ຈັງຫວະຂອງຊີວິດ

ໂດຍ: ຄວັນສີເທົາ

01

ເຫັນກ້ອນເມກທີ່ລ່ອງລອຍຢູ່ດ້ານນອກປ່ອງຢ້ຽມ ເຮັດໃຫ້ຫວນລະລຶກເຖິງຊີວິດທີ່ຜ່ານມາ ແລະ ກັງວົນກັບອະນາຄົດ ພວກເຮົາປຽບເໝືອນດາວດວງໜຶ່ງທີ່ກຳລັງຫຼົງທາງທ່າມກາງທ້ອງຟ້າທີ່ມືດມົນ ແລະ ເວີ້ງວ້າງ ບໍ່ມີໃຜຮູ້ເສັ້ນທາງທີ່ແນ່ນອນຂອງຊີວິດ ຍິ່ງໃນຊ່ວງວັຍຂອງຄວາມເປັນໜຸ່ມສາວ ເຮົາບໍ່ມີທາງຮູ້ເລີຍວ່າ ຫົນທາງເສັ້ນໃດຄືທາງທີ່ດີທີ່ສຸດສຳລັບຕົນເອງ ເຮົາຕ່າງອອກເດີນທາງດ້ວຍຄວາມມຶນງົງ ຢູ່ໃນໂລກທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ

          ນີ້ຄືການເດີນທາງດ້ວຍເຄື່ອງບິນຄັ້ງທຳອິດຂອງຂ້ອຍ

ພວກເຮົາຂຶ້ນເຄື່ອງຢູ່ສະໜາມບິນສຸວັນນະພູມ ເພື່ອມຸ່ງໜ້າໄປສູ່ປະເທດອິນເດຍ ເປັນຄວາມຈິງທີ່ວ່າ ປະສົບການຄັ້ງທຳອິດລ້ວນແລ້ວແຕ່ໃຫ້ຄວາມຕື່ນເຕັ້ນແກ່ຜູ້ປະສົບສະເໝີ ໃນຂະນະທີ່ເຄື່ອງບິນກຳລັງເຄື່ອນຕົວໄປຂ້າງໜ້າ ແລ້ວຄ່ອຍໆຍົກຕົນເອງຂຶ້ນສູ່ທ້ອງຟ້ານັ້ນ ກໍເກີດອາການກະຕຸກ ແລະ ສັ່ນໄຫວ ເໝືອນຂຶ້ນໄປໄດ້ໄລຍະໜຶ່ງແລ້ວກໍຢຸດ ຂຶ້ນແລ້ວກໍຢຸດ ເປັນຢູ່ແບບນີ້ເກືອບຫ້ານາທີ ຈິດໃຈຂ້ອຍທີ່ຕື່ນເຕັ້ນຢູ່ແລ້ວຍິ່ງທະວີຄວາມຕື່ນເຕັ້ນຫຼາຍກວ່າເກົ່າຈົນກາຍເປັນຄວາມຕົກໃຈ ບາງຄັ້ງຫົວໃຈແທບຫຼ່ວງຫຼົ່ນລົງໄປຢູ່ປາຍຕີນ ຂ້ອຍຮູ້ສຶກຜ່ອນຄາຍຂຶ້ນມາໜ້ອຍໜຶ່ງ ເມື່ອເຄື່ອງບິນບິນຂຶ້ນໄປຈົນເຖິງລະດັບທີ່ເຂົາກຳໜົດໄວ້ແລ້ວ ເຄື່ອນຕົວໄປຂ້າງໜ້າດ້ວຍອາການປົກກະຕິ

ອາການຕື່ນເຕັ້ນຄ່ອຍໆຫາຍໄປຕາມຄວາມສັ່ນໄຫວຂອງເຄື່ອງບິນທີ່ຄ່ອຍໆຫຼຸດລົງ ຂ້ອຍເບິ່ງອອກໄປນອກປ່ອງຢ້ຽມ ເຫັນກ້ອນເມກຂາວລອຍຜ່ານໄປ ກ້ອນແລ້ວກ້ອນເລົ່າ ບາງກ້ອນໃຫຍ່ ບາງກ້ອນນ້ອຍ ບາງກ້ອນສີຂາວ ບາງກ້ອນສີເທົາ ທ້ອງຟ້າໃນຍາມນີ້ຮູ້ສຶກວ່າມັນກວ້າງໃຫຍ່ສຸດລູກຫູລູກຕາເໝືອນຈະບໍ່ມີທີ່ສິ້ນສຸດ ບໍ່ຮູ້ວ່າເຄື່ອງບິນລຳນີ້ຈະພາພວກເຮົາໄປຜະເຊີນໜ້າກັບຫຍັງແດ່ ບໍ່ແນ່ ທາງຂ້າງໜ້າພວກເຮົາອາດຈະເຈີອາກາດທີ່ແປປວນ ຫຼື ພາຍຸຮ້າຍແຮງ ຈົນເຮັດໃຫ້ເຄື່ອງບິນຝ່າໄປດ້ວຍຄວາມຍາກລຳບາກ

02

ຫຼັງຈາກເດີນທາງມາເປັນເວລາສີ່ຊົ່ວໂມງ ສຸດທ້າຍພວກເຮົາກໍມາເຖິງສະໜາມບິນສາກົນອິນທິຣາຄານທີ ກຸງນິວເດລີ ປະເທດອິນເດຍ ສະຖານທີ່ແຫ່ງນີ້ຄືຈຸດເລີ່ມຕົ້ນການເດີນທາງໃນອິນເດຍຂອງພວກເຮົາ

ອາຈານໂທຫາລົດທີ່ນັດກັນໄວ້ ປາຍສາຍບອກມາວ່າອີກປະມານສີ່ສິບນາທີຈະຮອດສະໜາມບິນ ພວກເຮົາຈຶ່ງຍ່າງເລາະເບິ່ງໜັງສືໃນຮ້ານໜັງສືແຫ່ງໜຶ່ງ ຍ່າງໄປຍ່າງມາເກືອບຊາວນາທີ ຂ້ອຍເຫຼືອບໄປສະດຸດຕາໜັງສືເຫຼັ້ມໜຶ່ງ ເຊິ່ງວາງຢູ່ເທິງຊັ້ນ ໃນຂະນະທີ່ກຳລັງຢື້ມືໄປຈັບໜັງສືເຫຼັ້ມດັ່ງກ່າວ ປາກົດວ່າມີມືທີ່ຢູ່ອີກຝາກໜຶ່ງ ຄວ້າມາຈັບໜັງສືເຫຼັ້ມນັ້ນ ຂ້ອຍຖົກມືກັບທັນທີ ພ້ອມກັບຍ່າງອ້ອມໄປອີກທາງໜຶ່ງຂອງຊັ້ນໜັງສື ພາບທີ່ປາກົດຕໍ່ສາຍຕາ ຄື ຜູ້ຍິງຄົນໜຶ່ງສູງປະມານ 160 ຊມ. ໃສ່ຊຸດຊາຫຼີສີຟ້າຜະສົມສີຊົມພູ ອາຍຸໜ້າຈະປະມານຊາວປີກຳລັງຈັບໜັງສືຍ່າງອອກໄປອີກຝັ່ງໜຶ່ງ ຂ້ອຍໄດ້ແຕ່ຄິດກິນແໜງໃຈ ຮູ້ແນວນີ້ໜ້າຈະຟ້າວຈັບເອົາໜັງສືເຫຼັ້ມນັ້ນກ່ອນລະກະແລ້ວໜາ!

ແຕ່ກໍຢ່າງວ່າລະເນາະ ບາງເຫດການໃນຊີວິດບໍ່ໄດ້ມີເວລາໃຫ້ເຮົາຄິດຫຼາຍຂະໜາດນັ້ນ ຫຼາຍຄັ້ງທີ່ເຮົາຕັດສິນໃຈໄປຕາມສັນຊາດຕະຍານ ຫຼື ຕາມເຫດການທີ່ມັນເກີດຂຶ້ນ ຂ້ອຍບໍ່ໄດ້ເສຍດາຍທີ່ບໍ່ໄດ້ໜັງສືເຫຼັ້ມນັ້ນ ແຕ່ຖ້າໄດ້ເຫັນໜ້າຄົນທີ່ຈັບມັນໄປຄົງຮູ້ສຶກດີໃຈບໍ່ໜ້ອຍ ຢ່າງໜ້ອຍກໍໄດ້ຮູ້ວ່າຄົນທີ່ສົນໃຈໃນໜັງສືເຫຼັ້ມດຽວກັນ ມີໜ້າຕາເປັນແບບໃດ ແຕ່ທຳມະຊາດກໍບໍ່ອະນຸຍາດໃຫ້ເລື່ອງແບບນີ້ເກີດຂຶ້ນ ບາງທີ ທຳມະຊາດອາດຈະມີກົດເກນໃຫ້ມະນຸດຮູ້ຈັກກັນພຽງບາງຄົນ ແລະ ລາວບໍ່ແມ່ນ “ບາງຄົນ” ສຳລັບຂ້ອຍ ສ່ວນຂ້ອຍກໍບໍ່ແມ່ນ “ບາງຄົນ” ສຳລັບລາວ ພຽງແຕ່ທາງເດີນຂອງພວກເຮົາບັງເອີນຜ່ານມາຕັດກັນເທົ່ານັ້ນ ແລ້ວຕ່າງຄົນກໍມຸ່ງໜ້າໄປຕາມທິດທາງຂອງຕົນ

03

“ມາເດີ! ລົດມາຮອດແລ້ວ” ອາຈານຮ້ອງມາໃສ່. ພວກເຮົາຈຶ່ງພາກັນລາກກະເປົ໋າຂຶ້ນລົດ ກຸງນິວເດລີຍາມນີ້ອາກາດຂ້ອນຂ້າງຮ້ອນອົບເອົ້າ ອຸນຫະພູມປະມານ 39 ອົງສາ ຕົວເມືອງເຕັມໄປດ້ວຍຝຸ່ນຄວັນ ສຽງແກລົດດັງກີດກາດໆ ລົດແທບທຸກຄັນມີຮອຍຂີດຂວ່ານ ແລະ ບຸບບຸ້ມອັນເກີດມາຈາກການຊ່ຽວຊົນ ແຕ່ຜູ້ຄົນໃນປະເທດນີ້ເຂົາຖືວ່າເປັນເລື່ອງປົກກະຕິ ຖ້າລົດຕຳກັນບໍ່ເຖິງຂັ້ນເລືອດຕົກຢາງອອກ ເຂົາເຈົ້າຈະບໍ່ເອົາເລື່ອງກັນ ເຖິງແມ້ວ່າລົດຈະຖືກຂີດຂວ່ານ ຫຼື ບຸບບຸ້ມຫຼາຍປານໃດກໍຕາມ. ນອກຈາກອາກາດຮ້ອນແລ້ວ ສິ່ງໜຶ່ງທີ່ລົບກວນປະສາດຫູທີ່ສຸດຄື ສຽງແກລົດ ດັງສະນັ່ນຫວັ່ນໄຫວ ຂ້ອຍອົດບໍ່ລົນທົນບໍ່ໄດ້ກໍເລີຍຖາມຄົນຂັບວ່າ ຄືມັກບີບແກກັນແທ້? ນີ້ຄືຄຳຕອບຂອງລາວ:

“ຖ້າລົດຕຳກັນແລ້ວຕຳຫຼວດເອີ້ນໄປສອບສວນ ຄຳຖາມທຳອິດທີ່ຈະໄດ້ຍິນກໍຄື ເຈົ້າໄດ້ບີບແກບໍ່? ຖ້າຕອບວ່າ “ບໍ່” ມີໂອກາດສູງທີ່ເຈົ້າຈະເປັນຝ່າຍຜິດ ສະນັ້ນ ບີບໄວ້ກ່ອນໄດ້ປຽບ” ຂ້ອຍຄິດໃນໃຈ ເອີ..ຄັນຊັ້ນກະເອົາທີ່ສະບາຍໃຈຊຸມເຈົ້າຊ່ະ! ກີດໆ ກີດໆ ກີດໆ!!!

ກວ່າພວກເຮົາຈະຝ່າຝຸ່ນຄວັນ ແລະ ການຈະລາຈອນທີ່ແອອັດອອກມາໄດ້ ກໍປາເຂົ້າໄປເກຶອບຊົ່ວໂມງເຄິ່ງ ມາຮອດທີ່ພັກປະມານບ່າຍສອງໂມງ ພວກເຮົາມາພັກຢູ່ມະຫາວິທະຍາລັຍເຄົາຕັມ (Gautam Buddha University) ເຊິ່ງເປັນມະຫາລັຍທາງພຣະພຸດທະສາສະໜາ ຕັ້ງຢູ່ເມືອງນອຍດ້າ ລັດອຸດຕະຣະປະເທດ ຕອນທີ່ພວກເຮົາໄປມີພຣະສົງລາວກຳລັງສຶກສາຢູ່ມະຫາວິທະຍາລັຍແຫ່ງນີ້ສອງອົງຄື ພຣະຕຸ້ຍ ກັບ ພຣະນິລັນດອນ ພວກເພິ່ນຕ້ອນຮັບຄະນະພວກເຮົາເປັນຢ່າງດີ ຖ້າໃຜເຄີຍອອກນອກບ້ານໄປຢູ່ຕ່າງຖິ່ນ ຈະຕ່າງບ້ານ ຫຼື ຕ່າງປະເທດກໍຕາມ ຈະຮູ້ວ່າຄວາມຮູ້ສຶກຂອງຄົນທີ່ຈາກບ້ານມາເປັນແນວໃດ?

04

ຂ້ອຍມາພັກກັບພຣະຕຸ້ຍ ເມື່ອກ້າວຂາເຂົ້າໄປໃນຫ້ອງຮູ້ສຶກໄດ້ທັນທີເລີຍວ່າ ຫ້ອງນີ້ຖືກໃຊ້ມາເປັນເວລາຍາວນານ ທັງຝາ ປະຕູ ເພດານ ປ່ອງຢ້ຽມ ແລະ ພື້ນຫ້ອງ ບົ່ງບອກວ່າ ມີຄົນໄດ້ຍ່າງຜ່ານວົນວຽນຢູ່ໃນນີ້ບໍ່ຕ່ຳກວ່າຊາວປີມາແລ້ວ ຄົນນີ້ອອກໄປ ຄົນໃໝ່ເຂົ້າມາ ວົນວຽນກັນຢູ່ແບບນີ້ ສິ່ງທີ່ຕ້ອງຕາຂ້ອຍທີ່ສຸດຄືໂຄມໄຟອ່ານໜັງສື ທີ່ຕັ້ງຢູ່ເທິງໂຕ໊ະໃກ້ໆກັບຫົວບ່ອນນອນ ຖັດຈາກນັ້ນໄປແມ່ນປ່ອງຢ້ຽມທີ່ສາມາດເບິ່ງອອກໄປຂ້າງນອກໄດ້ຢ່າງຊັດເຈນ ຍາມເມື່ອຍລ້າຈາກອ່ານໜັງສື ວິວຈາກປ່ອງຢ້ຽມນີ້ໜ້າຈະເປັນສິ່ງທີ່ໃຫ້ຄວາມເພີດເພີນໃຈໄດ້ເປັນຢ່າງດີ

ພຣະຕຸ້ຍເລົ່າໃຫ້ຟັງວ່າ “ການມາຮຽນຢູ່ນີ້ບໍ່ຄ່ອຍລຳບາກປານໃດ ອາດຈະເປັນເພາະຊີວິດເຄີຍຜ່ານຄວາມລຳບາກມາຫຼາຍ ແຕ່ກໍບໍ່ໄດ້ໝາຍວ່າຈະເປັນຢູ່ແບບສະບາຍໆ ຕອນມາໃໝ່ອາດຈະລຳບາກໜ້ອຍໜຶ່ງ ທັງເລື່ອງການຮຽນ ການເງິນ ແລະ ການປັບຕົວ ທັງນີ້ຂຶ້ນກັບແຕ່ລະຄົນນຳ ບາງຄົນບໍ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມໃໝ່ໄດ້ ກໍກັບບ້ານໄປຕັ້ງແຕ່ຍັງບໍ່ທັນໄດ້ເລີ່ມຮຽນກໍມີ”

05

ເວົ້າເຖິງເລື່ອງນີ້ເຮັດໃຫ້ນຶກເຖິງເລື່ອງລາວການສູນພັນຂອງສັດຊະນິດໜຶ່ງ ເຊິ່ງກ່ອນທີ່ມະນຸດຈະເປັນຜູ້ຄອບຄອງໂລກເໝືອນປັດຈຸບັນນີ້ ໄດໂນເສົາເປັນຜູ້ຄອບຄອງມາກ່ອນ ເປັນເວລາຍາວນານເຖິງ 160 ລ້ານປີ ແຕ່ດ້ວຍເຫດການບາງຢ່າງເຮັດໃຫ້ໄດໂນເສົາສູນພັນໄປ ເມື່ອ 66 ລ້ານປີທີ່ແລ້ວ. ມີສອງທິດສະດີຫຼັກໆ ທີ່ອະທິບາຍເຖິງເລື່ອງນີ້ໄວ້ວ່າ:

ໜຶ່ງ-ເກີດຈາກການລະເບີດຄັ້ງໃຫຍ່ຂອງພູເຂົາໄຟເດັກກັນແທຣບ (Deccan Traps) ເຊິ່ງຕັ້ງຢູ່ປະເທດອິນເດຍໃນປັດຈຸບັນ ຜົນຈາກການລະເບີດຄັ້ງນີ້ເຮັດໃຫ້ທ້ອງຟ້າເຕັມໄປດ້ວຍກ໊າສກາກບອນດີອົກຊີ ແລະ ກ໊າສຊະນິດອື່ນໆ ກ໊າສເຫຼົ່ານີ້ໄດ້ເຮັດໃຫ້ສະພາບພູມອາກາດເປັນພິດ ແລະ ສະພາບແວດລ້ອມປ່ຽນແປງໄປ

ສອງ-ຫຼັງຈາກພູເຂົາໄຟລະເບີດແລ້ວ ຕໍ່ມາອີກ 150,000 ປີ ມີອຸກກາບາດຂະໜາດໃຫຍ່ຕົກມາໃສ່ໂລກ ໃກ້ໆກັບແຄມຝັ່ງຂອງປະເທດແມັກຊິໂກ ຂະໜາດຂອງມັນໃຫຍ່ເທົ່າກັບສະໜາມເຕະບານ 12,000 ແຫ່ງມາລວມກັນ ເຮັດໃຫ້ເກີດຝຸ່ນລະອອງ ແລະ ຄວັນ ໂລກຕົກຢູ່ສະພາບມືດມົນຢ່າງຍາວນານ ເພາະຝຸ່ນ ແລະ ຄວັນບົດບັງແສງອາທິດ ສິ່ງທີ່ມີຊີວິດຈຶ່ງຄ່ອຍໆລົ້ມຕາຍໄປ

ບັນດານັກວິທະຍາສາດຕ່າງກໍຖົກຖຽງກັນເຖິງສາເຫດທີ່ແທ້ຈິງຂອງການສູນພັນຂອງໄດໂນເສົາໃນລະຫວ່າງສອງເຫດການນັ້ນ ເຖິງຢ່າງໃດກໍຕາມ ເມື່ອບໍ່ດົນມານີ້ ໄດ້ມີຜູ້ຊ່ຽວຊານດ້ານທໍລະນີວິທະຍາຈາກມະຫາວິທະຍາລັຍຟລໍຣິດ້າ ແລະ ຜູ້ຊ່ຽວຊານດ້ານສະພາບອາກາດຍຸກບູຮານຈາກມະຫາວິທະຍາລັຍມິຊິແກນ ເປີດເຜີຍວ່າ ທິດສະດີກ່ຽວກັບຜົນກະທົບຂອງພູເຂົາໄຟລະເບີດ ແລະ ອຸກກາບາດຕົກມາໃສ່ໂລກຖືກທັງສອງທິດສະດີ ຈາກການສຶກສາເຖິງອຸນຫະພູມໃນເປືອກຫອຍໃນຍຸກທີ່ໄດໂນເສົາໃກ້ຈະສູນພັນພົບວ່າ ເມື່ອສອງເຫດການ (ພູເຂົາໄຟລະເບີດກັບອຸກກາບາດຕົກໃສ່ໂລກ) ນັ້ນເກີດຂຶ້ນເຮັດໃຫ້ໂລກຮ້ອນຂຶ້ນເຖິງສອງເທົ່າ ເອີ້ນວ່າ ພາວະໂລກຮ້ອນໃນຍຸກບູຮານ

Andrea Dutton ຜູ້ຊ່ຽວຊານດ້ານທໍລະນີວິທະຍາຈາກມະຫາວິທະຍາລັຍຟລໍຣິດ້າ ອະທິບາຍວ່າ “ສັດ ແລະ ພືດເຄີຍປະສົບກັບສະພາບທີ່ອຸນຫະພູມຮ້ອນຂຶ້ນມາກ່ອນໜ້ານີ້ໃນຍຸກຄຣີເທຊຽດ (ຍຸກສຸດທ້າຍຂອງໄດໂນເສົາ) ແຕ່ຫຼັງຈາກອຸກກາບາດຕົກມາໃສ່ໂລກອຸນຫະພູມຂອງໂລກກໍເພີ່ມຂຶ້ນຢ່າງໄວວາຈົນພືດ ແລະ ສັດ ປັບຕົວນຳບໍ່ທັນ”

ຈາກທິດສະດີທີ່ກ່າວມາສະແດງໃຫ້ເຫັນວ່າ ໄດໂນເສົາບໍ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມຂອງໂລກທີ່ປ່ຽນແປງໄປ ສະນັ້ນ ພວກມັນຈຶ່ງເຫຼືອໄວ້ພຽງແຕ່ຊື່ ແລະ ຊາກຟອດຊິວ ເຊິ່ງໃນຍຸກດຽວກັນນັ້ນ ມີສັດບາງຊະນິດເຊັ່ນ: ແມງສາບ ແມງດາທະເລ ແລະ ປາບາງຊະນິດ ສາມາດປັບຕົວໄດ້ ແລະ ພວກມັນຍັງຄົງສືບເຊື້ອສາຍຕໍ່ກັນມາຈົນຮອດຍຸກປັດຈຸບັນ

06

ຫັນມາເບິ່ງມະນຸດເຮົາ  

ຖ້າບໍ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມ ແລະ ສັງຄົມທີ່ກຳລັງປ່ຽນໄປມີໂອກາດຫຼາຍທີ່ເຮົາຈະຖືກທອດຖິ້ມໄວ້ຂ້າງຫຼັງ ຫຼາຍອາຊີບ ຫຼາຍອົງກອນ ຫຼາຍກິດຈະການຕ້ອງລົ້ມເລີກໄປເພາະປັບຕົວເຂົ້າກັບຍຸກສະໄໝໃໝ່ບໍ່ໄດ້ ຮໍຣ໌ ໜຶ່ງໃນຕົວລະຄອນຂອງໜັງສື ໃຜເອົາເນີຍແຂງຂອງຂ້ອຍໄປ (Who move my cheese) ກ່າວໄວ້ວ່າ: “ການສັງເກດຄວາມປ່ຽນແປງເລັກນ້ອຍແຕ່ເນິ່ນໆ ຈະເຮັດໃຫ້ປັບຕົວເຂົ້າກັບການປ່ຽນແປງຂະໜານໃຫຍ່ໄດ້ ” ຍິ່ງໃນຍຸກປັດຈຸບັນທີ່ເຮົາເອີ້ນວ່າ ຍຸກນິວນໍຣ໌ມອລ (New Normal) ຄວາມສາມາດດ້ານການປັບຕົວຍິ່ງເປັນສິ່ງສຳຄັນ ຜູ້ມີຫົວໃຈທີ່ບໍ່ຍອມແພ້ຈະບໍ່ປ່ອຍໃຫ້ຕົນເອງທໍ້ແທ້ ແມ້ວ່າຈະພົບບັນຫາຕ່າງໆນານາ ເຂົາຈະຮູ້ວ່າ ຄວນຈະປັບຕົວແນວໃດໃນສະຖານະການນັ້ນໆ ໂດຍມຸ່ງຄວາມສົນໃຈໄປທີ່ຄວາມເປັນໄປໄດ້ ບໍ່ກັງວົນກັບສິ່ງທີ່ຢູ່ເໜືອອຳນາດການຄວບຄຸມຂອງຕົນເອງ

ຂ້ອຍຖາມພຣະຕຸ້ຍວ່າ ຕອນມາຢູ່ນີ້ໃໝ່ໆ ຄູບາ ເຄີຍຄິດກັງວົນ ຫຼື ຄິດວ່າຈະຮຽນບໍ່ຈົບແນ່ບໍ່? “ຄູບາເອີຍ! ຂ້ານ້ອຍກໍມະນຸດທຳມະດາຄົນໜຶ່ງ ປາກສະຈາກບໍ່ໄດ້ຢູ່ແລ້ວເລື່ອງຄວາມກັງວົນ ແຕ່ເມື່ອໄດ້ມາແລ້ວກໍຕ້ອງສູ້ຕໍ່ໄປ ບາງຢ່າງ ຈະຍຶດຖືຕາມແບບສະບັບຂອງເຮົາຮ້ອຍເປີເຊັນມັນບໍ່ໄດ້ດອກ ມາຢູ່ບ້ານເພິ່ນກໍຕ້ອງປັບຕົວໃຫ້ເຂົ້າກັບວັດທະນະທຳປະເພນີຂອງເຂົາ ປັບໃຈຢູ່ກັບຄວາມປ່ຽນແປງໃຫ້ໄດ້ ເພາະຖ້າບໍ່ປັບ ກໍໄປບໍ່ລອດ”

ໂດຍ..ແມ່ນແລ້ວ ຂ້ານ້ອຍ. “ຖ້າບໍ່ປັບ ກໍໄປບໍ່ລອດ

07

ຈະວ່າໄປແລ້ວ ຊີວິດກໍເໝືອນການເດີນທາງໄລຍະຍາວ ພວກເຮົາຕ່າງກໍເດີນໄປໃນສັງຄົມທີ່ກວ້າງໃຫຍ່ໂດຍບໍ່ມີໃຜຮູ້ເລີຍວ່າຈະໄດ້ພົບສິ່ງໃດແດ່ ພວກເຮົາພຽງແຕ່ເດີນໄປຂ້າງໜ້າ ແລະ ຫວັງຢ່າງຍິ່ງວ່າຈະພົບຊີວິດທີ່ດີກວ່າເດີມ ບາງຄົນ ອາດຈະວາງແຜນຊີວິດໄວ້ເປັນຢ່າງດີ ແຕ່ກໍບໍ່ວາຍທີ່ຈະເຈີມໍລະສຸມທີ່ຖາໂຖມເຂົ້າມາໃນມື້ໜຶ່ງ ທຸກຄົນຈະຕ້ອງໄດ້ພົບຊ່ວງທີ່ຍາກລຳບາກຢ່າງແນ່ນອນ ຊີວິດທີ່ຜ່ານມາຕ່າງກໍສອນໃຫ້ເຮົາຮູ້ວ່າ ພວກເຮົາຈະຕ້ອງຜະເຊີນໜ້າກັບສິ່ງທີ່ບໍ່ຄາດຝັນ ເຊິ່ງບາງເລື່ອງກໍເຮັດໃຫ້ເຈັບປວດ ເສົ້າໂສກ ແລະ ທໍລະມານ ແຕ່ບາງເລື່ອງກໍເຮັດໃຫ້ສະໜຸກສະໜານ ທັງນີ້ ທຸກປະສົບການທີ່ເຮົາໄດ້ເດີນຜ່ານມານັ້ນ ທັງດີແລະຮ້າຍ ມັນຈະຫຼອມລວມແລ້ວກາຍມາເປັນຕົວເຮົາໃນມື້ນີ້

ຕາບໃດທີ່ເຮົາຍັງມີລົມຫາຍໃຈ ຂ້ອຍເຊື່ອວ່າ ເຮົາຈະໄດ້ພົບກັບສິ່ງໃໝ່ໆທີ່ຄາດບໍ່ເຖິງສະເໝີ ມະນຸດພຽງແຕ່ໃຊ້ຊິວິດ ແລະ ປັບຕົວໄປຕາມເຫດການທີ່ເກີດຂຶ້ນ ບໍ່ມີໃຜສາມາດວາງແຜນໄດ້ຢ່າງຊັດເຈນ ແລະ ແນ່ນອນ ເພາະຕະຫຼອດເສັ້ນທາງທີ່ກ້າວເດີນລ້ວນມີເຫດປັດໄຈເຂົ້າມາແຊກຊ້ອນຕະຫຼອດເວລາ

ເຈົ້າເຊື່ອບໍ່ວ່າ

ພວກເຮົາຕ່າງກໍເຕັ້ນລຳ ໄປຕາມຈັງຫວະຂອງຊີວິດ.

ຕົ້ນລະດູໜາວ, ປີ 2564.

ເອກສານອ້າງອິງ

https://www.voathai.com/a/dinosaur-one-two-punch-tk/3455172.html

https://ngthai.com/science/34758/dinosaurextinct/

https://ngthai.com/science/34758/dinosaurextinct/

https://www.bbc.com/thai/features-41378126

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ