກວ້າງສຸດລູກຫູລູກຕາ ດ້ານນອກອົບອວນໄປດ້ວຍຝຸ່ນຄວັນ ຕົ້ນໄມ້ໃບຫຍ້າຕ່າງກໍຫ່ຽວແຫ້ງໄປຕາມລະດູການ ເພາະນ້ຳຝົນຫ່າງຫາຍໄປເປັນເວລານານຫຼາຍເດືອນແລ້ວ ຂ້ອຍນັ່ງເບິ່ງອອກໄປທາງປ່ອງຢ້ຽມ ແລ້ວຂຽນບັນທຶກລົງໃນໄດອາຣີ່ວ່າ
“ແສງແດດກຳລັງເຈີດຈ້າ
ລົດໄຟກຳລັງແລ່ນຜ່ານທົ່ງນາທີ່ແຫ້ງຫ່ຽວ
ຜູ້ຊາຍຄົນໜຶ່ງນັ່ງຜູ້ຮິມປ່ອງຢ້ຽມ”
ໃນຂະນະນັ້ນ ຂ້ອຍຮູ້ສຶກເໝືອນກຳລັງນັ່ງຢູ່ກ້ອງຕົ້ນໄມ້ທ່າມກາງທົ່ງຫຍ້າໃນລະດູແລ້ງ ເມື່ອມີສາຍລົມອ່ອນໆພັດຜ່ານມາ ໃບໄມ້ກໍລ່ວງຫຼົ່ນລົງພື້ນ ແລ້ວຄ່ອຍໆປິວເລືອໜ້າດິນເປັນລະລອກຕາມແຮງລົມ ພຣະພຸດທະສາສະໜານິກາຍເຊັນບອກວ່າ ບັນຍາກາດແບບນີ້ຄືຄວາມສວຍງາມແຫ່ງຊີວິດ ເພາະສະແດງໃຫ້ເຫັນສັດຈະທັມທີ່ວ່າ ທຸກສິ່ງເກີດມາແລ້ວ ມື້ໜຶ່ງຈະຕ້ອງເສື່ອມສະຫຼາຍເໝືອນໃບໄມ້ນີ້ ເມື່ອປົ່ງຂຶ້ນມາແລ້ວ ຮອດເວລາກໍລ່ວງຫຼົ່ນລົງໄປ ແລ້ວໃບໃໝ່ກໍປົ່ງຂຶ້ນມາອີກ ໝຸນວຽນປ່ຽນຜ່ານ ເປັນວັດຕະຈັກຢູ່ແບບນີ້ເລື້ອຍໄປ ຊີວິດມະນຸດກໍເຊັ່ນດຽວກັນ
ຕໍ່ຈາກສາມບັນທັດທີ່ຢູ່ໃນໄດອາຣີ່ຂ້າງເທິງນັ້ນ ຂຽນວ່າ:
“ຕາເວັນໃກ້ຈະລັບຂອບຟ້າ
ຢູ່ເບາະຝັ່ງກົງກັນຂ້າມກັບຂ້ອຍ
ມີຊາວມຸດສະລິມຄົນໜຶ່ງກຳລັງນັ່ງລະໝາດ”
03
~ນອນຊື່ນຊົມຄວາມງຽບໃນເມືອງສັກສິດ~
ພວກເຮົາມາຮອດເມືອງປະຖານໂກດ ປະມານ 7 ໂມງແລງ ແຕ່ເມືອງນີ້ບໍ່ແມ່ນຈຸດໝາຍປາຍທາງ ເພາະພວກເຮົາຕັ້ງໃຈຈະໄປນອນຄ້າງຄືນທີ່ທັມມະສາລາເຊິ່ງຫ່າງຈາກປະຖານໂກດປະມານ 95 ກິໂລແມັດ ລົງຈາກລົດໄຟແລ້ວ ພວກໂຊເຟີລົດຕຸກຕຸກ ລົດສອງແຖວ ລົດແທັກຊີ່ ຫຸ້ມມາໃສ່ວ່າແມ່ນຝູງເຜິ້ງຕອມຮັງ ອາຈານບອກວ່າ ຢ່າເອົາກະເປົ໋າໃຫ້ເຂົາເດັດຂາດເດີ!
ພວກເຮົາຝ່າວົງລ້ອມອອກມາໄດ້ດ້ວຍການເສກເຂົ້າສານ ແລ້ວຫວ່ານໃສ່
ຈົນເຂົາເຈົ້າຕ່າງກໍຮ້ອນຮົນໄປຕາມໆກັນ ເວົ້າໄປລະ! ຄູບາກະດາຍ
ພວກເຮົາເດີນທາງມາຮອດທີ່ໝາຍຄືທັມມະສາລາ ປະມານ 10 ໂມງກາງຄືນ ລວມເວລາທັງໝົດໃນການເດີນທາງມື້ນີ້ຄື 13 ຊົ່ວໂມງ ບອກໄດ້ຄຳດຽວວ່າ ມະຫາໂຄຕະຣະ (ໂຄດ) ເມື່ອຍ! ແຕ່ເຖິງຈະເມື່ອຍປານໃດ ເຊົ້າວັນໃໝ່ຍັງລໍຖ້າພວກເຮົາຢູ່ສະເໝີ ແຕ່ກ່ອນຈະໄດ້ພົບເຊົ້າວັນໃໝ່ ຂໍພາວະນາໃຫ້ມີຊີວິດລອດຄືນນີ້ໄປກ່ອນເຖິະ!
ກ້າວຂາລົງຈາກລົດ ລົມໜາວພັດມາກະທົບໃບໜ້າ ຂົນໜາວລຸກຍາບ..ໄປທົ່ວສັບພາງກາຍ ບໍ່ແມ່ນຜີຫຼອກ ແຕ່ມັນໜາວຈົນເຂົ້າກະດູກດຳ ອຸນຫະພູມປະມານເຈັດເຖິງສິບອົງສາ ພວກເຮົາພາກັນລາກກະເປົ໋າລົງຈາກລົດ ແລ້ວກໍລາກຂຶ້ນໄປຫ້ອງພັກ ຫຼັງຈາກອາບນ້ຳຮຽບຮ້ອຍແລ້ວ ຕ່າງຄົນກໍພາກັນເຂົ້ານອນ ຕອນນີ້ອຸນຫະພູມໃນຫ້ອງເລີ່ມອຸ່ນຂຶ້ນແດ່ແລ້ວ ເພາະເຄື່ອງທຳຄວາມຮ້ອນ (Heater) ໃນຂະນະດຽວກັນ ຄວາມວັງເວງກໍເພີ່ມຂຶ້ນນຳ ເໝືອນມີສິ່ງສັກສິດວາງແຜນໄວ້ລ່ວງໜ້າ ໃຫ້ບັນຍາກາດເປັນໄປແບບນີ້
ແນ່ນອນ ແຜນນັ້ນສຳເລັດຜົນ! ຄວາມງຽບເລີ່ມປົກຄຸມໄປທົ່ວຫ້ອງ
ຂ້ອຍຈັບໃນໜັງສືກະວີນິພົນຂອງຣຽວກັນຂຶ້ນມາ ກະວີບົດທີແປດສິບສອງ ລາວຂຽນໄວ້ວ່າ:
“ຂ້ອຍນັ່ງຢູ່ຄົນດຽວຢ່າງງຽບໆ ເທິງກ້ອນຫິນໃຫຍ່ຂະລຸຂະລະກ້ອນໜຶ່ງ
ເພັ່ງພິນິດເບິ່ງໝູ່ເມກທີ່ຄ່ອຍໆກໍ່ຕົວໜາຂຶ້ນໃນທຸກທິດທາງ
ເຈດີສີຄຳເປັ່ງປະກາຍຢູ່ທ່າມກາງແສງຕາເວັນ
ເບື້ອງລຸ່ມລົງໄປນັ້ນຄືບໍ່ນ້ຳພຸຣຽວໂອ
ຢູ່ບໍ່ນ້ຳພຸທຳມະຊາດແຫ່ງນີ້ ຜູ້ຄົນສາມາດຊຳລະລ້າງທັງຮ່າງກາຍແລະຈິດໃຈ
ເໜືອຂຶ້ນໄປຈາກກ້ອນຫີນທີ່ຂ້ອຍນັ່ງຢູ່ນີ້ ຄືໝູ່ໄມ້ສົນບູຮານ
ແລະແລ້ວສາຍລົມເຢັນກໍພັດພາທິວາວັນໃຫ້ສິ້ນສຸດລົງ
ຂ້ອຍໃຝ່ຝັນຢາກເດີນຮ່ວມທາງກັບບຸກຄົນຜູ້ສາມາດສະລະໂລກທັງໂລກໄວ້ເບື້ອງຫຼັງ
ແຕ່ຈົນແລ້ວຈົນລອດກໍຍັງບໍ່ມີບຸກຄົນເຊັ່ນນັ້ນເດີນຜ່ານມາທາງນີ້ເລີຍ”
ສັງຄົມສະໄໝໃໝ່ກະຕຸ້ນໃຫ້ເຮົາໄຂວ່ຄວ້າຫາສິ່ງທີ່ໃຝ່ຝັນຢ່າງບໍ່ມີທີ່ສິ້ນສຸດ ໄດ້ສິ່ງນີ້ແລ້ວກໍຢາກໄດ້ສິ່ງໃໝ່ ມີຄວາມສຸກແລ້ວກໍຢາກມີຄວາມສຸກຍິ່ງໆຂຶ້ນໄປ ເຮົາດຳລົງຊີວິດຢູ່ໃນສັງຄົມທີ່ຄອຍກະຕຸ້ນໃຫ້ ຢາກໄດ້ ຢາກມີ ຢາກເປັນ ຕະຫຼອດເວລາ ເປັນໄປໄດ້ບໍ່ວ່າ ເພາະຄວາມງຽບ ຈຶ່ງເຮັດໃຫ້ຣຽວກັນ ເບິ່ງເຫັນລາຍລະອຽດຂອງສິ່ງຕ່າງໆ ແລະ ດື່ມດ່ຳກັບບັນຍາກາດນັ້ນໄດ້ຢ່າງເລິກເຊິ່ງ
ຂ້ອຍເຊື່ອວ່າ ຄວາມງຽບ ເຮັດໃຫ້ເຮົາມອງເຫັນຄວາມສວຍງາມຂອງສັບພະສິ່ງໄດ້ດີຂຶ້ນ ບໍ່ວ່າຈະເປັນຄວາມງາມຂອງທົ່ງຫຍ້າ ທ້ອງທະເລ ພູເຂົາ ຜູ້ຄົນ ແສງແດດ ສາຍລົມ ແລະ ດວງດາວ
ຂ້ອຍຄ່ອຍໆພັບໜັງສືລົງຢ່າງເພ່ງພິນິດ ແລ້ວຢື້ມື້ໄປປິດໄຟຫົວບ່ອນນອນ
ທ່າມກາງຄວາມວັງເວງທີ່ງຽບສະຫງັດ
ຂ້ອຍໄດ້ຍິນສຽງໂມງຢ່າງຊັດເຈນ ຕິ໊ກ ຕິ໊ກ ຕິ໊ກ…
ຕົ້ນລະດູໜາວ, ປີ 2564.